ເພງ “ຈະຮັກໃຜດີ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ຈະຮັກໃຜດີ”

• ເອື້ອຍກໍງາມ ນ້ອງກໍງາມ ຈະຮັກໃຜດີ

1) ເອື້ອຍນັ້ນງາມ ງາມແທ້ ງາມມີສເນ
ງາມແທ້ເດ່ ຍາມຍິ້ມ ກໍຫວານຈັບໃຈ
ສອງພວງແກ້ມ ເບັ່ງບານ ເໝືອນດວງດອກໄມ້
ໜ້າຮັກໄຄ່ ໜ້າເຊີຍຊົມ ດົມແກ້ມນັ້ນ
ໄດ້ແຕ່ຄິດ ຄໍ່າຄວນ ເພີ້ຣຳພັນ
ໂອ້ຈອມຂວັນ ເຈົ້າຊ່າງງາມ ງາມທັງນໍ້າໃຈ

2) ນ້ອງກໍງາມ ເໝືອນເອື້ອຍ ງາມບໍ່ມີຜິດ
ໄດ້ແຕ່ຄິດ ບໍ່ຮູ້ ຈະຕັດສິນໃຈ
ສອງນ້ອງເອື້ອຍ ຊ່າງງາມ ງາມຄູ່ກັນໄປ
ຮັກເອື້ອຍໃຫຍ່ ຍັງນາງນ້ອຍ ຜູ່ໂສພາ
ອຸກໃຈໜັກ ເມື່ອຮັກ ມີບັນຫາ
ຍາກໜັກໜາ ເພາະສອງຄົນ ນັ້ນງາມເໝືອນກັນ

• ເອື້ອຍກໍງາມ ນ້ອງກໍງາມ ຈະຮັກໃຜດີ

ໂນຕເພງ “ຈະຮັກໃຜດີ”
ວິດີໂອໂນຕບັນເລງເພງ “ຈະຮັກໃຜດີ”