ທັກສະພື້ນຖານອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…
5. ກ່ຽວກັບ Style ຈັງຫວະຂອງຄີບອດ Yamaha
◆ Style ຈັງຫວະແມ່ນຫຍັງ ?
ຄຳວ່າ “Style” ສໍາລັບ Yamaha ໝາຍເຖິງເອກສານດິຈິຕອນ ຊຶ່ງບັນຈຸດ້ວຍຂໍ້ມູນກ່ຽວກັບການບັນເລງດົນຕຣີປະກອບເປັນວົງ ທີ່ອະນຸຍາດໃຫ້ສາມາດບັງຄັບການໄດ້ດ້ວຍຄີບອດປະເພດອັຕໂນມັດ ທີ່ຮຽກວ່າ Arranger Keyboard. ຂໍ້ມູນດັ່ງກ່າວນີ້ ແມ່ນຖືກບັນທຶກເປັນຣະຫັດໃນພາສາ MIDI ແລະແມ່ນຜູ່ຫຼິ້ນເອງ ທີ່ເປັນຜູ່ຕັດສິນໃຈວ່າຈະຫຼິ້ນສຽງປະກອບຕ່າງໆນີ້ ດ້ວຍຂອດໃດ…

◆ Style ຈັງຫວະຂອງຄີບອດ Yamaha ແມ່ນແນວໃດ ?
Styles ຈັງຫວະຂອງ Yamaha, ສາມາດຄວບຄຸມການຫຼິ້ນດ້ວຍມືຂ້າງເບື້ອງຊ້າຍໂດຍສະເພາະ (ຍົກເວັ້ນກໍຣະນີວ່າທ່ານແມ່ນຄົນ “ຂີ້ຊ້າຍ” ມາແຕ່ກຳເນີດ). ເມື່ອທ່ານກົດຂອດໃດນຶ່ງເທິງແປ້ນດີດຂອງຄີບອດ Yamaha ປະເພດ Arranger, ສຽງບັນເລງຂອງວົງດົນຕຣີຄົບວົງທັງໝົດ ຈະຫຼິ້ນເພງຕາມຂອດທີ່ທ່ານຈັບດ້ວຍມືຊ້າຍນັ້ນຢ່າງອັຕໂນມັດ.
ເອກສານ Styles ຈັງຫວະ, ອຳນວຍໃຫ້ທ່ານສາມາດນຳພາວົງດົນຕຣີຄົບວົງ ໄປກັບຄີບອດຂອງທ່ານໄດ້ທຸກແຫ່ງຫົນ, ຫຼືທຳການສ້າງສັນບົດປະພັນ ຫຼືບົດຮຽບຮຽງດົນຕຣີສຳລັບເພງ ໃນແນວທາງປະເພດຕ່າງໆຕາມຄວາມປະສົງ.
◆ ຣະບົບເອກສານດົນຕຣີ “MIDI Format” ຂອງ Yamaha ແມ່ນຫຍັງ ?
ກ່ອນອື່ນໝົດ ຕ້ອງຈຳແນກໃຫ້ໄດ້ກ່ອນວ່າ MIDI Format ແລະ MIDI File ແຕກຕ່າງກັນແນວໃດ ?
- MIDI File ໝາຍເຖິງເອກສານທີ່ເປັນບົດບັນເລງຂອງເພງໆນຶ່ງຄົບວົງ ແລະຄົບບົດ ຊຶ່ງບໍ່ມີສຽງ Audio ແຕ່ຢ່າງໃດ. ມັນບັນຈຸ ລີລາການບັນເລງເປັນໂນຕຂອງເພງດ້ວຍຣະຫັດພາສາ MIDI ຕລອດຮອດຣະຫັດຕ່າງໆທີ່ກຳນົດການແລະບົ່ງບອດບົດເພງອັນສົມບູນແບບ ແຕ່ສາມາດທຳການປ່ຽນແປງໄດ້ ເວລານຳໄປເປີດອ່ານຫຼືຫຼິ້ນດ້ວຍເຄື່ອງດົນຕຣີດິຈິຕອນທີ່ມີຄັງສຽງແລະສາມາດສັງເຄາະຣະຫັດ MIDI ຂອງເພງດັ່ງກ່າວໄດ້.
- ສ່ວນຄໍາວ່າ MIDI Format ໝາຍເຖິງເອກສານດົນຕຣີຂອງ Yamaha ໂດຍສະເພາະ ຊຶ່ງເປັນເອກສານ MIDI File ໃນຣະບົບ XF Format (ຢ່າຫຼົງກັບຄໍາວ່າ XG Format).
XF ແມ່ນພາກສ່ວນຂຍາຍຂອງຣະບົບເອກສານມາຕຖານ Standard MIDI File (SMF), ຊຶ່ງທຳການບັນທຶກຂໍ້ມູນສະເພາະຂອງບົດບັນເລງເພງໃດນຶ່ງ ດ້ວຍຣະບົບ MIDI File ໃນຮູບແບບປະເພດ Type 0. ເມື່ອທ່ານເປີດອ່ານເອກສານ MIDI File ທີ່ມີຂໍ້ມູນຣະບົບ XF ບັນຈຸຢູ່ພາຍໃນເອກສານ, ຂໍ້ມູນດັ່ງກ່າວນີ້ ຈະຖືກຫຼິ້ນແລະອ່ານເປັນພາກສ່ວນຕ່າງຫາກ ໃນຊ່ອງນຶ່ງຕ່າງຫາກ (Track) ທີ່ຮຽກວ່າຊ່ອງ XF Data, Chord Data, ຫຼື SysEx Data…
Yamaha ມີ 2 ຮູບແບບ Style Formats ອັນໄດ້ແກ່ : SFF1 ແລະ SFF2.
ຄວາມແຕກຕ່າງຂອງທັງສອງຮູບແບບນີ້ ແມ່ນຢູ່ໃນໂຄງສ້າງຂອງຣະຫັດຂໍ້ມູນທີ່ເອີ້ນວ່າ CASM Data. ຣະຫັດຂໍ້ມູນ CASM ທີ່ບັນຈຸຢູ່ໃນເອກສານ Style ຈະສັ່ງການໃຫ້ຄີບອດທຳການສັງເຄາະແລະປະມວນຜົນຣະຫັດ MIDI ທີມີໃນເອກສານ Style ທີ່ເປີດຫຼິ້ນດັ່ງກ່າວ. ຮູບແບບ SFF2 ມີ 3 ຂໍ້ມູນເພີ່ມເຕີມຊຶ່ງກຳນົດປະຕິກິຣິຍາຂອງໂນຕໃນຣະດັບຕ່າງໆ ດັ່ງ Low, Middle ແລະ High. ໃນຂະນະທີ່ຮູບແບບ SFF1 ຈະມີການຕັ້ງຄ່າຂໍ້ມູນທົ່ວໄປໃຫ້ໂນຕໃນທຸກຣະດັບສຽງ ໂດຍບໍ່ຈຳແນກສຽງສູງ, ກາງ ຫຼືຕໍ່າແຕ່ຢ່າງໃດ.
ນອກຈາກນີ້, ເນື່ອງຈາກວິທີການຈັດແຈງສຽງຂອງກອງຊຸມແລະກອງເສີມ (Drums & Percussions) ມີການກຳນົດສຽງຂອງແຕ່ລະຊິ້ນຂອງກອງໃຫ້ໂນຕໃດໂນຕນຶ່ງທີ່ແຕກຕ່າງກັນ, ຊຶ່ງຕ່າງກັບສຽງເຄື່ອງບັນເລງຊະນິດອື່ນທີ່ມີສຽງໃນຮູບແບບແນວດຽວ ແຕ່ສາມາດຫຼິ້ນໄດ້ໃນຣະດັບສູງຕໍ່າແຕກຕ່າງກັນ, ຈຶ່ງຈຳເປັນຕ້ອງມີການວາງກົດຣະບຽບການພົວພັນອັນສອດຄ່ອງຣະຫວ່າງໂນຕຂອງສຽງກອງໃຫ້ເປັນຣະບຽບເອກພາບກັນດັ່ງດຽວກັນກັບສຽງເຄື່ອງບັນເລງອື່ນໆ. ໃນຂັ້ນເລີ່ມຕົ້ນ, ມັນຍັງບໍ່ຈຳເປັນທີ່ຈະຕ້ອງມີສຽງກອງຊຸມຫຼາຍຊຸດ (Drum Kit), ດັ່ງນັ້ນ ການກຳນົດພຽງ 1 ໃນ 128 Program Change ໃຫ້ກອງຊຸມຊຸດມາຕຖານທີ່ຮຽກວ່າ Standard Drum Kit ແມ່ນພໍສໍາລັບການໃຊ້ງານໄດ້ແລ້ວ. ມັນຈຶ່ງມີການກຳນົດຊ່ອງ Midi Channel 10 ໃຫ້ສຽງກອງຊຸມ ທີ່ມີໜ້າທີ່ຫຼິ້ນຈັງຫວະຂອງເພງ ແລະໃຫ້ໃຊ້ໝາຍເລກ 128 Program Numbers ສຳລັບຣະບຸສຽງເຄື່ອງເສບອື່ນໆທີ່ຫຼິ້ນໂນຕເພງ.
ໝາຍເຫດ : ຣະບົບເອກສານ Style ຂອງ Yamaha ຈະອະນຸຍາດໃຫ້ສາມາດຫຼິ້ນເພງໄດ້ແຕ່ສະເພາະໃນຣະບົບຈັງຫວະ (Time Signature) ຢ່າງນຶ່ງຢ່າງດຽວເທົ່ານັ້ນ, ຕົວຢ່າງຣະບົບຈັງຫວະ 4/4, 3/4, 2/4. Style ນຶ່ງຈະບໍ່ສາມາດບັນຈຸຣະຫັດເພງທີ່ມີຣະບົບຈັງຫວະແຕກຕ່າງກັນໄວ້ພາຍໃນເອກສານດັ່ງກ່າວໄດ້.
◆ ຣະບົບເອກສານດົນຕຣີຂອງ Yamaha

(GM) General MIDI ແມ່ນຣະບົບການທຳອິດຂອງພາສາ MIDI ສາກົນທີ່ໄດ້ຮັບການຮອງຮັບຈາກກຸ່ມອຸສາຫະກັມເຄື່ອງດົນຕຣີດິຈິຕອນເມື່ອປີ 1983. ທຸກໆເຄື່ອງດົນຕຣີ ຫຼືອຸປກອນດິຈິຕອນທີ່ມີເຄື່ອງໝາຍນີ້ ແມ່ນຈະສາມາດອ່ານແລະສັງເຄາະຣະຫັດຂອງເອກສານ Standard MIDI Files (SMF) ທີ່ໃຊ້ຄຳສັ່ງການດ້ວຍຣະບົບ GM.

(XG) EXtended General MIDI, ພັທນາໂດຍ Yamaha, ແມ່ນເອກສານ MIDI ທີ່ມີການກຳນົດເຄື່ອງເສບເພີ່ມເຕີມຈາກຣະບົບ General MIDI (GM) ຊຶ່ງມີພຽງ 128 ສຽງຂຶ້ນເປັນ 16 384 ສຽງ. ທຸກໆເຄື່ອງດົນຕຣີ ຫຼືອຸປກອນດິຈິຕອນທີ່ມີເຄື່ອງໝາຍນີ້ ຈະສາມາດອ່ານແລະສັງເຄາະຣະຫັດຂອງເອກສານ XG ແລະຂອງ GM ໄດ້ພ້ອມດຽວກັນ.

(DOC) Disk Orchestra Collection ແມ່ນຣະບົບເອກສານ MIDI ສະເພາະອີກປະເພດນຶ່ງຂອງ Yamaha. (ມັນຍັງຖືກເອີ້ນອີກຊື່ນຶ່ງວ່າ MusicSoft Collection). ທຸກໆເຄື່ອງດົນຕຣີ ຫຼືອຸປກອນດິຈິຕອນທີ່ມີເຄື່ອງໝາຍນີ້ ຈະສາມາດສັງເຄາະຣະຫັດຂອງເອກສານໃນປະເພດ MusicSoft Brands ຊຶ່ງໂດຍຮວມຈະເປັນແບບ Floppy Disk ທີ່ມີໂນຕເພງບັນຈຸໄວ້ພ້ອມ. ຣະບົບ DOC ນີ້ຈະມີໃນຄີບອດປະເພດ Arranger Piano ຂນາດໃຫຍ່ດັ່ງຮຸ່ນ Clavinova ຊຶ່ງມີເຄື່ອງອ່ານ Floppy Disk ທີ່ບັນຈຸບົດເອກສານ MIDI Files ພ້ອມດ້ວຍຣະຫັດໂນຕ Solfege ເວລາເປີດອ່ານແບບ Playback ເພື່ອຫຼິ້ນແລະບັນເລງຕາມ.

(SFF) Style File Format ແມ່ນຣະບົບເອກສານ MIDI ສະເພາະຂອງ Yamaha ຊະນິດນຶ່ງ ຊຶ່ງບັນຈຸຣະຫັດຂອງການປະກອບການບັນເລງທີ່ສາມາດຄວບຄຸມໄດ້ດ້ວຍການກົດຂອດຈາກມືກໍ້າຊ້າຍເທິງຄີບອດ. ທຸກໆເຄື່ອງດົນຕຣີ ຫຼືອຸປກອນດິຈິຕອນທີ່ມີເຄື່ອງໝາຍນີ້ ຈະສາມາດສັງເຄາະຣະຫັດຂອງເອກສານໃນປະເພດ Style File Library.

(XF) EXtended File ພັທນາໂດຍ Yamaha, ແມ່ນເອກສານ MIDI Style ອີກຊະນິດນຶ່ງ ທີ່ມີການກຳນົດຣະຫັດພິເສດໃຫ້ເຄື່ອງເສບ ເພີ່ມເຕີມຈາກຣະບົບ Standard Style File ມາຕຖານ. ມັນຈະບັນຈຸຣະຫັດເພີ່ມໃສ່ເອກສານ MIDI Format Type 0, ເປັນຕົ້ນແມ່ນຣະຫັດກ່ຽວກັບ ເນື້ອເພງ (Lyrics), ຂອດເພງ (Chords), ຣະຫັດ SysEx ແລະອື່ນໆອີກ…
ໝາຍເຫດ : ເວັ້ນເສັຽແຕ່ວ່າ ທ່ານຫາກມີຄວາມຮູ້ອັນເລິກເຊິ່ງກ່ຽວກັບຣະຫັດ XF, ຂໍແນະນຳທ່ານຢ່າທຳການດັດແປງລຳດັບເຫດການພາຍໃນເອກສານທີ່ມີຂໍ້ມູນ XF ແບບເດົາຊຸ່ມ, ບໍ່ດັ່ງນັ້ນ ເອກສານຈະບໍ່ສາມາດທຳການອ່ານໄດ້ຢ່າງສົມບູນແບບຖືກຕ້ອງ ແລະເອກສານຂອງທ່ານອາດໃຊ້ການບໍ່ໄດ້ເລິຍ!!!

(VH) Vocal Harmony for XG , ພັທນາໂດຍ Yamaha, ແມ່ນເອກສານຂຍາຍເພີ່ມຈາກຣະບົບ MIDI ມາຕຖານເພື່ອຄວບຄຸມພາກສ່ວນສຽງຮ້ອງປະສານໂດຍສະເພາະ. ຣະຫັດສັ່ງການຂອງ VH ນີ້ຈະຖືກບັນຈຸໄວ້ພາຍໃນເອກສານ Standard MIDI Files ບາງປະເພດ. ຣະຫັດສັ່ງການ VH ນີ້ຈະເຮັດໜ້າທີ່ເປີດການໃຊ້ງານຂອງຣະບົບສຽງຮ້ອງປະສານທີ່ຮຽກວ່າ Vocal Harmonizer ໃນເຄື່ອງເວລາທຳການອ່ານຫຼືຫຼິ້ນເອກສານ MIDI File ດັ່ງກ່າວ.
ໝາຍເຫດ : ກ່ອນໜ້າ Yamaha 3 ປີ (1991), ບໍຣິສັດ Roland ແມ່ນໄດ້ພັທນາຣະບົບ GS (General System) ອອກມາເພື່ອເສີມຂຍາຍຣະບົບ GM ມາຕຖານແລ້ວ. ຊຶ່ງມີຄວາມແຕກຕ່າງກັນກັບຣະບົບ XG ຂອງ Yamaha (1994) ເລັກນ້ອຍທາງດ້ານການຈັດລຳດັບຊື່ເຄື່ອງເສບໃນຄັງສຽງ ແລະການກຳນົດຊ່ອງ Midi Channel ສຳລັບການບັນທຶກເພງເປັນເອກສານ MIDI Files. ດັ່ງຕົວຢ່າງ ໜ້າທີ່ຂອງສຽງເບສ (Bass) ໃນເອກສານເພງ MIDI File ແມ່ນຖືກກໍານົດໃຫ້ບັນຈຸຢູ່ໃນຊ່ອງ Midi Channel 2. ສ່ວນຂອງ Yamaha ແມ່ນບັນຈຸຢູ່ໃນຊ່ອງ Midi Channel 11.
ຣະບົບ XG ຂອງ Yamaha ໄດ້ມີການພັທນາສືບມາຢ່າງຕໍ່ເນື່ອງ ເຊັ່ນຈະມີ XG Level 1 (1994), XG Level 2 (1997), XG Level 3 (1998) ແລະ XGLite (2002).
◆ ຄວາມແຕກຕ່າງຣະຫວ່າງຣະບົບ MIDI : GM – GS – XG ແລະ GM2
ຣະບົບ GM ແມ່ນມາຕຣາການທີ່ອອກມາກ່ອນໝູ່.

ໃນເບື້ອງຕົ້ນ ປະມານປີ 1983, ຄີບອດແມ່ນບໍ່ໄດ້ມີສຽງຫຼາຍຄືທຸກມື້ນີ້, ບາງທ່ານອາດຈະໂຊກດີເຄີຍໄດ້ຊື້ຄີບອດທີ່ມີ 5 ສຽງ, 10 ສຽງ, 20 ສຽງ… ແລະຮອດປະຈຸບັນນີ້ ກໍຍັງຄົງເຫັນຄີບອດຮຸ່ນເກົ່າໆທີ່ຈ່າວຂາຍເປັນເຄື່ອງມືສອງ ຊຶງບາງໜ່ວຍມີການອວດອ້າງວ່າມີສຽງທີ່ແຕກຕ່າງກັນຫຼາຍຮອດ 100 ກວ່າສຽງ ຊຶ່ງເປັນທີ່ໜ້າງຶດງໍ້ອີຫຼີ !..
ຕໍ່ມາ ເມື່ອມີການສາມາດບັນຈຸສຽງໃສ່ໃນຄີບອດຮອດ 100 ສຽງທີ່ແຕກຕ່າງກັນ, ແລະເປັນສຽງເຄື່ອງເສບຫຼາກຫຼາຍປະເພດ ເຊັ່ນ Piano, Organ, Accordion, Guitar, Flute, Violin, Trumpet, Saxophone ແລະອື່ນໆ… ມັນກໍພາໃຫ້ນັກດົນຕຣີສາມາດເລີ່ມຕົ້ນຄຶດທຳການສ້າງແລະແບ່ງປັນເພງ MIDI Files ໃຫ້ວົງການດົນຕຣີຫຼາກຫຼາຍແນວ ເຊັ່ນ Pop, Rock, Rhythm & Blues, Country, Big Band, Symphonic ແລະອື່ນໆ…
ແຕ່ສິ່ງເຫຼົ່ານີ້ ບໍ່ມີການສອດຄ່ອງປອງດອງກັນຣະຫວ່າງຜູ່ຜລິດປະດິດສ້າງໃນແງ່ຂອງການເລືອກຈັດລຳດັບສຽງ ໃຫ້ກົງກັບຕົວເລກໃນໂປຣແກຣມທີ່ເຮັດໜ້າທີ່ບັນທຶກຣະຫັດໂນຕເພງ ຊຶ່ງພາໃຫ້ເກີດບັນຫາຂຶ້ນມາຢ່າງແທ້ຈິງ. ເນື່ອງຈາກວ່າ ເອກສານບົດເພງ MIDI File ບົດນຶ່ງ ອາດຟັງເປັນໄດ້ດີ ເມື່ອເປີດອ່ານຫຼືຫຼິ້ນຈາກເຄື່ອງຮຸ່ນໃດຮຸ່ນນຶ່ງໂດຍສະເພາະເຈາະຈົງ. ແຕ່ບົດເພງດຽວກັນນັ້ນ ກາຍເປັນວ່າຟັງບໍ່ໄດ້ດັ່ງຄາດຫວັງເລີຍ ກັບອີກເຄື່ອງອີກຮຸ່ນນຶ່ງຕ່າງຫາກ — ເຊັ່ນຕົວຢ່າງ ສຽງ Piano ກາຍເປັນສຽງ Xylophone, ສຽງ Guitar ກາຍເປັນສຽງ Tuba, ສຽງ Bass ກາຍເປັນສຽງ Flute, ຫຼືບາງສຽງກໍບໍ່ໄດ້ຍິນເລີຍ ດັ່ງນີ້ເປັນຕົ້ນ.
ດ້ວຍເຫດນີ້ ອົງການ MMA (MIDI Manufacturers Association) ຈຶ່ງໄດ້ປະຊຸມກັນແລະໄດ້ອອກມາຕຣາການເປັນມາຕຖານ ໃຫ້ມີຄວາມສັມພັນແລະສອດຄ່ອງກັນ ຣະຫວ່າງການໝາຍເລກໂປຣແກຣມ ທີ່ເອີ້ນວ່າ Program Change ແລະສຽງເຄື່ອງເສບທີ່ເລືອກກຳນົດໄວ້. ແລະດ້ວຍວ່າຣະບົບພາສາ MIDI ຖືກປະດິດສ້າງຂຶ້ນມາໃນຣະບົບດິຈິຕອນທີ່ເກັບຣະຫັດເປັນ Bits ແລະ Bytes, ພາໃຫ້ສາມາດກຳນົດຄ່າທີ່ແຕກຕ່າງກັນໄດ້ຮອດ 128 ຄ່າ. ດ້ວຍເຫດນີ້ ທາງອົງການ MMA ຈຶ່ງໄດ້ຈັດມາຕຣາການຣະບົບ GM ອອກມາ ຊຶ່ງກຳນົດໃຫ້ມີບັນຊີສຽງເຄື່ອງເສບໄດ້ຮອດ 128 ຢ່າງແຕກຕ່າງກັນ. ທ່ານຈື່ໄດ້ຫຼືບໍ່ວ່າໃນສມັຍນັ້ນ, ການມີສຽງໃຫ້ຄີບອດຮອດ 100 ສຽງແຕກຕ່າງກັນ ຖືວ່າເປັນຄວາມສຳເຣັດທີ່ໜ້າປະທັບໃຈແລ້ວ, ເມື່ອມີມາຕຣາການເປັນມາຕຖານທີ່ສາມາດບັນຈຸສຽງທີ່ແຕກຕ່າງກັນໄດ້ຮອດ 128 ສຽງ ຈຶງເບິ່ງຄືຈັ່ງວ່າ ມັນສາມາດຄອບງຳທຸກໆພື້ນຖານຂອງຣະບຽບການນີ້ໄດ້ຢ່າງສົມບູນ.
ນອກຈາກນີ້, ເນື່ອງຈາກວິທີການຈັດແຈງສຽງຂອງກອງຊຸມແລະກອງເສີມ (Drums & Percussions) ມີການກຳນົດສຽງຂອງແຕ່ລະຊິ້ນຂອງກອງໃຫ້ໂນຕໃດໂນຕນຶ່ງທີ່ແຕກຕ່າງກັນ, ຊຶ່ງຕ່າງກັບສຽງເຄື່ອງບັນເລງຊະນິດອື່ນທີ່ມີສຽງໃນຮູບແບບແນວດຽວ ແຕ່ສາມາດຫຼິ້ນໄດ້ໃນຣະດັບສູງຕໍ່າແຕກຕ່າງກັນ, ຈຶ່ງຈຳເປັນຕ້ອງມີການວາງກົດຣະບຽບການພົວພັນອັນສອດຄ່ອງຣະຫວ່າງໂນຕຂອງສຽງກອງໃຫ້ເປັນຣະບຽບເອກພາບກັນດັ່ງດຽວກັນກັບສຽງເຄື່ອງບັນເລງອື່ນໆ. ໃນຂັ້ນເລີ່ມຕົ້ນ, ມັນຍັງບໍ່ຈຳເປັນທີ່ຈະຕ້ອງມີສຽງກອງຊຸມຫຼາຍຊຸດ (Drum Kit), ດັ່ງນັ້ນ ການກຳນົດພຽງ 1 ໃນ 128 Program Change ໃຫ້ກອງຊຸມຊຸດມາຕຖານທີ່ຮຽກວ່າ Standard Drum Kit ແມ່ນພໍສໍາລັບການໃຊ້ງານໄດ້ແລ້ວ. ມັນຈຶ່ງມີການກຳນົດຊ່ອງ Midi Channel 10 ໃຫ້ສຽງກອງຊຸມ ທີ່ມີໜ້າທີ່ຫຼິ້ນຈັງຫວະຂອງເພງ ແລະໃຫ້ໃຊ້ໝາຍເລກ 128 Program Numbers ສຳລັບຣະບຸສຽງເຄື່ອງເສບອື່ນໆທີ່ຫຼິ້ນໂນຕເພງ.

ແຕ່ຍາມໃດ ເທັກໂນໂລຈິກໍຈະເຣີນກ້າວໜ້າໄວກວ່າສເມີ. ແລະໃນບໍ່ຊ້າ ຈຳນວນສຽງ 128 ຢ່າງທີ່ຫຼິ້ນທຳນອງເພງ ບວກກັບສຽງກອງ 1 ຊຸມ ກໍບໍ່ສາມາດຕອບສນອງຄວາມພຽງພໍໃຫ້ກັບການບັນຈຸສຽງເຄື່ອງດົນຕຣີຕ່າງໆ ແລະປະເພດຂອງສຽງກອງ ທີ່ຜູ່ຜລິດສາມາດຜລິດໄດ້ຕາມຄວາມຕ້ອງການຂອງນັກດົນຕຣີໃນການສ້າງສັນຜົນງານ. ດັ່ງນັ້ນ ຜູ່ຜລິດຕ່າງໆ ຈຶ່ງເລີ່ມຊອກຫາວິທີໃນການເພີ່ມຂຍາຍມາຕຖານ GM – ໂດຍສະເພາະຢ່າງຍິ່ງແມ່ນບໍຣິສັດ Yamaha ໄດ້ພັທນາຂແນງ XG ອອກມາເສີມຂຍາຍໃຫ້ກັບມາຕຖານ GM – ແລະບໍຣິສັດ Roland ກໍໄດ້ພັທນາຂແນງຂອງຕົນອອກມາທີ່ມີຊື່ວ່າຣະບົບ GS. ການເພີ່ມຂຍາຍທັງສອງຢ່າງນີ້ໃຫ້ກັບມາຕຖານ GM, ພາໃຫ້ສາມາດມີໝວດຄັງສຽງເພີ່ມຂຶ້ນ 16 384 ສຽງ (128 x 128 ເທື່ອນັ້ນເອງ) ໂດຍແຕ່ລະສຽງຈະມີໝວດສຽງທີ່ແຕກຕ່າງອອກໄປຮອດ 128 ຊະນິດໃນປະເພດດຽວກັນ.
ສ່ວນທາງພາກປະຕິບັດການໃນເວລານັ້ນ, ຈຳນວນຄັງສຽງທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ສ່ວນມາກມີພຽງສອງສາມສຽງເທົ່ານັ້ນ. ແລະຜູ່ຜລິດແຕ່ລະຍີ່ຫໍ້ ຕ່າງກໍຕັ້ງຫຼັກການຂອງໃຜມັນ ເພື່ອກຳນົດຕົວເລກໃຫ້ຄັງສຽງທີ່ພວກເຂົາໃຊ້ກັນ ແລະບໍ່ວ່າພວກເຂົາຈະເນັ້ນໃສ່ການໃຊ້ຣະຫັດ MIDI ທີ່ຮຽກວ່າ Bank Select MSB ຫຼື Bank Select LSB ກໍຕາມ. ດັ່ງຕົວຢ່າງ, ສຳລັບສຽງຕາມມາຕຣາການ XG, Yamaha ໃຊ້ຄ່າຂອງຣະຫັດ MSB ແມ່ນ 0 ແລະໃຊ້ຄ່າຂອງຣະຫັດ LSB ທີ່ແຕກຕ່າງກັນ (128 ຄ່າ) ໃນການຈຳແນກຣະດັບຂອງຄັງສຽງ. ໃນຂະນະທີ່ຍີ່ຫໍ້ Casio ຈະນຳໃຊ້ຄ່າຂອງຣະຫັດ LSB ເປັນ 0 ໂດຍທົ່ວໄປ, ແລະໃຊ້ຄ່າຂອງຣະຫັດ MSB ທີ່ແຕກຕ່າງກັນ 128 ຄ່າເພື່ອຣະບຸຣະດັບຂອງຄັງສຽງຂອງຕົນ.
ຕາມທາງການແລ້ວ, ຄັງສຽງຍັງອະນຸຍາດໃຫ້ສາມາດກຳນົດກອງຊຸມໄດ້ຫຼາຍຊຸດ, ເພາະແຕ່ລະຊຸມແມ່ນສາມາດມີເລກໝາຍສຳລັບຄັງສຽງຂອງຕົນເອງ, ໂດຍແຕ່ລະຄັງສຽງສາມາດມີຮອດ 128 ຊຸດແຕກຕ່າງກັນ (Program Numbers). ການດຳເນີນການນີ້ ພາໃຫ້ສາມາດປົດປ່ອຍຊ່ອງ Midi Channel 10 ຊຶ່ງແຕ່ກ່ອນນີ້ຖືກກຳນົດໄວ້ສະເພາະໃຫ້ແຕ່ສຽງກອງເທົ່ານັ້ນ, ແຕ່ບັດນີ້ ແມ່ນສາມາດກຳນົດຊຸດກອງໃຫ້ຊ່ອງ Midi Channel ໃດກໍໄດ້ – ແມ່ນທັງສາມາດກຳນົດໃຫ້ຫຼາຍໆຊ່ອງໃນເວລາດຽວ – ແລະສາມາດກໍານົດສຽງເຄື່ອງເສບອື່ນໆ ໃຫ້ຊ່ອງ Midi Channel 10 ໄດ້ຕາມຕ້ອງການ.
ເນື່ອງຈາກວ່າ ສະຖານະການເບິ່ງຄືວ່າຈະເກີນການຄວບຄຸມອີກຄັ້ງ, ແລະຫຼິງເຫັນຢ່າງຊັດເຈນວ່າ ສຽງ128 ຢ່າງຂອງມາຕຣາການ GM ບວກກັບກອງຊຸມພຽງ 1 ຊຸມ, ບໍ່ສາມາດຕອບສນອງຕໍ່ຄວາມຮຽກຮ້ອງຕ້ອງການໃຊ້ຂອງນັກດົນຕຣີ, ອົງການ MMA ຈຶ່ງມີການສເນີມາຕຖານ GM2 ອອກມາເມື່ອປີ 1999. ກົດມາຕຣາການໃໝ່ນີ້ ໄດ້ມີການກຳນົດມາຕຖານຕົວເລກຫຼາຍຢ່າງ ຂອງຣະຫັດ Control Change ຊຶ່ງ Yamaha ແລະ Roland ເຄີຍໃຊ້ມາແລ້ວໃນຣະບົບ XG ແລະ GS ຂອງພວກເຂົາເຈົ້າທັງສອງຄ້າຍນີ້. ແຕ່ສິ່ງນີ້ ກໍບໍ່ສາມາດຍັບຢັ້ງ Yamaha, Roland ແລະບໍຣິສັດອື່ນໆໃນການໃຊ້ຣະບົບການຕາມທີ່ຕົນເອງໄດ້ພັທນາການມາ, ສິ່ງນີ້ໄດ້ເຮັດໃຫ້ສາມາດຣະບຸໄດ້ວ່າ ຕົວເລກຣະຫັດControl Change ທີ່ແຕກຕ່າງກັນ ໝາຍເຖິງຫຍັງແທ້ ແລະຂໍ້ຄໍາສັ່ງການຂອງ Control Change ທີ່ແຕກຕ່າງກັນນັ້ນ ຄວນນຳໄປໃຊ້ຢ່າງໃດ ໃນແງ່ຂອງຄໍາສັ່ງການຂອງຂໍ້ມູນເອກສານ. ນອກຈາກນີ້ GM2 ຍັງມີການກຳນົດສຽງເຄື່ອງດົນຕຣີແລະຊຸດກອງເພີ່ມເຕີມໃຫ້ຣະບົບການໃໝ່ນີ້ອີກດ້ວຍ.

ສຣຸບຮວມແລ້ວ, GM, GS, XG ແລະ GM2 ລ້ວນແລ້ວແຕ່ກ່ຽວພັນກັບການພະຍາຍາມກຳນົດຫຼັກການຂອງຊຸດສຽງທັງໝົດໃຫ້ເປັນມາຕຖານ ອັນໄດ້ແກ່ ສຽງ, ເຄື່ອງດົນຕຣີ, ໂປຣແກຣມ, ຫຼືຕົວເລກຣະຫັດທີ່ແຕ່ລະຜູ່ຜລິດຕ້ອງການເອີ້ນໃຊ້ງານ, ເພື່ອໃຫ້ສາມາດສ້າງເອກສານ MIDI Files ແລະຂາຍໃຫ້ນັກດົນຕຣີ ຫຼືສ້າງໂດຍນັກດົນຕຣີເພື່ອແບ່ງປັນກັບຜູ່ອື່ນ, ແລະສາມາດອ່ານຫຼິ້ນດ້ວຍໂປຣແກຣມຕ່າງໆຫຼືອຸປກອນແຕກຕ່າງກັນ ໃຫ້ໄດ້ຜົນຮັບທີ່ພຶງພໍໃຈຕາມການຄາດຫວັງ. ເມື່ອບໍຣິສັດຜູ່ຜລິດເຄື່ອງຫຼິ້ນດົນຕຣີໃດນຶ່ງ ໂຄສະນາວ່າຄີບອດຮຸ່ນໃດນຶ່ງຂອງຕົນ ມີຄວາມສາມາດຕອບສນອງຕໍ່ຣະບົບການ GM, GS, XG ຫຼື GM2 compatibles, ໝາຍຄວາມວ່າພວກເຂົາກຳລັງແຈ້ງການໃຫ້ຜູ່ໃຊ້ຮູ້ວ່າ ເຄື່ອງດົນຕຣີດັ່ງກ່າວແມ່ນສາມາດຮັບປະກັນການອ່ານຫຼິ້ນເອກສານ MIDI Files ປະເພດໃດ ເທິງຄີບອດຫຼືອຸປກອນສຽງໃດໄດ້ແດ່. ແຕ່ສ່ວນຫຼາຍແລ້ວ, ມັນແມ່ນຂຶ້ນກັບສຽງຂອງໂປຣແກຣມທີ່ທຳການເລືອກໃນເວລາບັນທຶກສຽງ, ແລະຂຶ້ນກັບຂໍ່ຄວາມສັ່ງການ MIDI ໃດດ້ວຍທີ່ຖືກນຳໃຊ້ – ໂດຍສະເພາະຂໍ້ຄຳສັ່ງການຣະຫັດ Control Change ແລະ Universal SysEx – ທີ່ຄີບອດແຕ່ລະໜ່ວຍສາມາດຈົດຈຳແລະຕອບສນອງໄດ້ເຖິງຂັ້ນໃດ.
ແນ່ນອນວ່າ, ເພື່ອຈະສາມາດຮັບປະກັນຣະດັບຄວາມເຂົ້າໃຈແລະການຕອບສນອງອັນກ້ວາງຂວາງຫຼາຍທີ່ສຸດ, ແມ່ນຕ້ອງມີຄີບອດທີ່ສາມາດຮັບຮອງການອ່ານຫຼິ້ນເອກສານ MIDI Files ທີ່ປະຕິບັດການຕາມມາຕຖານຂອງ GM, GS, XG ແລະ GM2 ຫຼາຍທີ່ສຸດເທົ່າທີ່ຈະມີແລະຈະເປັນໄປໄດ້.

(ກະຣຸນາຕິດຕາມບົດຕໍ່ໆໄປ…)
Paris, 05 ມີນາ 2025

