ເພງ “ທັມມະຊາດພູເຂົາຄວາຍ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1963)*
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ທັມມະຊາດພູເຂົາຄວາຍ”

1) ຊ່າງງາມໜັກໜາ ຜາໂຂດຫິນຊັນ
ພູເຂົາລຳເນົາພະນາວັນ ດັ່ງສວັນສ້າງມາ
ຕົ້ນແປກແມກໄມ້ ລົມພັດໂອ້ນໄກວງາມຕາ
ສຽງດັງຄ້າຍກັບວ່າ ດົນຕຣີແຫ່ງແດນສວັນ…

2) ນໍ້າເຊາະແກ່ງຫິນ ລິນຫຼັ່ງໄຫຼນອງ
ນໍ້າໃສໄຫຼເຢັນເປັນຟອງ ເມື່ອແລມອງສຸກສັນ
ເຫັນໝູ່ມັດສາ ລ່ອງລອຍທາຣາງາມນັ້ນ
ນົກນ້ອຍງອຍໂຂດຫິນຊັນ ສົ່ງສຽງອ່ອນຫວານດັ່ງນາຣີ…

• ພູເຂົາຄວາຍ ສວຍງາມສວາດ
ງາມແທ້ໂອ້ທັມມະຊາດ ສວັນວາດໄວ້ຫຼືນີ້
ຫາກແມ່ນຜູ່ໃດ ໄດ້ໄປກໍຄົງສຸກຂີ
ດິນແດນພູເຂົາຄວາຍນີ້ ຊ່າງມີແຕ່ສິ່ງງາມຕາ…

3) ຍິ່ງມອງຍິ່ງງາມ ຍາມເມື່ອເຊົ້າຕຣູ່
ລົມໜາວຍັງໂຊຍພັດຢູ່ ໝູ່ນົກຮ້ອງກູ່ມາ
ແສງແດດກໍສ່ອງ ທົ່ວທ້ອງພະລານວັນນາ
ເຫັນເມກລອຍຕາມຈອມຜາ ຊາບຊຶ້ງອຸຣາຂ້າແທ້ເອີຍ…

(*) ເພງ “ທັມມະຊາດພູເຂົາຄວາຍ” – ບົດປະພັນຂອງ ສ. ແສງສິຣິວັນ
ເລີ່ມແຕ່ງເມື່ອປີ ຄ.ສ. 1958-59 ແຕ່ງຈົບສົມບູນປີ ຄ.ສ. 1960
ຄຳເຕີມ ຊານຸບານ ຂັບຮ້ອງໃນປີ ຄ.ສ. 1963 ໄດ້ອັນດັບທີ່ນຶ່ງໃນງານປະກວດເສັງເພງຢູ່ໂຮງຮູບເງົາ “ແສງລາວ“ ນະຄອນຫຼວງວຽງຈັນ ເສບບັນເລງໂດຍວົງດົນຕຣີ “ປະສານມິຕ”.

ໂນຕເພງ “ທັມມະຊາດພູເຂົາຄວາຍ”
ວິດີໂອໂນຕບັນເລງເພງ “ທັມມະຊາດພູເຂົາຄວາຍ”