ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (1969)
ນັກຮ້ອງຕົ້ນສະບັບ : ກ. ວິເສດ
- ທິວທັດແຫ່ງນີ້ ຊ່າງມີແຕ່ຄວາມງາມວິໄລ
ຊົມແລ້ວເປັນໜ້າຈັບໃຈ ງາມເໜືອຖິ່ນໃດໃນເລົ່າ
ງາມທັມມະຊາດ ຕາມພູຜາປ່າດົງໂຂດເຂົາ
ຖິ່ນໃດຈະມາງາມເທົ່າ ສ່ອງເປັນເງົາຍາມແສງເມກບັງ - ສຽງນົກຮ້ອງກູ່ ຍາມເຊົ້າຕຣູ່ໜ້າອອນຊອນ
ຟັງແລ້ວເປັນໜ້າສະອອນ ສຽງນົກມັນວອນຮ້ອງສັ່ງ
ຍາມສາຍລົມແຫວກ ສຽງໃບແປກລີງຮ້ອງກ້ອງດັງ
ໜ້າຜາລຽບຮິມໜອງຕັ່ງ ໝູ່ນົກຍາງຈອບບິນກິນປາ - ເມືອງສຸ້ຍ… ໃຜໆກໍຍັງຕ້ອງການ
ຍິນແລ້ວຢາກໄປພົບພານ ຢາກຈະເຫັນໄວ້ເປັນຂວັນຕາ
ເປັນຮອຍສລັກ ປັກດວງໃຈຍາມເມື່ອລືມລາ
ໜອງຕັ່ງຄຳເຂົາລືຊາ ອາບເຢັນກາຍາຍາມລົງແລງ - ນັ່ງຈອມພູໂສ ຫຼຽວໂງໂງ້ງຄືນຕ່າວກັບມາ
ເມືອງສຸ້ຍແສນງາມສງ່າ ດັ່ງເທບເທວາປັ້ນແຕ່ງ
ໜຸ່ມສາວເດີນເຫຼັ້ນ ຍາມຕາເວັນໃກ້ຈະລັບແສງ
ເຝື້ອໄຫຼໃຕ້ຟ້າຍາມແລງ ສຸກສົມທຸກແຫ່ງເມືອງສຸ້ຍນີ້ເອີຍ…
