“ເພງລາວອະມະຕະ – ຊຸດທີ່ 08”

ເປີດເບິ່ງໜ້າປຶ້ມເພງຊຸດທີ່ 08
ສາຣະບານເພງລາວ ຊຸດທີ່ 08
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 31 ສິງຫາ 2021)

351 - ນ້ອງຄຽດເຣື່ອງຫຍັງ
352 - ຮັກນີ້ຫຼືຮັກ
353 - ສຸກເຖີດຄົນດີ
354 - ຄອຍສລາຍ
355 - ຂໍພຽງຮ່າງຝັນ
356 - ໂຊກດີທີ່ຮັກ
357 - ຖິ່ນທອງ
358 - ຄືນນຶ່ງທີ່ບຶງຂຍອງ
359 - ນ້ອງຄືທຸກສິ່ງຂອງອ້າຍ
360 - ເຮືອຮັກທ່າຫົວໃຈ
361 - ຂວັນໃຈຊາວດິນ
362 - ນາທີສຸດທ້າຍ
363 - ລາວຮ່ວມສຳພັນ
364 - ເຕືອນໃຈລາວ
365 - ຫຼວງພຣະບາງທີ່ຝັງໃຈ
366 - ອຳນາດຮັກ
367 - ຍາມຮັກຍາມຊັງ
368 - ຍອດນາຣີສີເມືອງ
369 - ສາວດ່າສາວມັກ
370 - ຜູ່ຊາຍໜ້າລາຍຕັກກະແຕນ
371 - ວານລົມບອກ
372 - ສາວສມັຍ
373 - ລະຫານ້ຳ
374 - ກ່ອນຕາຍ
375 - ຮັກສເມີໃຈ
376 - ບ້ານໂພນທີ່ຝັງໃຈ
377 - ຢ່າລືມບ້ານໂພນ
378 - ມົນຮັກສາວລ່ອງແຈ້ງ
379 - ນໍ້າຕາສາວອົພຍົບ
380 - ເຫັນໃຈສາວອົພຍົບ
381 - ສຽງຄວນສາວອົພຍົບ
382 - ລືມກັນ
383 - ຄືນຮັກຄືນສລາຍ
384 - ຢ່າລືມສັນຍາ
385 - ລືມອ້າຍດີກວ່າ
386 - ຝົນສັ່ງຟ້າສາບ
387 - ສຸຣິຍາ
388 - ຮັກໝ໋ວຍ
389 - ເຄາະຂີ້ໝ້ຽງ
390 - ຢ້ານນໍ້າຖ້ວມ
391 - ຄິດສັງຫອນໃນໃຈ
392 - ເທວີແຫ່ງໃຈ
393 - ແມ່
394 - ເກົ່າເຂົາໃໝ່ເຮົາ
395 - ບໍ່ຮັກບໍ່ງໍ້
396 - ບອກນ້ອງດ້ວຍໃຈ
397 - ຊີວິດຄົນ
398 - ເພື່ອກັນລືມ
399 - ໃຈຂອງຍິງ
400 - ຈະຮັກຫຼືບໍ່ຮັກ

ເພງ “ຈະຮັກຫຼືບໍ່ຮັກ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (1980)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຈະຮັກຫຼືບໍ່ຮັກ”

1) ຈະຮັກຫຼືບໍ່ຮັກໃຫ້ບອກ ຢ່າຫຼອກໃຫ້ຫຼົງຄອຍເກີ້
ເຝົ້າຄອຍຫຼົງແຕ່ລະເມີ ເພີ້ຝັນເຖິງເຈົ້າທຸກຄາ
ບາງຄັ້ງນໍ້າຕານັ້ນໄຫຼນອງ ຕ້ອງທົນທົນອື່ນໆ…

2) ໃຫ້ຫຼົງບໍ່ຫຼົງເຈົ້າດອກ ຢ່າບອກເອົາໄວ້ຊີມຫຼິ້ນ
ຢ່າຄຶດວ່າເຈົ້ານັ້ນບິນ ລ່ອງລອຍຢູ່ບົນເວຫາ
ຣະວັງຖືກທະນູຂອງຂ້າ ຢ່າຫາວ່າຂ້າໃຈດຳ…

3) ຈະຮັກຫຼືບໍ່ຮັກໃຫ້ບອກ ຢ່າຫຼອກໃຫ້ຫຼົງຕິດຕາມ
ຣະວັງຈະມີບາບກັມ ບໍ່ມີໃຜຕາມມາຢອກ
ບອກດີໆຢ່າຫາວ່າແກ້ງ ຈະນອນແລ້ງຈົນຮອດວັນຕາຍ…

4) ໃຫ້ຝັນບໍ່ຝັນເຖິງເຈົ້າດອກ ຂໍບອກໃຫ້ເຈົ້າຮູ້ໄວ້
ວ່າຂ້ານີ້ເປັນລູກຜູ່ຊາຍ ກ້າທ້າທາຍກັບຍິງທຸກຄົນ
ຖ້າບໍ່ຮັກແລ້ວຢ່າມາສົນ ຢ່າມາວົນໃຫ້ເສັຽນໍ້າຕາ…

ໂນຕເພງ “ຈະຮັກຫຼືບໍ່ຮັກ”
ວິດີໂອໂນຕບັນເລງເພງ “ຈະຮັກຫຼືບໍ່ຮັກ”

ເພງ “ໃຈຂອງຍິງ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ໃຈຂອງຍິງ”

1) ໃຈ ຂອງຍິງ
ບໍ່ມີ ຫຍັງຈະແນ່ນອນ
ຫຼອກຫຼອນ ໃຈຊາຍຢູ່ທຸກເວລາ…

2) ອັນ ຜູ່ຍິງ
ກໍເໝືອນ ກັນທຸກທົ່ວໜ້າ
ມານຍາ ໃຫ້ຊາຍນັ້ນຫຼົງກົນລວງ…

• ອັນຍິງນັ້ນ ຮັກຫຍັງຍິ່ງກ່ວາທັງປວງ
ເຈົ້າບົນສວງ ທ່ານຄົງຮູ້ດີ
ວ່າຮັກຂອງນາຣີ ນັ້ນກໍຄືເງິນ…

3) ຢາກ ຂໍເຕືອນ
ເພື່ອນຊາຍ ຢ່າມົວຫຼົງເພີນ
ມີເງິນ ຊື້ໄດ້ທຸກສິ່ງເອີຍ…

ວິດີໂອໂນຕບັນເລງເພງ “ໃຈຂອງຍິງ”

ເພງ “ເພື່ອກັນລືມ”

ເນື້ອຮ້ອງ & ທຳນອງ : ສົມເພັຊ ເພັຊວິນຍານ (~197?)
ນັກຮ້ອງຕົ້ນສະບັບ : ສົມເພັຊ ເພັຊວິນຍານ

ວິດີໂອດົນຕຣີບັນເລງເພງ “ເພື່ອກັນລືມ”

1) ເພື່ອກັນລືມ ນ້ອງຂຽນໄວ້ບົນຫຼັງພາບ
ເພື່ອກັນລືມ ຕຣາບດິນຟ້າຈະຈາງຫາຍ
ເພື່ອກັນລືມ ຍາມພາກຈາກໄກ
ເພື່ອກັນລືມນ້ອງໃຫ້ ພາບໃບນ້ອຍເປັນພະຍານ

2) ເພື່ອກັນລືມ ຮັກເຮົາທີ່ເຄີຍເຊີຍຊື່ນ
ເພື່ອກັນລືມ ວັນຄືນຂໍຝາກສັມພັນ
ເພື່ອກັນລືມ ນານແສນເທົ່ານານ
ເພື່ອກັນລືມອ້າຍອ່ານ ຍາມໃດຫວານໃຈເຫຼືອດີ

• ຮອຍຍິ້ມໃນພາບ ຊາບຊຶ້ງ
ຊວນໃຫ້ຄິດເຖິງ ເຈົ້າຂອງພາບທຸກນາທີ
ແວວເນດລອຍເລືອນ ເໝືອນຫ່ວງຍັງມີ
ພາບຮັກແຜ່ນນີ້ ອ້າຍມີແຕ່ເຝົ້າເບິ່ງແຍງ

3) ເພື່ອກັນລືມ ອ້າຍເກງນ້ອງເອງລືມກ່ອນ
ເພື່ອກັນລືມ ວອນໃຈນ້ອງຢ່າປ່ຽນແປງ
ເພື່ອກັນລືມ ດ້ວຍຮັກຢ່າງແຮງ
ເພື່ອກັນລືມຫຼົງແກ້ງ ຈຸມພິດພາບໄຮ້ວິນຍານ…

ໂນຕເພງ “ເພື່ອກັນລືມ”
ວິດີໂອໂນຕບັນເລງເພງ “ເພື່ອກັນລືມ”

ເພງ “ຊີວິດຄົນ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (~1980)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຊີວິດຄົນ”

ດູ ດູ ດູ ໆ ໆ ໆ ໂອ້ ໆ ຊີວິດຄົນ

1) ນົກນັ້ນບິນຢູ່ເວຫາ ເວລານະພາສວ່າງ
ທ້ອງຟ້ານັ້ນກໍມືດມົວ ສລົວຍາມເມກນັ້ນບັງ
ຄ້າຍກັບນົກທີ່ຖືກຂັງ ໃນກົງທອງ…

2) ຊີວິດຄົນກໍເຊັ່ນກັນ ປ່ຽນຜັນໄປຕາມເວລາ
ບາງຄັ້ງສົດຊື່ນໜັກໜາ ບາງຄັ້ງນໍ້າຕານັ້ນໄຫຼນອງ
ເພາະຊີວິດນັ້ນມົວໝອງ ຕ້ອງໂສກີ…

ດູ ດູ ດູ ໆ ໆ ໆ ໂອ້ ໆ ຊີວິດຄົນ

3) ຄືນນີ້ສອງເຮົາສຸກໃຈ ເມື່ອເຮົາໄດ້ຢູ່ຮ່ວມກັນ
ມື້ອື່ນອາດຈະປ່ຽນຜັນ ຫັນຫຼັງໃຫ້ກັນກໍມີ
ເພາະຊີວິດຄົນເຮົານີ້ ບໍ່ແນ່ນອນ…

4) ມື້ວານສອງເຮົາຊັງກັນ ເໝືອນຝັນວັນນີ້ຖືກໃຈ
ຄືນວັນນັ້ນກໍຜ່ານໄປ ນ້ອງມີຊາຍໃໝ່ຄຽງໝອນ
ປ່ອຍໃຫ້ຊີວິດນັ້ນໂຄຈອນ ຕາມເວນກັມ…

ດູ ດູ ດູ ໆ ໆ ໆ ໂອ້ ໆ ຊີວິດຄົນ

ໂນຕເພງ “ຊີວິດຄົນ”
ວິດີໂອໂນຕບັນເລງເພງ “ຊີວິດຄົນ”

ເພງ “ບອກນ້ອງດ້ວຍໃຈ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ບອກນ້ອງດ້ວຍໃຈ”

1) ດ້ວຍຕົວນ້ອງນີ້ ມີມົນຂັງ
ຈັບຈິດຝັງ ໃຫ້ຣຳພຶງ
ຍາມຫ່າງໄກ ກໍຫ່ວງເຖິງບໍ່ຈືດຈາງ

2) ເມື່ອຍາມພົບເຫັນ ບໍ່ວາຍເວັ້ນ
ຢາກຈະເປັນ ຄູ່ນ້ອງນາງ
ໂອ້ ຄົນດີ ຂ້າຄອຍຫວັງພຽງແຕ່ນ້ອງ

• ບອກນ້ອງດ້ວຍໃຈ ອ້າຍບໍ່ເຄີຍຮັກ
ເຄີຍສັມພັນ ເປັນເຈົ້າຂອງຍິງໃດທັງຜອງ
ເຝົ້າແຕ່ຫຼຽວມອງ ນ້ອງພຽງຜູ່ດຽວຢູ່ໃນໂລກນີ້

3) ນ້ອງຄືມາລາ ປຽບດອກຟ້າ
ທີ່ໃຝ່ຫາ ຄູ່ຊີວີ
ຂໍຕອບຮັກ ຮັກອ້າຍນີ້ດ້ວຍເຖີດເອີຍ…

ໂນຕເພງ “ບອກນ້ອງດ້ວຍໃຈ”
ວິດີໂອໂນຕບັນເລງເພງ “ບອກນ້ອງດ້ວຍໃຈ”

ເພງ “ບໍ່ຮັກບໍ່ງໍ້”

ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ (1968)
ນັກຮ້ອງຕົ້ນສະບັບ : ຄຳໃບ ຄຳຊະນະ

ວິດີໂອດົນຕຣີບັນເລງເພງ “ບໍ່ຮັກບໍ່ງໍ້”

1) ບໍ່ຮັກອ້າຍກໍບໍ່ງໍ້ ບໍ່ຂໍເສົ້າໂສກເສັຽໃຈ
ຂໍເຊີນ ໄປມີຮັກໃໝ່ (ຊໍ້າ)
ປ່ອຍໃຫ້ ຮັກເກົ່າເຮົາເສົ້າລົງ (ຊໍ້າ)
ເສົ້າລົງ ໆ ໆ ເສົ້າລົງ ໆ ໆ

2) ບໍ່ຮັກອ້າຍກໍບໍ່ຮ້ອນ ຈະຖອນຄວາມຮັກໝັ້ນຄົງ
ເສັຽດາຍ ຄວາມຮັກສູງສົ່ງ (ຊໍ້າ)
ຊື່ຕຣົງ ຕໍ່ຜູ່ຍິງຫຼາຍໃຈ (ຊໍ້າ)
ຫຼາຍໃຈ ໆ ໆ ຫຼາຍໃຈ ໆ ໆ

• ໂລກນີ້ ບໍ່ທໍ່ໃບຂາມ
ສາວງາມ ຍັງພໍຫາໄດ້
ສິ້ນຮັກ ຄົງບໍ່ພໍສິ້ນໃຈ
ບໍ່ຕາຍ ເພາະໄຮ້ສເນຫາ (ຊໍ້າ)

3) ບໍ່ຮັກອ້າຍກໍບໍ່ງໍ້ ບໍ່ຂໍອ້ອນວອນແກ້ວຕາ
ຂໍທົນ ຢູ່ດຽວດີກວ່າ (ຊໍ້າ)
ອຸຣາ ຈຶ່ງບໍ່ທຸກຣະທົມ (ຊໍ້າ)
ຣະທົມ ໆ ໆ ຣະທົມ ໆ ໆ…

ໂນຕເພງ “ບໍ່ຮັກບໍ່ງໍ້”
ວິດີໂອໂນຕບັນເລງເພງ “ບໍ່ຮັກບໍ່ງໍ້”

ເພງ “ເກົ່າເຂົາໃໝ່ເຮົາ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ເກົ່າເຂົາໃໝ່ເຮົາ”

1) ໂລກເຮົາ ແປກຈິງໜັກ
ຄວາມຮັກ ຫາໃສຈະມີ
ອັນທີ່ວ່າ ຮັກອີ່ຫຼີ
ຫາໃສຈະມີ ມີແຕ່ຄວາມມັກ

2) ຄົນເຮົາ ໜ້າຫົວຈິງ
ທຸກສິ່ງ ບໍ່ເຄີຍຄັກ
ຟ້າວຫາທາງ ແຕ່ມີຮັກ
ຫາແນວໃໝ່ຄັກ ມັກໃໝ່ເລື້ອຍໄປ

• ເກົ່າເຂົາ ກໍໃໝ່ເຮົາ
ເກົ່າເຮົາກໍໃໝ່ເຂົາ ຢ່າງນີ້ໄປ
ພໍເຫັນອັນໃໝ່ໆ ຕາກໍພຶງ
ຫູກໍຊັນ ນໍ້າລາຍໄຫຼ

3) ໂລກເຮົາ ແປກຈິງເຫຼືອ
ຄວາມເບື່ອ ມັກມີມາກຫຼາຍ
ແຕ່ເຂົ້າແກງ ລືມແລງງາຍ
ຕ້ອງຫັນມາໜ່າຍ ຫາໃໝ່ມາລອງ…

ໂນຕເພງ “ເກົ່າເຂົາໃໝ່ເຮົາ”
ວິດີໂອໂນຕບັນເລງເພງ “ເກົ່າເຂົາໃໝ່ເຮົາ”

ເພງ “ແມ່”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1980)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ແມ່”

1) ແມ່ ມີພຣະຄຸນຍິ່ງໃຫຍ່
ຫາສິ່ງໃດ ບໍ່ທຽບປຽບປານ
ແມ່ ທົນທຸກທົນທໍຣະມານ
ເລີ່ມແຕ່ຕັ້ງຄັນ ຈົນຮອດວັນກຳເນີດເກີດມາ

2) ແມ່ ພຽນລ້ຽງດູຕຸ້ມຕ່ອມ
ຖນອມ ກ່ອມກ້ຽງລູກດັ່ງແກ້ວຕາ
ແມ່ ປົກປ້ອງກັນພັຍນາໆ
ແມ່ນແຕ່ຊີວາ ຍອມສະລະເພື່ອລູກຜູກພັນ

• ບາງທີ ແມ່ຫຼົງຮ້າຍດ່າວ່າດັງ
ດ້ວຍເຈຕນາຫວັງ ໃຈຕັ້ງກໍ່ສ້າງທັງນັ້ນ
ຢາກໃຫ້ໄດ້ດີ ເປັນສີແກ່ເຜົ່າພົງພັນ
ເສີມສົ່ງໃຫ້ທຸກສິ່ງອັນ ຫວັງໃຫ້ລູກນັ້ນໄດ້ດີ

3) ແມ່ ບໍ່ເຄີຍຄຽດຊັງຊຸມລູກ
ຂໍແຕ່ລູກ ກ້າວໜ້າທະວີ
ແມ່ ສຸດແສນຊື່ນຊົມຍິນດີ
ຂໍຈົ່ງທຳດີ ຈົ່ງທຳດີໃຫ້ຊາດບ້ານເມືອງ…

ໂນຕເພງ “ແມ່”
ວິດີໂອໂນຕບັນເລງເພງ “ແມ່”

ເພງ “ເທວີແຫ່ງໃຈ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (~1960)
ນັກຮ້ອງຕົ້ນສະບັບ : ຄານ ຄຳປະດິດ

ວິດີໂອດົນຕຣີບັນເລງເພງ “ເທວີແຫ່ງໃຈ”

1) ຢ່າຫຼັ່ງນໍ້າຕາ ໃຫ້ອ້າຍໄດ້ເຫັນ
ອ້າຍຢ້ານມີເວນ ມີກັມນຳຈ່ອງ
ຮັກນ້ອງຍິ່ງກວ່າດວງຕາ ສຸດປຣາຖນາພຽງນ້ອງ
ຢາກຄູ່ຄຽງຄອງ ເນື້ອທອງຈົນຕາຍ

2) ຢ່າໂສກເສັຽໃຈ ຍາມອ້າຍຫ່າງນາງ
ຮັບຮອງມິຈາງ ລືມນາງໄປໄດ້
ຫົວໃຈອ້າຍຢູ່ກັບນ້ອງ ຈາກນວນເນື້ອທອງພຽງຮ່າງກາຍ
ເຝົ້າຈອງປອງໝາຍ ມິໄດ້ປ່ຽນແປງ

• ຮັກດຽວໝັ້ນຢູ່ ບໍ່ຮູ້ລືມໄດ້
ຮັກນ້ອງດ້ວຍໃຈ ບໍ່ຄາຍໜ່າຍແໜງ
ທຸກຄໍ່າວັນຄືນ ເຊົ້າສວາຍບ່າຍແລງ
ນ້ອງຍັງເປັນແສງ ເປັນແຮງປຣະດັບຊີວີ

3) ຢ່າຫຼັ່ງນໍ້າຕາ ໃຫ້ຊໍ້າອີກເລີຍ
ອ້າຍນີ້ບໍ່ເຄີຍ ຮັກໃຜປານນີ້
ສາບານວ່າບໍ່ມີໃຜ ຖືກຕາຕ້ອງໃຈພຽງນີ້
ແມ່ມາຣາສີ ເທວີແຫ່ງໃຈ…

ໂນຕເພງ “ເທວີແຫ່ງໃຈ”
ວິດີໂອໂນຕບັນເລງເພງ “ເທວີແຫ່ງໃຈ”