ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

5. ການສ້າງຈັງຫວະຂອງກອງຊຸມ (Drums Channel)
ສຳລັບການສ້າງຈັງຫວະຂອງກອງຊຸມໃຫ້ຄີບອດ, ແນວທາງ “ແບບກະທັດຮັດງ່າຍດາຍ” ແມ່ນຫຼັກທີ່ຄວນປະຕິບັດ. ຢ່າສ້າງຈັງຫວະທີ່ສັບສົນເກີນໄປ ຫຼືການໃຊ້ເຄື່ອງເສບຫຼາຍຊິ້ນສ່ວນເກີນຂອບເຂດ, ເພາະຢ່າລືມວ່າ ມືກອງຜູ່ນຶ່ງ ແມ່ນມີພຽງສອງແຂນແລະສອງຂາເທົ່ານັ້ນ, ແລະລາວບໍ່ສາມາດທີ່ຈະຫຼິ້ນທຸກໆຊິ້ນສ່ວນຂອງຊຸມກອງພ້ອມກັນໄດ້ທັງໝົດ ໃນເວລາພ້ອມດຽວກັນ.
ຕາມຕົວຢ່າງຕໍ່ໄປນີ້ : ຈົ່ງເລື່ອນຍ້າຍໂນຕໃນຈັງຫວະທັງໝົດ ໄປໜ້າຫຼືຖອຍຫຼັງເລັກນ້ອຍ ຊຶ່ງຈະພາໃຫ້ເວລາຟັງມີຄວາມຮູ້ສຶກຄ້າຍກັບວ່າ ແມ່ນມືກອງທີ່ “ຫຼິ້ນສົດໆ” ເພື່ອຫຼີກລ່ຽງຮູບແບບຄວາມເປັນອັຕໂນມັຕຂອງໂປຣແກຣມສ້າງ ທີ່ເປັນແບບກົນຈັກແລະບໍ່ເປັນທຳມະຊາດ.
ໃນຫຼັກສູດນີ້, ພວກເຮົາຈະນຳໃຊ້ສັນຍາລັກຕົວເລກອ້າງອີງດັ່ງຕໍ່ໄປນີ້ :
1 – ກອງຢຽບ (Kick)
2 – ກອງແທັກ (Snare)
3 – ກອງລົວສູງ (High Tom)
4 – ກອງລົວກາງ (Mid Tom)
5 – ກອງລົວຕໍ່າ (Low Tom)
6 – ແຊ່ງ (Cymbal)
7 – ສາບເປີດ (HiHat Open)
8 – ສາບປິດ (HiHat Close).

ຈົ່ງເລີ່ມຕົ້ນດ້ວຍການບັນທຶກບັນດາໂນຕຂອງສຽງສາບປິດ (HiHat Close) ໃສ່ໃນຫ້ອງນຶ່ງ, ໂດຍໃຫ້ຄວາມດັງຂອງສຽງ (Volume) ແຕກຕ່າງກັນທັງໝົດ ແລະໃຫ້ຄວາມແຮງຂອງສຽງ (Velocity) ແກ່ບາດກ້າວໃນຕຳແນ່ງ “ຫຼັກ” ມີຄ່າສໍາຄັນກວ່າຈໍາພວກໃນບາດກ້າວ “ຍ່ອຍ” :

ຕິດຕາມດ້ວຍສຽງກອງຢຽບ (Kick) ແລະສຽງກອງແທັກ (Snare), ດັ່ງຕົວຢ່າງລຸ່ມນີ້ :

ຈົ່ງສັງເກດວ່າ ຄວາມໜັກແໜ້ນຂອງສຽງກອງຢຽບ (Kick) ໃນຕຳແນ່ງກ່ອນໜ້າບາດກ້າວທີ 3 ແມ່ນຄ່ອຍກວ່າຈຳພວກໃນຕຳແນ່ງອື່ນໆ ຊຶ່ງຮຽກວ່າ “ບາດກ້າວໜັກ”. ດັດແປງຮູບແບບຮວມ ໂດຍການປັບປ່ຽນບາງໂນຕຂອງສຽງຕ່າງໆ ດັ່ງຕົວຢ່າງລຸ່ມນີ້, ດ້ວຍການໃຫ້ບາດກ້າວໜັກ ພາຍຫຼັງຕຳແນ່ງທີ 2 ກາຍເປັນສຽງກອງແທັກ (Snare) ແລະທຳການລຶບສຽງສາບປິດ (HiHat Close) ໃນຕຳແນ່ງນີ້ອອກ :

ຫຼືຕາມແບບນີ້, ຊຶ່ງສຽງສາບເປີດ (HiHat Open) ປາກົດຢູ່ໃນທຸກຕຳແນ່ງບາດກ້າວຂອງຫ້ອງ.

ລູກລົວກອງ “Fill” ຫຼື “Break” ສາມາດລົວ “ແຕ່ສູງລົງຫາຕໍ່າ” ດ້ວຍສຽງກອງລົວ (Toms) ທັງໝົດທຸກລູກ ແລະທຳການລຶບສຽງສາບ (HiHats) ອອກໃນຂະນະທີ່ມີການລົວ. ອາດສາມາດເພິ່ມສຽງແຊ່ງ (Crash Cymbal) ໃສ່ໄດ້ອີກດ້ວຍ.

“ສຽງບອດ”, ຄືສຽງທີ່ມີຣະດັບຄວາມແຮງ (Velocity) ຕໍ່າທີ່ສຸດ, ຕົວຢ່າງສຳລັບສຽງກອງແທັກ (Snare) ສາມາດເພິ່ມໃສ່ໄດ້ດັ່ງນີ້ :

“ສຽງບອດ” ເຫຼົ່ານີ້ ຈະພາໃຫ້ເກີດຄວາມຮູ້ສຶກຫຼາຍກວ່າອາການປົກກະຕິທໍາມະດາ ເມື່ອຟັງຮວມກັບສຽງອື່ນໆໃນຫ້ອງນຶ່ງໆ.
Paris, 17 ມົກກະຣາ 2025

