ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌
ນັກຮ້ອງຕົ້ນສະບັບ : ນິນ ອຸໄຣ
- ເກີດ ມາເປັນຄົນ
ຢ່າຫຼົງຕົນ ຈົນລືມຕົວ
ຢ່າຫຼົງ ເມົາມົວ
ຄິດວ່າຕົວ ເກັ່ງກ້າເກີນຄົນ - ຢ່າ ເຊື່ອຄຳລວງ
ຈະຊໍ້າຊວງ ເພາະຫຼົງກົນ
ຫາກຫຼົງ ຄຳຄົນ
ຈະໝອງໝົ່ນ ຈົນໃຈຕົວ - ຄວາມຫຼົງ ທຳໃຫ້ທຸກໜັກ
ເຫັນກົງຈັກ ວ່າເປັນດອກບົວ
ຫຼົງຢູ່ໃນ ຄວາມຊົ່ວ
ພາຕົວ ໃຫ້ມົວໝອງອາຍ - ເກີດ ມາເປັນຄົນ
ຢ່າຫຼົງຕົນ ລືມຄວາມຕາຍ
ໝັ່ນສ້າງ ດີໄວ້
ຜົນທີ່ໄດ້ ຄືຄວາມດີ…
