ເພງ “ຄົນທີ່ຟ້າລົງໂທດ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≈1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຄົນທີ່ຟ້າລົງໂທດ”
  1. ໂທ້! ຊີວິດ ຄິດມາໜ້ານ້ອຍໃຈ
    ຝາກຮັກໃຜ ກໍມີແຕ່ຜິດຫວັງ
    ສຸດຂື່ນຂົມ ຣະທົມເໝືອນດັ່ງ
    ຄົນສິ້ນທາງ ຄອຍຖ້າຈະຕາຍ

  2. ໂອ້! ຟ້າດິນ ຄົງລົງໂທດຂ້າ
    ອະນິຈາ ຂ້າໝົດຄວາມໝາຍ
    ຮັກເຄີຍຊື່ນ ຮັກເຄີຍສຸກໃຈ
    ກັບມະລາຍ ເພາະຂ້າອັບຈົນ…

  3. ຊາດກ່ອນນີ້ ຂ້າຄົງສ້າງແຕ່ກັມ
    ຈຶ່ງເຈັບຊໍ້າ ເຫຼືອແຮງຈະອົດທົນ
    ຢາກຈະຕາຍ ໄປເສັຽໃຫ້ພົ້ນ
    ເພາະເປັນຄົນ ຟ້າລົງໂທດທັນ

  4. ອີກເມື່ອໃດ ຂ້າຈຶ່ງຈະສິ້ນ
    ພົ້ນມົນທິນ ທີ່ມີມານັ້ນ
    ພົບຄວາມຮັກ ຮັກດຽວຕໍ່ກັນ
    ຈະຜູກພັນ ຊົ່ວນິຣັນດອນ…
ວິດີໂອໂນຕບັນເລງເພງ “ຄົນທີ່ຟ້າລົງໂທດ”