ໂຄງສ້າງຂອງ “ຫ້ອງ” ແລະ ປະເພດຂອງເສັ້ນຂີດຫ້ອງ (Bars)…

ການບັນທຶກສຽງດົນຕຣີ ຫຼື ທຳນອງເພງ ລົງໃນໜ້າເຈົ້ຽເປັນຮູບແບບລາຍລັກອັກສອນ ແມ່ນນຳໃຊ້ພາສາດົນຕຣີຣະບົບສາກົນທີ່ຮຽກວ່າ “ໂນຕເພງ” (Solfège ຫຼື Notation) ຊຶ່ງບາງຄົນເອີ້ນວ່າ “ໂນຕໝາກຖົ່ວງອກ”.
ໂນຕເພງ ຊຶ່ງເປັນພາສາຂີດຂຽນຂອງສຽງດົນຕຣີ ມີຫຼັກການແລະກົດເກນສະເພາະຕົວຂອງມັນ ເຊັ່ນດຽວກັນກັບຫຼັກໄວຍາກອນຂອງພາສາປາກເວົ້າ.

“ໂນຕເພງ” (Solfège – Notation) : ພື້ນຖານພາສາຂີດຂຽນຂອງດົນຕຣີ…

ໂຄງສ້າງຂອງໂນຕເພງ ແມ່ນໃຊ້ເສັ້ນຂນານ 5 ເສັ້ນເປັນບັນທັດສຳລັບຂຽນໂຕໂນຕໃສ່. ບັນທັດເສັ້ນຂນານ 5 ເສັ້ນນີ້ ເວລາອ່ານແມ່ນເລີ່ມຕົ້ນຈາກກໍ້າຊ້າຍໄປຫາກໍ້າຂວາ ແລະຈາກດ້ານເທິງລົງລຸ່ມ ຕໍ່ໆໄປ ເຊັ່ນດຽວກັບການອ່ານຕົວໜັງສືທຳມະດາ (ຍົກເວັ້ນພາສາຈີນ ຫຼືພາສາອາຣັບ ທີ່ອ່ານຂຽນຈາກກໍ້າຂວາໄປຫາກໍ້າຊ້າຍ).

ບົດເພງ ຫຼືບົດເສບດົນຕຣີບັນເລງບົດນຶ່ງໆ ເມື່ອຖືກຈົດກ່າຍລົງໃສ່ໜ້າເຈັ້ຽແລ້ວ ເວລາອ່ານ ຫຼືເສບດ້ວຍເຄື່ອງດົນຕຣີໃດນຶ່ງ ຈະມີເຄື່ອງໝາຍທີ່ບົ່ງບອກໃຫ້ຮູ້ລ່ວງໜ້າ ວ່າຖ່ວງທຳນອງຂອງເພງ ຕ້ອງອ່ານຫຼືປະຕິບັດ ດ້ວຍຄວາມໄວຊ້າໃນຣະດັບໃດ? ເພາະຄຸນສົມບັດຂອງເພງທີ່ສະແດງອອກມາ ໃຫ້ຮູ້ສຶກເຖິງອາຣົມຕ່າງໆ ແມ່ນມີຄວາມພົວພັນຢ່າງແໜ້ນແຟ້ນກັບຄວາມໄວຊ້າຂອງທຳນອງເພງ ຊຶ່ງຮຽກວ່າ ຈັງຫວະ.

ໂຄງສ້າງພື້ນຖານຂອງບັນທັດ 5 ເສັ້ນທີ່ໃຊ້ຂຽນໂນຕເພງ ຈະຖືກແບ່ງເປັນພາກສ່ວນນ້ອຍໆ ເປັນໄລຍະສມໍ່າສເມີ ເອີ້ນວ່າ “ຫ້ອງ” (Bar, Mesure).

“ຫ້ອງ” ນອກຈາກຊ່ວຍເຮົາໃຫ້ສາມາດຈຳແນກວັກຕອນຕ່າງໆຂອງເພງ ຍັງມີໜ້າທີ່ບົ່ງບອກແລະບັງຄັບການໄປໜ້າ, ຖອຍຫຼັງ, ຊໍ້າຄືນ, ໂດດຂ້າມ, ຢຸດພັກຊົ່ວຄາວ ແລະອື່ນໆອີກ. ໄລຍະຫ່າງ ຫຼືຄວາມກວ້າງຍາວຂອງແຕ່ລະຫ້ອງ ບໍ່ມີຄວາມສຳຄັນ. ຈຳນວນຂອງໂຕໂນຕທີ່ບັນຈຸໃນແຕ່ລະຫ້ອງ ເປັນຫຼັກທີ່ຕ້ອງຄຳນຶງແລະຄຳນວນ.

ຕົວຢ່າງ “ຫ້ອງ” ແລະເສັ້ນຂີດຫ້ອງປະເພດຕ່າງໆ :

ເສັ້ນຂີດຫ້ອງ “ຊ້ອນສອງ” ຫຼື “ຂີດຄຸ່” ແລະເສັ້ນຂີດຫ້ອງ “ຈໍ້າເມັດ” ໃຊ້ໄວ້ບົ່ງບອກແລະຈຳແນກ ວັກຕອນສຳຄັນຕ່າງໆຂອງບົດເພງ, ຕົວຢ່າງເວລາ ເລີ່ມຕົ້ນ ຫຼີ ສິ້ນສຸດຂອງວັກຕອນໃດນຶ່ງ… ຫຼື ເມື່ອເວລາມີການປ່ຽນຣະດັບສຽງ (ປ່ຽນ Key) ຂອງເພງ.

ເສັ້ນຂີດຫ້ອງ “ຊໍ້າຄືນ” ຫຼື “ລຶ້ມຄືນ” ບົ່ງບອກວ່າທ່ອນທີ່ຢູ່ໃນຣະຫວ່າງ 2 ເຄື່ອງໝາຍຂີດຫ້ອງນີ້ ຕ້ອງໄດ້ລຶ້ມຄືນສອງເທື່ອ. ດັ່ງຕົວຢ່າງລຸ່ມນີ້ ເມື່ອອ່ານແຕ່ຕົ້ນມາເຖິງ ຫ້ອງທີ່ 4, ແມ່ນໃຫ້ກັບຄືນໄປເລີ່ມໃໝ່ມາຈາກຫ້ອງທີ່ 2 ແລ້ວສືບຕໍ່ການອ່ານຕໍ່ໆໄປ.

ເສັ້ນຂນານທີ່ມີ 2 ເສັ້ນຊ້ອນກັນ (1 ເສັ້ນບາງແລະ 1 ເສັ້ນໜາ) ແມ່ນບອກວ່ານີ້ແມ່ນຈຸດຈົບຂອງບົດເພງ.

ເສັ້ນຂນານທີ່ໃຊ້ຂີດແບ່ງແຍກ ບົດບັນທັດ 5 ເສັ້ນໃຫ້ເປັນຫ້ອງ, ສາມາດຂີດຜ່ານໄປສູ່ບັນທັດ 5 ເສັ້ນດ້ານລຸ່ມ ຖ້າຫາກເປັນບັດທັດຄູ່ ຫຼື ບັນທັດຮວມກຸ່ມ ຊຶ່ງໝາຍເຖິງການເສບບັນເລງຕ້ອງໄດ້ດຳເນີນໄປພ້ອມໆກັນ (ເປັນວົງດົນຕຣີ) ຫຼື ສະເພາະພິເສດໃຫ້ເຄື່ອງດົນຕຣີທີ່ຮຽກວ່າ “ປ່ຽນໂນ” (Piano) ຊຶ່ງມີສອງບັນທັດ ສຳລັບສອງມືທີ່ເຮັດວຽກພ້ອມກັນ : ບັນທັດເທິງສຳລັບມືຂວາ ແລະບັນທັດລຸ່ມສຳລັບມືຊ້າຍ.

(ກະຣຸນາຕິດຕາມໃນບົດຕໍ່ໆໄປ…)

Paris, 08 ພຶສະຈິກາ 2023