ສາຣະບານເພງລາວ ຊຸດທີ່ 03 (ເລີ່ມຕົ້ນເຜີຍແຜ່ ວັນທີ່ 18 ກຸມພາ 2018) 101 - ເກືອບຕັດສິນໃຈ 102 - ວິວານໍ້າຕາ 103 - ນຶ່ງໃນຫົວໃຈ 104 - ເປັນຫຍັງຈຶ່ງລືມ 105 - ອາທິດອັສດົງ 106 - ອະດີດລຳລຶກ 107 - ຢາດນໍ້າທານຮັກ 108 - ສິ້ນສຸຣິຍັນ (ຍິງ) 109 - ສິ້ນສຸຣິຍັນ (ຊາຍ) 110 - ດົງໂດກດົງໃຈ 111 - ເສັຽດາຍຮັກ 112 - ຄິດ 113 - ດວງໃຈຈາກ 114 - ສລັກຈິດ 115 - ດອກຟ້າປຣະດັບໃຈ 116 - ອຸກໃຈ 117 - ອຸກເປັນໜີ້ 118 - ຖ້າອ້າຍມີປີກ 119 - ຊາຕາອາພັບ 120 - ຈາກ 121 - ຈຳໃຈຈາກ 122 - ຈອມໃຈຄົນຈົນ 123 - ແສບຊວງ 124 - ຈາກວຽງຈັນ 125 - ເຫຼືອພຽງແພມົນ 126 - ຝັນດີທີ່ຮັກ 127 - ອົກຫັກ 128 - ຄຶດຮອດເຈົ້າ 129 - ບໍ່ລືມວຽງຈັນ 130 - ຄຶດເຖິງ 131 - ຊາຍໃຈຊື່ 132 - ມົນຮັກວັງວຽງ 133 - ອວດສາວ 134 - ຄົນລວງ 135 - ຟ້າລືມດິນ 136 - ປີໃໝ່ແລ້ວແກ້ວຕາ 137 - ອີກພຽງຄັ້ງດຽວ 138 - ຫຼວງພຣະບາງເມືອງງາມ (ຊາຍ) 139 - ຄົນທີ່ເຂົາລືມ 140 - ຍັງຮັກນ້ອງຢູ່ 141 - ໜາວໝອກ 142 - ບຸບຜາລາກ່ອນ 143 - ຢ່າຫ່ວງ 144 - ສິ້ນສຸດກັນທີ 145 - ໜາວ 146 - ຂາດນາງ 147 - ຫວນຄິດເຖິງຍາມເຮົາຮັກກັນ 148 - ທັມມະຊາດພູເຂົາຄວາຍ 149 - ຍິ້ມຫວານ 150 - ລາ
ເພງ “ເກືອບຕັດສິນໃຈ”
ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (≈1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌
1) ເກືອບຕັດສິນໃຈ ຈາກອ້າຍ
ນ້ອງຈວນຈະກາຍ ເປັນເພັຊຄາດ
ເກືອບບັ່ນທາງຮັກ ທີ່ເຮົາຮ່ວມວາດ
ດ້ວຍໃຈບໍ່ອາດ ສູ້ຄວາມຂົມຂື່ນ
2) ເກືອບຕັດສິນໃຈ ຈາກອ້າຍ
ນ້ອງຈວນຈະກາຍ ເປັນຂອງຄົນອື່ນ
ເກືອບທົນບໍ່ໄຫວ ຣຶທັຍສຸດຝືນ
ມາຊ້າພຽງຄືນ ກໍຄົງຂາດກັນ
• ຄອຍນ້ອງທົນຄອຍ ມາຕັ້ງນານປີ
ຈາກນັ້ນມາເປັນເຈັດປີ ຫົວໃຈນ້ອງນີ້ຍັງໝັ້ນ
ຮັກດຽວຊື່ຕຣົງ ຫວັງວ່າຈັກວັນ
ສ່ວນບຸນທີ່ນ້ອງສ້າງນັ້ນ ຄົງມີວັນມີວັນສນອງ
3) ຫາກມາຊ້າໄປ ຈັກນ້ອຍ
ຮັກຄົງຂາດລອຍ ເປັນຝອຍລະລ່ອງ
ເກືອບສູນສິ້ນຮັກ ທີ່ຍັງໃຝ່ປອງ
ເກືອບຕ້ອງຫ່າງໄກ ເພາະຊາຍອວດດີ…

ເພງ “ວິວານໍ້າຕາ”
ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌
1) ນ້ອງຂໍສັ່ງລາ ລາກ່ອນເຖີດໜາຄົນດີ
ເໝືອນເວນກັມນ້ອງມີ ໃຫ້ນ້ອງນີ້ຈຳພາກຈາກໄກ
ນ້ອງຂໍລາກ່ອນ ອ້າຍຢ່າໄດ້ຄິດເສັຽໃຈ
ຫາກຂືນລໍຄອຍອ້າຍໄປ ອີກເມື່ອໃດໜໍອ້າຍຈະໝັ້ນ
2) ນ້ອງນີ້ຕັ້ງຕາ ລໍອ້າຍບໍ່ມາຈັກທີ
ຝືນໃຈລໍຫຼາຍປີ ກໍເຫັນມີພຽງແຕ່ໃນຝັນ
ສຸດເຫຼືອຈະທົນ ອ້າຍຄົງຈະຄິດລືມກັນ
ເຮົາສອງກ່ອນເຄີຍສັມພັນ ອ້າຍຄົງລືມວັນທີ່ເຮົາສັນຍາ
• ອ້າຍຄົງຄິດ ວ່ານ້ອງປ່ຽນໃຈ
ເກີດມີຮັກຄົນໃໝ່ ຈຶ່ງໄດ້ເຂົ້າສູ່ວິວາ
ຫົວໃຈຈິງແທ້ ນ້ອງຍັງຮັກຝັງອຸຣາ
ຈຳໃຈຈຳຕ້ອງວິວາ ທັ້ງໆນໍ້າຕາຂອງນ້ອງຕົກໃນ
3) ນ້ອງຂໍສັ່ງລາ ເພາະວາສນາບໍ່ສົມ
ຫົວໃຈສຸດຣະທົມ ສຸດຂື່ນຂົມເພາະຄວາມນ້ອຍໃຈ
ສິ່ງຫວັງຕ້ອງສູນ ເພາະອ້າຍບໍ່ຄິດສົນໃຈ
ຄວາມຮັກຕ້ອງສິ້ນສລາຍ ນ້ອງຈຶ່ງປ່ຽນໃຈເຂົ້າສູ່ວິວາ…

ເພງ “ນຶ່ງໃນຫົວໃຈ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1961)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌
1) ນຶ່ງເທົ່ານັ້ນ ໃນຫົວໃຈ
ເຝົ້າຫຼົງໃຫຼ ທຸກຄືນວັນ
ບໍ່ມີໃຜ ມາທຽມທັນ
ບໍ່ມີວັນ ຈະລືມເລີຍ
2) ນຶ່ງເທົ່ານັ້ນ ຄອງຫົວໃຈ
ສຸດໃຈໝາຍ ເຫຼືອຈະເອີ່ຍ
ຈະປອງອ້າຍ ໝາຍຊື່ນເຊີຍ
ນ້ອງບໍ່ເຄີຍ ຄິດຫຼອກລວງ
• ຫຼົງຮັກຫຼົງຫ່ວງ ແທບປ່ວງຈຽນບ້າ
ໂອ້! ອະນິຈາ ຄວາມຮັກປັກຊວງ
ຮັກດຽວໃຈດຽວ ໜຽວໜັກປັກໜ່ວງ
ໂອ້ເທບບົນສວງ ຢ່າລວງຂໍທີ
3) ນຶ່ງເທົ່ານັ້ນ ໃນຫົວໃຈ
ໂປຣດຈຳໄວ້ ນະຄົນດີ
ອ້າຍເປັນຍອດ ຂວັນຊີວີ
ຊົ່ວຊີບນີ້ ນ້ອງຂໍຈອງ…

ເພງ “ເປັນຫຍັງຈຶ່ງລືມ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
1) ເປັນຫຍັງຈຶ່ງລືມ ເປັນຫຍັງຈຶ່ງລືມ
ບອກວ່າບໍ່ລືມ ນ້ອງຍັງຈຳໄດ້
ຜີສາງຍັກໂຂ ຫຼືດ້ວຍເຫດໃດ
ຫຼືວ່າຜູ່ໃຫຍ່ ປອບໃຈໃຫ້ລືມສັນຍາ
2) ເປັນຫຍັງຈຶ່ງລວງ ເປັນຫຍັງຈຶ່ງລວງ
ບອກຈະບໍ່ລວງ ຫວງປານແກ້ວຕາ
ກ່ອນນີ້ບອກນ້ອງ ໝາຍປອງໜັກໜາ
ຂໍເອົາຊີວາ ອາສາມອບໝາຍໃຫ້ຄອງ
• ກ່ອນຈາກກັນ ຄືນນັ້ນຍັງຈຳໄດ້ດີ
ໃສວ່ານ້ອງນີ້ ເປັນເທພີທີ່ອ້າຍໝາຍປອງ
ອ້າຍສາບານວ່າ ຈະບໍ່ປ່ຽນໃຈເປັນສອງ
ຮັກດຽວຮັກດຽວແຕ່ນ້ອງ ຮັບຮອງບໍ່ກ່ຽວຍິງໃດ
3) ເປັນຫຍັງຈຶ່ງລືມ ເປັນຫຍັງຈຶ່ງລວງ
ຜູ່ໃດຂັດຂວາງ ຂໍໃຫ້ວອດວາຍ
ຫຼືອ້າຍເບື່ອນ້ອງ ແລ້ວຈຶ່ງປ່ຽນໃຈ
ເຜີຍມາເຖີດອ້າຍ ຈະໄດ້ໃຝ່ຫາຊາຍອື່ນ…

ເພງ “ອາທິດອັສດົງ”
ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1971)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌
1) ອາທິດໃກ້ດັບ ອັບແສງທອງ
ນະພາຟ້າຜ່ອງ ກັບໝອງມົວເສົ້າ
ສູນສິ້ນຕະວັນ ຟ້າຈາງງຽບເຫງົາ
ທ້ອງຟ້າໂສກເສົ້າ ດັ່ງເຮົາອ້າງວ້າງ
2) ອາທິດຄ້ອຍເຄື່ອນ ເລືອນລັບຕາ
ເໝືອນຄົນຮັກຂ້າ ລາລັບໄກຫ່າງ
ລາຈາກກັນໄປ ພ້ອມໃຈຈືດຈາງ
ປ່ອຍເຮົາອ້າງວ້າງ ທາງຮັກພັງສລາຍ
• ອາທິດຍາມລັບ ໄປນັ້ນ
ດັ່ງຈະກະຊາກໃຈກັນ ໃຫ້ຫຼຸດຕາມໄປ
ເພາະຍາມຟ້າເສົ້າ ຂ້າສຸດເຫງົາໃຈ
ຢາກຕາມອາທິດໄປ ທຸກໆວິນາທີ
3) ອາທິດດວງຈິດ ຂອງທິວາ
ເຈົ້າເມີນໜີໜ້າ ໄປແລ້ວຫຼືນີ້
ແລ້ວອີກເມື່ອໃດ ເຈົ້າຈະປຣານີ
ສົ່ງຣັສມີ ສ່ອງທິວາອີກໜໍ…

ເພງ “ອະດີດລຳລຶກ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌
1) ອະດີດຍັງຝັງ ຍັງຝັງຢູ່ໃນດວງຈິດ
ຍັງເພີ້ຍັງຄິດ ເຖິງຄວາມຫຼັງເຄີຍຜ່ານມາ
ຍັງຮັກຍັງຫຼົງ ຍັງຄົງຕິດຕຣຶງອຸຣາ
ຫົວໃຈຍັງປຣາຖນາ ຢາກເຫັນຢາກມາຢູ່ຮຽງຄຽງຂວັນ
2) ອະດີດຍັງເຕືອນ ຍັງເຕືອນບໍ່ມີວັນໜ່າຍ
ຍັງຄິດຍັງໝາຍ ຫວັງໃຈຕໍ່ສັນຍານັ້ນ
ທີ່ຮັກຄົງຮູ້ ຄົງຮູ້ແກ່ໃຈມານານ
ທີ່ສອງເຮົາແຍກທາງກັນ ດ້ວຍຄວາມກົດດັນຂອງປຣະເພນີ
• ຄົງເປັນເວນກັມ ຊັກນຳດຶງຈ່ອງເຮົາ
ຮັກຈຶ່ງຕ້ອງເສົ້າ ເຜົາທາງຮັກເປັນທຸລີ
ໂທ້! ກາມເທບ ໃຈຮ້າຍບໍ່ຄິດປຣານີ
ຮັກກັນໝັ້ນຢູ່ດີໆ ຍັງມີແນວທາງແຍກກັນ
3) ອະດີດຄວາມຮັກ ຄວາມຮັກເຮົານັ້ນຍັງຢູ່
ຍັງຮັກຍອດຊູ້ ຄູ່ແລ້ວຄາດແຄ້ວຈາກກັນ
ຢ່າລືມຢ່າລືມ ຢ່າລືມຄວາມຫຼັງກ່ອນນັ້ນ
ຮັກຍັງຄົງຢູ່ທຸກວັນ ຮັກຈົນເຖິງວັນ ວັນຈະສິ້ນໃຈ…

ເພງ “ຢາດນໍ້າທານຮັກ”
ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ & ສິລປ໌ ເມືອງໃຕ້ & ພົມມະ ພິມມະສອນ (1965)
ນັກຮ້ອງຕົ້ນສະບັບ : ຈັນສມອນ ສິນບັນດິດ
1) ຢາດນໍ້າທານຮັກ ໃຫ້ອ້າຍສົມຫວັງ
ຕັດໃຈຫຼີກທາງ ໃຫ້ອ້າຍເປັນສຸກ
ນ້ອງຍອມຊອກຊໍ້າ ຍອມຣະກຳທົນທຸກ
ພຽງອ້າຍເປັນສຸກ ນ້ອງກໍຊື່ນໃຈ
2) ຢາດນໍ້າທານຮັກ ຫັກໃຈອຳລາ
ໂຊກດີເຖີດໜາ ຂວັນຕາຂວັນໃຈ
ສິ້ນກັນເທົ່ານີ້ ຢ່າໄດ້ມີເຍື່ອໃຍ
ຈະຊໍ້າພຽງໃດ ນ້ອງກໍຈະທົນ
• ຈົ່ງລືມ ເຖີດອ້າຍ
ຢ່າອາລັຍ ຫ່ວງໃຍຣຶທັຍຈະໝົ່ນ
ເພາະຟ້າລິຂິດ ຊີວິດບັນດົນ
ໃຫ້ເຮົາສອງຄົນ ຈຳຕ້ອງຈາກກັນ
3) ຢາດນໍ້າທານຮັກ ດ້ວຍໃຈຍັງຄິດ
ມາດແມ່ນຊີວິດ ນ້ອງຈະຈາບັນ
ຖ້າຊາດໜ້າມີ ຢ່າໄດ້ມີໃຜພານ
ວອນຟ້າສວັນ ນັ້ນຈົ່ງເມດຕາ…

ເພງ “ສິ້ນສຸຣິຍັນ” (ຍິງ)
ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1973)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
1) ສິ້ນສຸຣິຍັນ ຕະວັນອຳລານະພາໝົ່ນ
ໝູ່ນົກວົກວຽນວົນ ຄືນກັບຮັງນອນ
ດວງຈັນກໍໝຸນມາໃໝ່ ຢູ່ໃສເພື່ອນເຄີຍຮ່ວມໝອນ
ຈາກຈອນ ແລ້ວບໍ່ກັບມາ
2) ເຊັ່ນສຸຣິຍັນ ຜ່ານຢ້ຽມຂອບຟ້າທິວາກະຈ່າງ
ຄໍ່າແລງແສງເລືອນລາງ ຄ່ອຍຈືດຈາງລາ
ດວງໃຈເຂົາກໍເໝືອນກັນ ສົງສານຊົ່ວພຽງເວລາ
ຜ່ານມາ ແລ້ວກໍຜ່ານໄປ
• ໂອ່ໂອ້ສຸຣີ ແມ່ນຈຳຕ້ອງລາ
ຍັງກັບມາ ເມື່ອອະຣຸນໃໝ່
ແລ້ວຮັກ ທີ່ຈອນຈາກໄປ
ເມື່ອໃດ ໜໍຈະກັບມາ
3) ສິ້ນຄວາມສົງສານ ໝົດຄວາມປຣານີແລ້ວຫຼືໃດ
ຈຶ່ງຮ້າງເຫີນຫ່າງໄປ ເໝືອນເຊັ່ນທາຣາ
ລືມຄຳທີ່ເຄີຍພໍ່າພອດ ຖອດຄືນຊຶ່ງຄວາມສເນຫາ
ຈາກລາ ແລ້ວລືມສິ້ນກັນ…

ເພງ “ສິ້ນສຸຣິຍັນ” (ຊາຍ)
ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1973)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ
1) ສິ້ນສຸຣິຍັນ ຕະວັນອຳລານະພາໝົ່ນ
ໝູ່ນົກວົກວຽນວົນ ຄືນກັບຮັງນອນ
ດວງຈັນກໍໝຸນມາໃໝ່ ຢູ່ໃສເພື່ອນເຄີຍຮ່ວມໝອນ
ຈາກຈອນ ແລ້ວບໍ່ກັບມາ
2) ເຊັ່ນສຸຣິຍັນ ຜ່ານຢ້ຽມຂອບຟ້າທິວາກະຈ່າງ
ຄໍ່າແລງແສງເລືອນລາງ ຄ່ອຍຈືດຈາງລາ
ດວງໃຈເຂົາກໍເໝືອນກັນ ສົງສານຊົ່ວພຽງເວລາ
ຜ່ານມາ ແລ້ວກໍຜ່ານໄປ
• ໂອ່ໂອ້ສຸຣີ ແມ່ນຈຳຕ້ອງລາ
ຍັງກັບມາ ເມື່ອອະຣຸນໃໝ່
ແລ້ວຮັກ ທີ່ຈອນຈາກໄປ
ເມື່ອໃດ ໜໍຈະກັບມາ
3) ສິ້ນຄວາມສົງສານ ໝົດຄວາມປຣານີແລ້ວຫຼືໃດ
ຈຶ່ງຮ້າງເຫີນຫ່າງໄປ ເໝືອນເຊັ່ນທາຣາ
ລືມຄຳທີ່ເຄີຍພໍ່າພອດ ຖອດຄືນຊຶ່ງຄວາມສເນຫາ
ຈາກລາ ແລ້ວລືມສິ້ນກັນ…
