“ທັກສະສຳຄັນໃນການຫຼິ້ນຄີບອດ”

4 ທັກສະທີ່ສຳຄັນໃນການຫຼິ້ນຄີບອດ…

1) ທັກສະການແກະເພງ – ແກະໂນຕທຳນອງເພງ (Melody) ແລະຂອດເພງ (Chords)

ການແກະທຳນອງຂອງເພງ (Melody) ເປັນທັກສະທີ່ທຸກຄົນສາມາດເຮັດໄດ້ໂດຍພື້ນຖານຢູ່ແລ້ວ ໂດຍການຟັງແລະຫຼິ້ນຕາມໃຫ້ໃກ້ຄຽງທີ່ສຸດກັບຕົ້ນສະບັບ, ຍິ່ງຝຶກຝົນ ກໍຍິ່ງຈັບສຽງໄດ້ດີແລະໄວຂຶ້ນ. ແຕ່ການແກະຂອດຂອງເພງ (Chords) ບໍ່ແມ່ນເຣື່ອງງ່າຍຄືກັບການແກະທຳນອງເພງ. ໃຜກໍຕາມທີ່ສາມາດຟັງຂອດອອກ ໝາຍຄວາມວ່າ ເຂົາເຈົ້າເຄີຍຫຼິ້ນດົນຕຣີມາເປັນເວລາດົນນານສົມຄວນ ແລະມີຄວາມຊຳນານຢູ່ໃນຣະດັບທີ່ບໍ່ທຳມະດາແລ້ວ.

2) ທັກສະການອອກແບບການຫຼິ້ນໄດ້ດ້ວຍຕົນເອງ (Personal Style)

ການຫຼິ້ນພຽງໃຫ້ໄດ້ຕາມເພງຫຼືຕາມໂນຕໃຫ້ຖືກ ໃຜໆກໍເຮັດໄດ້, ແຕ່ການທີ່ຈະອອກແບບການຫຼິ້ນ ໃຫ້ມີຄວາມແຕກຕ່າງ ການວາງສຽງສູງຕໍ່າແລະໜັກເບົາ ໃຫ້ເພງມີຄວາມໜັກແໜ້ນ ມີລີລາເປັນເອກລັກ ທີ່ພາໃຫ້ຜູ່ຟັງສງົນສົນໃຈຕິດຕາມ ຕ້ອງໄດ້ອາສັຍປະສົບການພໍສົມຄວນ. ຈະເຫັນໄດ້ຈາກການບັນເລງບົດເພງບົດດຽວ ຈາກຫຼາຍໆນັກດົນຕຣີມືອາຊີບ ຈະບໍ່ຊໍ້າກັນເລີຍ, ເພາະແຕ່ລະຄົນ ແມ່ນນຳໃຊ້ທັກສະການອອກແບບທີ່ເປັນເອກລັກຂອງຕົນເອງໃນການບັນເລງ.

3) ທັກສະການອອກແບບລູກຫຼິ້ນແລະລີລາສ່ວນຕົວ (Improvisation)

ເປັນທັກສະທີ່ໃກ້ຄຽງກັບການອອກແບບການຫຼິ້ນໄດ້ດ້ວຍຕົນເອງ ແຕ່ເປັນການເຈາະເລິກລົງໄປໃນ ແຕ່ລະຂອດ ແຕ່ລະຖ່ວງທຳນອງແລະຈັງຫວະຂອງບົດເພງ. ຕົວຢ່າງການເສີມລູກຫຼິ້ນໃສ່ລົງໄປໃນຊ່ອງຫວ່າງຂອງເພງ ເພື່ອໃຫ້ບົດເພງມີສີສັນແລະສົມບູນຂຶ້ນກວ່າເດີມ, ການປ່ຽນຂອດຈາກຂອດທຳມະດາສາມັນຂອງເພງ ໃຫ້ມີຄວາມໂດດເດັ່ນຂຶ້ນຕື່ມ, ການໄຫຼລູກສອຍໃຫ້ທຳນອງເພງ ດ້ວຍປະໂຫຍກໃໝ່ໆ, ເຫຼົ່ານີ້ ຄືທັກສະທີ່ຫຼາຍໆຄົນຍັງຄຶດບໍ່ອອກ ເພາະຕ້ອງໄດ້ອາສັຍຄວາມຮູ້ສຶກສ່ວນຕົວ ບວກກັບປະສົບການແລະຄວາມຊຳນານໃນການຫຼິ້ນເຄື່ອງດົນຕຣີຫຼາຍພໍສົມຄວນ.

4) ທັກສະໃນການປ່ຽນຣະດັບສຽງ (Key) ໄດ້ທຸກໆຣະດັບໂດຍທຳມະຊາດ

ການຫຼິ້ນເພງບົດນຶ່ງໆໄດ້ ໃນທຸກໆຣະດັບສຽງ (ໂດຍບໍ່ຕ້ອງເພິ່ງດຸມຫຼືກົນໄກ Transpose ຂອງຄີບອດມາຊ່ອຍ) ສະແດງເຖິງຄວາມຊຳນານໃນການຫຼິ້ນເຄື່ອງດົນຕຣີນັ້ນໆຢ່າງເຖິງຖອງ. ການຈື່ຈຳທຳນອງເພງ ແລະທາງເດີນຂອງຂອດຕ່າງໆຢ່າງຖືກຕ້ອງ ຮອດຂັ້ນທີ່ສາມາດຍ້າຍການບັນເລງໄປຫຼິ້ນໃນຣະດັບສຽງອື່ນໆໄດ້ຢ່າງຄ່ອງແຄ້ວ ສະແດງວ່າ ຄວາມເຂົ້າໃຈໃນທິດສະດີດົນຕຣີ ກ່ຽວກັບບັນໄດສຽງແລະການເດີນທາງຂອງກຸ່ມຂອດປະສານຕ່າງໆ ຄືພື້ນຖານທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງຄວາມສຳຄັນຂອງທັກສະດັ່ງກ່າວນີ້. ສຳລັບຄົນທົ່ວໆໄປ ທີ່ຫຼິ້ນດົນຕຣີເພື່ອຄວາມສຸກແລະຄວາມມ່ວນຊື່ນໃນວົງແຄບ ແມ່ນບໍ່ຈຳເປັນຈະຕ້ອງມີທັກສະນີ້. ແຕ່ສຳລັບນັກດົນຕຣີມືອາຊີບ ບາງຄັ້ງອາດຈະຕ້ອງໄດ້ພົບກັບສະຖານະການແບບນີ້ ເຊັ່ນ ການເສບເພງຜູ່ຊາຍໃຫ້ຜູ່ຍິງຮ້ອງ ຫຼືການຕ້ອງໄດ້ຫຼຸດຣະດັບສຽງຂອງເພງລົງ ເພື່ອໃຫ້ນັກຮ້ອງທີ່ບໍ່ແມ່ນນັກຮ້ອງອາຊີບຮ້ອງໄດ້ງ່າຍຂຶ້ນ ຫຼືການເຂົ້າຫຼິ້ນຮ່ວມກັບວົງດົນຕຣີ ທີ່ແກະເພງກັນມາຄົນລະຣະດັບ (Key), ເຫຼົ່ານີ້ ລ້ວນແຕ່ຕ້ອງອາສັຍທັກສະການປ່ຽນຣະດັບສຽງທັງສິ້ນ.

Paris, 20 ທັນວາ 2023