ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ
ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທີພັນ
- ເມື່ອທ່ານທັງສອງ ສົມປອງໝາຍໝັ້ນກັນແລ້ວ
ຫວັງເປັນຜົວທິບເມັຽແກ້ວ ແນ່ແລ້ວພົບຄວາມສຸຂສັນ
ຫວັງມອບຊີວິຕ ຈິຕໃຈໄວ້ອົກດຽວກັນ
ຕ່າງກໍສັດທາຍຶດໝັ້ນ ໃຝ່ຝັນເຖິງວັນວິວາ - ພໍ່ແມ່ຍາຕມິຕ ຕ່າງຄິດຕໍ່ເຕີມເສີມສ້າງ
ຊ່ວຍເປັນພາຣະທຸກຢ່າງ ໃຫ້ສົມດັ່ງປຣາຖນາ
ໃຫ້ທ່ານສົມຣົສ ສົມຮັກສົມດັ່ງອຸຣາ
ພີ່ນ້ອງເພື່ອນຝູງທົ່ວໜ້າ ຕ່າງມາຊ່ວຍຮ່ວມອວຍຊັຍ - ຈົ່ງ… ຄອງຮັກໃຫ້ຍືນຍາວໝັ້ນ
ຢ່າແປຜັນ ຈວບວັນແກ່ເຖົ້າລົງໄປ
ຊັບສິນເງິນທອງ ກໍຈົ່ງເນືອງນອງຫຼັ່ງໄຫຼ
ແມ່ນເກີດລູກຍິງຊາຍ ໃຫ້ເລີດດ້ວຍປະຕິພານ - ບັດນີ້ທັງສອງ ສົມປອງເປັນຄູ່ກັນແລ້ວ
ໄດ້ເປັນຜົວທິບເມັຽແກ້ວ ແນ່ແລ້ວພົບຄວາມສຸຂສັນ
ແມ່ນຍາມພັ້ງພາດ ຜິດໄປອະພັຍໃຫ້ກັນ
ດວງໃຈສອງຈົ່ງຍຶດໝັ້ນ ຕໍ່ຄຳຂວັນຜົວດຽວເມັຽດຽວ…
