ເພງ “ບ້ານແມ້ວ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ບ້ານແມ້ວ”

(ສອຍ) ກູ່ລາມູ່ກີ່ວກະຈຳ ກູ່ລາມູ່ກີ່ວກະຈຳ
ເພາະມີເວນກັມ ຂໍລາໄປກ່ອນ
ລາແລ້ວ ບ້ານແມ້ວຈາກຈອນ
ຂໍລາໄປກ່ອນ ບ້ານແມ້ວຂອງເຮົາ

1) ຖິ່ນຖານບ້ານພູເຂົາ ບ້ານແມ້ວຂອງເຮົາແສນເສົ້າລາແລ້ວ
ບັດນີ້ຈຳພາກຈາກແກ່ວ ພວກເຮົາລາແລ້ວກ່ອນເຄີຍຢູ່ນຳ
ລາແລ້ວ ບ້ານກີ່ວກະຈຳ (ຊໍ້າ)
ຍ້ອນເສິກສົງຄາມ ຈຶ່ງຕ້ອງຫ່າງໄກ

2) ບ້ານແມ້ວເປັນຖິ່ນຖານ ຫົວໃຈສະທ້ານຍາມຕ້ອງຈາກໄກ
ເພາະວ່າສັດຕຣູໄພຣີ ມາຈູ່ໂຈມຕີຈຶ່ງພ່າຍໜີໄກເຈົ້າ
ໄປຄາວນີ້ຫົວໃຈ ຂ້ອຍແສນເສົ້າ (ຊໍ້າ)
ບ້ານແມ້ວຂອງເຮົາ ສູນເສົ້າມົວໝອງ

(ສອຍ)

3) ພວກເຮົາຕ້ອງພ່າຍໜີ ເພາະມານຮາວີຕີປຸ້ນພີ່ນ້ອງ
ຊາວເຂົາຕັ້ງເປັນກອງ ພັດຖິ່ນລຳພອງບໍ່ມີເຮືອນຢ້າວ
ຖືວ່າແມ້ວ ກໍແມ່ນຊາດລາວ (ຊໍ້າ)
ຈະເປັນແມ້ວຫຼືຢ້າວ ກໍລາວດຽວກັນ

4) ຂໍສິ່ງສັກສິດມາຄຸ້ມຄອງ ຢ່າໄດ້ໝົ່ນໝອງໂສກເສົ້າລຳພັນ
ລາກ່ອນຕູບນ້ອຍຕັ້ງຢູ່ ຈອມດອຍຕູບນ້ອຍເປັນຖັນ
ເມື່ອລົມພັດ ມາເຈົ້າຢ່າໄດ້ເຫຫັນ (ຊໍ້າ)
ຕູບນ້ອຍແດນສວັນ ບ້ານແມ້ວອ້າຍຂໍລາ
ລາ… ແລ້ວ… ບ້ານແມ້ວເອີຍ…

ໂນຕເພງ “ບ້ານແມ້ວ”
ວິດີໂອໂນຕບັນເລງເພງ “ບ້ານແມ້ວ”