ເພງ “ສວັນສລາຍ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1968)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ
ຮ້ອງປະສານສຽງໂດຍ : ນິດ ວິຈິຕວົງ ແລະ ພົງສວັນ ສ. ຜາບມີໄຊ

ວິດີໂອດົນຕຣີບັນເລງເພງ “ສວັນສລາຍ”

1) ອັນຄວາມຮັກໃດ ຈະໃຫຍ່ຍິ່ງໜັກ ເກີນຮັກຂອງເຮົາ
ເໜືອຄວາມຮັກເຮົາ ເໜືອໃຈຂອງເຮົາ ຈະມີຢູ່ໃສ
ເມື່ອຍາມເຮົາສອງ ຮ່ວມຄອງສາບານ ຮ່ວມສັນຍາໃຈ
ສຸກໃດຊື່ນໃດ ຫອມໃດຫວານໃດ ຈະທຽມທຽບທັນ…

2) ອ້າຍບອກຮັກນ້ອງ ນ້ອງຕອບຮັກອ້າຍ ໃຈຮັກລອຍລິ່ວ
ສອງໃຈພັດປິວ ສອງໃຈລອຍລິ່ວ ສູ່ສວງສວັນ
ລືມຄວາມໝົ່ນໝອງ ລືມຄວາມທຸກຕຣົມ ຂອງໂລກສິ້ນພລັນ
ເໝືອນໃນຍາມນັ້ນ ໂລກເປັນສວັນ ຂອງເຮົາສອງຄົນ…

• ນ້ອງໃຫ້ແຮງໃຈ ອ້າຍມຸ່ງແຮງຫວັງ ຕັ້ງມານະສູ້
ເພື່ອຊີວິດຄູ່ ເພື່ອຄວາມເປັນຢູ່ ຂອງເຮົາສອງຄົນ
ໂອ້ທາງສວັນ ທີ່ເຮົາຮ່ວມກັນ ວາດໄວ້ໃຫຍ່ລົ້ນ
ຕ້ອງມາມືດມົນ ສັບສົນວົນວຽນ ໃຜປ່ຽນຫົວໃຈ…

3) ໃຜຜິດສັນຍາ ຜິດຄຳວ່າຮັກ ວ່າຮັກໜຽວໝັ້ນ
ຮັກດຽວຊົ່ວກາລ ຊົ່ວດວງຊີວັນ ຈະແຫຼກສລາຍ
ຜູ່ໃດກັນໜໍ ທີ່ລືມນໍ້າຄຳ ລືມສັນຍາໃຈ
ທີ່ເຄີຍວ່າໄວ້ ຈະເປັນໂສ້ໃຈ ຂອງກັນແລະກັນ…

ໂນຕເພງ “ສວັນສລາຍ”
ວິດີໂອໂນຕບັນເລງເພງ “ສວັນສລາຍ”