ເພງ “ທາງຮັກທາງຮ້າງ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ທາງຮັກທາງຮ້າງ”
  1. ຫົນທາງເສັ້ນນັ້ນ ທີ່ເຮົາສັນສ້າງ
    ທຸ່ມເທກຳລັງ ທຸ່ມເທພະລັງເຫື່ອແຮງໃຈ
    ຮ່ວມຈິດສ້າງສັນ ຫວັງເດີນຄຽງຄູ່ກັນໄປ
    ຊົ່ວດິນແລະຟ້າມະລາຍ ຈະຕາຍບົນເສັ້ນທາງນັ້ນ

  2. ໂອ້ທາງສວັນ ທີ່ເຮົາຝັນໃຝ່
    ທີ່ຈະຮ່ວມໃຈ ໄດ້ໄປບົນຈຸດດຽວກັນ
    ເໝືອນມີມານຮ້າຍ ຫຼືໃຜກັ່ນແກ້ງລົງທັນ
    ແຍກເຮົາໃຫ້ພາກໄກກັນ ໃຫ້ໂສກສັນທຸກວັນເສົ້າໝອງ

  3.  ໄດ້ແຕ່ເພີ້ກູ່ ຍອດຊູ້ບໍ່ຮູ້ຢູ່ໃສ
    ຈະຢູ່ຢ່າງໃດ ສຸກສົມໃຈຫຼືຈະເສົ້າໝອງ
    ສຸດຫວງຫ່ວງຫາ ທຸກໆເວລາຮໍ່າຮ້ອງ
    ຮັກເອີຍເຄີຍຄອງ ຕ້ອງຫ່າງກັນເສັຽແລ້ວຫຼືໃດ

  4. ແມ່ນອຸປສັກຮັກ ພາກເຮົາໃຫ້ຫ່າງ
    ໃຫ້ຕ່າງຮັກຮ້າງ ກໍຍັງບໍ່ອາດປ່ຽນໃຈ
    ຂໍພຽງໄດ້ຮັກ ແມ່ນເຮົາຈະພາກກັນໄກ
    ຈະຢູ່ຂອບຟ້າແດນໃດ ໃຫ້ດວງໃຈນັ້ນຈົ່ງໝັ້ນຄົງ…
ໂນຕເພງ “ທາງຮັກທາງຮ້າງ”
ວິດີໂອໂນຕບັນເລງເພງ “ທາງຮັກທາງຮ້າງ”