ເພງ “ສລັກຈິດ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ສລັກຈິດ”

1) ນ້ອງຄືທຸກສິ່ງ ທີ່ອ້າຍໝາຍປຣາຖນາ
ມິ່ງຂວັນຊີວາ ຝັງໃນອຸຣາແນ່ແທ້
ເຫັນຍິງຫຼາຍລ້ານຫຼາຍໂກດ ຫົວໃຈປຣາກົດບໍ່ຢາກແລ
ຫຼົງໃຫຼພຽງແຕ່ ນ້ອງນີ້

2) ນ້ອງຄືປຣະທີບ ສ່ອງແສງແນວທາງຊີວາ
ຫຼົງໃຫຼໄປວ່າ ນ້ອງນາງເມດຕາປຣານີ
ຫວັງໃນຄວາມຮັກສູງສົ່ງ ເທບໄທ້ຂໍຈົ່ງໂປຣດຊ່ວຍທີ
ສິງໃຈຍິງທີ່ ຂ້າຮັກ

• ສລັກຈິດ ສລັກໃຈ
ສລັກຢູ່ໃນ ຣຶທັຍແໜ້ນໜັກ
ນ້ອງຄົງຮັບຮູ້ ນ້ອງຄົງຮູ້ຈັກ
ວ່າອ້າຍເຝົ້າຮັກ ຫຼົງຮັກສລັກຈິດໃຈດຽວ

3) ຫົວໃຈເພີ້ພໍ່າ ຣຳພຶງຣຳພັນໃຝ່ຫາ
ຕັ້ງໃຈໄວ້ວ່າ ຮັກຍືນຊົ່ວຟ້າແໜ້ນໜຽວ
ຮັກເຮົາຄົງຫວານຊື່ນໜັກ ແມ່ນນ້ອງບໍ່ຫັກຮັກແຫ້ງຫ່ຽວ
ຮັກດຽວແຕ່ອ້າຍ ຕລອດການ…

ໂນຕເພງ “ສລັກຈິດ”
ວິດີໂອໂນຕບັນເລງເພງ “ສລັກຈິດ”