ເພງ “ຊາຍໃຈຊື່”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1965-66)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຊາຍໃຈຊື່”

1) ວິເສດປານໃດ ຫົວໃຈຜູ່ຍິງ
ນ້ອງລືມທຸກສິ່ງ ເສັຽແລ້ວຫຼືນັ້ນ
ລືມທັງວາຈາ ທີ່ໃຫ້ຕໍ່ກັນ
ລືມຄວາມສຳພັນ ລືມກັນແລ້ວຫຼືດວງໃຈ

2) ວິເສດປານໃດ ຫົວໃຈເຈົ້ານັ້ນ
ຕັດຮັກສະບັ້ນ ບໍ່ເຫຼືອເຍື່ອໃຍ
ປ່ອຍໃຫ້ອ້າຍຕຣົມ ຣະທົມດຽວດາຍ
ຄວາມຫວັງທະລາຍ ລືມກາຍລືມໃຈໂສກຕຣົມ

• ຫຼາຍປີທີ່ຜ່ານ ໄປນັ້ນ
ເໝືອນເປັນຄວາມຝັນ ຣະທົມ
ຫຼົງຮັກຫຼົງປອງ ບໍ່ໃຫ້ຂື່ນຂົມ
ຫຼົງຫວັງຊື່ນຊົມ ຮັກແທ້ຈາກໃຈ

3) ວິເສດປານໃດ ຫົວໃຈເຈົ້ານີ້
ຊາດໜ້າຖ້າມີ ຂໍພົບນ້ອງໃໝ່
ຊາດນີ້ມີກັມ ຕ້ອງຈຳຈາກໄກ
ເພາະອ້າຍເປັນຊາຍ ເປັນຊາຍໃຈຊື່ເກີນໄປ…

ໂນຕເພງ “ຊາຍໃຈຊື່”
ວິດີໂອໂນຕບັນເລງເພງ “ຊາຍໃຈຊື່”

ເພງ “ມົນຮັກວັງວຽງ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ & ສ. ບົວລະພັນ (1972)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ມົນຮັກວັງວຽງ”

1) ວັງວຽງແຫ່ງນີ້ ເໝືອນມີອຳນາດມັດຈິດໃຈຝັງ
ພູຜາລ້ອມບັງ ວັງວຽງແສນງາມ
ຜາແດງຜາຕັ້ງງາມຕາ ເຂົາສູງສຽດຟ້າສີຄາມ
ເບິ່ງແລ້ວທຸກຍາມ ໃຫ້ແສນເພີນໃຈ

2) ແຄມລຳນໍ້າຊອງ ສອງເຮົາຄຽງຄູ່ໄດ້ຢູ່ໃກ້ກັນ
ກອດນ້ອງບໍ່ນານ ອ້າຍກໍຈາກໄປ
ລານ້ອງໄປສູ່ແນວຣົບ ເພື່ອຣົບສັຕຣູແດນໄກ
ໃຫ້ສົມເປັນຊາຍ ຊາດເຊື້ອຄົນລາວ

• ບໍ່ດົນປານໃດ ອ້າຍຈະກັບມາຫາ
ໄປແລ້ວບໍ່ແມ່ນໜີໜ້າ ຈະກັບມາຢູ່ຄູ່ນ້ອງສາວ
ບໍ່ລືມອ່ອນຊ້ອນ ຖໍ້ານອນເຄີຍໄປສອງເຮົາ
ແມ່ນວ່າຢູ່ໄກນ້ອງສາວ ນ້ອງເຈົ້າເຊື່ອໃຈເຖີດໜາ

3) ໄກພຽງແຕ່ຕົວ ຫົວໃຈຢູ່ໃກ້ອາລັຍເຈົ້າຫຼາຍ
ຖ້າອ້າຍບໍ່ຕາຍ ຄົງໄດ້ກັບມາ
ສາວເອີຍໂອ້ສາວວັງວຽງ ສຽງນີ້ຄືສຽງເພງລາ
ອ້າຍຈະກັບມາ ຖ້ານ້ອງບໍ່ລືມ…

ໂນຕເພງ “ມົນຮັກວັງວຽງ”
ວິດີໂອໂນຕບັນເລງເພງ “ມົນຮັກວັງວຽງ”

ເພງ “ອວດສາວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ແຄນທອງ ພະກອນຄຳ

ວິດີໂອດົນຕຣີບັນເລງເພງ “ອວດສາວ”

1) ໜຸ່ມໆແໜ້ນໆ ນະນ້ອງ
ບໍ່ຢາກຈອງ ໄວ້ເປັນຜົວຫວະ
ປີນີ້ອ້າຍ ອາຍຸຊາວກວ່າ
ທຳໄຮ່ໄຖນາ ຫາປາລ້ຽງຕົວ

2) ຜາສາດອ້າຍກະ ມີສອງຫຼັງ
ແຕ່ໂປຣດຟັງ ອ້າຍໄດ້ຢູ່ເຮືອນຄົວ
ຣົຖໂດຍສານ ອ້າຍມີໄປທົ່ວ
ນ້ອງຢ່າຫວັ່ນກົວ ຢ່າມົວນ້ອຍໃຈ

• ເຫຼົ້າ ອ້າຍກະບໍ່ກິນ
ເຮໂຣອິນ ອ້າຍກະສູບບໍ່ໄດ້
ການພະນັນ ໂອ້ຍແຮ່ງບໍ່ໃກ້
ສາບານກະໄດ້ ບໍ່ເຄີຍບໍ່ເຄີຍ

3) ເປົ່າປ່ຽວດຽວດາຍ ໃຈເຫງົາ
ອ້າຍຢາກເອົາ ນ້ອງໄວ້ເປັນຄູ່ເຊີຍ
ມັກເຈົ້າຫຼາຍ ອົດບໍ່ໄຫວແລ້ວເອີຍ
ອ້າຍຢາກເປັນເຂີຍ ເປັນເຂີຍພໍ່ນາງ…

ໂນຕເພງ “ອວດສາວ”
ວິດີໂອໂນຕບັນເລງເພງ “ອວດສາວ”

ເພງ “ຄົນລວງ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ວິຈິຕ ແສງຈັນທຣ໌

ວິດີໂອດົນຕຣີບັນເລງເພງ “ຄົນລວງ”

1) ສຸດຊໍ້າ ຣະກັມຣຶທັຍໝອງເສົ້າ
ເຊື່ອເຂົາ ຮັກເຮົາຈຶ່ງເສົ້າໜັກໜາ
ຫຼົງລົມລວງ ລີ້ນຍິງມານຍາ
ຫຼົງວາຈາ ທີ່ເພີນໂນ້ມໃຈ

2) ທີ່ແທ້ ເຂົາເປັນເໝືອນເຊັ່ນຜີສາດ
ໂຫດຮ້າຍ ບັງອາດຟາດຟັນຈິດໃຈ
ແກ້ງຮັກຈິງ ແລ້ວທຳໃຫ້ຮ້ອງໄຫ້
ຊໍ້າເທົ່າໃດ ບໍ່ສົນໃຈຍິ່ງຊອກຊໍ້າ

• ຄົນລວງໂທ້ຄົນລວງ ໂທ້ຄົນລວງ
ເກີດມາກໍຄົງເພື່ອລວງ ໃຫ້ຊາຍໂສກຊໍ້າ
ຄົນລວງຕ້ອງຈັກວັນ ຄົງຣະກັມ
ຊອກຊໍ້າບາບກັມ ຄົງຕາມສນອງ

3) ຊ່າງຮ້າຍ ເຫຼຶອທົນໂທ້ຄົນໃຈໂຫດ
ຫຼອກລວງ ລົງໂທດໃຫ້ຊາຍຮໍ່າຮ້ອງ
ແສນເສັຽດາຍ ຮູບຊົງວາດຄ່ຽມຄ່ອງ
ໃຈນ້ອງໂຫດ ໂກດສາມານຍິ່ງກວ່າໃຜ…

ໂນຕເພງ “ຄົນລວງ”
ວິດີໂອໂນຕບັນເລງເພງ “ຄົນລວງ”

ເພງ “ຟ້າລືມດິນ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1970)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຟ້າລືມດິນ”

1) ວາສນາ ຊາຕາຂອງເຮົາ
ແສນໂສກເສົ້າ ເຫງົາໃຈເຫຼືອທົນ
ຮັກແສນຫວານ ມານເຂົ້າຜະຈົນ
ໂທ້ຈົນແສນຈົນ ທຸກຄົນເມີນສິ້ນ

2) ແຕ່ດວງໃຈ ອ້າຍຍັງບໍ່ລືມ
ຮັກດູດດື່ມ ຟ້າຢ່າລືມດິນ
ພາວະນາ ໄຫວ້ພົມມະຣິນ
ຟ້າລືມແລ້ວດິນ ຕ້ອງສິ້ນໝົ່ນໝອງດວງໃຈ

• ຫຼືຟ້າມີຊາຍອື່ນ ຊິດເຊີຍ
ໂທ້ດິນນີ້ເອີຍ ຍັງຮັກບໍ່ວາຍ
ຫຼົງລະເມີ ເພີ້ເຝົ້າຄອຍຫາຍ
ຫົວໃຈຕ້ອງຕຣົມ ຣະທົມທຸກຍິ່ງໜັກໜາ

3) ຊາດໃດໜາ ຟ້າຈະປຣານີ
ຮັກອ້າຍນີ້ ດ້ວຍໃຈເມດຕາ
ແມ່ນຟ້າລືມ ດິນສິ້ນເໝືອນວ່າ
ຈຳຕ້ອງຂໍລາ ຈົນກວ່ານິດນິຣັນດອນ…

ໂນຕເພງ “ຟ້າລືມດິນ”
ວິດີໂອໂນຕບັນເລງເພງ “ຟ້າລືມດິນ”

ເພງ “ປີໃໝ່ແລ້ວແກ້ວຕາ”

ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ (1969)
ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທິພັນ

ວິດີໂອດົນຕຣີບັນເລງເພງ “ປີໃໝ່ແລ້ວແກ້ວຕາ”

1) ປີໃໝ່ແລ້ວ ແກ້ວຕາ
ສົດຊື່ນເຖີດໜາ ຢ່າໂສກສັນ
ລືມຄວາມຂຸ່ນຂ້ອງ ໝອງໃຈກັນ
ໃຫ້ປີເກົ່ານັ້ນ ຫອບພາໄປ

2) ປີໃໝ່ແລ້ວ ຄົນດີ
ຂໍຈົ່ງສຸຂີ ຈິດແຈ່ມໃສ
ມີຄວາມຄິດ ຕ້ອງການສິ່ງໃດ
ກໍຂໍໃຫ້ໄດ້ ດັ່ງໃຈປອງໃຈ

• ອາຍຸ ຍືນຍາວໝັ້ນ
ວັນນະ ນັ້ນຂາວຜ່ອງ
ສຸຂະ ສຸກສົມປອງ
ພະລະ ຫ່າງໂພຍພັຍ

3) ປີໃໝ່ແລ້ວ ແກ້ວຕາ
ຮັກເຮົານັ້ນໜາ ຈົ່ງແຈ່ມໃສ
ເດືອນປີຜ່ານ ຄົນໝຸນວົນໄປ
ຮັກເຮົາຢ່າໄດ້ ປ່ຽນໄປຕາມ…

ໂນຕເພງ “ປີໃໝ່ແລ້ວແກ້ວຕາ”
ວິດີໂອໂນຕບັນເລງເພງ “ປີໃໝ່ແລ້ວແກ້ວຕາ”

ເພງ “ອີກພຽງຄັ້ງດຽວ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ອີກພຽງຄັ້ງດຽວ”

1) ຖ້າຫາກຍັງຄິດ ນອກໃຈກັນອີກ
ຮັກແສນຮັກອ້າຍຈຳຕ້ອງຫຼີກ ຫຼີກທາງໃຫ້ນ້ອງເດີນໄປ
ທັ້ງນັ້ນທັ້ງນີ້ທີ່ພົບພານ ອ້າຍແທບອົດກັ້ນໄວ້ບໍ່ໄດ້
ອີກພຽງຄັ້ງດຽວຄັ້ງດຽວດວງໃຈ ວອນນ້ອງຢ່າກະທຳ

2) ສິ່ງໃດທີ່ນ້ອງທີ່ນ້ອງ ນັ້ນເຄີຍພັ້ງຜິດ
ຂໍໃຫ້ນ້ອງເລີກມັນດ້ວຍຈິດ ແຫ່ງຄວາມສຳນຶກບາບກັມ
ແມ່ນນ້ອງນັ້ນຄິດອວດທະນົງ ວ່າຕົວເປັນຫົງສຸດແສນງາມ
ແອບມີຄູ່ຄອງຫຼາຍຄົນປຣະຈຳ ຈະຊໍ້າເມື່ອຄວາມງາມສິ້ນ

• ອ້າຍຢູ່ຄອງ ກັບນ້ອງດ້ວຍໃຈ
ກໍຄວນເອົາໃຈ ເລີກໄປສ້າງຮອຍມົນທິນ
ອ້າຍຍອມສລະ ຮັກອື່ນມາເພື່ອນ້ອງທັງສິ້ນ
ເອົາຄວາມດີລ້າງຮອຍຣາຄິນ ໃຜຈະຫຍາມໝິ່ນບໍ່ຫວັ່ນບໍ່ໄຫວ

3) ອີກພຽງນຶ່ງຄັ້ງ ຖ້າຍັງໃຫ້ເກີດ
ຮັກອ້າຍນີ້ກໍຄົງລະເບີດ ແຕກພັງຄວາມຫວັງທະລາຍ
ແມ່ນນ້ອງຮັກແທ້ຈົ່ງຄິດດູ ແອບໄປມີຊູ້ບາບເທົ່າໃດ
ແຕ່ມັນແລ້ວມາອ້າຍຍອມອະພັຍ ແຕ່ນີ້ຕໍ່ໄປ ຂໍນຳ…

ໂນຕເພງ “ອີກພຽງຄັ້ງດຽວ”
ວິດີໂອໂນຕບັນເລງເພງ “ອີກພຽງຄັ້ງດຽວ”

ເພງ “ຫຼວງພຣະບາງເມືອງງາມ” (ຊາຍ)

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ຫຼວງພຣະບາງເມືອງງາມ”

1) ໂອ້ດິນແດນ ແຄວ້ນແຫ່ງຄວາມຝັນ
ສວຍງາມຕຣະການ ດັ່ງນຶ່ງເທວັນສັນສ້າງ
ສົມຄຳເລົ່າລື ເມືອງຫຼວງພຣະບາງ
ປຣາສາດວຽງວັງ ແວວວາວສະດຸດຕາ

2) ຍອດພູສີ ສູງເດັ່ນງາມລໍ້າ
ວັດວາອາຣາມ ເປັນມິ່ງຂວັນເມືອງສງ່າ
ຜອງຊົນທົ່ວໄປ ໃຈລ້ວນເມຕຕາ
ພຸທສາສນາ ນຳພາສຸກສັນ

• ດິນແດນ ແຫ່ງຄວາມວິໄລ
ຫຼຽວແລແຫ່ງໃດ ຊວນຈິດໃຈເບີກບານ
ເພີນ…ທ່ຽວຊົມ ພິຣົມສຳຣານ
ພົບເຫັນແຕ່ຮອຍຍິ້ມນັ້ນ ພາຝັນຊຶ້ງຕຣຶງໃຈ

3) ຖິ່ນແດນໃດ ໃສຈະປຽບເໝືອນ
ຝັງໃຈຕິດເຕືອນ ບໍ່ອາດຫຼົງເລືອນລືມໄດ້
ຍິ້ມນັ້ນແນບຕຣຶງ ຊາບຊຶ້ງຣຶທັຍ
ມີຄ່າຄວາມໝາຍ ໄມຕຣີຕໍ່ກັນ…

ໂນຕເພງ “ຫຼວງພຣະບາງເມືອງງາມ” (ຊາຍ)
ວິດີໂອໂນຕບັນເລງເພງ “ຫຼວງພຣະບາງເມືອງງາມ”

ເພງ “ຄົນທີ່ເຂົາລືມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ຄົນທີ່ເຂົາລືມ”

1) ອ້າຍຈົນລະຕິ ນ້ອງຈຶ່ງເມີນ
ອ້າຍຂາດອ້າຍເຂີນ ເງິນທອງຂອງໃຊ້
ອ້າຍຂາດທຸກຢ່າງ ຈະຄອຍເອົາໃຈ
ນ້ອງຈຶ່ງປ່ຽນໃຈ ຫັນໄປເປັນຂອງຄົນອື່ນ…

2) ອ້າຍບຸນບໍ່ເຖິງ ດ້ອຍກວ່ານາງ
ນ້ອງຈຶ່ງເມີນໝາງ ເຫີນທາງຫວານຊື່ນ
ໄດ້ໃໝ່ຊັ້ນເບາະ ເກາະຜິດຄິດຝືນ
ຫາວ່າມຶນທຶນ ລ່ວງເກີນຜິດຜີຂໍນຳ…

• ເຂົາຄົງລໍ່າລວຍ ມັ່ງຄັ່ງເສດຖີ
ມາຫຼົງເຈົ້ານີ້ ເທວີຄົນງາມ
ອ້າຍຕໍ່າທັງສັກ ຊັບສິນເງິນຄຳ
ຕ້ອງທົນຣະກັມ ເໝືອນຄົນສິ້ນຫວັງ…

3) ນ້ອງລືມລະຕິ ຄືນສຸກສັນ
ຕົ້ນຂາມຄືນນັ້ນ ແສງຈັນກຣະຈ່າງ
ໃຜກອດໃຜຈູບ ລູບໄລ້ນວນນາງ
ໃຜຄໍ່າຄວນຄາງ ບໍ່ລືມບໍ່ເລືອນສັນຍາ…

ອ້າຍຈົນນ້ອງຈຶ່ງລືມ… ນ້ອງລືມເພາະອ້າຍຈົນ…
ອ້າຍຈົນນ້ອງຈຶ່ງລືມ… ນ້ອງລືມເພາະອ້າຍຈົນ…

ໂນຕເພງ “ຄົນທີ່ເຂົາລືມ”
ວິດີໂອໂນຕບັນເລງເພງ “ຄົນທີ່ເຂົາລືມ”

ເພງ “ຍັງຮັກນ້ອງຢູ່”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1963)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ຍັງຮັກນ້ອງຢູ່”

1) ບໍ່ເຄີຍບໍ່ເຄີຍ ຮັກໃຜເທົ່ານາງ
ບໍ່ເຄີຍຫາທາງ ເມີນໝາງເຈົ້າເລີຍ
ອ້າຍຍັງຮັກດຽວ ໃຈດຽວເໝືອນເຄີຍ
ຢ່າຟັງຄົນເຢີ້ຍ ເອີ່ຍສິນນິນທາ

2) ບໍ່ເຄີຍບໍ່ເຄີຍ ຄິດລວງລໍ້ກັນ
ບໍ່ເຄີຍເຫຫັນ ສາບານສັນຍາ
ອ້າຍພຽນໄຫວ້ວອນ ຢູ່ທຸກເວລາ
ຢາກໃຫ້ດິນຟ້າ ຊ່ວຍເປັນພະຍານ

• ຍັງຮັກຍັງຮັກ ຍັງຮັກນ້ອງຢູ່
ຄິດເຖິງຍອດຊູ້ ຢູ່ທຸກຄືນວັນ
ຢາກໃຫ້ເປັນຈິງ ເໝືອນດັ່ງຄວາມຝັນ
ຢາກໃຫ້ວິມານ ໂຫຣານສົມປອງ

3) ບໍ່ເຄີຍບໍ່ເຄີຍ ຫຼົງຕົວຫຼົງໃຈ
ບໍ່ເຄີຍຄິດໄປ ໜີໄກເນື້ອທອງ
ອ້າຍຍັງຊື່ຕຣົງ ບໍ່ຫຼົງລືມນ້ອງ
ຢາກເປັນເຈົ້າຂອງ ຢາກຄອງຄູ່ນອນ…

ວິດີໂອໂນຕບັນເລງເພງ “ຍັງຮັກນ້ອງຢູ່”