ເພງ “ເຫຼືອແຮງຮັກ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ
ນັກຮ້ອງຕົ້ນສະບັບ : ຈັນທະຣາ

ວິດີໂອດົນຕຣີບັນເລງເພງ “ເຫຼືອແຮງຮັກ”
  1. ເຫຼືອແຮງນ້ອງຮັກ ອ້າຍຈາກຫົວໃຈແທ້ຈິງ
    ຍອມເສັຽທຸກສິ່ງ ດ້ວຍໃຈສຸດຮັກສຸດຫວງ
    ຫວັງໃຫ້ຄວາມຮັກໝັ້ນຄົງ ປ່ອຍກາຍລຸ້ມຫຼົງຈົນຖືກລວງ
    ນ້ອງຮັກນ້ອງຫ່ວງ ອ້າຍມານານປີຈົນເສົ້າໝອງ

  2. ນ້ອງແສນຈະຮັກ ອ້າຍປັກຣຶທັຍຜູ່ດຽວ
    ແຕ່ອ້າຍບໍ່ກ່ຽວ ກັບມີຄູ່ຮັກຄຽງສອງ
    ລືມສິ້ນຄວາມຫວານຜ່ານມາ ລືມຄຳສັນຍາທີ່ໃຫ້ນ້ອງ
    ອ້າຍມີຄູ່ຄອງ ນອນຮ່ວມຄຽງສອງຄົງສຸກໃຈ

  3. ຜີເອີຍຕົນໃດ ເຂົ້າສິງໃຈເຈົ້າ
    ຈຶ່ງລືມຄົນເກົ່າ ລືມຮັກໄປໄດ້
    ອ້າຍເຄີຍບອກນ້ອງ ຢາກຄອງຊາມວັຍ
    ແຕ່ແລ້ວເຫດໃດ ອ້າຍຈຶ່ງຫຼອກຫຼອນ

  4. ນໍ້າຕານ້ອງລິນ ແທບສິ້ນຊີວາເພາະຕຣົມ
    ໃຈນ້ອງຣະທົມ ບົ່ມຄວາມເຈັບແຄ້ນສຸດຖອນ
    ນ້ອງຈະຈົດຈຳໃຫ້ດີ ວ່າໃຈອ້າຍມີແຕ່ຫຼອກຫຼອນ
    ສິ້ນແລ້ວລາກ່ອນ ຂໍຢ່າອາວອນກັນອີກເລີຍ…
ວິດີໂອໂນຕບັນເລງເພງ ” ເຫຼືອແຮງຮັກ”

ເພງ “ສົມຣົສສົມຮັກ”

ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ
ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທີພັນ

ວິດີໂອດົນຕຣີບັນເລງເພງ “ສົມຣົສສົມຮັກ”
  1. ເມື່ອທ່ານທັງສອງ ສົມປອງໝາຍໝັ້ນກັນແລ້ວ
    ຫວັງເປັນຜົວທິບເມັຽແກ້ວ ແນ່ແລ້ວພົບຄວາມສຸຂສັນ
    ຫວັງມອບຊີວິຕ ຈິຕໃຈໄວ້ອົກດຽວກັນ
    ຕ່າງກໍສັດທາຍຶດໝັ້ນ ໃຝ່ຝັນເຖິງວັນວິວາ

  2. ພໍ່ແມ່ຍາຕມິຕ ຕ່າງຄິດຕໍ່ເຕີມເສີມສ້າງ
    ຊ່ວຍເປັນພາຣະທຸກຢ່າງ ໃຫ້ສົມດັ່ງປຣາຖນາ
    ໃຫ້ທ່ານສົມຣົສ ສົມຮັກສົມດັ່ງອຸຣາ
    ພີ່ນ້ອງເພື່ອນຝູງທົ່ວໜ້າ ຕ່າງມາຊ່ວຍຮ່ວມອວຍຊັຍ

  3. ຈົ່ງ… ຄອງຮັກໃຫ້ຍືນຍາວໝັ້ນ
    ຢ່າແປຜັນ ຈວບວັນແກ່ເຖົ້າລົງໄປ
    ຊັບສິນເງິນທອງ ກໍຈົ່ງເນືອງນອງຫຼັ່ງໄຫຼ
    ແມ່ນເກີດລູກຍິງຊາຍ ໃຫ້ເລີດດ້ວຍປະຕິພານ

  4. ບັດນີ້ທັງສອງ ສົມປອງເປັນຄູ່ກັນແລ້ວ
    ໄດ້ເປັນຜົວທິບເມັຽແກ້ວ ແນ່ແລ້ວພົບຄວາມສຸຂສັນ
    ແມ່ນຍາມພັ້ງພາດ ຜິດໄປອະພັຍໃຫ້ກັນ
    ດວງໃຈສອງຈົ່ງຍຶດໝັ້ນ ຕໍ່ຄຳຂວັນຜົວດຽວເມັຽດຽວ…
ວິດີໂອໂນຕບັນເລງເພງ ” ສົມຣົສສົມຮັກ”

ເພງ “ກ້ຽວສາວງື່ມ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1964)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ & ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ກ້ຽວສາວງື່ມ”

(ຊາຍ) ໂອ້… ສາວແຄມງື່ມແຫ່ງນີ້
ອ້າຍຂໍຝາກໄມຕຣີ ກັບນ້ອງນີ້ດ້ວຍໃຈໝາຍໝັ້ນ
ຂໍຝາກກາຍ ຝາກດວງຊີວັນ
ມອບໃຫ້ແດ່ຈອມຂວັນ ນວນນ້ອງສາວແຄມງື່ມ
ຮັກເຈົ້ານີ້ ອ້າຍບໍ່ຄິດຈະລະລືມ
ຫວັງຕາຍຮ່ວມສາວງື່ມ ບໍ່ລືມບໍ່ເລືອນໜີເລີຍ

(ຍິງ) ໂອ້… ບ່າວວຽງຈັນນີ້ເອີຍ
ນ້ອງເກີດມາບໍ່ເຄີຍ ຈະຮັກຊາຍຄົນໃດມາກ່ອນ
ນ້ອງເປັນສາວ ຊາວປ່າດົງດອນ
ໃຜບໍ່ເຄີຍມາວອນ ຂໍຄວາມຮັກຈາກນ້ອງ
ມີແຕ່ອ້າຍ ຄົນດຽວທີ່ມາໝາຍປອງ
ນ້ອງເອງບໍ່ຂັດຂ້ອງ ຮັກນ້ອງແລ້ວຢ່າປ່ຽນໃຈ

(ຊາຍ) ນໍ້າງື່ມຮັກແຄມງື່ມ ນັ້ນພຽງໃດ
ກໍປຽບເໝືອນຫົວໃຈ ອ້າຍຮັກນ້ອງພຽງນັ້ນ
(ຍິງ) ນໍ້າງື່ມຮັກແຄມ ບໍ່ຍອມແປຜັນ
ຂໍດວງໃຈອ້າຍນັ້ນ ເໝືອນນໍ້າງື່ມນີ້ແລ້ວກໍພໍ

(ຊາຍ) ໂອ້… ສາວແຄມງື່ມນີ້ໜໍ
ອ້າຍຂໍຮັກນ້ອງໝັ້ນ ຊົ່ວຊີວັນຈະຈາກໂລກນີ້
(ຍິງ) ນ້ອງເໝືອນກັນ ຈະຊື່ສັດພັກດີ
ຮັກແຕ່ພຽງອ້າຍນີ້ ບໍ່ມີວັນລືມໄດ້

(ຊາຍ) ບຸນອ້າຍແລ້ວ ນ້ອງແກ້ວເຈົ້າຍັງເຫັນໃຈ
(ຍິງ) ເພາະນ້ອງກໍຮັກອ້າຍ ຮັກອ້າຍໝາຍຝາກຊີວັນ
(ຊາຍ) ນ້ອງເອີຍຢ່າເລີຍ ລະລືມຮັກໝັ້ນ
(ຍິງ) ອ້າຍເອີຍ ນ້ອງບໍ່ລືມເລີຍຮັກນັ້ນ
(ຮ່ວມ) ເຮົາຂໍຢູ່ຮ່ວມກັນ ຮັກກັນຊົ່ວນິຣັນດອນ…

ວິດີໂອໂນຕບັນເລງເພງ ” ກ້ຽວສາວງື່ມ”

ເພງ “ແສງເດືອນໃນອະດີດ”

ເນື້ອຮ້ອງ & ທຳນອງ : ສິລ ເມືອງໃຕ້
ນັກຮ້ອງຕົ້ນສະບັບ : ເພັດສມອນ

ວິດີໂອດົນຕຣີບັນເລງເພງ “ແສງເດືອນໃນອະດີດ”
  1. ແສງເດືອນ ໆ ໆ ໆ ແສງເດືອນຄືນກ່ອນ
    ເຄີຍໄດ້ພັກຜ່ອນ ຊົມເດືອນ
    ຄືນກ່ອນມີນ້ອງ ໆ ໆ ມີນ້ອງເປັນເພື່ອນ
    ເປັນເພື່ອນ ໆ ຊົມເດືອນແລະດາວອິດສາ…

  2. ບັດນີ້ນ້ອງຄົງມີໃໝ່ແລ້ວ ຈຶ່ງບໍ່ມີວີ່ແວວ
    ແລ້ວໄປໃຫ້ຫ່ວງ ຄອຍຫາ
    ນ້ອງໄປຫຼົງອ້ອມກອດໃຜ ຈຶ່ງບໍ່ມາ
    ຄືນນີ້ດວງຈັນຈ້າ ແຈ່ມເວຫາກໍເໝືອນມືດມົນ…

  3. ຫຼືລົມ ໆ ໆ ໆ ຫຼືລົມພັດເປົ່າ
    ພານວນນ້ອງເຈົ້າ ຫ່າງພົ້ນ
    ໃຈຈືດໃຈເຄັມໃຈຂົມໃຈປີ້ນ ປີ້ນລວງໃຫ້ມົ່ນ
    ໃຫ້ມົ່ນ ໃຫ້ມົ່ນ ຈົນແທບຈະຕາຍທັ້ງຢືນ…

  4. ນ້ອງລືມຮັກທີ່ເຄີຍຈຸມພິດ ລືມອາຍອຸ່ນສນິດ
    ນິດດຽວບໍ່ລໍ່າ ຈຳຝືນ
    ເກັບຄວາມຕຣົມຂົມໃຈໄວ້ ຍາມຄໍ່າຄືນ
    ຄືນນີ້ຄືນຂົມຂື່ນ ຄືນຂື່ນຂົມເພາະຍິງໃຈດຳ…

  5. ແສງເດືອນ ໆ ໆ ໆ ແສງເດືອນຄືນນີ້
    ຫົວໃຈປົ່ນປີ້ ເຈັບຊໍ້າ
    ຫຼຽວເບິ່ງດວງຈັນນໍ້າຕາ ໄຫຼຕົກຫົວອົກຄວນຄໍ່າ
    ຄວນຄໍ່າຄວນຫາ ເຖິງອະດີດຮັກ…
ວິດີໂອໂນຕບັນເລງເພງ ” ແສງເດືອນໃນອະດີດ”

ເພງ “ຮັກເພື່ອຊໍ້າ”

ເນື້ອຮ້ອງ & ທຳນອງ : ວິສັນ ສີສຸນທອນ
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ຮັກເພື່ອຊໍ້າ”
  1. ຮູ້ວ່ານາງ ນັ້ນສູງເກີນກວ່າ
    ຮູ້ວ່າຕົວ ນີ້ຕໍ່າພຽງດິນ
    ຮູ້ວ່າຮັກ ນີ້ຄົນດູໝິ່ນ
    ຮູ້ວ່າສິ້ນ ຄົນສົງສານ

  2. ຮູ້ວ່ານາງ ນັ້ນຕີຕົວຫ່າງ
    ຮູ້ວ່າທາງ ຮັກນີ້ມີມານ
    ຮູ້ວ່າມີ ກຳແພງຂວາງກັ້ນ
    ຮູ້ວ່າຈອມຂວັນ ລືມກັນເພາະເບື່ອຄວາມຈົນ

  3. ອ້າຍມີຄວາມຮັກ ເພື່ອຄອຍຄວາມເສົ້າໂສກສັນ
    ອ້າຍມີຄວາມຮັກ ເພື່ອຄອງຄອຍວັນໝອງໝົ່ນ
    ອ້າຍສ້າງຄວາມຮັກ ເພື່ອຄອຍໃຫ້ນ້ອງປ່ຽນວົນ
    ອ້າຍສ້າງຄວາມຮັກ ເພື່ອຄອຍຫາຄົນທຳລາຍ

  4. ຮູ້ຈັກວັນ ອ້າຍຕ້ອງຂົມຂື່ນ
    ຮູ້ຕ້ອງກືນ ນໍ້າຕາເສົ້າໃຈ
    ຮູ້ວ່າຮັກ ແລ້ວນາງຕ້ອງໜ່າຍ
    ຮູ້ຢູ່ແກ່ໃຈ ວ່າຮັກນີ້ຢູ່ພຽງຝັນ…
ວິດີໂອໂນຕບັນເລງເພງ ” ຮັກເພື່ອຊໍ້າ”

ເພງ “ນິມິດພິສວາດ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ນິມິດພິສວາດ”
  1. ຈົນແລ້ວທົນຈຽມ ໜຽມອາຍໃຝ່ຝັນທຸກຄືນ
    ຝັນໄດ້ເຊີຍຊື່ນ ທຸກວັນແລະຄືນຊື່ນໃຈ
    ອ້າຍພານ້ອງຍ່າງທົ່ວແດນ ຮອດແມນວິມານກວ້າງໃຫຍ່
    ຫຼັບໄປຝັນໄປ ມິໄດ້ເລືອນລາ

  2. ເຮົາສອງຄູ່ກັນ ເໝືອນຈັນຄູ່ຟ້າເບື້ອງບົນ
    ພຣະເຈົ້າຄົງດົນ ຜິວມົນຮັກທານໃຫ້ມາ
    ນ້ອງນາງຜິວຜ່ອງຂາວນວນ ຊິດຊວນມິຄວນຫ່າງລາ
    ສຸດປຣາຖນາ ດວງໃຈ

  3. ນາງນອນແນບອົກ ດັ່ງນົກຫຼົງຮັງ
    ແມ່ໂສມສະອາງ ຊ່າງພາຫຼົງໄຫຼ
    ບໍ່ເຄີຍເມີນໝາງ ເໝືອນນາງຮູ້ໃຈ
    ກອດນາງເອົາໄວ້ ສຸກໃຈເຫຼືອທົນ

  4. ພັກນ້ອງເໝືອນຈັນ ວັນເພັງເປັ່ງແສງໂສພາ
    ສອງບົວຊັກພາ ຫວິວໃນອຸຣາເຫຼືອລົ້ນ
    ສຽງລົມພັດໄຜ່ພຣຶກສາ ສຽງນອງຈາກຟ້າຫ່າຝົນ
    ຕື່ນໃຈໄຮ້ຜົນ ຈາກຝັນ…
ວິດີໂອໂນຕບັນເລງເພງ ” ນິມິດພິສວາດ”

ເພງ “ຈະຄອຍຂວັນໃຈ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ຈະຄອຍຂວັນໃຈ”
  1. ໂອ້ສຸດທີ່ຮັກ ຈາກກັນແລ້ວຫຼືໃດ
    ໂອ້ຍອດດວງໃຈ ຈາກໄປໄກລັບຕາ
    ຢ່າລືມຄວາມຮັກ ຢ່າລືມຄຳສັນຍາ
    ຢ່າລືມວາຈາ ທີ່ນ້ອງເຄີຍໃຫ້ໄວ້…

  2. ໂອ້ສຸດທີ່ຮັກ ຈາກກັນແລ້ວຫຼືນີ້
    ໂອ້ຍອດຊີວີ ໄປດີມີໂຊກຊັຍ
    ອ້າຍຈະຄິດເຖິງ ຄິດເຖິງພຽງຂວັນໃຈ
    ຈະສົ່ງຈົດໝາຍ ເຖິງນ້ອງທຸກສັປດາ…

  3. ແລ້ວນ້ອງຢ່າລືມ ຢ່າລືມຕອບອ້າຍເດີ້ນາງ
    ຈະຄອຍຄວາມຫວັງ ຈະຄອຍຈົດໝາຍຂວັນຕາ
    ເຖິງຈະຢູ່ໄກ ຢູ່ໄກຄົນລະຂອບຟ້າ
    ບໍ່ມີປັນຫາ ເມື່ອສອງເຮົາຮັກກັນ…

  4. ຈົ່ງຈາກໄປດີ ທີ່ຮັກຢ່າຣະທົມ
    ຢ່າໂສກຢ່າຕຣົມ ຂື່ນຂົມເສົ້າຈາບັນ
    ອ້າຍນີ້ຈະຄອຍ ຈະຄອຍຊົ່ວນິຣັນ
    ຈະຄອຍຈອມຂວັນ ຊົ່ວຟ້າດິນມະລາຍ…
ວິດີໂອໂນຕບັນເລງເພງ ” ຈະຄອຍຂວັນໃຈ”

ເພງ “ເພາະຮັກ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ເພາະຮັກ”
  1. ເພາະຮັກດອກໜາ ຂ້າຈຶ່ງເຈັບຊໍ້າ
    ໃຈສຸດຣະກັມ ຖືກເຂົາຂະຍີ້
    ຄວາມຮັກສູນສິ້ນ ຄວາມຫວັງປົ່ນປີ້
    ນີ້ຫຼືຮັກທີ່ ເຂົາບອກສຸດຈະຮັກຈິງ

  2. ເພາະຮັກດອກໜາ ຂ້າຈຶ່ງຕ້ອງອາຍ
    ຖືກເຂົາທຳລາຍ ວອດວາຍທຸກສິ່ງ
    ນີ້ຫຼືຄວາມຮັກ ອອກຈາກໃຈຍິງ
    ສິ້ນແລ້ວທຸກສິ່ງ ບອກຮັກແລ້ວກໍທຳເມີນ

  3. ສົມໃຈເຈົ້າແລ້ວ ຫຼືບໍ່ນາງງາມ
    ທີ່ເຈົ້າທຳນັ້ນ ມັນງາມໜ້າເຫຼືອເກີນ
    ຄົນທັງເມືອງ ເຂົາຄົງຈະສັນຣະເສີນ
    ວ່າຄວນເອົາ ເຈົ້ານັ້ນມາເປັນຢ້ຽມຢ່າງ

  4. ເພາະຮັກດອກໜາ ຂ້າຈຶ່ງປວດຣ້າວ
    ຈົ່ງລືມເຣື່ອງລາວ ຜ່ານມາຕ່າງໆ
    ພໍແລ້ວຄວາມຮັກ ອອກຈາກໃຈນາງ
    ສິ້ນແລ້ວທຸກຢ່າງ ຄວາມຮັກຂໍສາບແລ້ວເອີຍ…
ວິດີໂອໂນຕບັນເລງເພງ ” ເພາະຮັກ”

ເພງ “ນ້ອງສາວເຈົ້າຢູ່ໃສ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ນ້ອງສາວເຈົ້າຢູ່ໃສ”
  1. ນ້ອງສາວ ເຈົ້າຢູ່ໃສ ຢູ່ໃສກັນນີ້
    ຊ່າງງາມລໍ້າ ກໍ້າກຶ່ງມາລີ
    ບານສົດສີ ສວຍເກີນໃຈ

  2. ນ້ອງເອີຍ ຂໍຈົ່ງເຜີຍ ຈົ່ງເຜີຍຄວາມໃນ
    ຢາກຈະຮູ້ ນ້ອງຢູ່ບ້ານໃດ
    ຢາກຝາກໃຈ ຝາກຮັກຈິງ

  3. ພຽງແຕ່ນ້ອງຍິ້ມ ສົ່ງມາໃຫ້ເຫັນ
    ຫົວໃຈຈົນເຕັ້ນ ເກືອບລືມທຸກສິ່ງ
    ນ້ອງມີຄູ່ຮັກ ຫຼືຍັງຍອດຍິງ
    ໂປຣດບອກຄວາມຈິງ ຢ່າອຳໄວ້ເລີຍ

  4. ນ້ອງສາວ ເຈົ້າຢູ່ໃສ ຢູ່ໃສແທ້ເອີຍ
    ຫາກສົງສານ ກໍຈົ່ງຮີບເຜີຍ
    ຢ່າທຳເສີຍ ໃຫ້ຊໍ້າໃຈ…
ວິດີໂອໂນຕບັນເລງເພງ ” ນ້ອງສາວເຈົ້າຢູ່ໃສ”

ເພງ “ຫາດຊາຍສວັນ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຫາດຊາຍສວັນ”
  1. ຫາດຊາຍ ສວັນ
    ແສນງາມຕາ ເມື່ອຍາມໄດ້ມາເດີນຊົມ
    ງາມຊາຍຂາວ ແວວວາວດັ່ງທອງ
    ເຫັນນໍ້າຟອງ ອ່ອນໄຫວຕາມລົມ
    ທັມມະຊາດຊ່າງສົມ ງາມຍິ່ງ

  2. ຫາດຊາຍ ແດນນີ້
    ເໝືອນດັ່ງມີ ມົນພາໃຫ້ຝັນເສັຽຈິງ
    ຊ່າງງາມສົມ ດັ່ງພຣົມເສກສັນ
    ແສງຕາວັນ ສ່ອງແສງງາມຍິ່ງ
    ຊ່າງງາມຈິງ ເໝືອນແດນວິມານ

  3. ງາມແສງຈັນ ເມື່ອຍາມຄໍ່າຄືນ
    ສອງເຮົາໄດ້ຢືນ ຊົມກາງຫາດຊາຍສວັນ
    ຍັງ ຕິດໃຈໃຝ່ຝັນ ຄະນຶງທຸກວັນ
    ຫາດຊາຍຄືນນັ້ນ ສຸກໃຈ

  4. ຫາດຊາຍ ກາງຂອງ
    ໃຜໄດ້ມອງ ກໍຄົງສຸກສົມຫົວໃຈ
    ດັ່ງປຽບເໝືອນ ດິນແດນແຫ່ງຝັນ
    ທຸກຄືນວັນ ບໍ່ຫຼົງລືມໄປ
    ທັມມະຊາດແຫ່ງໃດ ຫຼືຈະທຽມທັນ…
    ທັມມະຊາດແຫ່ງໃດ ຈະເໝືອນຫາດຊາຍສວັນ…
ວິດີໂອໂນຕບັນເລງເພງ ” ຫາດຊາຍສວັນ”