ສ້າງ Style ຈັງຫວະໃຫ້ຄີບອດຈາກ Midi File – (ພາກທີ 2)

ທັກສະພື້ນຖານອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

2. ໂປຣແກຣມ MIDI Song to Style ຂອງ Yamaha

ເມື່ອເປີດໂປຣແກຣມ MIDI Song to Style ຂຶ້ນມາຄັ້ງທຳອິດ, ທ່ານຈະມີໜ້າຈໍດັ່ງເທິງນີ້.
ມັນຈະມີຊ່ອງຫວ່າງໃນໃຈກາງຈໍ ທີ່ເຊື້ອເຊີນໃຫ້ທ່ານ ຈັບແລະວາງເອກສານ MIDI File ມາໃສ່ໃນໂປຣແກຣມ.

ໂປຣແກຣມຈະທຳການສັງເຄາະເອກສານເພງ MIDI File ຂອງທ່ານທັນທີໂດຍອັຕໂນມັດເລີຍ.

ເມື່ອການສັງເຄາະໂດຍອັຕໂນມັດສິ້ນສຸດລົງ, ໂປຣແກຣມກໍຈະສະແດງຜົນອອກມາໃຫ້ເຫັນດັ່ງນີ້.

ຫຼັງຈາກທີ່ໄດ້ນຳເອົາເພງ MIDI File ເຂົ້າມາໃຫ້ໂປຣແກຣມທຳການສັງເຄາະແລ້ວ, ກ່ອນທີ່ຈະດຳເນີນງານຕໍ່ໄປ, ພວກເຮົາມາທຳຄວາມເຂົ້າໃຈກັບດຸມພື້ນຖານຕ່າງໆເທິງໜ້າຈໍຫຼັກຂອງໂປຣແກຣມນີ້ເສັຽກ່ອນ.

◆ ດຸມການຕັ້ງຄ່າໃຫ້ຄອມ ແລະການເຊື່ອມຕໍ່ກັບຄີບອດ (ດຸມສີຟ້າ)

  1. ດຸມ Easy ຊຶ່ງໝາຍເຖິງໂໝດການໃຊ້ໂປຣແກຣມແບບພື້ນຖານງ່າຍດາຍ, ອັນແມ່ນໂໝດທຳອິດເມື່ອທ່ານເຂົ້າມາໃນໂປຣແກຣມເປັນຄັ້ງທຳອິດ.
  2. ດຸມ Edit ໝາຍເຖິງໂໝດການໃຊ້ງານກັບໂປຣແກຣມແບບລະອຽດ.
  3. ດຸມ MIDI ແມ່ນສຳລັບກຳນົດວ່າ ສຽງທີ່ທ່ານຈະໄດ້ຍິນຈາກເອກສານ MIDI File ທີ່ປ້ອນໃຫ້ໂປຣແກຣມທຳການສັງເຄາະແລະຫຼິ້ນເປັນຈັງຫວະ Style, ແມ່ນດ້ວຍຄີບອດ PSR SX900 ທີ່ທຳການເຊື່ອມຕໍ່ກັບຄອມດ້ວຍສາຍ USB ພິເສດ ຊຶ່ງເຮັດທັງໜ້າທີ່ສົ່ງເອກສານດັດແປງແລ້ວ ຄືນໄປລົງໃນຄວາມຈຳຂອງຄີບອດໂດຍກົງ, ນອກຈາກນີ້ ມັນຍັງອະນຸຍາດໃຫ້ທ່ານສາມາດກົດຫຼິ້ນແປ້ນຄີບອດຂອງທ່ານ ເພື່ອບັງຄັບການພາກສ່ວນຕ່າງໆຂອງໂປຣແກຣມໄດ້ອີກດ້ວຍ.
  4. ດຸມ Settings ແມ່ນສຳລັບກຳນົດບາງອົງປະກອບແລະປະຕິກິຣິຍາຂອງໂປຣແກຣມ ພ້ອມທັງສະແດງຂໍ້ມູນກ່ຽວກັບນໍ້າໜັກຂອງເອກສານທີ່ປະຕິບັດການໃນປະຈຸບັນ.

◆ ດຸມບັງຄັບການອ່ານເພງ Midi File ທີ່ນຳເຂົ້າມາໃນໂປຣແກຣມ (ດຸມສີຂຽວ)

ເປັນດຸມທີ່ສະແດງດ້ວຍປຸ່ມມາຕຖານຕ່າງໆ ເພື່ອອ່ານເອກສານ MIDI File ຊຶ່ງໂປຣແກຣມພວມສັງເຄາະຢູ່ໃນເວລານີ້. ທ່ານສາມາດກົດ ອ່ານ, ຢຸດ, ໄປໜ້າ ແລະ ຖອຍຫຼັງໃນບົດເພງໄດ້ໂດຍການກົດໃສ່ຮູບລູກສອນຕ່າງໆໃນຈໍ.

◆ ດຸມສຳລັບບັນທຶກຫຼືໂອນສົ່ງເອກສານ Style ທີ່ມີການດັດແປງແລ້ວ (ດຸມສີແດງ)

ເປັນດຸມທີ່ໃຊ້ໃນອັນດັບສຸດທ້າຍເມື່ອການປ່ຽນແປງເພງ MIDI File ເປັນເອກສານ Style ເສັດສິ້ນລົງດ້ວຍດີດັ່ງຄວາມຄາດຫວັງຂອງທ່ານ. ຊຶ່ງຈະມີ 2 ວິທີການຄື :

  1. ເກັບບັນທຶກເອກສານ Style ລົງໃນຄອມ ເພື່ອທຳການຍ້າຍໄປໃສ່ຄີບອດຕາມພາຍຫຼັງ
  2. ຫຼືຈະທຳການໂອນສົ່ງເອກສານ Style ລົງໄປໃນຄີບອດໂດຍກົງເລີຍກໍໄດ້.

ສ່ວນສິ່ງທີ່ປາກົດອອກມາໃນພາກສ່ວນໃຈກາງຂອງໜ້າຈໍ ແມ່ນການສະແດງຜົນຂອງການສັງເຄາະໂດຍອັຕໂນມັດຈາກໂປຣແກຣມ ແລະການມອບໝາຍຂໍ້ມູນການບັນເລງເພງ MIDI File ໃຫ້ພາກສ່ວນຕ່າງໆ ທີ່ປະກອບເປັນດຸມຄວບຄຸມຈັງຫວະຂອງ Style ຊຶ່ງກົງກັບດຸມບັງຄັບການເທິງແປ້ນຄີບອດ PSR SX900 ທີ່ຮຽກວ່າ STYLE CONTROL ນັ່ນເອງ. ຕ່າງແຕ່ວ່າດຸມລົວສົ່ງທັງ 4 ຂອງກຸ່ມ MAIN VARIATION ຈະຖືກສະແດງຢູ່ທາງດ້ານລຸ່ມຂອງໝວດດຸມດັ່ງກ່າວ ແລະມີຊື່ວ່າ : FILL A, FILL-B,-FILL C ແລະ FILL D ຕາມລຳດັບ.

ໝາຍເຫດ : ສຳລັບການຕັ້ງຄ່າດ້ວຍດຸມທັງສາມກຸ່ມທີ່ກ່າວມາເບື້ອງຕົ້ນ, ໃຫ້ໄປອ່ານປຶ້ມຄູ່ມືການໃຊ້ງານຂອງໂປຣແກຣມ MIDI Song to Style ທີ່ອະທິບາຍໂດຍລະອຽດເປັນແຕ່ລະລຳດັບການ ກ່ຽວກັບການແຈ້ງການແລະການເຊື່ອມຕໍ່ຄີບອດກັບຄອມຂອງທ່ານ.

ພາບຕໍ່ໄປນີ້ ແມ່ນການປຽບທຽບດຸມຄວບຄຸມ Style Play ຂອງໂປຣແກຣມ MIDI Song to Style ກັບດຸມຄວບຄຸມ STYLE CONTROL ເທິງແປ້ນບັງຄັບການຂອງຄີບອດ PSR SX900.

ຕາມໜ້າຈໍນີ້, ດຸມລົວສົ່ງ ເທິງແປ້ນຄີບອດ PSR SX ແມ່ນຖືກສະແດງດ້ວຍໄຟທີ່ຮຸ່ງເປັນສີແດງ, ແລະໃຫ້ເຂົ້າໃຈວ່າ ພວກມັນແມ່ນດຸມອັນດຽວກັບດຸມ MAIN VARIATION ທັງ 4 ດຸມ, ຊຶ່ງທ່ານຕ້ອງກົດໃສ່ດຸມດັ່ງກ່າວເປັນຄັ້ງທີ່ສອງ ໃນຂະນະທີ່ພວກມັນພວມຫຼິ້ນຢູ່, ມັນຈະເຮັດໜ້າທີ່ເປັນດຸມລົວສົ່ງ. ດ້ວຍເຫດນີ້, ຈຳນວນດຸມຄວບຄຸມ ເທິງໂປຣແກຣມ ຈຶ່ງມີທັງໝົດ15 ດຸມ. ສ່ວນດຸມຄວບຄຸມ ເທິງຄີບອດໃນສະພາບຕົວຈິງ ຈະມີພຽງ 11 ດຸມເທົ່ານັ້ນ. ເນື່ອງຈາກວ່າ ແຕ່ລະດຸມ MAIN VARIATION ແມ່ນມີສອງໜ້າທີ່, ຄືທໍາການຫຼິ້ນເປັນ ດຸມປົກກະຕິ ແລະເປັນດຸມລົວສົ່ງ ເມື່ອມີການກົດໃສ່ດຸມດັ່ງກ່າວອີກຄັ້ງ. ນີ້ແມ່ນຄຸນນະລັກສະນະສະເພາະຕົວຂອງທຸກໆຄີບອດ Yamaha ປະເພດ Arranger.

ກັບຄືນມາສືບຕໍ່ສຶກສາເບິ່ງຜົນການສັງເຄາະໂດຍອັຕໂນມັດຂອງໂປຣແກຣມ ເມື່ອພວກເຮົາໄດ້ປ້ອນເອກສານ Midi File ເພງ “ລາກ່ອນຈາກ” ໃຫ້ມັນຄໍານວນໂດຍອັຕໂນມັດເບິ່ງ…

ຈາກໜ້າຈໍໃນໂໝດ Easy (ໂໝດງ່າຍດາຍ), ທ່ານຈະເຫັນວ່າ ໂປຣແກຣມໄດ້ສະແດງດຸມຄວບຄຸມຕ່າງໆ ທີ່ມັນໄດ້ທຳການມອບໝາຍໜ້າທີ່ໃຫ້ເປັນດຸມ Style ຕ່າງໆໂດຍອັຕໂນມັດ ພາຍຫຼັງການສັງເຄາະເອກສານເພງ Midi File; ແລະພວກເຮົາຈະສັງເກດເຫັນວ່າ ມີບາງດຸມແມ່ນບໍ່ໄດ້ຖືກມອບໝາຍໜ້າທີ່ ຊຶ່ງມັນຈະເປັນສີໝົ່ນ ທີ່ສະແດງໃຫ້ຮູ້ວ່າ ມັນຈະບໍ່ມີປະຕິກິຣິຍາໃດໆ ເມື່ອກົດຫຼິ້ນຫຼືກົດຟັງ.

ເຫດຜົນດັ່ງກ່າວນີ້ ແມ່ນເນື່ອງຈາກວ່າ, ໂປຣແກຣມ ບໍສາມາດວິເຄາະເຫັນໂນຕເພງທ່ອນໃດນຶ່ງ ຫຼືວັກໃດນຶ່ງ ໃນທັງໝົດບົດເພງ ທີ່ມີຄວາມສອດຄ່ອງ ຫຼືເໝາະສົມທີ່ຈະສາມາດມອບໝາຍໜ້າທີ່ ໃຫ້ເປັນດຸມດັ່ງກ່າວໄດ້. ດຸມເຫຼົ່ານີ້ແມ່ນໄດ້ແກ່ :
– INTRO I
– BREAK
– ENDING I, ENDING II ແລະ ENDING III
ສ່ວນດຸມອື່ນໆ ຊຶ່ງມີສີເປັນປົກກະຕິນັ້ນ, ໝາຍຄວາມວ່າ ໂປຣແກຣມໄດ້ທຳການຄັດເລືອກເອົາໂນຕໃນເພງ Midi File ຈາກວັກ ຫຼືທ່ອນໃດນຶ່ງທີມັນເຫັນວ່າ ແທດເໝາະກັບການຖືກມອບໝາຍໃຫ້ເປັນດຸມຄວບຄຸມ Style ຂອງຈັງຫວະເພງ. ດຸມຕ່າງໆ ທີ່ໂປຣແກຣມໄດ້ມອບໝາຍໜ້າທີ່ໃຫ້ຄວບຄຸມ Style ບົດເພງນີ້, ແມ່ນໄດ້ແກ່ :
– INTRO II ແລະ INTRO III
– MAIN A, B, C ແລະ D
– FILL A, B, C ແລະ D

ມາຮອດຈຸດນີ້, ພວກເຮົາຈະສາມາດກົດໃສ່ແຕ່ລະດຸມຄວບຄຸມເຫຼົ່ານີ້ ເພື່ອທຳການຟັງເບິ່ງວ່າ ການມອບໝາຍໜ້າທີ່ຄວບຄຸມແຕ່ລະຢ່າງຂອງໂປຣແກຣມ ແມ່ນແທດເໝາະແລະຖືກຕ້ອງດີຕາມຄວາມຕ້ອງການຂອງເຮົາແລ້ວຫຼືບໍ່?…

ຕົວຢ່າງ ເມື່ອທ່ານລອງກົດໃສ່ດຸມ MAIN A ເພື່ອຟັງສຽງ, ສີຂອງດຸມດັ່ງກ່າວຈະຮຸ່ງຂຶ້ນ ແລະໂປຣແກຣມຈະເປີດຈໍທີ່ສອງອອກມາທາງຂ້າງ. ໜ້າຈໍນີ້ມີຊື່ວ່າ “ກະດານຂອດ” ແລະມັນຈະສະແດງໃຫ້ເຫັນແປ້ນຄີບອດນ້ອຍໆ ສຳລັບເລືອກຫຼິ້ນຂອດອື່ນໆ ເພື່ອເປັນການສົມທຽບສຽງຂອງດຸມທີ່ກົດຫຼິ້ນຢູ່ໃນຂະນະນີ້. ດັ່ງທີ່ໄດ້ກ່າວມາໃນເບື້ອງຕົ້ນ, ດຸມທີ່ເປັນສີໝົ່ນ ຈະບໍ່ມີປະຕິກິຣິຍາໃດໆ ເພາະບໍ່ມີການມອບໝາຍໜ້າທີ່ຄວບຄຸມແຕ່ຢ່າງໃດໃຫ້ພວກມັນ.

ໝາຍເຫດ : ສຽງດົນຕຣີທີ່ທ່ານໄດ້ຍິນ ແມ່ນສຽງທາງກໍ້າຄີບອດພຸ້ນ ຊຶ່ງໄດ້ມີການເຊື່ອມຕໍ່ກັບຄອມຜ່ານສາຍ USB ແລະໄດ້ຕັ້ງຄ່າໄວ້ແລ້ວ. ທ່ານຈະບໍ່ໄດ້ຍິນສຽງໃດໆ ທີ່ດັງອອກມາຈາກຄອມເລີຍ, ເພາະມັນມີໜ້າທີ່ພຽງທຳການສົ່ງສັນຍານຣະຫັດໂນຕເພງຂອງເອກສານ Midi File ໄປສູ່ຄີບອດທາງນອກ ຊຶ່ງທຳໜ້າທີ່ປະມວນເປັນສຽງໃຫ້ພວກເຮົາໄດ້ຍິນ.ຖ້າທ່ານໃຊ້ໂປຣແກຣມໂດຍບໍ່ໄດ້ຕໍ່ຄີບອດໃສ່ຄອມ ແລະຖ້າຫາກຄອມຂອງທ່ານມີຣະບົບສັງເຄາະສຽງດົນຕຣີ ທີ່ເຂົ້າໃຈຣະຫັດພາສາ MIDI, ທ່ານອາດສາມາດໄດ້ຍິນສຽງຈັງຫວະເພງຈາກຄອມໄດ້. ແຕ່ຄຸນນະພາບຂອງສຽງເຄື່ອງບັນເລງຕ່າງໆ ອາດບໍ່ກົງກັບສຽງຕົ້ນສະບັບຂອງເພງ 100% ມັນແລ້ວແຕ່ຄຸນສົມບັດຂອງຣະບົບສັງເຄາະສຽງທີ່ມີໃນຄອມຂອງທ່ານ.

ຄຸນສົມບັດອີກຢ່າງນຶ່ງຂອງໜ້າຈໍໂໝດ Easy ນີ້ແມ່ນ ທ່ານບໍ່ພຽງແຕ່ຈະສາມາດກົດລອງຟັງສຽງຂອງດຸມຕ່າງໆໄດ້ເທົ່ານັ້ນ. ທ່ານຍັງສາມາດທຳການທົດລອງຈັບຂອດດ້ວຍຕົວທ່ານເອງໂດຍກົງ ເທິງແປ້ນຄີບອດ PSR SX900 ຂອງທ່ານອີກດ້ວຍ. ແຕ່ມັນມີເງື່ອນໄຂຢ່າງນຶ່ງຄື ທ່ານຕ້ອງມອດການໃຊ້ງານຂອງປຸ່ມ ACMP ເທິງຄີບອດໄວ້ ເວລາທ່ານຈະກົດຂອດດ້ວຍມືຊ້າຍ.

ທ່ານສາມາດກົດຂອດເທິງຄີບອດດ້ວຍມືຂວາ ເພື່ອລອງຟັງສຽງພາກສ່ວນນີ້ເຊັ່ນດຽວກັນ.

ໂປຣແກຣມສາມາດເຂົ້າໃຈຂອດທີ່ທ່ານກົດຟັງ ແລະຈະສະແດງຊື່ຂອງຂອດດັ່ງກ່າວອອກມາເທິງໜ້າຈໍ ຢູ່ໃນໂໝດ Easy ນີ້.

ວິທີການນີ້ ແມ່ນສະດວກແກ່ການທີ່ທ່ານຢາກໄດ້ຍິນສຽງຂອງຂອດທີ່ສັບສົນໃນທັນທີ. ດັ່ງຕົວຢ່າງ ຂອດ G7, ຖ້າທ່ານຈະກົດເທິງກະດານຂອດໃນໂປຣແກຣມໃນຄອມ, ທ່ານຕ້ອງໄດ້ກົດ 2 ອັນດັບການ ນັ້ນຄືຕ້ອງກົດໃສ່ພາກສ່ວນໂນຕທາງດ້ານເທິງ (G), ແລະເລືອກກົດຕົວປະກອບສຳຮອງຂອງຂອດໃສ່ຊື່ຕ່າງໆທີ່ຕ້ອງການ (7) ໃນພາກສ່ວນດ້ານຖັດລົງມາ ເມື່ອທ່ານຢາກຟັງສຽງຂອງຂອດ G7. ດ້ວຍເຫດນີ້ ການຈັບຂອດເທິງແປ້ນຄີບອດເຊື່ອມຕໍ່ກັບຄອມທາງພາຍນອກ ຈະສາມາດພາໃຫ້ທ່ານຈັບຂອດທີ່ສັບສົນໄດ້ຕາມໃຈປະສົງ ແລະໂປຣແກຣມ ທີ່ເຂົ້າໃຈຂອດທີ່ທ່ານກົດສັ່ງການ, ມັນຈະສະແດງຊື່ຂອດດັ່ງກ່າວອອກມາທັນທີທັນໃດ.

ໝາຍເຫດ : ສຳລັບຮູບຂອດ ກິຕ້າ ທີ່ໂປຣແກຣມທຳການສະແດງໃນໜ້າຈໍໂໝດ Easy ນີ້, ແມ່ນເປັນທັງດຸມທີ່ທ່ານສາມາດກົດເພື່ອທຳການປິດຈໍ “ກະດານຂອດ” ທີ່ປາກົດອອກມາໂດຍອັຕໂນມັດ ເວລາທ່ານກົດໃສ່ດຸມໃດດຸມນຶ່ງຂອງຈັງຫວະເພື່ອຟັງສຽງ. ແຕ່ຮູບການຂອງຂອດກິຕ້າໃນຈໍນີ້ ເປັນພຽງພາບເພື່ອສະແດງຊື່ຂອງຂອດທີ່ພວມຫຼິ້ນຢູ່ເທົ່ານັ້ນ, ມັນບໍ່ໄດ້ມີການສະແດງປຸ່ມທີ່ສອດຄ່ອງຕາມຊື່ຂອງຂອດສຳລັບກິຕ້າ ແຕ່ປະການໃດ (ມັນຈະຄົງປາກົດເປັນຮູບຂອດ C Major ຢູ່ຕລອດ) ເພາະມີພຽງແຕ່ຊື່ທີ່ປາກົດອອກມາຢູ່ທາງດ້ານລຸ່ມຮູບນີ້ເທົ່ານັ້ນ ທີ່ມີປະຕິກິຣິຍາຕໍ່ການສັ່ງການ.

ມາຮອດຈຸດນີ້ ຫາກທ່ານພຶງພໍໃຈແລ້ວ ກັບຈຳນວນດຸມຄວບຄຸມທີ່ໂປຣແກຣມໄດ້ສັງເຄາະໃຫ້ໂດຍອັຕໂນມັດ, ແລະທ່ານຕັດສິນໃຈຈະບັນທຶກ ຫຼືໂອນສົ່ງເອກສານ Style ນີ້ລົງໃນຄີບອດ, ທ່ານກໍຈະໄດ້ Style ຈັງຫວະທີ່ມີພຽງ 6 ດຸມ ຊຶ່ງມີ 10 ໜ້າທີ່ ດັ່ງນີ້.

ແລະເມື່ອ Style ປາກົດອອກໃນຄີບອດ, ທ່ານກໍຈະໄດ້ຮູບການ ທີ່ສະແດງໃຫ້ເຫັນດັ່ງຕໍ່ໄປນີ້…

ທ່ານຈະສັງເກດເຫັນວ່າ ດຸມທີ່ບໍ່ໄດ້ມີການມອບໝາຍໜ້າທີ່ຄວບຄຸມໃດໆ, ຈະຖືກມອດໄວ້ ແລະບໍ່ສາມາດໃຊ້ງານໄດ້. ໃນກໍຣະນີຂອງພວກເຮົາ ແມ່ນໄດ້ແກ່ດຸມ INTRO I, BREAK, ແລະທັງ 3 ດຸມຈົບເພງ ENDING I-II-III. ດຸມເຫຼົ່ານີ້ ເຖິງແມ່ນວ່າທ່ານຈະພະຍາຍາມກົດໃສ່ມັນເທິງຄີບອດ ພວກມັນກໍບໍ່ສາມາດເປີດໃຊ້ການໄດ້.

ສຳລັບຂ້າພະເຈົ້າແລ້ວ, Style ຈັງຫວະນີ້ ແມ່ນຍັງບໍ່ຄົບສົມບູນແບບ ຕາມຫຼັກການຂອງ Yamaha ເທື່ອ. ຊຶ່ງຂ້າພະເຈົ້າເຄີຍໄດ້ພົບເຫັນຜ່ານມາເລື້ອຍໆ ເວລາມີຄົນສົ່ງ Style ຈັງຫວະເພງລາວຈຳນວນນຶ່ງມາໃຫ້ຄົ້ນຄວ້າ ແມ່ນເຫັນວ່າ ຜູ່ສ້າງ ຫຼືປະກອບຈັງຫວະເພງດັ່ງກ່າວ ບໍ່ໃຫ້ຄວາມສຳຄັນຢ່າງເລິກເຊິ່ງ ຫຼືຍ້ອນຄວາມຖືເບົາເອົາງ່າຍ ຫຼືວ່າຍັງຂາດຄວາມເຂົ້າໃຈອັນຖືກຕ້ອງ ກ່ຽວກັບການສ້າງ Style ຈັງຫວະໃຫ້ຄີບອດ Yamaha ປະເພດ Arranger ໂດຍສະເພາະ.

ບາງທ່ານອາດກ່າວອ້າງວ່າ “ສຳລັບການເສບບັນເລງເພງນີ້ ມັນພຽງພໍແລ້ວ ບໍ່ຈຳເປັນທີ່ຈະຕ້ອງໄປສ້າງໃຫ້ຄົບໝົດທຸກໆດຸມໃນເຄື່ອງໃຫ້ເສັຽເວລາ ເພາະເປັນການໄຮ້ປໂຍດ !?!…” ບາງຄົນກໍອາດຈະໃຫ້ເຫດຜົນຕົວຢ່າງແນວອື່ນອີກວ່າ “ເພງໃນຈັງຫວະສາຣະວັນຂອງລາວເຮົາ ມັນມີພຽງຂອດດຽວ ຈັງຫວະດຽວ ແລະການລົວກອງສົ່ງກໍມີພຽງແນວດຽວ… ຈະໄປສ້າງເຮັດຫຍັງໃຫ້ຄົບເຕັມໝົດທຸກໆດຸມຄວບຄຸມ !?!…“

(ກະຣຸນາຕິດຕາມບົດຕໍ່ໆໄປ…)

Paris, 12 ກຸມພາ 2025