ເພງ “ແສບຊວງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ແສບຊວງ”

1) ເຈັບຊໍ້າໃນໃຈ ເໝືອນໄຟສຸມແກບ
ແສບຊວງຈິງໜໍເຂົາລວງເຂົາລໍ້ ໃຫ້ຕາຍໃຈນຳ
ພໍສົມໃຈແລ້ວເລີຍຖິ້ມ ເຂົາຊີມຈົນເສັຽຄວາມງາມ
ກໍ່ກັມທຳເຂັນ ໄວ້ໃຫ້

2) ນີ້ຫຼືສັນຍາ ສາບານຂອງຄົນ
ສຸດທົນທານເຫຼືອປົນເຈືອຢາພິດ ຝັງແໜ້ນພາຍໃນ
ເງິນລ້ານເງິນແສນມອບໃຫ້ ເລົ້າໂລມໂອບອ້ອມເອົາໃຈ
ແລ້ວດ້ວຍເຫດໃດ ຈຶ່ງລືມໄດ້ລົງ

• ຄົງເປັນເພາະນ້ອງ ສິ້ນສາວສິ້ນສວຍເສັຽໂສມ
ສິ້ນຣົດນິຍົມ ຈຶ່ງຫາໃໝ່ຊົມໃສສ່ອງ
ພຣະຍາແຖນເອີຍ ນັ່ງເສີຍເລີຍໜໍພຣະອົງ
ແຫຼກໝົດແລ້ວເຂົາເອົາມາສົ່ງ ເຫຼືອແຕ່ໂຄງຄວາມຮັກໜ້າຊັງ

3) ລູກຂໍອຸທອນ ສານຂອງພຣະພຣົມ
ອີກຍົມມະນາຟ້ອງຖານເຂັ່ນຂ້າ ຫົວໃຈຈົນພັງ
ໃຫ້ສານຕັດສິນລົງໂທດ ຄະດີຫ້ຽມໂຫດເຖິງຊີວັງ
ຫຼືຫວນກັບຫຼັງ ບ່ອນເຄີຍໄດ້ຊື່ນ…

ໂນຕເພງ “ແສບຊວງ”
ວິດີໂອໂນຕບັນເລງເພງ “ແສບຊວງ”