ເພງ “ລາກ່ອນດອກຟ້າ”

ເນື້ອຮ້ອງ & ທຳນອງ : ສົມເພັຊ ເພັຊວິນຍານ (~1970)
ນັກຮ້ອງຕົ້ນສະບັບ : ສົມເພັຊ ເພັຊວິນຍາ

ວິດີໂອດົນຕຣີບັນເລງເພງ “ລາກ່ອນດອກຟ້າ”

1) ຈົນ… ແສນຈົນເຫຼືອດີ
ຟ້າບໍ່ປຣານີ ຈຶ່ງມີແຕ່ຄວາມຊໍ້າ
ສິ້ນຮັກເຮົາ ງຽບເຫງົາສຸດແສນຣະກັມ
ຟ້າຊ່າງໃຈດຳ ຟ້າທຳຈົນດິນເສົ້າໝອງ

2) ໄກ… ຂໍໄກຄົນງາມ
ອ້າຍຊົ່ວເລວຊາມ ບໍ່ຄວນຄູ່ຄຽງນ້ອງ
ດອກຟ້າແພງ ເຫຼືອເກີນປຽບເໝືອນເງິນທອງ
ຊາວໄພ່ຢ່າປອງ ຕັດໃຈລືມນ້ອງເສັຽທີ

• ບຸນອ້າຍບໍ່ມີ ຊາດນີ້ນ້ອຍວາສນາ
ເປັນຄົນທັມມະດາ ຟ້າຍິງເຄີຍຮູ້ດີ
ຫາກຍັງຝືນຮັກ ຄົງຂວາງປຣະເພນີ
ຈົ່ງເຊົາຮັກທີ່ມີ ຮັກນີ້ຕ່າງສັກດາ

3) ລາ… ຂໍລາເຫີນຫ່າງ
ດ້ອຍຄ່າທຸກຢ່າງ ບໍ່ສົມຄູ່ນາງຟ້າ
ເຈັບແລ້ວຈຳ ຂໍຈຳຕຣາບສູນຊີວາ
ລາກ່ອນດອກຟ້າ ຊາດໃດຢ່າໄດ້ພົບກັນ…

(ເວົ້າ) “ເຂົາຄືຊາວຟ້າ ຍອດປຣາຖນາ ຂອງຊາວດິນ
ຂໍລາແລ້ວ ແກ້ວຕາ ຢ່າອາວອນ
ຂໍລາກ່ອນ ຍອດຮັກ ຮັກແທ້ຈິງ
ຂໍລາພາກ ຈາກກັນ ສິ້ນກັນພຽງນີ້
ຂໍລາທີ ຮັກທີ່ຫຼົງ ຈົ່ງສລາຍ…”

ໂນຕເພງ “ລາກ່ອນດອກຟ້າ”
ວິດີໂອໂນຕບັນເລງເພງ “ລາກ່ອນດອກຟ້າ”