ເພງ “ຫາດຊາຍງາມຍາມແລງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1966)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຫາດຊາຍງາມຍາມແລງ”
  1. ສຸຣິຍາ ຕໍ່າຄ້ອຍລົງແລງ
    ສາດສ່ອງແສງ ສີທອງອາຣ່າມ
    ໝູ່ນົກກາກໍບິນ ຄືນຫາຖິ່ນເມື່ອຈວນຄໍ່າ
    ມອງດູແສນງາມ ໜັກໜາ

  2. ຫາດຊາຍງາມ ກາງຂອງຊວນທ່ຽວ
    ເມື່ອແລຫຼຽວ ວິໄລສງ່າ
    ດັ່ງເທບລົງເສກສັນ ຄູ່ວຽງຈັນຕລອດມາ
    ປວງຊົນກໍພາ ກັນລົງທ່ຽວ

  3. ເດີນ… ເລາະຕາມ ແຄມຝັ່ງຫາດຊາຍ
    ໜຸ່ມສາວນ້ອຍໃຫຍ່ ຕ່າງກໍສຸກໃຈຢູ່ໃນຄອນຂຽວ
    ສາຍລົມໂຊຍພັດ ຟອງສະບັດເປັນກຽວ
    ນໍ້າຂອງໄຫຼລ້ຽວ ໄຫຼໄປສຸດຕາ

  4. ເບິ່ງແສງທອງ ຕ້ອງຜິວນະທີ
    ຫຼາກເດັ່ນສີ ຊຶ້ງໃນໃຈຂ້າ
    ຈວນຄໍ່າລົງເທົ່າໃດ ໃຈຂ້າຍັງບໍ່ຢາກມາ
    ແຕ່ຈຳຝືນລາ ຫາດຊາຍງາມ…
ວິດີໂອໂນຕບັນເລງເພງ “ຫາດຊາຍງາມຍາມແລງ”