ເພງ “ພຽງນ້ອງຈາກ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ພຽງນ້ອງຈາກ”
  1. ພຽງນ້ອງຈາກລານໍ້າຕາຂ້າຕົກ
    ເຈັບຊໍ້າຣະກຳໃນອົກ ດັ່ງໄຟນະຣົກເຜົາໃຈ
    ເຫັນໜ້າທຸກວັນ ນ້ອງກໍຈາກໄປ
    ສູ່ຖິ່ນແຄວ້ນອັນແສນໄກ ຂ້ານີ້ອາລັຍອາວອນ…

  2. ຍິນສຽງອ່ອນຫວານ ນ້ອງນັ້ນເອີ້ນສັ່ງ
    ວ່ານ້ອງຂໍລາໄກຫ່າງ ຂ້າສຸດອ້າງວ້າງເພັຽອ່ອນ
    ນ້ອງຈົ່ງໂຊກດີ ເຖີດໜາງາມງອນ
    ຈາກໄປແລ້ວຢ່າລືມຂ້າກ່ອນ ຈົ່ງສັງວອນວ່າຂ້າຫ່ວງໃຍ…

  3.  ໂປຣດຄິດ ເມດຕາຂ້ານີ້ນ້ອຍນຶ່ງ
    ຈົ່ງມອງໃຈຂ້າໃຫ້ຊຶ້ງ ວ່າຫຼົງຄະນຶງພຽງໃດ
    ຄິດຢາກບອກ ວ່າຮັກກໍເກງໃຈ
    ເກັບຄວາມລັບຊ້ອນເອົາໄວ້ ດ້ວຍຂ້າອາຍຂ້າອາຍ…

  4. ສິ້ນສຽງສັ່ງລາ ນ້ອງຂ້າກໍຫ່າງ
    ສູ່ທ້ອງນະພາແສນກວ້າງ ຂ້າແລມອງຄ້າງນ້ອຍໃຈ
    ກົ້ມໜ້ານໍ້າຕາ ກໍລິນຕົກໃນ
    ໝົດທາງແລ້ວທີ່ຂ້າຈະໄດ້ ເປີດຫົວໃຈວ່າຮັກແກ້ວຕາ…
ໂນຕເພງ “ພຽງນ້ອງຈາກ”
ວິດີໂອໂນຕບັນເລງເພງ “ພຽງນ້ອງຈາກ”