ເພງ “ນໍ້າຂອງຍາມແລງ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
ນັກຮ້ອງ ປີ 1980 : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ນໍ້າຂອງຍາມແລງ”

1) ຫຼຽວເຫຼືອດ ລົງລຳນໍ້າຂອງ
ເມື່ອຍາມແລງ ແສງທອງພວມຈາກລາ
ເຫັນໝູ່ນາວາ ລ່ອງລອຍ
ຖືກຄື້ນຟອງ ພັດໄກວຕາມປະສາ
ຫຼຽວເບິ່ງໝູ່ ມວນນົກກາ
ຕ່າງກໍພາກັນ ບິນຂ້ຽວບິນໄປແສນໄກ

2) ສາວຈາກ ວຽງວັງໂສມງາມ
ຍ່າງເປັນແພ ເລາະຕາມແຄມຫາດຊາຍ
ສຽງໂຫ່ໂຮ ນອງກ້ອງດັງ
ປຽບກັບພິນ ເມື່ອຟັງພາຫຼັບໃຫຼ
ສາວເຈົ້າຄົງ ບໍ່ລໍ່າໄລ
ບໍ່ສົນໃຈວ່າຍັງ ມີໃຜເສົ້າໂສກາ

• ງາມແທ້ເມື່ອມາເຫັນ ຍາມເຢັນຊື່ນຢ່າງນີ້
ນະພາຮຸ່ງສົດສີ ນະທີຫຼັ່ງງາມຕາ (ຮື…)

3) ແສງຈາກ ສຸຣີຄ້ອຍເບົາ
ດັ່ງບອກເຕືອນ ໃຫ້ເຮົາຄືນເຄຫາ
ຄຶດບໍ່ຢາກລາ ນໍ້າຂອງ
ຢາກນັ່ງຊົມ ຄື້ນຟອງຄູ່ມັດສາ
ສາວເຈົ້າຄົງ ບໍ່ຫວນມາ
ກ່ອມສາຍຕາຄົນ ທີ່ຂັດສົນຄວາມຮັກເອີຍ…

ໂນຕເພງ “ນໍ້າຂອງຍາມແລງ”
ວິດີໂອໂນຕບັນເລງເພງ “ນໍ້າຂອງຍາມແລງ”