ເພງ “ໜາວໝອກ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ & ສ. ບົວລະພັນ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ໜາວໝອກ”

1) ໜາວໝອກເມືອງເໜືອ ເພື່ອສາວເມືອງໃຕ້
ວັງວຽງສຳຣານເລີງໃຈ ໜາວໃນຊື່ນໄປທຸກແຫ່ງ
ມີສາຍນໍ້າຊອງ ໄຫຼລ່ອງຜ່ານເນີນຫິນແກ່ງ
ໜາວໝອກຊ່າງມາຮ້າຍແຮງ ແຂງໃຈຂາດຄູ່ແອບອິງ

2) ໜາວໝອກປານໃດ ອ້າຍຍັງຄິດວ່າ
ເປັນແດນສຸກສົມອຸຣາ ພະນາແຫ່ງນັ້ນງາມຍິ່ງ
ນົກນ້ອຍງອຍຄຽງ ສົ່ງສຽງອອດອ້ອນສຸກຈິງ
ໜາວໝອກຂາດຄົນແອບອິງ ຂາດຍິງຍິ່ງໜາວຣະທົມ

• ພາບພຶກສາ ມາລາຫຼາກສີ
ເໝືອນແດນສຸຂາວະດີ ຊ່າງງາມເຫຼືອທີ່ຊວນຊົມ
ຊວນໃຈຂ້າ ຝັນຫາໃຝ່ໃຈນິຍົມ
ທັມມະຊາດງາມສົມ ສຸດແສນຊື່ນຊົມປານແດນສວັນ

3) ໜາວໝອກອ້າຍທົນ ບົນເຂົາຢູ່ເຈີ້ຍ
ອາສັຍຖິ່ນພັກຊິດເຊີຍ ບໍ່ເຄີຍຫວັ່ນໄຫວໜາວນັ້ນ
ເພາະຂ້າຍັງມີ ພາຣະໜ້າທີ່ສຳຄັນ
ໜາວໝອກຫຼືຈະມາກັ້ນ ຊີວິດທະຫານຕ້ອງທົນ…

ວິດີໂອໂນຕບັນເລງເພງ “ໜາວໝອກ”

ເພງ “ບຸບຜາລາກ່ອນ”

ເນື້ອຮ້ອງ & ທຳນອງ : ຈອມຄຳ (1970)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ບຸບຜາລາກ່ອນ”

1) ທັ້ງໆທີ່ໃຈ ນ້ອງກໍວ່າຮັກ
ຮັບສມັກຮ່ວມຮັກ ມອບໃຈເປັນທັມ
ແຕ່ດ້ວຍເຫດໃດ ຂວັນໃຈຈຶ່ງມາສ້າງກັມ
ປ່ອຍໃຫ້ອ້າຍຊອກຊໍ້າ ຣະກັມຂື່ນຂົມດວງໃຈ

2) ອ້າຍກໍຍັງເຄີຍ ໄດ້ເອີ່ຍວາຈາ
ວ່າຈະມາ ບູຊາສູ່ຂໍນ້ອງໄປ
ນ້ອງຍິ້ມຈຸມຈີ ຍິນດີຕອບອ້າຍພໍໃຈ
ວັນນຶ່ງອ້າຍຈຳໄດ້ ສັນໃດໜໍລືມອ້າຍລົງ

• ມີອຸປສັກສິ່ງໃດ ໃຜເດສ້າງມາ
ຫຼືຜູ່ໃຫຍ່ຫາ ເຣື່ອງມາແຍກທາງຮັກລົງ
ນ້ອງຄົນດີ ບໍ່ປຣານີອ້າຍກໍຄົງ
ຄວນຄິດພະວົງ ທີ່ໄດ້ຫຼົງສ້າງຮັກຂຶ້ນມາ

3) ບຸບຜາຈອມໃຈ ນ້ອງຊ່າງເສີຍເມີຍ
ບໍ່ນຶກເລີຍກ່ອນເຄີຍ ຮ່ວມຮັກສັນຍາ
ຫຼືວ່າໃຈນ້ອງ ໝາຍປອງລວງໃຫ້ໂສກາ
ບໍ່ນຶກກະຣຸນາ ຈຳລາບຸບຜາຈອມໃຈ…

ວິດີໂອໂນຕບັນເລງເພງ “ບຸບຜາລາກ່ອນ”

ເພງ “ຢ່າຫ່ວງ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ໄຊຊະນະ ທານະດາບຸດ

ວິດີໂອດົນຕຣີບັນເລງເພງ “ຢ່າຫ່ວງ”

1) ຢ່າຫ່ວງຢ່າຫວງ ອ້າຍເລີຍທູນໃຈ
ອ້າຍຕາຍໄປຈາກ ດວງໃຈແລ້ວນີ້
ຈະມາສົນໃຈ ຫ່ວງໃຍອ້າຍຫຍັງເທວີ
ອ້າຍເລວສິ້ນດີ ນ້ອງເຄີຍປຣະນາມ

2) ຢ່າຫ່ວງຢ່າຫວງ ອ້າຍເລີຍດີກວ່າ
ອ້າຍເລວອ້າຍຊົ່ວ ຢ່າມົວຫຼົງຕາມ
ອາດມີມົນທິນ ເກາະກິນນ້ອງເສັຽຄວາມງາມ
ເສັຽຄຸນນະທັມ ຄວາມງາມແຫ່ງໃຈ

• ເຖິງອ້າຍຈະສຸກ ທຸກຄືນຊື່ນຊົມ
ຫຼືຈະຂື່ນຂົມ ເຈັບຊໍ້າເທົ່າໃດ
ຂໍນ້ອງຢ່າຫ່ວງ ອ້າຍເລີຍຈອມໃຈ
ຈົ່ງປ່ອຍອ້າຍໄປ ເມື່ອໃຈບໍ່ປຣາຖນາ

3) ຢ່າຫ່ວງຢ່າຫວງ ອ້າຍເລີຍນາງແກ້ວ
ຂໍເຮົາຈົ່ງແລ້ວ ດັ່ງເຄີຍແລ້ວມາ
ຫາກຈະຟື້ນຄືນ ອາດຈະສູນເສັຽເວລາ
ອ້າຍມັນໄຮ້ຄ່າ ຂໍຢ່າຫ່ວງໃຍ…

ໂນຕເພງ “ຢ່າຫ່ວງ”
ວິດີໂອໂນຕບັນເລງເພງ “ຢ່າຫ່ວງ”

ເພງ “ສິ້ນສຸດກັນທີ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ສິ້ນສຸດກັນທີ”

1) ອ້າຍບໍ່ນຶກຝັນ ວ່າຈອມຂວັນ
ຈະແປຜັນ ຄວງຊາຍໃໝ່
ສຸດທີ່ຮັກ ອ້າຍເສົ້າໃຈ
ອ້າຍນ້ອຍໃຈ ສຸດຂື່ນຂົມ

2) ນ້ອງຊ່າງໃຈດຳ ບໍ່ໜ້າທຳ
ໃຫ້ອ້າຍຊໍ້າ ທຸກຣະທົມ
ສຸດທີ່ຮັກ ອ້າຍຕອມຕຣົມ
ສຸດຂື່ນຂົມ ເສົ້າອຸຣາ


3) ອ້າຍບໍ່ນຶກຝັນ ວ່າຈອມຂວັນ
ຈະແປຜັນ ລືມສັນຍາ
ຖ້າບໍ່ຮັກ ບໍ່ເມດຕາ
ບອກອ້າຍມາ ຈະຫຼີກທາງ

4) ສິ້ນສຸດກັນທີ ຕໍ່ແຕ່ນີ້
ຈະຫຼີກໜີ ໃຫ້ໄກຫ່າງ
ຈະບໍ່ຄຶດ ໃຫ້ອຸກອັ່ງ
ຈະຫຼີກທາງ ໃຫ້ດວງໃຈ…

ໂນຕເພງ “ສິ້ນສຸດກັນທີ”
ວິດີໂອໂນຕບັນເລງເພງ “ສິ້ນສຸດກັນທີ”

ເພງ “ໜາວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ & ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ໜາວ”

(ສອຍຮ່ວມ)
ໜາວ ໜາວ ໜາວ ໜາວລົມຈະຕ້ອງຫົ່ມຜ້າ
ຜູ່ໃດໜາວຟ້າ ໜາວຟ້າຈະຕ້ອງຝີງໄຟ
ໜຸ່ມສາວໜາວໃຈ ເຮັດຈັ່ງໃດຈິເຊົາໜາວເອີຍ

(ຊາຍ)
ສວັສດີນ້ອງສາວ ນ້ອງໜາວໜາວໃຈມາຈັກປີ
ຢ່າອາຍໜ່າຍໜີ ໂປຣດຟັງວະຈີວິທີແກ້ໜາວເອີຍ
ຫາຄູ່ຊູເຊີຍ ແນບຂເນີຍຈະເຫີຍໜາວພລັນ

(ສອຍ)

(ຍິງ)
ສວັສດີອ້າຍເອີຍ ຂໍເຜີຍໜາວມາຕັ້ງເຈັດປີ
ນ້ອງບໍ່ເຄີຍມີ ຜູ່ຫວັງໄມຕຣີຈັກທີກັບນ້ອງເລີຍ
ໃຜຂາດຄູ່ເຊີຍ ຮີບຈອງເລີຍຢ່າປ່ອຍໃຫ້ໜາວຕາຍ

(ສອຍ)

(ຮ່ວມ)
ໜຸ່ມສາວທັງຫຼາຍ ໝັ້ນໝາຍໄວ້ນັ້ນຈົ່ງແຕ່ງງານ
ຢ່າມົວໜາວກັນ ກອດໝອນເພີ້ຝັນເຖິງກັນຫວານຊື່ນເຊີຍ
ຫາຄູ່ເຖີດເອີຍ ຢ່ານອນເສີຍເພື່ອນເອີຍຈະໜາວຕາຍ

(ຮ່ວມ)
ໜາວ ໜາວ ໜາວ ໜາວລົມຈະຕ້ອງຫົ່ມຜ້າ
ຜູ່ໃດໜາວຟ້າ ໜາວຟ້າຈະຕ້ອງຝີງໄຟ
ໜຸ່ມສາວໜາວໃຈ ມີຄູ່ໄວ້ຈິເຊົາໜາວເອີຍ…

ໂນຕເພງ “ໜາວ”
ວິດີໂອໂນຕບັນເລງເພງ “ໜາວ”

ເພງ “ຂາດນາງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພະຈັນ

ວິດີໂອດົນຕຣີບັນເລງເພງ “ຂາດນາງ”

1) ບໍ່ຢາກໄດ້ເງິນ ບໍ່ຢາກໄດ້ທອງ
ແຕ່ຢາກໄດ້ນ້ອງ ມານອນແນບຂ້າງ
ຈະຕີງໄປໃສ ບໍ່ໃຫ້ເຫີນຫ່າງ
ມີອ້າຍມີນາງ ຕລອດເວລາ

2) ຢູ່ດຽວປ່ຽວໃຈ ຜູ່ໃດບໍ່ເຫັນ
ຄໍ່າຄືນເຊົ້າເຢັນ ເໝືອນເປັນຄົນບ້າ
ຂາດຄູ່ຄຽງໝອນ ຍາມນອນນິທຣາ
ຢາກໄດ້ແກ້ວຕາ ມາເປັນເພື່ອນໃຈ

• ຍາມນອນ ກໍນອນບໍ່ຫຼັບ
ຫົວໃຈແລະຕັບ ມັນສັ່ນມັນສາຍ
ຢ້ານໂຊຢ້ານເຈັບ ຢ້ານຕາຍ
ຍ້ອນຢ້ານບໍ່ໄດ້ ສາຍໃຈມາກອດນອນ

3) ບໍ່ຢາກມີເງິນ ບໍ່ຢາກມີຄຳ
ຢາກມີງາມຂຳ ທຸກຍາມເຂົ້າບ່ອນ
ບໍ່ມີເຂົ້າກິນ ບໍ່ເຫັນອາທອນ
ບໍ່ເຄີຍເດືອດຮ້ອນ ເທົ່ານອນຂາດນາງ

ຂາດນາງ…ຂາດນາງ ຂາດນາງ…ຂາດນາງ
ຂາດນາງ…ຂາດນາງ

ໂນຕເພງ “ຂາດນາງ”
ວິດີໂອໂນຕບັນເລງເພງ “ຂາດນາງ”

ເພງ “ຫວນຄິດເຖິງຍາມເຮົາຮັກກັນ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຫວນຄິດເຖິງຍາມເຮົາຮັກກັນ”

1) ມອງ… ມອງນະພາຍາມຟ້າຄໍ່າຄວນ
ຫວນ… ຫວນຄິດເຖິງຍາມເຮົາຮັກກັນ

2) ນ້ອງ… ແນບເອິກອ້າຍເພາະເກງຟ້າລັ່ນ
ຝົນ… ຕົກລົງພໍ່າທຳໃຫ້ສຸກໃຈ

• ແຕ່ມາ ບັດນີ້
ນ້ອງມາໜີ ຫ່າງໄກ
ປ່ອຍຖິ້ມ ອ້າຍໄວ້
ກັບຄວາມ ມືດມົນ

3) ຍາມ… ຝົນຕົກມາຄາໃດໃຈໝົ່ນ
ທົນ… ຄິດເຖິງວັນຜ່ານມາບໍ່ໄຫວ
ທົນ… ຄິດເຖິງວັນຜ່ານມາບໍ່ໄຫວ…

ໂນຕເພງ “ຫວນຄິດເຖິງຍາມເຮົາຮັກກັນ”
ວິດີໂອໂນຕບັນເລງເພງ “ຫວນຄິດເຖິງຍາມເຮົາຮັກກັນ”

ເພງ “ທັມມະຊາດພູເຂົາຄວາຍ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1963)*
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ທັມມະຊາດພູເຂົາຄວາຍ”

1) ຊ່າງງາມໜັກໜາ ຜາໂຂດຫິນຊັນ
ພູເຂົາລຳເນົາພະນາວັນ ດັ່ງສວັນສ້າງມາ
ຕົ້ນແປກແມກໄມ້ ລົມພັດໂອ້ນໄກວງາມຕາ
ສຽງດັງຄ້າຍກັບວ່າ ດົນຕຣີແຫ່ງແດນສວັນ…

2) ນໍ້າເຊາະແກ່ງຫິນ ລິນຫຼັ່ງໄຫຼນອງ
ນໍ້າໃສໄຫຼເຢັນເປັນຟອງ ເມື່ອແລມອງສຸກສັນ
ເຫັນໝູ່ມັດສາ ລ່ອງລອຍທາຣາງາມນັ້ນ
ນົກນ້ອຍງອຍໂຂດຫິນຊັນ ສົ່ງສຽງອ່ອນຫວານດັ່ງນາຣີ…

• ພູເຂົາຄວາຍ ສວຍງາມສວາດ
ງາມແທ້ໂອ້ທັມມະຊາດ ສວັນວາດໄວ້ຫຼືນີ້
ຫາກແມ່ນຜູ່ໃດ ໄດ້ໄປກໍຄົງສຸກຂີ
ດິນແດນພູເຂົາຄວາຍນີ້ ຊ່າງມີແຕ່ສິ່ງງາມຕາ…

3) ຍິ່ງມອງຍິ່ງງາມ ຍາມເມື່ອເຊົ້າຕຣູ່
ລົມໜາວຍັງໂຊຍພັດຢູ່ ໝູ່ນົກຮ້ອງກູ່ມາ
ແສງແດດກໍສ່ອງ ທົ່ວທ້ອງພະລານວັນນາ
ເຫັນເມກລອຍຕາມຈອມຜາ ຊາບຊຶ້ງອຸຣາຂ້າແທ້ເອີຍ…

(*) ເພງ “ທັມມະຊາດພູເຂົາຄວາຍ” – ບົດປະພັນຂອງ ສ. ແສງສິຣິວັນ
ເລີ່ມແຕ່ງເມື່ອປີ ຄ.ສ. 1958-59 ແຕ່ງຈົບສົມບູນປີ ຄ.ສ. 1960
ຄຳເຕີມ ຊານຸບານ ຂັບຮ້ອງໃນປີ ຄ.ສ. 1963 ໄດ້ອັນດັບທີ່ນຶ່ງໃນງານປະກວດເສັງເພງຢູ່ໂຮງຮູບເງົາ “ແສງລາວ“ ນະຄອນຫຼວງວຽງຈັນ ເສບບັນເລງໂດຍວົງດົນຕຣີ “ປະສານມິຕ”.

ໂນຕເພງ “ທັມມະຊາດພູເຂົາຄວາຍ”
ວິດີໂອໂນຕບັນເລງເພງ “ທັມມະຊາດພູເຂົາຄວາຍ”

ເພງ “ຍິ້ມຫວານ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຍິ້ມຫວານ”

1) ຍິ້ມ… ຮອຍຍິ້ມແມ່ນາງຊ່າງຫວານ
ຫວານ… ຍິ່ງກວ່ານໍ້າຕານຮ້ອຍເທົ່າ

2) ຍິ້ມ… ຮອຍຍິ້ມນັ້ນຊ່ວຍແບ່ງເບົາ
ເຫັນ… ແລ້ວລືມຄວາມເສົ້າໂສກສັນ

• ຍິ້ມນ້ອງ ມີຄວາມໝາຍ
ຫວານຈົນໃຈອ້າຍ ລະເມີເພີ້ຝັນ
ແມ່ນໄດ້ເຊີຍຊິດຊົມ ທຸກວັນ
ຈະແພງຍິ້ມນັ້ນ ຍິ້ມຫວານປຣະດັບຊີວີ

3) ຍິ້ມ… ຂໍໃຫ້ນ້ອງຍິ້ມອີກທີ
ຫວານ… ຫວານໃຈພຽງນີ້ບໍ່ລືມ…

ໂນຕເພງ “ຍິ້ມຫວານ”
ວິດີໂອໂນຕບັນເລງເພງ “ຍິ້ມຫວານ”

ເພງ “ລາ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ລາ”

1) ລາ ໆ ໆ ຂໍເອີ້ນສັ່ງລາ ເພື່ອນຮ່ວມສະຖາບັນ
ຂໍລາດ້ວຍໃຈໂສກສັນ ຂໍລາກັບຄືນຖິ່ນຖານ
ຄືນສູ່ບ້ານ ຄືນສູ່ເຮືອນນອນ

2) ລາ ໆ ໆ ຂໍເອີ້ນສັ່ງລາ ເພື່ອນຮັກໄປກ່ອນ
ຂໍລາດ້ວຍໃຈອາວອນ ບໍ່ນານກໍຄົງຫວນຢ້ອນ
ຂໍຈາກຈອນ ລາກ່ອນສະຫາຍ

• ລາ ໆ ໆ ປີໜ້າ ຄ່ອຍພົບກັນໃໝ່
ຈາກກັນກໍພຽງແຕ່ກາຍ ເຖິງເຮົາຈະຢູ່ຫ່າງໄກ
ແຕ່ຫົວໃຈ ຍັງຄິດເຖິງກັນ

3) ລາ ໆ ໆ ຂໍເອີ້ນສັ່ງລາ ເພື່ອນຮ່ວມສະຖາບັນ
ຂໍລາຄຣູບາອາຈານ ຂໍວອນເທວາສວັນ
ຈົ່ງບັນດານ ໃຫ້ທ່ານສຸກເຖີດເອີຍ

ລາ ໆ ໆ ລາ ໆ ໆ …
ລາ ໆ ໆ ລາ ໆ ໆ …

ໂນຕເພງ “ລາ”
ວິດີໂອໂນຕບັນເລງເພງ “ລາ”