ເພງ “ຢ່າເຊື່ອຜູ່ຊາຍ”

ເນື້ອຮ້ອງ & ທຳນອງ : ຄຳຫລ້າ ໜໍ່ແກ້ວ (~1970)
ນັກຮ້ອງຕົ້ນສະບັບ : ນະຣຽມ

ວິດີໂອດົນຕຣີບັນເລງເພງ “ຢ່າເຊື່ອຜູ່ຊາຍ”

1) ຢ່າເຊື່ອຜູ່ຊາຍ ໜ້າໄຫວ້ຫຼັງຫຼອກ
ຍາມຮັກກໍບອກ ແຕ່ຄວາມຫວານໆ
ຜູ່ຊາຍຜູ່ຊາຍ ນັ້ນແຫຼະຍອດທໍຣະມານ
ສຸດແສນລຳຄານ ຈົນຄ້ານຈະພັນລະນາ

2) ຢ່າເຊື່ອຜູ່ຊາຍ ເສັຽດາຍລີ້ນລົມ
ຈະຊໍ້າຈະຕຣົມ ຈະເສັຽນໍ້າຕາ
ຜູ່ຊາຍຜູ່ຊາຍ ລ້ວນແຕ່ໃຊ້ກົນມານຍາ
ແສນເບື່ອລະອາ ໜັງໜ້າຜູ່ຊາຍ

• ຕໍ່ໜ້າ ສັນຍາສາບານ
ທັງໄຫວ້ທັງວານ ຢາກສົມໃຈໝາຍ
ສັນຍາຈະລົ້ມ ຈົມຫາຍບໍ່ທັນເທົ່າໃດ
ຍາມເຂົາຫ່າງໄກ ຫາໃໝ່ເຊີຍຊົມ

3) ຢ່າເຊື່ອຜູ່ຊາຍ ເຫັນຫຼາຍພາຍມາກ
ຄຳຫວານທີ່ປາກ ຈະພາຂື່ນຂົມ
ຢ່າເຊື່ອຜູ່ຊາຍ ເຂົາຫຼອກໃຫ້ຊໍ້າພຽງຊົມ
ທັງເຈັບທັງຕຣົມ ລົມປາກຜູ່ຊາຍ…

*/ ຢ່າເຊື່ອຜູ່ຊາຍ ຢ່າເຊື່ອຜູ່ຊາຍ

ໂນຕເພງ “ຢ່າເຊື່ອຜູ່ຊາຍ”
ວິດີໂອໂນຕບັນເລງເພງ “ຢ່າເຊື່ອຜູ່ຊາຍ”