ເພງ “ຢ່າຈັບປາສອງມື”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຢ່າຈັບປາສອງມື”

1) ຢ່າເລີຍ ຢ່າຄິດຈັບປາສອງມື
ຢ່າຖື ວ່າຕົນນັ້ນເກັ່ງໜັກໜາ
ຫາກຫຼຸດໄປ ເມື່ອໃດຈະເສັຽເວລາ
ມືດຽວດີກວ່າ ຜິດມາຫາໃໝ່ຍັງມີ

2) ຢ່າຫວັງ ຈະກິນເທື່ອດຽວສອງໂຕ
ຢ່າໂງ່ ຈຳຫຼາຍມັນຫຍຸ້ງບັນຊີ
ຢາກກິນປາ ທັງທີເລືອກໂຕດີໆ
ຮັບຮອງວ່າມີ ຣົດດີດັ່ງປຣາຖນາ

• ໜຸ່ມໆສາວໆ ເມື່ອຄາວຍັງຮຽນຮັກກັນ
ຈຳໄວ້ໃຫ້ໝັ້ນ ຢ່າພາກັນໂລບມາກໂລພາ
ເກີດຖືກບັ້ນຊວຍ ດິນຟ້າບໍ່ຊ່ວຍຄົງຈະຂາຍໜ້າ
ໂຕດຽວມືດຽວ ດີກວ່າຢ່າມັວຫຼົງລົມໂລກີ

3) ຢ່າຫາ ເອົາເຫົາມາໃສ່ຫົວຕົນ
ຢ່າວົນ ລົງໄປຫາອະເວຈີ
ຢ່າງົມງາຍ ຫຼາຍທາງຣະວັງໃຫ້ດີ
ຂໍເຕືອນນ້ອງພີ່ ເປັນພຽງເພງສົ່ງໃຫ້ຟັງ…

ໂນຕເພງ “ຢ່າຈັບປາສອງມື”
ວິດີໂອໂນຕບັນເລງເພງ “ຢ່າຈັບປາສອງມື”