ຣະບົບການຂອງເອກສານ MIDI & ເອກສານ Styles (ຈັງຫວະຄີບອດ)

◆ ຣະບົບການຂອງ MIDI

ຫ້ອງອັດສຽງສ່ວນຕົວ (Home Studio)

ຣະບົບ MIDI ຕາມຈິງແລ້ວ, ເປັນສິ່ງທີ່ໄດ້ພາໃຫ້ບັນດາຫ້ອງອັດເພງຢູ່ເຮືອນ (Home Studio) ມີການແຜ່ຂຍາຍແລະຈະເຣີນກ້າວໜ້າ ອັນພາໃຫ້ບຸກຄົນທົ່ວໄປສາມາດເຂົ້າເຖິງໄດ້. ພໍພຽງແຕ່ປະກອບດ້ວຍຄອມແລະໂປຣແກຣມອັດສຽງ ທີ່ຮຽກວ່າ Sequencer, ນັກດົນຕຣີສາມາດບັນທຶກຜົນງານທີ່ຊັບຊ້ອນໄດ້ດ້ວຍຕົນເອງ, ເກັບບັນທຶກແລະເປີດຜົນງານຕາມພາຍຫຼັງຜ່ານຣະບົບ MIDI ເມື່ອເຊື່ອມຕໍ່ກັບເຄື່ອງດົນຕຣີທັງໝົດເຂົ້າດ້ວຍກັນ.

ໂປຣແກຣມ Sequencer ປະຕິບັດງານ ຄ້າຍຄືເຄື່ອງອັດສຽງເປັນມ້ວນເທັບທີ່ມີຫຼາຍໆຊ່ອງ (Multitracks Tape Recorder,) ແລະມັນອັດສຽງເປັນຣະບົບດິຈິຕອນ. ຖ້າທ່ານມີໂປຣແກຣມທີ່ມີ 24 ຊ່ອງ, ທ່ານສາມາດຄວບຄຸມ 24 ເຄື່ອງເສບ ຫຼື 24 ສຽງຮ້ອງແຕກຕ່າງກັນ. ພາກສ່ວນສັ້ນໆຂອງດົນຕຣີ (Patterns) ສາມາດໃຊ້ປະກອບເປັນເພງໄດ້ຢ່າງເສຣີ. ທ່ອນທີ່ມີການຫຼິ້ນຊໍ້າຮອຍ (Loops) ສາມາດນຳມາຫຼິ້ນຄືນໄດ້ເທົ່າທີ່ທ່ານຕ້ອງການ ແລະຄວາມຜິດພາດສາມາດແກ້ໄຂໄດ້ຢ່າງງ່າຍດາຍ.

ເມື່ອບົດເພງສຳເລັດຮູບແລ້ວ, ທ່ານສາມາດທຳການເກັບບັນທຶກລົງໃນໜ່ວຍຄວາມຈຳ (Hard Disk) ຫຼືບັນທຶກລົງໃນມ້ວນເທັບ Master ໄດ້ (ຕົວຢ່າງແຜ່ນ CD). ນັກດົນຕຣີບໍ່ຕ້ອງເສັຽເວລາກັບການອັດສຽງທັບກັນຢ່າງຊໍ້າຊາກ ແລະສູນເສັຽຄຸນພາບຂອງສຽງ, ເພາະຣະບົບສຽງຖືກອັດໂດຍກົງຈາກຕົ້ນສຽງເລີຍ. ແລະສິ່ງນີ້ ສາມາດປະຕິບັດການໄດ້ຢ່າງຊໍ້າແລ້ວຊໍ້າເລົ່າ ແລະສາມາດທຳການແກ້ໄຂໄດ້ຕາມຕ້ອງການຢ່າງບໍ່ມີສິ້ນສຸດ !

ນອກເໜືອຈາກຣະບົບ MIDI, ໂປຣແກຣມອັດເພງໃນທຸກມື້ນີ້ ເຊັ່ນ Cubase ຫຼື Pro Tools, ມີຄວາມສາມາດອັດສຽງ, ດັດແປງແກ້ໄຂ ແລະເກັບບັນທຶກສຽງເປັນຣະບົບ Audio (Wav Files) ໄດ້ໂດຍກົງອີກດ້ວຍ. ຄ່າກຳນົດການສ່ວນຕົວຕ່າງໆ ດັ່ງເຊັ່ນ ຈັງຫວະຄວາມໄວຊ້າ (Tempo) ຫຼືຣະດັບຄວາມດັງຂອງສຽງ (Volume) ສາມາດໄດ້ຮັບການດັດແປງແລະແກ້ໄຂຕາມຄວາມຕ້ອງການ. ແມ້ແຕ່ສຽງປະເພດທີ່ມີການເບັດປ່ຽນຜັນຢ່າງໜັກໜ່ວງຈາກເອັຟເຟັກຕ່າງໆ ເຊັ່ນ Reverb, Compressor ຫຼືອື່ນໆ, ສາມາດດຳເນີນການໄດ້ໂດຍກົງພາຍໃນໂປຣແກຣມອັດເພງດັ່ງກ່າວມາ.

ສຣຸບຮວມແລ້ວ, ຣະບົບ MIDI ເປັນສິ່ງທີ່ໜ້າງຶດງໍ້ອີ່ຫຼີ ! ເວລານັກດົນຕຣີເປັນວົງ ມີການສະແດງສົດເທິງເວທີ, ຣະບົບ MIDI ຈະກາຍເປັນສິ່ງທີ່ໜ້າສົນໃຈ ເນື່ອງຈາກທ່ານຈະສາມາດເພີ່ມຂຍາຍຈຳນວນສຽງໃນຄີບອດຂອງທ່ານ ດ້ວຍການເຊື່ອມຕໍ່ 1 ຫຼື 2 ໂມດູລສຽງເພີ່ມເຕີມທາງພາຍນອກໄດ້. ສິ່ງເຫຼົ່ານີ້ ບໍ່ແມ່ນບັນຫາອັນໜັກໜາອີກຕໍ່ໄປ ແລະສາມາດເຮັດໄດ້ໂດຍບໍ່ຈຳເປັນທີ່ຈະຕ້ອງມີຄວາມຮູ້ທາງດ້ານຣະບົບ MIDI ອັນເລິກເຊິ່ງອີກ. ຫາກທ່ານສົນໃຈຢາກຮູ້ຂໍ້ມູນເພີ່ມເຕີມ, ບົດຂຽນແລະວິດີໂອສາທິດຂອງຫຼາຍໆນັກຊ່ຽວຊານ ແມ່ນຫາເບິ່ງໄດ້ບໍ່ຍາກເທິງສື່ມວນຊົນທາງອິນເຕີແນັຕ.

◆ ເອກສານ MIDI

ເອກສານໃນຣະບົບ MIDI Files ມີຂໍ້ດີທີ່ໜ້າຊື່ນຊົມທີ່ສຸດ ສຳລັບມືຄີບອດໂດຍສະເພາະ. ເຄື່ອງມືທີ່ສຳຄັນ ສຳລັບການຝຶກຊ້ອມ ໜ້າຈະແມ່ນຣະບົບທີ່ເອີ້ນວ່າ “Play Alongs” ຫຼື “Backing Tracks”, ຊຶ່ງເປັນບົດບັນທຶກສຽງ ທີ່ທ່ານສາມາດຫຼິ້ນຕາມໄດ້. ເປັນທີ່ແນ່ນອນວ່າ, ມັນມີ CD Audio ທີ່ມີເພງປະເພດ”Playbacks” ຢ່າງຫຼວງຫຼາຍໃນທ້ອງຕລາດ. ແຕ່ວ່າ, ບົດເພງເຫຼົ່ານີ້ ແມ່ນບໍ່ສາມາດທຳການດັດແປງແກ້ໄຂໄດ້ ມີແຕ່ສາມາດໄວ້ເປີດຫຼິ້ນຕາມຕົ້ນສະບັບເທົ່ານັ້ນ. ແລະມີສິ່ງນຶ່ງທີ່ຫຼາຍຄົນສົນໃຈຄື ທ່ານຈະບໍ່ສາມາດທຳການປ່ຽນຣະດັບສຽງຂອງເພງເຫຼົ່ານີ້ ໃຫ້ສູງຂຶ້ນຫຼືຕໍ່າລົງຕາມຄວາມຕ້ອງການໄດ້. ຕົວຢ່າງເພື່ອປ່ຽນຣະດັບຂອດທີ່ສັບສົນ ໃຫ້ເປັນຂອດແບບງ່າຍດາຍສໍາລັບມືຝຶກຫຼິ້ນໃໝ່ໆ ເປັນຕົ້ນ.

ແມ່ນບົດດົນຕຣີການບັນເລງ ທີ່ມີການຈັດແຈງແລະຮຽບຮຽງຢ່າງສົມບູນທັງໝົດ ໃຫ້ກັບຄີບອດ. ຊຶ່ງສາມາດໂອນເຂົ້າໄປໃນເຄື່ອງ ຜ່ານກະແຈ USB ຫຼືໂດຍກົງຈາກຄອມພິວເຕີ ເພື່ອເປີດຫຼິ້ນພາຍໃນຄີບອດໄດ້. ເອກສານ MIDI Files, ດັ່ງທີ່ໄດ້ກ່າວມາ, ແມ່ນບົດເພງ Semi-Playbacks (ເຄິ່ງ Playbacks). ນີ້ໝາຍຄວາມວ່າ ບົດເພງໃນຣະບົບ MIDI Files ຈະສາມາດຫຼິ້ນສຽງເຄື່ອງດົນຕຣີຂອງວົງທັງໝົດ ເຊັ່ນ ກອງ, ກິຕ້າ, ເບສ, ອໍແກນ, ເຄື່ອງເປົ່າ, ເຄື່ອງສາຍ, ແລະອື່ນໆ ໄດ້ທັງໝົດວົງ, ຍົກເວັ້ນສຽງຮ້ອງຂອງຜູ່ຂັບຮ້ອງ ຊຶ່ງບໍ່ແມ່ນຣະຫັດ MIDI ເຖິງຈະແມ່ນສຽງເປັນຣະບົບດິຈິຕອນກໍຕາມ.

ເອກສານ MIDI File ບົດນຶ່ງ ຈະໂຮມມີ 16 ຊ່ອງສຽງ, ຊຶ່ງແຕ່ລະຊ່ອງໄດ້ຖືກມອບໝາຍໃຫ້ໍຫຼິ້ນສຽງເຄື່ອງເສບໃດນຶ່ງໂດຍສະເພາະ. ບົດເພງ MIDI File ບົດນຶ່ງ ສາມາດຖືກດັດແປງແກ້ໄຂ ແລະປັບປ່ຽນຢ່າງລະອຽດໄດ້ ດັ່ງເຊັ່ນ : ຄວາມໄວຊ້າຂອງຈັງຫວະເພງ (Tempo), ຣະດັບສຽງສູງຕໍ່າ (Pitch), ຄວາມດັງຄ່ອຍແລະແຮງຂອງສຽງ (Volume), ຣະດັບເອຟເຟັກພິເສດຕ່າງໆ (Reverb, Chorus,…), ຕຳແໜ່ງຄວາມກວ້າງຂອງສຽງ (Panoramic), ປະເພດຂອງເຄື່ອງເສບບັນເລງ (Instruments) ແລະອື່ນໆອີກມາກມາຍຫຼວງຫຼາຍ… ເວລາທ່ານເປີດອ່ານບົດເພງ MIDI File ບົດນຶ່ງ, ແຕ່ລະເຄື່ອງເສບ ແມ່ນສາມາດທຳການຄວບຄຸມໃຫ້ຫຼິ້ນ ຫຼືມອດໄວ້ຊົ່ວຄາວໄດ້ຕາມໃຈປະສົງ.

ສິ່ງເຫຼົ່ານີ້ມັນເປັນໄປໄດ້ແນວໃດແທ້ ?… ຄໍາຕອບແມ່ນວ່າ ສຽງດົນຕຣີທຸກຢ່າງ ບໍ່ໄດ້ຖືກບັນທຶກໄວ້ໃນເອກສານ MIDI File ແຕ່ຢ່າງໃດເລີຍ, ມັນເປັນພຽງຣະຫັດຂໍ້ມູນກ່ຽວກັບອັນທີ່ເອີ້ນວ່າ ສຽງຂອງເຄື່ອງບັນເລງປະເພດໃດ ຈະຖືກຫຼິ້ນແລະສະແດງອາການດ້ວຍວິທີໃດ. ສຽງທີ່ທ່ານໄດ້ຍິນ, ແມ່ນສຽງທີ່ໄດ້ຮັບການປະມວນສັງເຄາະໂດຍທັນທີທັນໃດ ຈາກເຄື່ອງອຸປກອນທີ່ເປັນຕົວເກັບຄັງສຽງຈາກຄີບອດ ຫຼືຈາກອຸປກອນ MIDI ອື່ນໆທີ່ເຂົ້າໃຈຣະຫັດ MIDI ດັ່ງກ່າວ. ແລະດ້ວຍເຫດນີ້ເອງ, ສຽງຂອງບົດເພງ MIDI File ບົດນຶ່ງ ຈະເປັນຕາຟັງຫຼືບໍ່ ແມ່ນຂື້ນກັບຄຸນພາບແລະຄຸນສົມບັດຂອງອຸປກອນທີ່ທ່ານໃຊ້ໃນການປະມວນສັງເຄາະສຽງໃຫ້ເອກສານ MIDI File ນັ້ນໆ.

ສຳລັບສຽງທຳນອງຮ້ອງຂອງບົດເພງ MIDI File, ນຶ່ງໃນຈຳນວນ 16 ຊ່ອງ ຈະຖືກນຳໃຊ້ເພື່ອກຳນົດເປັນຕົວແທນຂອງສຽງຮ້ອງຫຼັກ. ໂດຍປົກກະຕິ, ທຸກໆເອກສານເພງ MIDI Files ທີ່ສົມບູນແບບຕາມຫຼັກການ ຈະມີຊ່ອງນຶ່ງຖືກມອບໝາຍໃຫ້ເປັນຕົວແທນທຳນອງຮ້ອງຂອງເພງໂດຍສະເພາະ ໃນຮູບແບບ “ສຽງດົນຕຣີບັນເລງ” ທີ່ຫຼິ້ນໂນຕທຳນອງຮ້ອງຂອງເພງ.

ພ້ອມກັນນີ້, ຣະຫັດ MIDI ພິເສດຢ່າງນຶ່ງທີ່ເອີ້ນວ່າ “Lyrics” ມັກຈະຖືກບັນທຶກໄວ້ໃນຊ່ອງທຳນອງຮ້ອງນີ້, ຊຶ່ງເມື່ອອຸປກອນທີ່ໃຊ້ອ່ານ ຫາກມີຣະບົບທີ່ປະມວນສັງເຄາະຣະຫັດນີ້ໄດ້ ກໍຈະສະແດງເນື້ອຮ້ອງຂອງເພງອອກມາເທິງໜ້າຈໍ ແລະມີການແລ່ນປາກົດໄປຕາມທຳນອງຮ້ອງຂອງເພງ ດັ່ງຣະບົບທີ່ນິຍົມເອີ້ນກັນວ່າ “Karaoke” ນັ້ນເອງ.

ເອກສານ MIDI File ມາຕຖານ Standards (SMF) ຈະສາມາດທຳການດັດແປງແກ້ໄຂໄດ້ ດ້ວຍໂປຣແກຣມປະເພດ Sequencers (ດັ່ງຕົວຢ່າງ Cubase, Logic, ຫຼືອື່ນໆ…). ໂດຍອາສັຍໂປຣແກຣມເຫຼົ່ານີ້, ທ່ານສາມາດສ້າງເອກສານເພງ MIDI File ສ່ວນຕົວໄດ້. ແລະໃນຂະນະທີ່ທຳການອ່ານເອກສານເພງ MIDI File ໃດນຶ່ງ, ທ່ານສາມາດຫຼິ້ນສຽງທໍານອງຮ້ອງ ຫຼືສຽງອື່ນໆຂອງບົດເພງ ດ້ວຍສຽງທີ່ທ່ານເລືອກຕາມໃຈ, ຫຼືຈະເອົາຕາມສຽງທີ່ຖືກກຳນົດໄວ້ໃນບົດເພງລ່ວງໜ້າແລ້ວ ກໍສາມາດປະຕິບັດການໄດ້.

ໃນທາງປະຕິບັດ, ວົງການຕລາດສໍາລັບເພງໃນຣະບົບ MIDI File ໄດ້ມີການເຕີບໃຫຍ່ແລະຂຍາຍຕົວຢ່າງກວ້າງຂວາງ ຄຽງຄູ່ກັນກັບຕລາດສຽງເພງເລີຍກໍວ່າໄດ້, ໂດຍສະເພາະແມ່ນກະແສນິຍົມເພງແບບ Karaoke ດັ່ງນີ້ເປັນຕົ້ນ. ເມື່ອບົດເພງນຶ່ງໆ ໄດ້ຖືກແປຮູບໃຫ້ເປັນເພງໃນຣະບົບ MIDI File ແລ້ວ, ເພງດັ່ງກ່າວຈະຖືກນຳມາອ່ານຫຼິ້ນໃນຄີບອດຢ່າງໄວວາ ຜ່ານການໂອນສົ່ງດ້ວຍກະແຈ USB.

◆ ຣະບົບ XG-Format MIDI

ເອກສານ MIDI File ໃນຣະບົບ XF (Extension Format), ອອກແບບໂດຍ Yamaha, ສາມາດບັນຈຸຣະຫັດພິເສດກ່ຽວກັບ “ຂອດດົນຕຣີ” ໄວ້ຄຽງຄູ່ກັນກັບຣະຫັດທຳນອງຮ້ອງຂອງເພງ (Lyrics). ຣະບົບນີ້ ກໍປາກົດມີໃນຄີບອດຂອງຍີ່ຫໍ້ອື່ນໆເຊັ່ນດຽງກັນ ແຕ່ມີຊື່ທີແຕກຕ່າງກັນ ແລ້ວແຕ່ຣະບົບການຂອງຜູ່ສ້າງເຄື່ອງດົນຕຣີ. ຕົວຢ່າງ ຣະບົບ GS (General System) ຂອງຍີ່ຫໍ້ Roland ດັ່ງນີ້ເປັນຕົ້ນ.

◆ ຣະບົບ Styles ຈັງຫວະສຳລັບຄີບອດອັຕໂນມັດ

ແມ່ນເອກສານຈັງຫວະດົນຕຣີປະກອບ ທີ່ຄວບຄຸມການຫຼິ້ນດ້ວຍມືຊ້າຍ. ຊຶ່ງໂດຍປົກກະຕິແລ້ວ ຈະແມ່ນຜ່ານການຈັບຂອດສົມບູນ, ຫຼືຜ່ານການສັງເຄາະໂດຍອັຕໂນມັດສຳລັບການຈັບຂອດແບບພຽງ 2 ນີ້ວຫຼືນີ້ວດຽວ (Single-Finger Mode, …). ໃນຄີບອດຣະດັບມືອາຊີບ, Style ຈັງຫວະນຶ່ງໆ ຈະປະກອບດ້ວຍ 8 ຊ່ອງທັງໝົດ ຊຶ່ງໄດ້ແກ່ : 2 ຊຸມກອງ, 1 ສຽງເບສ, ປໂຍກສອຍ 1 ແລະ 2, 1 ສຽງປະເພດປູພື້ນ, 2 ເຄື່ອງທີ່ຫຼິ້ນຂອດ (2 Drums, 1 Bass, Phrase 1-2, Pad, 2 Chords) ແລະທັງໝົດແມ່ນຖືກມອບໝາຍໃຫ້ໃຊ້ກັບສຽງເຄື່ອງເສບປະເພດຕ່າງໆ. Style ຈັງຫວະນຶ່ງໆ ຈະປະກອບດ້ວຍ 2 ຫຼື 4 ຈັງຫວະຫຼັກ (Main Variation), ຮວມເຖິງພາກສ່ວນຂຶ້ນຕົ້ນເພງ, ພາກສ່ວນລົວສົ່ງ, ພາກສ່ວນລົວຢຸດຈັງຫວະ, ແລະພາກສ່ວນຈົບເພງ (Intros, Fill-Ins, Break, Endings).

ດຸມເລືອກ Styles ຈັງຫວະເທິງແປ້ນຄີບອດອັຕໂນມັດຂອງ Yamaha PSR SX900
ດຸມຄວບຄຸມການຫຼິ້ນ Styles ຈັງຫວະເທິງແປ້ນຄີບອດອັຕໂນມັດຂອງ Yamaha PSR SX900

ເອກສານ Styles ຈັງຫວະປະເພດ “ຕາມເພງ” ຈະມີຣະບຽບການທີ່ອ່ອນໂຍນກວ່າເອກສານເພງ MIDI Files ທົ່ວໄປ. ພາກສ່ວນຂຶ້ນຕົ້ນເພງ, ລົງເພງ ແລະພາກສ່ວນຫຼັກ (Intros, Endings, Main Variation) ຈະກົງກັບໂຄງຮ່າງຂອງບົດເພງຕົ້ນສະບັບ (ເຊັ່ນ ທ່ອນແຍກ, ວັກຕອນຕ່າງໆ, …). ພາກສ່ວນອື່ນໆ ແມ່ນແລ້ວແຕ່ທ່ານຈະຫຼິ້ນຫຼືບັນເລງຕາມລຳດັບ ຫຼືຫຼິ້ນຊໍ້າຄືນຈັກເທື່ອກໍໄດ້ ຕາມໃຈປະສົງ.

◆ ອຸປກອນເສີມ

Yamaha Genos Keyboard

ຄີບອດອັຕໂນມັດຣະດັບມືອາຊີບ ຈະປະກອບດ້ວຍຄຸນລັກສະນະແລະອົງປະກອບການເພີ່ມເຕີມຢ່າງມາກມາຍ. ມີຈໍສະແດງຜົນຂນາດໃຫຍ່ ຊຶ່ງບໍ່ພຽງແຕ່ຊ່ວຍໃຫ້ການໃຊ້ງານໄດ້ດີກ່ວາເທົ່ານັ້ນ, ແຕ່ຍັງສາມາດສະແດງຂໍ້ມູນອັນມີຄ່າແກ່ຜູ່ຫຼິ້ນດົນຕຣີໄດ້ອີກດ້ວຍ. ຕົວຢ່າງເນື້ອຮ້ອງຂອງບົດເພງທີ່ທ່ານກຳລັງບັນເລງຢູ່. ຂໍ້ມູນນີ້ ສາມາດຖືກບັນທຶກໄວ້ລ່ວງໜ້າກັບຂໍ້ມູນເພງ MIDI File. ບວກກັບຣະບົບການທີ່ສາມາດເຊື່ອມຕໍ່ໜ້າຈໍວິດີໂອທາງນອກທີ່ໃຫຍ່ກວ່າໄດ້ອີກດ້ວຍ. ອຸປກອນເຫຼົ່ານີ້ ຈະມີຮູປັກສຽບ USB ເພື່ອສື່ສານແລກປ່ຽນຂໍ້ມູນກັບພາກສ່ວນພາຍນອກເຄື່ອງໄດ້. ກະແຈຄວາມຈຳ USB, ໜ່ວຍຄວາມຈຳ Hard Disk ຫຼື ເຄື່ອງເກັບຂໍ້ມູນຣະບົບ Optical, ກໍຍັງສາມາດເຊື່ອມຕໍ່ຜ່ານ USB to Device. ຮູປັກສຽບຣະບົບ USB to Host ອະນຸຍາດການເຊື່ອມຕໍ່ກັບຄອມພິວເຕີໄດ້ອີກ. ຊຶ່ງໝາຍຄວາມວ່າ ການຕັ້ງຄ່າທັງໝົດ ສາມາດທຳການປ່ຽນແປງໄດ້ສະດວກສະບາຍ.

ອຸປກອນບາງຮຸ່ນ ຍັງມີຮູປັກສຽບສຳລັບໄມຄ໌ໂຄຣໂຟນ ຫຼືສາຍ Jack ຈາກພາຍນອກໄດ້ອີກດ້ວຍ. ໜ່ວຍງານອົງປະກອບການສັງເຄາະສຽງຮ້ອງທີ່ຮຽກວ່າ “Harmonizer/Vocoder” ໃນເຄື່ອງສາມາດເພີ່ມພູນແປ້ງນົວໃຫ້ກັບສຽງຮ້ອງຂອງທ່ານ ຫຼືຄໍ Karaoke ໄດ້ເປັນຢ່າງດີ.

ຮູເຂົ້າເພີ່ມເຕີມສຳລັບສັນຍານສຽງ Audio ຈາກພາຍນອກ, ພາໃຫ້ຄີບອດຣະດັບມືອາຊີບຂອງທ່ານ ກາຍເປັນຈຸດສູນກາງຮວມແຫ່ງການບັນເທີງອັນຄົບສົມບູນ.

ແລະທ້າຍສຸດ, ເຄື່ອງອ່ານສຽງແບບ “Multi-Tracks” ໃນຕົວ ສາມາດອ່ານຫຼິ້ນສຽງໃນຣະບົບ Audio ຕ່າງໆດັ່ງເຊັ່ນ ເອກສານ WAV ຫຼື MP3, ແລະທ່ານຍັງສາມາດດັດແປງແກ້ໄຂຕາມຄວາມເໝາະສົມໂດຍການໃຊ້ພາກສ່ວນເອັຟເຟັກໃນເຄື່ອງເອງໄດ້ອີກດ້ວຍ.

◆ ເຄື່ອງຮຽບຮຽງດົນຕຣີອັຕໂນມັດແບບກະທັດຮັດ

ຕົວປະກອບເຄື່ອງຫຼິນດົນຕຣີອັຕໂນມັດ ແບບກະທັດຮັດ ສຳລັບນັກດົນຕຣີທີ່ບໍ່ແມ່ນມືຄີບອດ

ຕາມດັ່ງຊື່ທີ່ໃຊ້ຮຽກແລະສະແດງຕົວ, ຄີບອດອັຕໂນມັດຂນາດສົມບູນແບບ ທີ່ມີແປ້ນດີດປ່ຽນໂນຕິດຕົວ ແມ່ນມີໂມດູລບັນຈຸຄັງສຽງແລະຣະບົບການໃຊ້ງານອັນສົມບູນໃນຕົວ. ໃນຂະນະດຽວກັນ, ຜູ່ຜລິດບາງຍີ່ຫໍ້ ໄດ້ມີການນຳສເນີເຄື່ອງອຸປກອນພິເສດ ເພື່ອອຳນວຍຄວາມສະດວກແກ່ນັກດົນຕຣີໃນການສ້າງສັນວຽກງານອີກ. ເຄື່ອງອຸປກອນເຫຼົ່ານີ້ ຮວມເອົາກົນໄກຂອງ Sequencer ຈາກຄອມ, ຣະບົບສຳລັບອ່ານ ແລະອັດສຽງ Audio ເປັນແບບຫຼາຍໆຊ່ອງ (Audio Multitrack Recorder), ຄັງສຽງເຄື່ອງເສບ (Expander) ແລະ ຣະບົບສັງເຄາະສຽງປະສານ (Vocalist) ທັງໝົດນີ້ໃນເຄື່ອງດຽວ. ສູນຄວບຄຸມຮວມ ແມ່ນ Sequencer ເຄື່ອນທີ່ກໍວ່າໄດ້.

Sequencer ມີໜ້າທີ່ເກັບບັນທຶກຄຳສັ່ງການຄວບຄຸມ (ໂດຍທົ່ວໄປແມ່ນເປັນຣະຫັດ MIDI) ຂອງລຳດັບສຽງຕ່າງໆໃນໄລຍະເວລາທີ່ມີການກຳນົດຕາຍໂຕ ແລະສາມາດທຳການສົ່ງຄຳສັ່ງເຫຼົ່ານິ້ ກັບໄປສູ່ເຄື່ອງສັງເຄາະສຽງດ້ວຍຄວາມໄວຕາມຕ້ອງການ. ທັງສອງຂະບວນການນີ້ ແມ່ນສາມາດສັງກັດຮວມຢູ່ໃນເຄື່ອງອຸປກອນໜ່ວຍດຽວ.

ຕາມຫຼັກການນີ້, ຄຳສັ່ງຂອງການຄວບຄຸມຕ່າງໆ ສາມາດທຳການດັດແປງແກ້ໄຂ ໃນໂປຣແກຣມ Sequencer ໄດ້ (ຕົວຢ່າງ ການປ່ຽນຣະດັບສຽງ, ຄວາມຖີ່ຂອງສຽງ, ຣະດັບຄວາມຄ່ອຍແຮງ, ຄວາມສັ້ນຍາວຂອງສຽງ, ແລະອື່ນໆ…) ແລ້ວທຳການສົ່ງກັບຄືນໄປສູ່ເຄື່ອງສັງເຄາະສຽງໄດ້ດ້ວຍຫຼາຍວິທີການ. ນີ້ໝາຍຄວາມວ່າ ສັນຍານຂອງສຽງ ບໍ່ໄດ້ຖືກອັດບັນທຶກໂດຍກົງ, ແຕ່ເປັນພຽງຄຳສັ່ງການຂອງໂນຕສຽງ, ຄວາມສູງຕໍ່າຂອງໂນຕ ແລະຄວາມສັ້ນຍາວຂອງສຽງ (Note-On, Pitch & Note Length). ຄຳສັ່ງການເຫຼົ່ານີ້ ມີຂໍ້ມູນທີ່ນ້ອຍທີ່ສຸດ, ດັ່ງນີ້ ບົດເພງທີ່ມີການຮຽບຮຽງການບັນເລງອັນສັບສົນທີ່ສຸດ, ຈະມີນໍ້າໜັກເອກສານທີ່ເບົາທີ່ສຸດ ເມື່ອສົມທຽບກັບຂອງເອກສານສຽງດິຈິຕອນແບບ WAV/MP3.

128 ຄຳສັ່ງການພິເສດຂອງ MIDI, ຄຳສັ່ງການໃນຮູບການ Control Changes (CC), ຍັງທຳການສົ່ງຂໍ້ມູນອື່ນໆ ເຊັ່ນ ຣະດັບການສັ່ນຂອງສຽງ (Tremolo,Vibrato) ໄດ້ອີກດ້ວຍ. ດ້ວຍຂະບວນການເຫຼົ່ານີ້, ທ່ານຈະສາມາດນຳເຂົ້າ ຫຼືສັງເຄາະຂໍ້ມູນຂອງ Sequencer, ຈາກນັ້ນກໍສາມາດປັບປ່ຽນແລະແກ້ໄຂໄດ້ຢ່າງສົມບູນ. ໂນຕດົນຕຣີ ແມ່ນສາມາດປ້ອນການບັນທຶກໄດ້ດ້ວຍການຫຼິ້ນສົດໆ ເທິງແປ້ນຄີບອດຄວບຄຸມ (Keyboard Controller) ທີ່ເຊື່ອມຕໍ່ຈາກພາຍນອກຜ່ານສາຍ MIDI ຫຼື USB to Host, ຫຼືປະຕິບັດການໄດ້ພາຍໃນໂປຣແກຣມຈາກຄອມ ດ້ວຍເຄື່ອງສັ່ງການທີ່ຮຽກວ່າ “Mouse”.

ທ່ານສາມາດດັດແປງແລະແກ້ໄຂສິ່ງຕ່າງໆໃນຊ່ອງ MIDI ຊຶ່ງໄດ້ແກ່ ໂນຕດົນຕຣີ, ຄວາມສັ້ນຍາວຂອງໂນຕ, ຣະດັບຄວາມຄ່ອຍແຮງຂອງສຽງ, ໂທນສຽງຕ່າງໆ, ແລະອື່ນໆ… ໂມດູລອັຕໂນມັດນີ້ ຍັງສາມາດອັດແລະອ່ານສັນຍານສຽງ Audio ໄດ້ໂດຍກົງ. ຊ່ອງ Audio ເຫຼົ່ານີ້ ຈະຖືກເກັບບັນທຶກ ແລະສາມາດທຳການອ່ານຄຽງຄູ່ກັບຊ່ອງ MIDI ໄດ້.

(ກະຣຸນາຕິດຕາມບົດຕໍ່ໄປ…)

Paris, 23 ກຸມພາ 2025