ເພງ “ສວນມອນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1958)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ສວນມອນ”

1) ສວນມອນແຫ່ງນີ້ ນີ້ເປັນຖານຖິ່ນສົດໃສ
ຊົມແລ້ວວິລັຍ ເຫັນໄກສຸດຕາພາຝັນ
ທ້ອງຖິ່ນລຳເນົາຍາວຢຽດ ຢຽດໄດ້ຕັ້ງສາມກິໂລນັ້ນ
ເປັນເຂດມະຫັນ ຢູ່ໃນນະຄອນ

2) ຫົນທາງກ້ຽງງາມ ຜູ່ຄົນທຽວທ່ອງໄປມາ
ແມ່ຂອງຄົງຄາ ເລື່ອນລາຫຼາກໄຫຼສູ່ຄອນ
ເຫັນໜຸ່ມສາວລົງລອຍເຫຼັ້ນ ອາບເຢັນຢອກເຍົ້າໜ້າອອນຊອນ
ນົກຜິນກັບຄອນ ເມື່ອຍາມຄ້ອຍຄໍ່າ

• ຄືນວັນເພັງ ແສງເດືອນແສງດາວສ່ອງມາ
ສຸກອຸຣາ ນະພາພາໃຈຊື່ນຊໍ່າ
ເດິກຂ້ອນຄືນ ສຽງແຄນຂັບໂອ້ໂອ່ລຳ
ສຽງຂຸ່ຍຊໍ້າເຕີມເຂົ້ານຳ ສຸກເຫຼືອລໍ້າສວນມອນແຫ່ງນີ້

3) ໃຜເຄີຍໄດ້ມາ ຕິດຕາຝັນເພີ້ເພີ້ຫາ
ເມືອແລ້ວຫວນມາ ບໍ່ເລືອນເລີກລາຫຼີກໜີ
ແມ່ນເກີດຊາດໃດຂໍຈົ່ງ ເກີດໃນຖິ່ນຖານບ້ານແຫ່ງນີ້
ເຖິງສູນຊີບພລີ ຈະບໍ່ຂໍຫ່າງ…

ໂນຕເພງ “ສວນມອນ”
ວິດີໂອໂນຕບັນເລງເພງ “ສວນມອນ”