ເພງ “ຫຼັງສາກ”

ເນື້ອຮ້ອງ & ທຳນອງ : ພູວາ ວໍຣະເທດ (≲1970)
ນັກຮ້ອງຕົ້ນສະບັບ : ສີເມືອງ ສຸວັນລາສີ

ວິດີໂອດົນຕຣີບັນເລງເພງ “ຫຼັງສາກ”

1) ພາຍໃນດວງຕາ ຂອງນາງນັ້ນບອກ ບອກກັບອ້າຍວ່າ
ຈະບໍ່ໃຝ່ຫາ ຍອດຊາຍ ຄົນອື່ນມາຄອງ
ນ້ອງເອງ ສາບານ ຈະບໍ່ມີສອງ
ອ້າຍຈຶ່ງ ປະຄັບປະຄອງ ເທີດທູນຂວັນໃຈ

2) ພຽງນາງຄົນດຽວ ທີ່ຊາຍມອບຈິດ ຊີວິດຍຶດໝັ້ນ
ຈະບໍ່ແປຜັນ ຮັກນາງ ຊົ່ວຊີບມະລາຍ
ວິ່ງວອນ ຮັກເຮົາ ຈົ່ງຢ່າສລາຍ
ກ່ອນທີ່ ອ້າຍຈະຈາກໄປ ຕ່າງແດນຈະກັບມາ

• ສຽງສັ່ງຂອງອ້າຍ ເໝືອນບອກ ໃຫ້ນາງມີໃໝ່
ຍາມເມື່ອ ອ້າຍຢູ່ຫ່າງໄກ ນ້ອງນາງກໍລືມສັນຍາ
ນ້ອງຄົງ ສິ້ນຮັກ ສິ້ນຄວາມເມດຕາ
ອ້າຍຈຶ່ງ ຊອກຊໍ້າອຸຣາ ກາຍາໝອງຊວງ

3) ພຽງນາງຄົນດຽວ ທີ່ຊາຍຄິດວ່າ ຈະບໍ່ຜັນແປ
ແຕ່ເຫດຈິງແທ້ ນ້ອງນາງ ນັ້ນແຫຼະຈອມລວງ
ເພື່ອນາງ ອ້າຍເອງ ຈະບໍ່ຂັດຂວາງ
ແຕ່ຢ່າໃຫ້ຄົນ ເຂົາລວງເໝືອນ ນາງລວງອ້າຍເຖີດເອີຍ…

ໂນຕເພງ “ຫຼັງສາກ”
ວິດີໂອໂນຕບັນເລງເພງ “ຫຼັງສາກ”