ເພງ “ພໍ່ຕູ້ເຜີຍ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (19??)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ພໍ່ຕູ້ເຜີຍ”

(ສອຍ)
ເດືອນດວງງາມ ລອຍແວວວັບຢູ່ບົນທ້ອງຟ້າ
ໝູ່ດາຣາລອຍນະພາ ໃນຄືນວັນເພັງ
ລອຍນະພາ ໃນຄືນວັນເພັງ

1) ພໍ່ຕູ້ເຜີຍນັ່ງຢູ່ປາຍຊານ ໄກວອູ່ຫຼານເຮັດສຽງອ້ອຍອີ່ແອ່ງ
ເດິກໄປລົມມັນກໍເລີຍພັດ ໃຈນຶກໜາວເລີຍລຸກມະກ່ອງມະແກ່ງ
ພໍລຸກໄປກໍເລີຍ ໄປຢຽບເອົາແອ່ງ ລົ້ມລົງທາງແຄງ ໂອ້ຍ! ຕາຍກູ ຕາຍກູ…

(ສອຍ)

2) ເມັຽຕູ້ເຜີຍຜູ່ນອນຢູ່ເທິງຕຽງ ພໍໄດ້ຍິນສຽງກໍເລີຍລຸກອອກມາດູ
ຕົກກະໃຈຄິດວ່າເປັນຄົນລຶກລັບ ຄວ້າເອົາໄມ້ຂະມັບເອົາລະບໍ່ມຶງກະກູ
ຈອບເຂົ້າໄປ ພໍແນມເຫັນໜ້າພຸ່ມພູ່ ໂດດເຂົ້າໄປສ່ອງດູ ເອົາລະບໍ່ກູກະມຶງ…

(ສອຍ)

3) ສ່ວນຕູ້ເຜີຍຜູ່ກຳລັງອ່ອນແຮງ ນອນຕະແຄງມອງເຫັນເລີຍຕົກຕະລຶງ
ເອ໋ະເມັຽກູເປັນຫຍັງຖືໄມ້ຂະມັບ ລຸກປຶບປັບຂະມັບວືມາພໍດີ
ຟັງສຽງດັງເກີນວ່າ ກ໊ອກໄດ້ກ໊ອກດີ ໜໍ່າຕັ້ງສິບຊາວທີ ສຽງມັນດີພໍຟັງ…

(ສອຍ)

4) ພໍສິ້ນຣົບເລີຍພິກເອົາສົບມາດູ ອ້າວຕາຍ! ຜົວກູຊູຂຶ້ນມາລຸກນັ່ງ
ທາງຕູ້ເຜີຍຍັງແຄ້ນໃຫ້ແກ່ເມັຽຮັກ ກໍເລີຍພລັກເອົາຈົນເມັຽກົ້ນທັ່ງ
ຢ່າງອົກຕຶງ ທຳໜ້າບຶ້ງຂຶງຂັງ ກູຕົກຊານກໍຍັງ ເອົາຂະມັບມາໃຫ້ກິນ…

(ສອຍ)

ໂນຕເພງ “ພໍ່ຕູ້ເຜີຍ”
ວິດີໂອບັນເລງເພງ “ພໍ່ຕູ້ເຜີຍ”