“ຄວາມຮູ້ກ່ຽວກັບທິສດີດົນຕຣີ”

ທິສດີດົນຕຣີ ມີປໂຍດຫຍັງແດ່?

ມີນັກດົນຕຣີຫຼາຍຄົນ ໂດຍທົ່ວໄປ ມັກຈະໃຫ້ຄວາມສຳຄັນກັບການເສບແລະຝຶກຫັດທາງດ້ານສີມື ຫຼາຍກ່ວາການສຶກສາຄົ້ນຄວ້າທາງດ້ານທິສດີ ເພາະທິສດີ ມັກຈະຖືເປັນເຣື່ອງຫນ້າເບື່ອ ແລະຫຍຸ້ງຍາກ ບໍ່ມີປໂຍດ ບໍ່ສາມາດນຳໄປສະແດງຄວາມສາມາດ ຕໍ່ໜ້າຜູ່ຊົມຜູ່ຟັງໄດ້. ແຕ່ຄວາມຈິງແລ້ວ ກ່ອນທີ່ຈະເປັນນັກບັນເລງທີ່ດີນັ້ນ​ຕ້ອງມີຄວາມຮູ້ທາງດ້ານທິສດີຂອງດົນຕຣີ ໃຫ້ເລິກຊຶ້ງເສັຽກ່ອນ.

ປຽບດັ່ງ ການຖ່ອງບົດຮຽນ ຫຼືບົດອ່ານ ຊຶ່ງເປັນພາສາຕ່າງປະເທດ ເຖິງວ່າເຮົາຈະມີຄວາມສາມາດ ຖ່ອງໄດ້ທັງໝົດ ແຕ່ບໍ່ຮູ້ວ່າມັນມີຄວາມໝາຍວ່າຢ່າງໃດແດ່ ກໍຈະພາກັນຖ່ອງແບບຜິດໆຖືກໆ ຫຼືແບບຫຼົງໆລືມໆ ຢູ່ຕລອດ. ເມື່ອບໍ່ຮູ້ແລະບໍ່ເຂົ້າໃຈ ຄວາມໝາຍຂອງສຽງຕ່າງໆທາງຫຼັກການຂອງດົນຕຣີ ເຮົາກໍຈະບໍ່ສາມາດຖ່າຍທອດອາຣົມ ອອກມາໄດ້ ຢ່າງເຕັມເມັດເຕັມໜ່ວຍ ດັ່ງດຽວກັບການເສບບັນເລງດົນຕຣີ ແບບບໍ່ເຂົ້າໃຈຄວາມໝາຍຂອງ “ພາສາດົນຕຣີ” ນັ້ນເອງ.

ທິສດີດົນຕຣີ ຈະກວມສາມຫົວຂໍ້ທີ່ສໍາຄັນ ດັ່ງນີ້…

1) ການຂຽນອ່ານ ໂຕໂນຕ ໂຕຢຸດ ຣະດັບສູງຕໍ່າຂອງສຽງ ຄວາມໄວຊ້າຂອງຈັງຫວະ ປຽບດັ່ງການຮຽນຮູ້ແລະເຂົ້າໃຈດ້ານ “ຕົວອັກສອນ” ຂອງພາສາຂຽນ ທີ່ຈະໃຊ້ ປະກອບກັນເປັນທຳນອງເພງ ດັ່ງບົດອ່ານ ຫຼືບົດກາບກອນ.

2) ກະແຈສຽງ (Key) ແລະຄວາມສໍາພັນຣະຫວ່າງ Keys ຕ່າງໆ, ການໝຸນປ່ຽນຂອງສຽງ (Modulation), ຮວມທັງກຸ່ມສຽງ (Chords) ຕ່າງໆ ຊຶ່ງເປັນສ່ວນປະກອບທີ່ສໍາຄັນ ທາງດ້ານການປະສານສຽງ (Harmony) ໃນບົດເພງ.

3) ໂຄງສ້າງຂອງບົດເພງ (Structure) ທຽບກັບກົດຣະບຽບແລະຂໍ້ບັງຄັບຕ່າງໆ ຂອງກາບກອນໂຄງສານ.

ເມື່ອເຮົາເຂົ້າໃຈຫຼັກໄວຍາກອນ ຂອງດົນຕຣີ ຈະພາໃຫ້ການເສບບັນເລງ ມີຣະດັບດີກວ່າປົກກະຕິ ເພາະວ່າ ຖ້າເຮົາເຂົ້າໃຈໂຄງສ້າງຂອງບົດເພງໄດ້ດີ ເຮົາຈະສາມາດຖ່າຍທອດອາຣົມຂອງບົດເພງນັ້ນ ອອກມາໄດ້ຢ່າງມີທິດທາງ ແລະມີແບບແຜນທີ່ຖືກຕ້ອງ ບໍ່ແມ່ນເສບບັນເລງແບບເດົາສຸ່ມ ໂດຍການອາສັຍພຽງແຕ່ຫູ ເປັນເຄື່ອງຊ່ວຍຕັດສິນ. ການເຂົ້າໃຈທາງດ້ານ Keys, ຄວາມສັມພັນລະຫວ່າງ Chords ເຮັດໃຫ້ເຮົາເຂົ້າໃຈປໂຍກຕ່າງໆຂອງເພງ ແລະສາມາດຕັດສິນໃຈເລືອກໃຊ້ Chords ທຸກຮູບແບບໃນການບັນເລງບົດເພງໄດ້ຢ່າງຖືກຕ້ອງ.

ນອກຈາກນັ້ນ ການມີຄວາມຮູ້ທາງດ້ານທິສດີດົນຕຣີ ຢ່າງເລິກຊຶ້ງ ຈະພາໃຫ້ເຮົາກາຍເປັນຄົນ ທີ່ມີໄຫວພິບວ່ອງໄວ ສາມາດສັງເກດເຫັນ ຫຼາຍສິ່ງຫຼາຍຢ່າງ ທີ່ເຊື່ອງຊ້ອນຢູ່ໃນບົດເພງ ແລະພາໃຫ້ເຮົາມີຄວາມໝັ້ນໃຈໃນຕົນເອງ ເວລາເສບບັນເລງ ຈະບໍ່ມີຄວາມລັງເລໃຈອີກ ພ້ອມດຽວກັນນັ້ນ ການແກະເພງ ກໍຈະສະດວກສະບາຍຂຶ້ນກວ່າທຳມະດາ.

ສຸດທ້າຍ ເມື່ອເຮົານຳເອົາບົດເພງບົດນຶ່ງ ມາຮຽບຮຽງເສບບັນເລງໃໝ່ ໂດຍການສວມອາຣົມສິລ ຂອງເຮົາເຂົ້າຕື່ມ ຈະພາໃຫ້ບົດເພງດັ່ງກ່າວ ມີສີສັນ ແລະໜ້າສົນໃຈ ພ້ອມທັງເປັນຕາໜ້າຟັງຍິ່ງຂຶ້ນ.

Paris, 14 ມິຖຸນາ 2017


“ຄວາມຮູ້ກ່ຽວກັບວິວັທນາການ ຂອງເຄື່ອງດົນຕຣີທັນສມັຍ”

ພາກທີ່ 01 : ຣະບົບພາສາ MIDI

ຕົ້ນກຳເນີດຂອງຣະບົບ MIDI

ຣະບົບມາຕຖານ MIDI ໄດ້ເລີ່ມຕົ້ນປາກົດຕົວຂຶ້ນເມື່ອປະມານຕົ້ນປີ ຄ.ສ. 1980.
ກ່ອນໜ້ານັ້ນ ເຄື່ອງດົນຕຣີໄຟຟ້າຂອງແຕ່ລະຍີ່ຫໍ້ ບໍ່ສາມາດເສື່ອມຕໍ່ກັນຫຼາຍໆໜ່ວຍ ເພື່ອຈະຫຼິ້ນຫຼາຍໆສຽງພ້ອມກັນໄດ້ ເມື່ອນັກດົນຕຣີຜູ່ນຶ່ງ ໂດຍສະເພາະມືອໍແກນ (Organ) ຢາກຫຼິ້ນສອງສຽງຕ່າງກັນດ້ວຍສອງມື ເຂົາຕ້ອງມີເຄື່ອງດົນຕຣີສອງໜ່ວຍ ແຕ່ຈະບໍ່ສາມາດຫຼີ້ນພ້ອມໆກັນ ເກີນສາມສຽງຂຶ້ນໄປ ເພາະມະນຸດຜູ່ນຶ່ງ ມີມືພຽງສອງຂ້າງເທົ່ານັ້ນ ບໍ່ດັ່ງນັ້ນ ກໍຈຳເປັນຕ້ອງແບ່ງໜ້າທີ່ໃຫ້ມືອໍແກນຜູ່ທີ່ສອງ ຫຼືທີ່ສາມເປັນຄົນຫຼິ້ນຊ່ອຍກັນ.

ສັນຍາລັກຮຸ່ນທຳອິດຂອງຣະບົບ MIDI

MIDI (ຫຍໍ້ມາຈາກຄຳວ່າ Musical Instrument Digital Interface) ຖ້າຈະແປໂດຍຕຣົງນັ້ນກໍຄື ຣະບົບສື່ສານຣະຫວ່າງເຄື່ອງດົນຕຣີໄຟຟ້າປະເພດດີຈິຕອລ (Digital). MIDI ແມ່ນຣະບົບສື່ສານຣະຫວ່າງເຄື່ອງດົນຕຣີຕ່າງໆ ທັງຊະນິດດຽວກັນ ຫຼືຕ່າງກັນ ບໍ່ຈຳແນກຍີ່ຫໍ້ ຫຼືຮຸ່ນ ແລະຍັງຮວມເຖິງເຄື່ອງຄອມ (Computers) ຫຼືເຄື່ອງອຸປກອນດີຈິຕອລອື່ນໆ ທີ່ມີຊ່ອງເສຶ່ອມສອດ ສຳລັບສຽບປັກສາຍສັນຍານ (MIDI Interface) ໄດ້ອີກດ້ວຍ.

ຣະບົບມາຕຖານ MIDI ໄດ້ຖືກສ້າງຕັ້ງຂຶ້ນທຳອິດ ໂດຍການຮ່ວມມືກັນຣະຫວ່າງ ບັນດາບໍຣິສັດຜູ່ຜລິດເຄື່ອງດົນຕຣີໄຟຟ້າສາກົນ ຍີປຸ່ນແລະອະເມຣິກາ ເພື່ອອຳນວຍຄວາມສະດວກແກ່ນັກດົນຕຣີ ໃນການເສື່ອມຕໍ່ເຄື່ອງຫຼາຍໆຊະນິດເຂົ້າດ້ວຍກັນ ໂດຍບໍ່ຕ້ອງຄຳນຶງເຖິງຄວາມແຕກຕ່າງຣະຫວ່າງ ຍີ່ຫໍ້ ຫຼືຮຸ່ນອີກ. ບໍຣິສັດຜລິດເຄື່ອງດົນຕຣີສາກົນທຳອິດ ທີ່ໄດ້ຮ່ວມຮັບຮອງເອົາຣະບົບ MIDI ເຂົ້າໃນ Keyboard Synthesizer ແມ່ນໄດ້ແກ່ Roland (Jupiter 6, JX-3P), Yamaha (DX7) ແລະ Sequential Circuit (Prophet 600).

ຮູເສື່ອມສອດສັນຍານຄວບຄຸມເຄື່ອງດົນຕຣີໄຟຟ້າປະເພດ Synthesizer ກ່ອນການກຳເນີດຂອງຣະບົບ MIDI ໂດຍອາສັຍແຮງດັນໄຟຟ້າຣະດັບຕໍ່າ (ຣະຫ່າງ -15 ຫາ +4 Voltage)

ນັບຕັ້ງແຕ່ນັ້ນມາ ນັກດົນຕຣີ ນັກເສບ ນັກແຕ່ງເພງ ນັກອັດສຽງ ທີ່ນຳໃຊ້ເຄື່ອງດົນຕຣີ ຫຼືອຸປກອນທີ່ມີຣະບົບ MIDI ຕິດຕັ້ງໃນຕົວ ກໍສາມາດພັທນາການສ້າງຜົນງານເພງແລະດົນຕຣີ ອອກມາຢ່າງກວ້າງຂວາງ ເພາະສາມາດທຳການນຳໃຊ້ຫຼາຍໆເຄື່ອງເສື່ອມຕໍ່ເຂົ້າດ້ວຍກັນ ໂດຍບໍ່ມີຂອບເຂດພົມແດນ ຫຼືຂໍ້ບັງຄັບຈຳແນກຮຸ່ນ ຫຼືຍີ່ຫໍ້ບໍຣິສັດ ອີກຕໍ່ໄປ.

ຮູເສື່ອມສອດສັນຍານຣະບົບ MIDI ທັງ 3 : IN-OUT-THRU (ເຂົ້າ-ອອກ-ຜ່ານ)

ບໍ່ພຽງແຕ່ເທົ່ານັ້ນ ຣະບົບພາສາ MIDI ຍັງອຳນວຍຄວາມສະດວກແລະວ່ອງໄວທັນໃຈ ແກ່ນັກດົນຕຣີ ໃນການເຜີຍແຜ່ແລະແລກປ່ຽນຜົນງານການສ້າງສັນຂອງຕົນເອງ ກັບຜູ່ອື່ນ ໂດຍການນຳໃຊ້ພາສາ MIDI ທີ່ສາມາດເກັບບັນທຶກໂນຕດົນຕຣີຂອງບົດເສບ ຫຼືບົດປະພັນ ໄວ້ໃນເອກສານ ທີ່ເອີ້ນກັນວ່າ MIDI File ຊຶ່ງຫຼາຍໆຄົນຍັງເຂົ້າໃຈຜິດ ຄິດວ່າແມ່ນອັນດຽວກັນກັບ ຣະບົບ MP3 ຫຼືຣະບົບ Karaoké ຊຶ່ງຂ້າພະເຈົ້າຈະຊີ້ແຈງອະທິບາຍ ແລະລົງເລິກໃນອັນດັບຕໍ່ໆໄປ.

Paris, 06 ມີນາ 2017