ເພງ “ດົນຈຶ່ງເຫັນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ດົນຈຶ່ງເຫັນ”

1) ດົນໆ ເຫັນກັນເທື່ອນຶ່ງ
ຈົນຕົກຕະລຶງ ມາງາມແທ້ງາມແທ້
ກ່ອນນັ້ນ ທັງດຳທັງແຫຼ້ (ຊໍ້າ)
ບັດນີ້ຍັງໄຄແດ່ ໜ້າຮັກໜ້າແພງ

2) ງາມເກີນ ຄາດໝາຍໄວ້ກ່ອນ
ຈົນອົກສະທ້ອນ ຈົນໃຈຢ້ອນແຮງໆ
ຫຼົງມັກ ຫຼົງຊົມຫຼົງແຍງ (ຊໍ້າ)
ລືມເຂົ້າສວາຍ ເຂົ້າແລງນອນສະແຄງຝັນເຫັນ

• ໃຜ ມາໝັ້ນຫຼືຍັງ
ຫຼືແຕ່ງງານ ໄປແລ້ວແຕ່ເຊັ່ນ
ນ້ອງງາມ ເໝິດມື້ເໝິດເວັນ (ຊໍ້າ)
ຜູ່ໃດມາເຫັນ ບໍ່ເປັນອັນກິນອັນນອນ

3) ເທວາ ຟ້າໃດໜໍສ້າງ
ປະດິດນ້ອງນາງ ຈຶ່ງງາມງຽບງາມງອນ
ນ້ອງສາວ ຢ່າຟ້າວໜີກ່ອນ (ຊໍ້າ)
ອ້າຍຂໍຈອງຈັກບ່ອນ ຫ້ອງຫົວໃຈນ້ອງນາງ…

ໂນຕເພງ “ດົນຈຶ່ງເຫັນ”
ວິດີໂອໂນຕບັນເລງເພງ “ດົນຈຶ່ງເຫັນ”