“ສາຣະແລະປໂຍດຂອງດົນຕຣີ”

ດົນຕຣີ ມີປໂຍດຫຍັງແດ່?

ດົນຕຣີ ມີບົດບາດໃນຊີວິດປະຈໍາວັນຫຼາຍທີ່ສຸດ ມັນມີຄຸນຄ່າຕໍ່ຊີວິດ ບໍ່ວ່າຈະເປັນຄວາມສຸກ, ຄວາມທຸກ, ຄວາມໂສກເສົ້າ, ຄວາມໂດດດ່ຽວຫງອຍເຫງົາ ຫຼືຄວາມຮັກ ແລະຄວາມຜິດຫວັງ…


ດົນຕຣີ ແມ່ນພາສາຂອງສຽງ ທີ່ຄົນທຸກຊາດ ທຸກພາສາສາມາດເຂົ້າໃຈໄດ້ດີ ເຖິງແມ່ນວ່າພວກ​ເຮົາ​ອາດຈະບໍ່ສາມາດສົນທະນາຕໍ່ກັນແລະກັນໄດ້ກໍຕາມ ແຕ່ພວກ​ເຮົາ​ກໍສາມາດຫຼິ້ນດົນຕຣີຮ່ວມກັນໄດ້. ດົນຕຣີ ເປັນສິ່ງທີ່ຜ່ອນຄາຍຈິດໃຈຂອງມະນຸດ ສາມາດບັນເທົາຄວາມທຸກໄດ້. ດົນຕຣີ ມີປໂຍດໃນການຜ່ອນຄາຍອາຣົມ ເວ​ລາ​ທີ່​ມີ​ຄວາມ​ກົດ​ດັນ​ທາງຈິດໃຈ ມີຄວາມເຄັ່ງຄຽດແລະຮ້ອນຮົນ.​ ດົນຕຣີ ຊ່ວຍເຮັດໃຫ້ຈິດໃຈມີຄວາມເຍືອກເຢັນລົງ ເປັນເພື່ອນທີ່ດີໃນເວລາຫງອຍເຫງົາ ຊຸກຍູ້ຄວາມຮູ້ສຶກໃຫ້ມີຄວາມກ້າຫານໃນເວລາມີຄວາມຢ້ານກົວ.


ເຊັ່ນດຽວກັນກັບອາຫານທີ່ມີປໂຍດຕໍ່ຮ່າງກາຍ, ດົນຕຣີ ແມ່ນມີປະໂຫຍດຕໍ່ຈິດໃຈ ເພາະເມື່ອເຮົາຟັງເພງມ່ວນໆ ​ເຮົາ​ຈະມີ​ຄວາມ​ຮູ້​ສຶກ​ປາບປື້ມແລະອີ່ມ​ໃຈ ຄືກັນກັບເມື່ອເຮົາເຫັນສິ່ງທີ່ສວຍງາມ, ມັນເຮັດໃຫ້ຊີວິດມີຄວາມສົດຊື່ນ ແລະມີຄວາມສຸກສະບາຍໃຈ. ດົນຕຣີ ເປັນພາສາສາກົນ ຊຶ່ງພວກເຮົາສາມາດເຂົ້າໃຈເຊິ່ງກັນແລະກັນໂດຍບໍ່ມີການເລືອກເຊື້ອຊາດແລະພາສາ ມັນເປັນສື່ກາງສໍາລັບຄວາມສໍາພັນ ຄວາມເຂົ້າໃຈທີ່ດີຣະຫ່ວາງບັນດາມະນຸດທົ່ວໂລກ, ບໍ່ຈຳແນກອາຍຸ ຊັ້ນວັນນະ ແລະເຊື້ອຊາດ, ເຊິ່ງຈະເຫັນໄດ້ຈາກການຫຼີ້ນດົນຕຣີ ຣະຫວ່າງປະເທດທີ່ເວົ້າພາສາແຕກຕ່າງກັນ. ດົນຕຣີ ສະແດງເຖິງຄວາມສາມັກຄີ ແລະທີ່ສໍາຄັນທີ່ສຸດ ໂລກຂອງດົນຕຣີ ແມ່ນໂລກແຫ່ງຄວາມເປັນສັນຕິ.


ສິລະປະດົນຕຣີ ແມ່ນສ່ວນນຶ່ງທີ່ມີຄວາມສຳຄັນຫຼາຍ ທາງດ້ານສວັດດີການຂອງຄົນເຮົາ. ເປັນຄວາມຮູ້ແລະການບັນເທີງ ເປັນປະເພນີທີ່ວາງພື້ນຖານສໍາລັບຄວາມຈະເຣີນຮຸ່ງເຮືອງ ແລະເປັນຕົວແທນຂອງວັທນະທັມ ເຊິ່ງເປັນຈິນຕະນາການຮວມກັບດົນຕຣີ. ມັນມີພະລັງທີ່ສາມາດປ່ຽນແປງຄວາມໂກດແຄ້ນແລະຄວາມຄຽດແຄ້ນ ເປັນພະລັງງານໃຫ້ມີຄວາມຕັ້ງໃຈ ຄວາມມານະອົດທົນ ແລະ ຄວາມໝັ້ນໃຈໃນຕົນເອງ.


ດົນຕຣີ ເປັນພາສາສາກົນທີ່ອະນຸຍາດໃຫ້ການສື່ສານ ໄປມາຫາສູ່ກັນໄດ້ທົ່ວໂລກ ສາມາດຖ່າຍທອດຄວາມຮູ້ສຶກຂອງມະນຸດໄດ້, ດັ່ງນັ້ນຈຶ່ງເປັນສ່ວນນຶ່ງຂອງຊີວິດປະຈໍາວັນທີ່ຂາດບໍ່ໄດ້. ມະນຸດມີຄວາມຄຸ້ນເຄີຍກັບດົນຕຣີ ທັງທາງດ້ານການຮຽນຮູ້, ການສື່ສານ, ການສະແດງອອກ, ແລະການສະແດງຄວາມສາມາດ ທີ່ບຸກຄົນຄວນຈະຮຽນຮູ້. ກິຈກັມດົນຕຣີ ສາມາດຊ່ວຍປົດປ່ອຍອາຣົມ ເປັນວິທີຜ່ອນຄາຍຄວາມຕຶງຄຽດໃນເວລາເຮັດວຽກ ຫຼື ເວລາຫວ່າງ.


ສະຫຼຸບແລ້ວ, ດົນຕຣີແມ່ນເປັນກິຈກັມພັກຜ່ອນຢ່ອນອາຣົມ ທີ່ຕ້ອງໄດ້ຮວມເຂົ້າກັບສັງຄົມ ແລະເປັນສ່ວນນຶ່ງຂອງຊີວິດປະຈໍາວັນ ທີ່ມີບົດບາດໃນສ່ວນບຸກຄົນ ຊຸມ​ຊົນ​ແລະ​ປະ​ເທດ​ຊາດ.​ ມັນສາມາດເສີມຂຍາຍຣົດຊາດຂອງບຸກຄົນ, ສ້າງຄວາມມີສເນ່, ສ້າງຄຸນສົມບັດແລະສາມາດເຮັດໃຫ້ການເຮັດວຽກຂອງອະວັຍວະຕ່າງໆຂອງຮ່າງກາຍ ໃຫ້ຢູ່ໃນສະພາບກຽມພ້ອມ. ເນື່ອງຈາກວ່າໃນຂະນະທີ່ຟັງເພງ ສມອງຈະປ່ອຍຮໍໂມນ Endorphins ອອກມາເຊິ່ງເປັນສານທີ່ເຮັດໃຫ້ເກີດຄວາມສຸກທາງກາຍແລະຈິດໃຈ.
ເພາະສະນັ້ນ ຈົ່ງສັນຫາຄວາມສຸກ ດ້ວຍການຟັງເພງແລະການຮຽນຮູ້ທາງດົນຕຣີກັນເທາະ…

Paris, 22 ທັນວາ 2023