ເພງ “ເມືອງຊຳລຳລຶກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1964)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ເມືອງຊຳລຳລຶກ”

1) ເມືອງຊຳແດນເໜືອ ງາມເຫຼືອສຸດພັນລະນາ
ທິວທັດທ້ອງນາ ປ່າດົງທົ່ງກວ້າງງາມຍິ່ງ
ນໍ້າຊຳໄຫຼຜ່ານ ພູຜາໜ້າເພີນພັກພິງ
ງາມແທ້ຊວນຊົມທຸກສິ່ງ ງາມຈິງຈັບໃຈບໍ່ຫາຍ

2) ເມືອງຊຳເຈົ້າເອີຍ ກ່ອນເຄີຍສຸກສົມຮົ່ມເຢັນ
ຊຳເໜືອນັ້ນເປັນ ຖິ່ນຖານສຳຣານຫົວໃຈ
ສາຍັນຄ້ອຍຄໍ່າ ຢູ່ຕາມລຳນໍ້າສ່ອງໃສ
ໜຸ່ມສາວອາບເຢັນຊື່ນໃຈ ຫາໃສຈະເທົ່າເມືອງຊຳ

• ອຸດົມສົມບູນ ໄປດ້ວຍຊັບຢູ່ໃນດິນ
ຊາວເມືອງຢູ່ກິນ ກັນດ້ວຍສິນຢູ່ໃນນໍ້າ
ຄໍ່າຄືນແວ່ວແຄນ ແອ່ວແຟນນ້ອງສາວເມືອງຊຳ
ທົບທວນແລ້ວຍິ່ງສຸກລໍ້າ ໂອ້…ທັມມະຊາດເມືອງເໜືອ

3) ເມືອງຊຳເຈົ້າເອີຍ ເຖິງເຈົ້າຢູ່ແດນກັນດານ
ຍັງເໝືອນວິມານ ຕຣະການບໍ່ມີຮູ້ເບື່ອ
ເຖິງຄາວຈຳຈາກ ຈຳພາກຈາກຖິ່ນເມືອງເໜືອ
ຄິດເຖິງເມືອງຊຳທຸກເມື່ອ ບຸນເຫຼືອຈະຫວນກັບມາ…

ໂນຕເພງ “ເມືອງຊຳລຳລຶກ”
ວິດີໂອໂນຕບັນເລງເພງ “ເມືອງຊຳລຳລຶກ”