ເພງ “ເງິນໜໍເງິນ”

ເນື້ອຮ້ອງ & ທຳນອງ : ກອບແກ້ວ ປ່ຽມມະໄລ (1967)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ

ວິດີໂອດົນຕຣີບັນເລງເພງ “ເງິນໜໍເງິນ”

1) ເງິນໜໍເງິນ ຊ່າງຫາຍາກໜັກໜາ
ຄູ່ຮັກຂອງຂ້າ ເຂົາຈາກລາກໍເພາະເງິນ
ບໍ່ມີເງິນທອງ ຈະແຕ່ງດອງເຂົາກໍເມີນ
ຄູ່ຮັກຈຶ່ງໄດ້ຫ່າງເຫີນ ເມື່ອຂາດເງິນຂາດງານ

2) ເງິນໜໍເງິນ ຍາມເມື່ອເງິນບໍ່ມີ
ກຸ້ມໃຈເຫຼືອທີ່ ສຸດບໍ່ມີຄົນທີ່ສົງສານ
ບໍ່ມີເງິນທອງ ນ້ອງສາວກໍບໍ່ຕ້ອງການ
ສຸດແສນຈະທໍຣະມານ ເມື່ອຂາດງານຂາດເງິນ

• ເງິນຕົວດຽວ ທີ່ຝັນຫາ
ໃຜໆກໍປຣາຖນາ ເພາະເງິນຕຣາພາເພີນ
ຢາກໄດ້ນ້ອງສາວ ມາກອດແກ້ໜາວເຫຼືອເກີນ
ແຕ່ອ້າຍຂາດເງິນ ສາວຈຶ່ງເມີນໜ່າຍໜີ

3) ເງິນໜໍເງິນ ຍາມເມື່ອເງິນໝົດໄປ
ຄົນຮັກຄົນໃກ້ ກໍຫັກໃຈຫຼີກໜີ
ບໍ່ມີເງິນທອງ ຈະໃຫ້ນ້ອງຄົນດີ
ມີແຕ່ຫົວໃຈດວງນີ້ ມອບຊີວີນາງດຽວ…

ໂນຕເພງ “ເງິນໜໍເງິນ”
ວິດີໂອໂນຕບັນເລງເພງ “ເງິນໜໍເງິນ”