ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງສ໌ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ
- ສິບປີທີ່ຜ່ານ ຊີວິດທະຫານ
ຕ້ອງໄກຈາກບ້ານ ຊົມຊານແທນສິ້ນຊີວີ
ຊີວິດທະຫານ ຜ່ານມາຫຼາຍປີ
ໄດ້ຊັ້ນເປັນພຽງຈ່າຕຣີ ໂຊກດີທີ່ເຫຼືອຕາຍ - ຫົວໃຈໝອງໝົ່ນ ຂາດຄົນແລຫຼຽວ
ຕ້ອງນອນໂດດດ່ຽວ ນອນໜາວຄົນດຽວເລື້ອຍໄປ
ຂາດຮັກຂັດສົນ ຂາດຄົນເຫັນໃຈ
ຫາກແມ່ນວ່າຍິງຄົນໃດ ສົນໃຈຈ່າຕຣີຂໍເຊີນ - ຍິງ… ຄົນໃດຈະເມດຕາ
ໂປຣດກະຣຸນາ ບອກມາຢ່າທຳເສີຍເມີນ
ນິສັຍໃຈຄໍແສນດີ ນາຣີບໍ່ເຄີຍລ່ວງເກີນ
ກຽດການພນັນ ເພາະມັນເຜົາຜານແຕ່ເງິນ
ຍິງໃດສົນໃຈຂໍເຊີນ ເຣື່ອງເງິນຂອງຈ່າພໍມີ - ຫຼາຍປີພົ້ນຜ່ານ ເນີນນານໃຈເຫຼືອ
ໃຜມີໃຈເຜື່ອ ຈຸນເຈືອເອື້ອເຟື້ອອາຣີ
ຂໍເອົາຫົວໃຈ ເປັນທາດເທພີ
ຍິງໃດຢາກໄດ້ຜົວດີ ຕ້ອງເອົາຈ່າຕຣີຢ່າງອ້າຍນີ້ເອີຍ…
