ເພງ “ພາບນ້ອຍແທນນາງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ພາບນ້ອຍແທນນາງ”

1) ພາບແຜ່ນນ້ອຍທີ່ນາງມອບໃຫ້ ເຕືອນໃຈຄາວນັ້ນ
ຊັກພາໃຫ້ຝັນ ທຸກວັນແລະຄືນ
ຍາມຣຶທັຍອ້າຍທຸກຕຣົມ ຣະທົມຂົມຂື່ນ
ເຫັນພາບແລ້ວຊື່ນ ສິ້ນໝອງ

2) ພາບແຜ່ນນີ້ມີຮອຍສລັກ ຄວາມຮັກແອບແຝງ
ອ້າຍເຝົ້າແຕ່ແຍງ ດ້ວຍໃຈໝາຍປອງ
ຫຼົງລະເມີກອດພາບນາງ ແນບຂ້າງຄຽງຄອງ
ຈູບພາບແທນນ້ອງ ທຸກວັນ

• ຫາກມີມົນ ຄາຖາສັກສິດ
ຈະເສກສັນຊີວິດ ໃຫ້ສະຖິດໃນພາບນັ້ນ
ແມ່ນໃຈນ້ອງແປຜັນ ມີຮັກອື່ນສັມພັນ
ຈະເອົາພາບນັ້ນ ແທນນາງ

3) ຊົມແຕ່ພາບຍັງຊາບຊຶ້ງໃຈ ຣຶທັຍສິ້ນໝອງ
ແມ່ນເປັນເຈົ້າຂອງ ອ້າຍຊົມມິຈາງ
ຂໍຊິດເຊີຍແຕ່ພາບດຽວ ຮັກດຽວພຽງນາງ
ຈົນກວ່າຄວາມຫວັງ ສົມປອງ…

ວິດີໂອໂນຕບັນເລງເພງ “ພາບນ້ອຍແທນນາງ”