ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌
- ຫາດຊາຍ ສວັນ
ແສນງາມຕາ ເມື່ອຍາມໄດ້ມາເດີນຊົມ
ງາມຊາຍຂາວ ແວວວາວດັ່ງທອງ
ເຫັນນໍ້າຟອງ ອ່ອນໄຫວຕາມລົມ
ທັມມະຊາດຊ່າງສົມ ງາມຍິ່ງ - ຫາດຊາຍ ແດນນີ້
ເໝືອນດັ່ງມີ ມົນພາໃຫ້ຝັນເສັຽຈິງ
ຊ່າງງາມສົມ ດັ່ງພຣົມເສກສັນ
ແສງຕາວັນ ສ່ອງແສງງາມຍິ່ງ
ຊ່າງງາມຈິງ ເໝືອນແດນວິມານ - ງາມແສງຈັນ ເມື່ອຍາມຄໍ່າຄືນ
ສອງເຮົາໄດ້ຢືນ ຊົມກາງຫາດຊາຍສວັນ
ຍັງ ຕິດໃຈໃຝ່ຝັນ ຄະນຶງທຸກວັນ
ຫາດຊາຍຄືນນັ້ນ ສຸກໃຈ - ຫາດຊາຍ ກາງຂອງ
ໃຜໄດ້ມອງ ກໍຄົງສຸກສົມຫົວໃຈ
ດັ່ງປຽບເໝືອນ ດິນແດນແຫ່ງຝັນ
ທຸກຄືນວັນ ບໍ່ຫຼົງລືມໄປ
ທັມມະຊາດແຫ່ງໃດ ຫຼືຈະທຽມທັນ…
ທັມມະຊາດແຫ່ງໃດ ຈະເໝືອນຫາດຊາຍສວັນ…
