ສາຣະບານເພງລາວ ຊຸດທີ່ 03 (ເລີ່ມຕົ້ນເຜີຍແຜ່ ວັນທີ່ 18 ກຸມພາ 2018) 101 - ເກືອບຕັດສິນໃຈ 102 - ວິວານໍ້າຕາ 103 - ນຶ່ງໃນຫົວໃຈ 104 - ເປັນຫຍັງຈຶ່ງລືມ 105 - ອາທິດອັສດົງ 106 - ອະດີດລຳລຶກ 107 - ຢາດນໍ້າທານຮັກ 108 - ສິ້ນສຸຣິຍັນ (ຍິງ) 109 - ສິ້ນສຸຣິຍັນ (ຊາຍ) 110 - ດົງໂດກດົງໃຈ 111 - ເສັຽດາຍຮັກ 112 - ຄິດ 113 - ດວງໃຈຈາກ 114 - ສລັກຈິດ 115 - ດອກຟ້າປຣະດັບໃຈ 116 - ອຸກໃຈ 117 - ອຸກເປັນໜີ້ 118 - ຖ້າອ້າຍມີປີກ 119 - ຊາຕາອາພັບ 120 - ຈາກ 121 - ຈຳໃຈຈາກ 122 - ຈອມໃຈຄົນຈົນ 123 - ແສບຊວງ 124 - ຈາກວຽງຈັນ 125 - ເຫຼືອພຽງແພມົນ 126 - ຝັນດີທີ່ຮັກ 127 - ອົກຫັກ 128 - ຄຶດຮອດເຈົ້າ 129 - ບໍ່ລືມວຽງຈັນ 130 - ຄຶດເຖິງ 131 - ຊາຍໃຈຊື່ 132 - ມົນຮັກວັງວຽງ 133 - ອວດສາວ 134 - ຄົນລວງ 135 - ຟ້າລືມດິນ 136 - ປີໃໝ່ແລ້ວແກ້ວຕາ 137 - ອີກພຽງຄັ້ງດຽວ 138 - ຫຼວງພຣະບາງເມືອງງາມ (ຊາຍ) 139 - ຄົນທີ່ເຂົາລືມ 140 - ຍັງຮັກນ້ອງຢູ່ 141 - ໜາວໝອກ 142 - ບຸບຜາລາກ່ອນ 143 - ຢ່າຫ່ວງ 144 - ສິ້ນສຸດກັນທີ 145 - ໜາວ 146 - ຂາດນາງ 147 - ຫວນຄິດເຖິງຍາມເຮົາຮັກກັນ 148 - ທັມມະຊາດພູເຂົາຄວາຍ 149 - ຍິ້ມຫວານ 150 - ລາ
“ເພງລາວອະມະຕະ – ຊຸດທີ່ 02”
ສາຣະບານເພງລາວ ຊຸດທີ່ 02 (ເລີ່ມຕົ້ນເຜີຍແຜ່ ວັນທີ່ 27 ມີນາ 2017) 51 - ຟັງນະທີ່ຮັກ 52 - ນາງທີ່ຮັກ 53 - ເຫຼືອພຽງພາບ 54 - ດ້ອຍສັກຮັກສິ້ນ 55 - ນຶ່ງໃນອານາ 56 - ຢ່າບັງຄັບໃຈ 57 - ສຸດປຣາຖນາ 58 - ຫຼວງພຣະບາງເມືອງງາມ (ຍິງ) 59 - ໂອ້! ເມືອງຫຼວງ 60 - ຝາກເພງແທນໃຈ 61 - ປຣານີດ້ວຍເຖີດ 62 - ຮັກເຈົ້າດອກຈຶ່ງຢອກຫຼິ້ນ 63 - ຈູບຝັງຮອຍ 64 - ຈູບຝາກຮັກ 65 - ເຖິງຍອດຮັກທີ່ຊຽງຂວາງ 66 - ຂອບໃຈ 67 - ນໍ້າຂອງຍາມແລງ 68 - ອ້າຍຈະຄອຍ 69 - ບາງທີ 70 - ຂາດຮັກ 71 - ເອື້ອມບໍ່ເຖິງ 72 - ຈະຮັກໃຜດີ 73 - ດ້ວຍເຫດໃດນ້ອງຈຶ່ງລືມ 74 - ດົງຮັກດົງສລາຍ 75 - ກັບມາຮັກກັນໃໝ່ເຖີດທີ່ຮັກ 76 - ລືມເສັຽເຖີດ 77 - ຣະທົມເມື່ອລົມໜາວ 78 - ຈັນຄູ່ຟ້າ 79 - ຜູ່ຊາຍລວງ 80 - ຝົນເຈົ້າເອີຍ 81 - ຝົນມາຂ້າເສົ້າ 82 - ຟ້າຫຼືຈະກັ້ນ 83 - ນ້ອງຂໍເປັນຄົນເຫັນໃຈ 84 - ຣາຕຣີພາຝັນ 85 - ເພັດໃນຕົມ 86 - ຄິດຮອດຄວາມຮັກ 87 - ພຽງແຕ່ຄຶດ 88 - ຢ່າກວນໃຈ 89 - ຢອກບໍ່ໄດ້ເບາະ 90 - ຢາກຈະບອກ 91 - ຍອດຊູ້ຄູ່ໃຈ 92 - ຄອຍຮັກ 93 - ແສງເດືອນເຕືອນໃຫ້ເສົ້າ 94 - ເງິນໜໍເງິນ 95 - ບໍ່ເຄີຍ 96 - ສາວໂພນໂຮງ 97 - ເມືອງຊຳລຳລຶກ 98 - ບ້ານແມ້ວ 99 - ຫຼົງຮັກເມັຽເຂົາ 100 - ລາກ່ອນຈາກ
“ເພງລາວອະມະຕະ – ຊຸດທີ່ 01”
ສາຣະບານເພງລາວ ຊຸດທີ່ 01 (ເລີ່ມຕົ້ນເຜີຍແຜ່ ວັນທີ່ 24 ມິຖຸນາ 2016) 01 - ເໝືອນຄົນມີກັມ 02 - ສວັນແດນຮັກ 03 - ເທວີຫຼົງຟ້າ 04 - ຮັກບໍ່ລືມ 05 - ປາກ 06 - ຄັ້ງນຶ່ງທີ່ຝັ່ງເຊວັນ 07 - ດົນຈຶ່ງເຫັນ 08 - ເຊື່ອອ້າຍດີກວ່າ 09 - ເຊໂປນລຳລຶກ 10 - ໃຜມີໃຈຮັກແທ້ 11 - ຢ່າຈັບປາສອງມື 12 - ຍາມຮັກຍາມຮ້າງ 13 - ຫາກແຫ່ງນັ້ນມີຈອມໃຈ 14 - ລືມນ້ອງບໍ່ລົງ 15 - ປ່ອຍອ້າຍເຖີດ 16 - ພຽງເຫັນໜ້າ 17 - ປ່ຽວໃຈ 18 - ຢາກຝາກຮັກ 19 - ຢາກພົບຄັ້ງສຸດທ້າຍ 20 - ເຫຼືອພຽງຮອຍຊໍ້າ 21 - ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ 22 - ເພາະອ້າຍລືມນ້ອງບໍ່ລົງ 23 - ໄທດຳລຳພັນ 24 - ຊຽງຂວາງແດນງາມ 25 - ປຣະທີບແຫ່ງທັມ 26 - ຊັງຄົນຫຼາຍໃຈ 27 - ຊັງຄົນລໍ່າໄລ 28 - ສອງຝັ່ງຂອງ 29 - ຮັກເຈົ້າສຸດຫົວໃຈ (ຍິງ) 30 - ຮັກເຈົ້າສຸດຫົວໃຈ (ຊາຍ) 31 - ຢ່າຫ້າມໃຈ 32 - ທີ່ຮັກຈົ່ງລືມກັນ 33 - ຄະນຶງຫາ 34 - ຄືນນັ້ນ 35 - ໜາມຊີວິດ 36 - ອ້າຍຊົ່ວຢ່າງໃດ 37 - ຫົວໃຈຊາຍໂສດ 38 - ຫາກອ້າຍມີໃໝ່ 39 - ຫາກນ້ອງມີໃໝ່ 40 - ຫຼີກໄປ 41 - ເປັນມິດກັນດີກວ່າ 42 - ຮັກແອ໋ມ 43 - ຢາກຈະລອງຮັກ 44 - ໄປໃສມາ? 45 - ໄປຄ້າຍມາ! 46 - ສົ່ງສຽງເພງເຖິງເມືອງລາວ 47 - ບອກຄັ້ງສຸດທ້າຍ 48 - ສວນມອນ 49 - ເງິນ 50 - ຄົນ
ເພງ “ສິ້ນແລ້ວຮັກຂ້າ”
ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ອານຸສັກ (ບຸນປອນ ສຸຣິນທອນ)
- ຂ້າເຄີຍຮັກ ກັບຍິງຄົນນຶ່ງ
ຊຶ່ງນາງເປັນ ລູກທ່ານເສດຖີ
ພໍ່ຂອງນາງ ຮັກສຸດຊີວີ
ເພາະທ່ານມີ ທິດາຜູ່ດຽວ - ຂ້ານີ້ຮັກ ນາງເໜືອທຸກຢ່າງ
ນາງກໍຮັກ ຂ້ານີ້ເຊັ່ນດຽວ
ຕ່າງເຝົ້າຮັກ ກັນຢ່າງກົມກຽວ
ຮັກແໜ້ນໜຽວ ຊື່ຕຣົງຕໍ່ກັນ - ແຕ່ຖານະ ຂ້າບໍ່ພຽງພໍ
ພໍ່ຂອງນາງ ຈຶ່ງຄອຍກີດກັ້ນ
ຄວາມຮັກ ທີ່ສ້າງມານັ້ນ
ບໍ່ນຶກຝັນ ວ່າຈະຖືກທຳລາຍ - ສິ້ນກັນເສັຽ ທີ່ຮັກຂອງຂ້າ
ຖ້າຂືນຮັກ ກໍຄົງຊໍ້າໃນ
ຈົ່ງຕັດຮັກ ແລະຕັດເຍື່ອໃຍ
ຢ່າອາໄລ ໃນຕົວຂ້າເລີຍ…

ເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”
ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1973)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
- ສຸຣິຍາ ຈາກຟ້າແຄ່ຄືນກໍກັບ
ແຕ່ນະພາ ເມຄາມືດມົນຍັງຈາງຫາຍ
ແລ້ວເຫດໃດ ນ້ອງຈະໄປເສົ້າໂສກຫົວໃຈ
ມົວຫ່ວງໃຍ ໃບໜ້າຂື່ນຂົມ - ຢຸດເຖີດໜາ ດອກຟ້ານ້ອງຢ່າຮ້ອງໄຫ້
ຢ່າເສັຽໃຈ ເມື່ອຄົນຮັກມາຢຸດຊົມ
ຕັ້ງຄວາມຫວັງ ແລ້ວຊີວັງນ້ອງຈະສຸກສົມ
ສິ້ນຣະທົມ ໃບໜ້າແຈ່ມສີ - ໂປຣດຈົ່ງຄິດ ເຖິງອ້າຍທີ່ໃຝ່ຮັກ
ໝັ້ນສມັກ ຮັກນ້ອງຄົນດີ
ເຖິງນ້ອງມາ ມີຊາຍໜ່າຍໜີ
ອ້າຍຂໍມອບຊີວີ ແທນຊາຍໃຈແຂງ - ຍິ້ມເຖີດໜາ ທ້ອງຟ້າກໍຈະສວ່າງ
ສິ່ງທີ່ຫວັງ ໃນໃຈແນ່ນອນຄົງເຫັນແສງ
ຂໍອຸທິດ ຂໍບັນເລງຮັກມາສຸດແຮງ
ດາວສິ້ນແສງ ອ້າຍຈຶ່ງສິ້ນຮັກ…

ເພງ “ຮັກກໍບອກບໍ່ຮັກກໍບອກ”
ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
- ຢ່າ… ຢ່າຢອກອ້າຍເລີຍ
ທຳຄວາມຄຸ້ນເຄີຍ ຄ້າຍດັ່ງຈະຮັກ
ພໍອ້າຍສົນໃຈ ນ້ອງບອກບໍ່ຈັກ
ຄວາມຮັກເອີຍ ຄວາມຮັກນາງ
ຈິງຫຼື ພຽງຮັກຫຼິ້ນ - ຢ່າ… ຢ່າບອກອ້າຍເລີຍ
ວ່າໃຈນ້ອງຍັງ ຮັກອ້າຍສຸດດິ້ນ
ຍັງຄອງຮັກດຽວ ນັ້ນຢູ່ບໍ່ສິ້ນ
ໂອ້ຟ້າດິນ ເມື່ອສອງວັນ
ໃຜຍ່າງຄຽງ ນ້ອງໄປ - ຮັກກໍບອກ ບໍ່ຮັກກໍບອກໃຫ້ຮູ້
ຢ່າມາຫາຂູ່ ໃຫ້ໃຈອ້າຍຫຼົງລະອາຍ - ຢ່າ… ຢ່າຫຼອກອ້າຍເລີຍ
ເຖິງອ້າຍເປັນຊາຍ ໃຈງ່າຍກວ່າໃຜ
ຍັງຄອງຮັກດຽວ ໄດ້ຢ່າງສົດໃສ
ພໍແລ້ວເອີຍ ຄວາມຮັກລວງ ຂືນຮັກໄປ ກໍຕຣົມ…

“ລາຍຊື່ເພງລາວອະມະຕະ”
ເພງ “ລຳວົງກ່ອນ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1966)
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ
- ລຳວົງກັນກ່ອນ ສຳຣານໃຈ
ໃຫ້ຈິດຜ່ອງໃສ ຮ້ອງລຳໄປໃຈເພີນ
ລຳວົງໂຄ້ງພາກັນເດີນ ລຳວົງໂຄ້ງພາກັນເດີນ
ສນຸກເຫຼືອເກີນ ເພີນໃຈເພີນເພງ - ສາວນີ້ຟ້ອນງາມລຳເກັ່ງ ສາວນັ້ນຟ້ອນງາມລຳເກັ່ງ
ເອິກເບັງແອວກົມ ໂສມງາມອໍຣະຊອນ
ຢາກຈະລຳລຳໂຄ້ງ ແມ່ເນື້ອອ່ອນ
ຢາກຈະເປັນຈອມໃຈແມ່ ງາມງອນຍິ້ມຈັກໜ່ອຍບັງອອນ ຈະເກັບໄປນອນຝັນເອີຍ…
ລຳກັນເປັນຄູ່ ເປັນຄູ່ໄປ
ລູກໃຜເມັຽໃຜ ໂຄ້ງກັນໄປເລີຍໆ
ລຳວົງຍິ້ມລົມຊົມເຊີຍ ລຳວົງຍິ້ມລົມຊົມເຊີຍ
ຕາມແບບທີ່ເຄີຍ ລຳກັນມານານ- ຄູ່ນັ້ນສົມກັນດີແທ້ ຄູ່ນີ້ສົມກັນດີແທ້
ຢ່າດ່ວນຜັນແປ ແສໄປເປັນອື່ນ
ຈົ່ງຖນອມທອມຮັກ ໃຫ້ຍັ້ງຍືນ
ຢ່າລວນເລລວນລາມ ທຳຝ່າຝືນ
ຂືນຄອງປະເພນີ ແລ້ວຈະເສົ້າສີເສັຽໃຈ…

ເພງ “ຖິ່ນແກ້ວ”
ເນື້ອຮ້ອງ & ທຳນອງ: ທ່ອນໃບ (1970)
ນັກຮ້ອງຕົ້ນສະບັບ : ທ່ອນໃບ
- ຖານຖິ່ນ ດິນຖິ່ນແກ້ວ
ເຫັນແລ້ວ ອຸດົມສົມບູນ
ສາວງາມ ກຳລັງວັຍລຸ້ນ (ຊໍ້າ)
ຢາກໄດ້ເດ້ອຸ່ນ ຜູ່ງາມເດ້ ງາມເດ - ຄິ້ວຕໍ່ ຄໍກໍກົມ
ງາມສົມ ອາຣົມໂກ໋ເກ໋
ອ້າຍເຫັນ ຫົວໃຈຈົນເຫວ່ (ຊໍ້າ)
ມັກອ້າຍບໍ່ເດ ຂົນຕາງອນຕາງອນ - ຍິ້ມນາງ ມີສເນ່
ງາມເດ ແຂວນເປອໍຣະຊອນ
ອ້າຍຂໍຮັກ ແນ່ເດີ້ເນື້ອອ່ອນ (ຊໍ້າ)
ຖ້າໄດ້ກອດນອນ ກໍສົມໃຈສົມໃຈ - ອ້າຍນີ້ ຈາກວຽງມາ
ຕັ້ງໜ້າ ມາຫາຊາມວັຍ
ນ້ອງສາວ ຊາວດົງພົງພັຍ (ຊໍ້າ)
ເຖິງອ້າຍຢູ່ໄກ ໃຈອາລັຍອາວອນ…

ເພງ “ວອນຮັກເກົ່າ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ
(ສອຍ)
ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ
ເບິ່ງເຫັນຟ້າອື່ມຄື້ມ ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ
- ໂອ້… ນ້ອງເອີຍ
ບຸນສອງເຮົາເຄີຍ ຮ່ວມກິນຮ່ວມທານ
ຈາກໄປຢູ່ໄກມິ່ງຂວັນ ອ້າຍຍັງຊື່ຕຣົງຄົງໝັ້ນ
ນອນຝັນນັ່ງຝັນ ແທ້ລະເນີແທ້ລະເນີ
(ສອຍ)
- ໂອ້… ນ້ອງສາວ
ຢ່າຫຼົງຄົນເວົ້າ ກ່າວສິນນິນທາ
ຈາກໄປແຕ່ກາຍດອກໜາ ຮອດໃສອ້າຍຍັງຄືນມາ
ໃຈຮ້ອງໄຫ້ຫາ ຢູ່ວ້ອນວອນວ້ອນວອນ
(ສອຍ)
- ໂອ້… ນ້ອງເອີຍ
ຮັກເຮົານັ້ນເຄີຍ ຫວານມັນເຕັມທີ
ຈາກໄປບໍ່ທັນເຖິງປີ ມື້ນັ້ນບໍ່ຄືມື້ນີ້
ຍາມໜາວຍາມນີ້ ມາຄືນດີກັນເຖີດເອີຍ
(ສອຍ)
ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ
ຮັກເກົ່າບໍ່ລືມຍັງບໍ່ລືມ ຍັງບໍ່ລືມ…













