“ເພງລາວອະມະຕະ – ຊຸດທີ່ 07”

ເປີດເບິ່ງໜ້າປຶ້ມເພງຊຸດທີ່ 07
ສາຣະບານເພງລາວ ຊຸດທີ່ 07
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 02 ມິຖຸນາ 2020)

301 - ວຽງຈັນເມືອງງາມ
302 - ຜູ່ປຣາຊັຍ
303 - ຍາມນ້ອງຢູ່ດຽວ
304 - ສຸຂີປີໃໝ່
305 - ສະບາຍດີປີໃໝ່
306 - ສວັສດີປີໃໝ່
307 - ແລ້ວແຕ່
308 - ສາວເຖົ້າ
309 - ສາວເຖົ້າແຄ້ນ
310 - ຈົດໝາຍນ້ອຍ
311 - ຮັກສຸດຫົວໃຈ
312 - ຫວງຍິ້ມ
313 - ຄືນແຫ່ງຄວາມຫຼັງ
314 - ເພາະຄວາມຈົນ
315 - ຫຼວງພຣະບາງ
316 - ຢາດນໍ້າຝົນຢົດນໍ້າຕາ
317 - ໃຈມີບໍ່?
318 - ຊີວິດຄົນ
319 - ວອນຮັກກ່ອນສິ້ນສຶກສາ
320 - ຄົນຮັກຄົນສຸດທ້າຍ
321 - ນໍ້າຕານໍ້າໃຈ
322 - ບໍ່ຮັກຢ່າມາ
323 - ພໍກັນທີ
324 - ລືມເສັຽເຖີດຄວາມຫຼັງ
325 - ພັທນາກອນ - v2
326 - ກ່ອນບຳນານ
327 - ໃໝ່ແລ້ວປີ
328 - ງາມພຽງເງິນ
329 - ນອນໜາວ
330 - ຄະນຶງຄວາມຫຼັງ
331 - ຜູ່ຊາຍຜີ
332 - ຕໍ່ຮັກຕໍ່ຂານ
333 - ຢ່າໃຈນ້ອຍ
334 - ທີ່ຮັກອ້າຍຄິດເຖິງ
335 - ຮັກດ້ວຍຄວາມບໍຣິສຸດໃຈ
336 - ແມ່ເສືອເຈັດດາວ
337 - ນຶກວ່າເກັ່ງ
338 - ປາແດກກົ້ນໄຫ
339 - ນວນນ້ອງວຽງສວັນ
340 - ໂສກຮັກ
341 - ພາກຮັກ
342 - ພອນວິວາ
343 - ປາກເຊແດນງາມ
344 - ເຮືອນໃຈກຸນແຈທອງ
345 - ໜຸ່ມອົກຫັກ
346 - ແຫ່ເຂີຍ
347 - ເມົາ
348 - ເຮົາຮັກກັນໄດ້
349 - ມື້ອື່ນຄ່ອຍຄືນ
350 - ເບື່ອ

ເພງ “ເບື່ອ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (~1970)
ນັກຮ້ອງຕົ້ນສະບັບ : ນະຣຽມ

ວິດີໂອດົນຕຣີບັນເລງເພງ “ເບື່ອ”

1) ບໍ່ປຣາຖນາ ຈະມີຮັກຄອງ
ຮັກພາໃຫ້ໝອງ ໄປລອງສັມຜັດຄວາມເສົ້າ
ເພາະເຄີຍຜ່ານ ຮັກມາຫຼາຍຄາວ
ແສນ…ເສົ້າ ຊໍ້າອຸຣາ

2) ຢາກເປັນຄົນທີ່ ບໍ່ມີຫົວໃຈ
ກໍຄົງສົດໃສ ບໍ່ມີໃຜມາລວງຂ້າ
ແລະຄົງບໍ່ ຕ້ອງຫຼັ່ງນໍ້າຕາ
ຫຼື…ວ່າ ຫົວອົກພັງ

• ໜີໄປໃຫ້ໄກ ເຖີດຄວາມວ່າຮັກ
ເບື່ອແລ້ວລະໜໍ ຕັດໃຈໄດ້ພໍ
ຂໍຢູ່ຢ່າງຄົນ ໃຈຫວ່າງ
ເບື່ອຄົນຄອຍຄວງ ໃຫ້ໃຈຄຸ້ມ
ເບື່ອຄົນຄອຍຄວງ ໃຫ້ໃຈຄັ່ງ
ເບື່ອຄົນມານັ່ງ ຄອຍບັນຊາການ

3) ເບື່ອຄວາມອໍເຊາະ ເບື່ອຄວາມງໍ້ງອນ
ເບື່ອຄວາມຫຼອກຫຼອນ ເບື່ອຕອນຮັກມາສະບັ້ນ
ຫົວໃຈປວດ ຊໍ້າຢ່າງມະຫັນ
ຮັກ…ນັ້ນ ແສນເບື່ອເອີຍ…

ໂນຕເພງ “ເບື່ອ”
ວິດີໂອໂນຕບັນເລງເພງ “ເບື່ອ”

ເພງ “ມື້ອື່ນຄ່ອຍຄືນ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (~1968)
ນັກຮ້ອງຕົ້ນສະບັບ : ນະຣຽມ

ວິດີໂອດົນຕຣີບັນເລງເພງ “ມື້ອື່ນຄ່ອຍຄືນ”

1) ໜ້າເຫັນໃຈ ທີ່ຊາຍຕ້ອງຊໍ້າ
ດ້ວຍຮັກທຳໃຫ້ ໂທ້ຄົງປວດໃຈເມື່ອໄປຖືກລວງ
ເຈົ້າຄົງຫຼົງຕົວ ວ່າເດັ່ນຍິ່ງໜັກ
ເຫັນວ່າຍິງຮັກ ເປັນທີ່ຕັກຕວງ
ໄປຫຼົງຖືກບ້ວງ ຜູ່ໃດ

2) ເມື່ອຄິດມາ ຍິ່ງພາໃຫ້ສົມ
ໃຫ້ສົມນໍ້າໜ້າ ນ້ອງຈຳຕິດຕາອ້າຍຂ້າຫົວໃຈ
ເຈົ້າຄົງຮູ້ດີ ສະແລ້ວສິໜາ
ວ່າຄ່າຄວາມຊໍ້າ ນັ້ນມີເທົ່າໃດ
ນ້ອງກໍຊໍ້າໃຈ ເທົ່າກັນ

• ບັດນີ້ຊາຍ ນໍ້າຕາຕ້ອງຫຼັ່ງ
ຮູ້ຫຼືຍັງ ຄ່າແຫ່ງຄວາມທໍຣະມານ
ຍາມເຮົາຫຼົງຮັກ ອ້າຍກັບທຳລາຍສະບັ້ນ
ແລ້ວໃຜກັນ ຕ້ອງກັບມາກິນນໍ້າຕາ

3) ຈາກຫົວໃຈ ທີ່ຜ່ານຄວາມຊໍ້າ
ເມື່ອອ້າຍທຳໃຫ້ ແຜຍັງບໍ່ຫາຍຝັງໃນອຸຣາ
ຈະຂໍຮັກຄືນ ຄົງບໍ່ງ່າຍໜັກ
ປວັດສາດຮັກ ຈະຊໍ້າຄືນມາ
ມື້ອື່ນເຖີດໜາ ຄ່ອຍຄືນ…

ໂນຕເພງ “ມື້ອື່ນຄ່ອຍຄືນ”
ວິດີໂອໂນຕບັນເລງເພງ “ມື້ອື່ນຄ່ອຍຄືນ”

ເພງ “ເຮົາຮັກກັນໄດ້”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ເຮົາຮັກກັນໄດ້”

1) ເຮົາຮັກກັນໄດ້ ຫາກຫົວໃຈເຮົາກົງກັນ
ເຮົາຮັກກັນໝັ້ນ ຫາກສັມພັນນັ້ນຍິ່ງໃຫຍ່
ເຮົາຮັກກັນໜາ ໃຫ້ສັນຍານັ້ນຈິງໃຈ
ເຮົາຮັກກັນໄປ ຫາກຫົວໃຈເຮົາປຣາຖນາ

2) ເຮົາຮັກກັນໄດ້ ຫາກຫົວໃຈເຮົາຕ້ອງການ
ເຮົາຮັກກັນໝັ້ນ ດັ່ງດວງຈັນຮັກກັບຟ້າ
ເຮົາຮັກກັນໜໍ ດັ່ງໃຈຂໍຮ້ອງວອນວ່າ
ເຮົາຮັກກັນໜາ ຈົນຊົ່ວຟ້າດິນຈະສລາຍ

• ເຖິງໃຜຈະເຢີ້ຍ ເອີ່ຍຂວັນນິນທາຢ່າໄຫວຫວັ່ນ
ເຮົາຮັກກັນແລ້ວ ເຮົາຮັກກັນໝັ້ນເຮົາຮັກກັນໄວ້
ເຖິງຟ້າຈະປີ້ນ ແມ່ນດິນຈະຫຼົ້ມຈົມຫາຍໄປ
ຂໍພຽງແຕ່ໄດ້ ຮັກສົມດັ່ງໃຈໝັ້ນໃນສັດທາ

3) ເຮົາຮັກກັນໄດ້ ຫາກຫົວໃຈເຮົາໃຝ່ຝັນ
ເຮົາຮັກກັນໝັ້ນ ຄຶດເຖິງກັນທຸກເວລາ
ເຮົາຮັກກັນໄວ້ ຢ່າຫວັ່ນໃຈຈະຮ້າງລາ
ເຮົາຮັກກັນໜາ ກວ່າຊີວາເຮົາຈະສິ້ນສູນ…

ໂນຕເພງ “ເຮົາຮັກກັນໄດ້”
ວິດີໂອໂນຕບັນເລງເພງ “ເຮົາຮັກກັນໄດ້”

ເພງ “ເມົາ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (~1980)
ນັກຮ້ອງຕົ້ນສະບັບ : ພົມມາ ສົມສຸທິ

ວິດີໂອດົນຕຣີບັນເລງເພງ “ເມົາ”

1) ເມົາຍົດລືມຕາຍ ເມົາໃນກາຍກໍລືມຄວາມແກ່
ເມົາຊັບສິນໜ້າດຳໜ້າແຫຼ້ ມີຢ້ານແຕ່ຂາດຫົວຈົມຫາງ
ເມົາການພນັນ ນອນກໍຝັນຈິ້ມຫົວຈິ້ມຂ້າງ
ເມັຽລູກຈະກິນຫຍັງກໍຊ່າງ ຂໍພຽງນັ່ງຈິ້ມບັກຫຼັງລາຍ

2) ເມົາເຫຼົ້າເອົາມັນ ເມົາຈົນຄານເຫັນໝາເປັນໝັດ
ເມົາແລ້ວໂສຄຸຍໂວສະບັດ ເມົາແລ້ວຟັດກັບຊ້າງຍັງໄຫວ
ເມົາຄວັນບັ້ງຊາ ນອນໄກວ່ຂາຊ້າໆກໍໄດ້
ເຫັນມວນໝູ່ນາງຟ້າລຽງລາຍ ນັ່ງເປືອຍກາຍໃນບັ້ງກັນຊາ

• ກິເລດຕັນຫາ ມີທັມມະດາໃນປຸຖຸຊົນ
ແຕ່ມີມາກລົ້ນ ຈົນເມົານັ້ນຜິດຕຳຣາ
ເລັກໆນ້ອຍໆ ຈິ້ມຄ່ອຍໆພໍໃຫ້ເປັນຢາ
ບໍ່ແມ່ນສອນຫຼືການຕໍ່ວ່າ ແຕ່ເວົ້າມາເປັນອຸທາຫອນ

3) ເມົາຫຼົງໃນກາມ ຄົນປຣະນາມໄວ້ໃຈກັນຍາກ
ຍາມເຈົ້າຂອງເຂົາມາຮູ້ຈັກ ກັມຂັ້ນໜັກອາດກາຍເປັນຂອນ
ພໍຕາຍທ່ານຍົມ ໂຍນຮູບໂສມສີເປືອຍລ່ອນຈ້ອນ
ໃຫ້ກາສັບຂອງທີ່ມັນບອນ ອີກບາງຕອນໜາມງິ້ວກໍສອຍ…

ໂນຕເພງ “ເມົາ”
ວິດີໂອໂນຕບັນເລງເພງ “ເມົາ”

ເພງ “ແຫ່ເຂີຍ”

ເນື້ອຮ້ອງ & ທຳນອງ : ສົມລິດ ພັນນະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ສົມລິດ ພັນນະວົງສ໌

ວິດີໂອດົນຕຣີບັນເລງເພງ “ແຫ່ເຂີຍ”

(ສອຍ) ແມ່ເຖົ້າເອີຍ ລູກເຂີຍມາແລ້ວ
ແມ່ເຖົ້າແກ້ວ ຊ່ວຍເປີດປະຕູໃຫ້ແດ່
ມື້ສັນວັນດີ ເພື່ອນຝູງແລະເຖົ້າແກ່
ພ້ອມພາກັນແຫ່ ລູກເຂີຍແມ່ສົ່ງມາ

1) ເຈົ້າສາວ ຄົງຄອຍ
ຫົວໃຈເລື່ອນລອຍ ເຝົ້າຄອຍວິວາ
ໂອ້ນວນນ້ອງ ເປີດປະຕູທອງຖ້າ (ຊໍ້າ)
ຕຽມເຂົ້າວິວາ ສົມປຣາຖນາດັ່ງໃຈ

2) ຄ່າດອງ ເຈົ້າແພງ
ເງິນບໍ່ພໍແຕ່ງ ນ້ອງຢ່າເສັຽໃຈ
ໄດ້ກັນແລ້ວ ຈະຫາມາແທນໃຫ້ (ຊໍ້າ)
ຫາກບໍ່ພໍເທົ່າໃດ (ເວົ້າ) ແມ່ເຖົ້າອອກໃຫ້ກ່ອນເດີ
ກິນກ່ອນຜ່ອນຫຼັງນໍ ຍາແມ່…

3) ເຈົ້າບ່າວ ແຕ່ງກາຍ
ໃສ່ຜ້າສີໄພ ນຸ່ງເສື້ອໄໝບ່ຽງແພ
ເຈົ້າສາວວັນນີ້ ໃສ່ຊຸດສີໃດແດ່ (ຊໍ້າ)
ໂອ້ຍຄົງສົມກັນແທ້ ສົມກັນແທ້ລະເດີ…

ໂນຕເພງ “ແຫ່ເຂີຍ”
ວິດີໂອໂນຕບັນເລງເພງ “ແຫ່ເຂີຍ”

ເພງ “ໜຸ່ມອົກຫັກ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (~1973)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ໜຸ່ມອົກຫັກ”

1) ຢາກຜ່າຫົວໃຈ ສາວສີຊຽງໃໝ່ເບິ່ງໜັກ
ອ້າຍໜຸ່ມສີໄຄອົກຫັກ ຫຼົງຮັກສາວສີຊຽງໃໝ່
ເຈົ້າບອກບໍ່ເຄີຍ ບໍ່ເຄີຍຮັກກັບຜູ່ໃດ
ໂອ້ຍຫຼອກລວງກັນໄດ້ ເຈັບອົກເຈັບໃຈຕົວະໄດ້ຕົວະເອົາ

2) ຢາກຜ່າຫົວໃຈ ສາວສີຊຽງໃໝ່ເບິ່ງແທ້
ຢາກເຫັນຂ້າງໃນເຕັມແກ່ ຫົວໃຈນ້ອງຄົງຈະເນົ່າ
ທ່ຽວເອົາຫົວໃຈ ແຈກໃຫ້ຜູ່ຊາຍບໍ່ເຊົາ
ລືມຮັກຈາກໜຸ່ມລາວ ເອົາໃຜມາເປັນຄູ່ໃຈ

• ລືມແລ້ວບໍ່ ວັນທີ່ໄດ້ຮູ້ຈັກກັນ
ເຮົາເຄີຍສຸກສັນ ສົງການທີ່ສີຊຽງໃໝ່
ເຈົ້າໃຫ້ສັນຍາ ວ່າຮັກແທ້ແຕ່ໜຸ່ມສີໄຄ
ດຽວນີ້ຫົວໃຈ ປ່ຽນໄປ ໂລເລ ໂລເລ

3) ຂໍຈາກຂໍໄກ ສາວສີຊຽງໃໝ່ທີ່ຮັກ
ອ້າຍໜຸ່ມສີໄຄອົກຫັກ ຍ້ອນຮັກແມ່ຄົນຮ້ອຍເລ່
ເຈັບອົກໂສກເຫງົາ ນ້ອງສາວຮັກງ່າຍຖ່າຍເທ
ຫຼອກໃຫ້ໃຈອ້າຍເພ ລາແລ້ວຄົນງາມຂີ້ລືມ…

ໂນຕເພງ “ໜຸ່ມອົກຫັກ”
ວິດີໂອໂນຕບັນເລງເພງ “ໜຸ່ມອົກຫັກ”

ເພງ “ເຮືອນໃຈກຸນແຈທອງ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (1973)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ເຮືອນໃຈກຸນແຈທອງ”

1) ແວ່ວເພງໄກຮັກ ຈາກສາຍລົມພານ້ອງເສົ້າ
ຟ້າແຍກສອງເຮົາ ໃຫ້ເຫີນຫ່າງກັນນັກໜາ
ຍິນສຽງອ້າຍໂອດ ນ້ອງສຸດຈະກັ້ນນໍ້າຕາ
ສົງສານອ້າຍຍິ່ງຈິງໜາ ຈົ່ງຢ່າຫວັ່ນໄຫວໃຈໝອງ

2) ຂຍັນອົດທົນ ສ້າງເນື້ອສ້າງຕົນນະອ້າຍ
ຫວັງສຸກບັ້ນປາຍ ເມື່ອໄດ້ຮ່ວມຮຽງຄຽງສອງ
ຂໍເອົາໃຈຊ່ວຍ ໄຫວ້ວອນພຣະຈົ່ງຄຸ້ມຄອງ
ສົມຫວັງຢ່າລືມວ່ານ້ອງ ຍັງຄອງຄວາມຫວັງຕັ້ງໃຈ

• ຄິດ… ເຖິງອ້າຍ ບໍ່ເວັ້ນນາທີ
ຝັງໝັ້ນຣຶດີ ບໍ່ຄິດຈະມີຮັກໃໝ່
ໂອ້ໜໍ… ຄິດເຖິງ ແຕ່ອ້າຍເມື່ອໃດ
ນ້ອງນີ້ກໍແທບຂາດໃຈ ຫວັ່ນໄຫວອ້າຍຈະລືມນ້ອງ

3) ຈະອອມຖນອມ ນິ້ມເນື້ອນວນປາງໄວ້ຖ້າ
ບໍ່ໃຫ້ໃຜມາ ຄຽງໃກ້ກາຍາໃຫ້ໝອງ
ສົມຫວັງດັ່ງຈິດ ມອບຊີວິດໃນຄອບຄອງ
ເຮືອນໃຈລ່າມກຸນແຈທອງ ຄຽງຄອງຈົນເຖິງວັນຕາຍ…

ໂນຕເພງ “ເຮືອນໃຈກຸນແຈທອງ”
ວິດີໂອໂນຕບັນເລງເພງ “ເຮືອນໃຈກຸນແຈທອງ”

ເພງ “ປາກເຊແດນງາມ”

ເນື້ອຮ້ອງ & ທຳນອງ : ມ. ເມືອງໃຕ້ (?) ສນອງ ອຸ່ນວົງ (?) (~1970)
ນັກຮ້ອງຕົ້ນສະບັບ : ກ. ພະນົມວັນ

ວິດີໂອດົນຕຣີບັນເລງເພງ “ປາກເຊແດນງາມ”

1) ເມື່ອເຢືອນເຖິງຖິ່ນ ຜືນດິນຖິ່ນແຄວ້ນແດນໄກ
ປາກເຊສວຍຈັບໃຈ ຣຶທັຍໜັກໜາ
ພູບາຈຽງ ສວຍເດັ່ນຕັ້ງສູງສງ່າ
ຍາມຂ້າໄດ້ມາ ເຫັນແລ້ວພາໃຈສຸກສັນ

2) ເມື່ອໄດ້ມາຢູ່ ເໝືອນເປັນບຸນຂ້ານ້ອມນຳ
ປາກເຊສວຍສຸດລໍ້າ ດັ່ງເມືອງສວັນ
ພູມະໂລງ ຢູ່ທາງກໍ້າຝ່າຍຂວານັ້ນ
ເລົ່າເປັນນິທານ ສູ່ກັນຟັງມາຕັ້ງຫຼາຍປີ

• ນາງມະໂລງ ສັກສູງສົ່ງງາມໂສພາ
ບາຈຽງຈຶ່ງປຣາຖນາ ຫວັງໄດ້ນາງມາເປັນຂວັນຊີວີ
ແຫ່ຂັນໝາກມາ ຮອດເມືອງຄັນເກິ່ງພໍດີ
ໄດ້ຂ່າວມະໂລງໂຕນໜີ ຊໍ້າຣຶດີຂ້າຕົວຕາຍ

3) ນໍ້າເຊໄຫຼຫຼັ່ງ ຫົນທາງແຫ່ງສາຍທາຣາ
ປາກເຊສວຍງາມຕາ ໃຈຂ້າໝັ້ນໝາຍ
ສາວປາກເຊ ສເນຊາບຊຶ້ງຕຣຶງໃຈ
ຂ້າຂໍຝາກໃຈ ຄຽງຄູ່ຊາມວັຍນ້ອງຄົນດີ…

ໂນຕເພງ “ປາກເຊແດນງາມ”
ວິດີໂອໂນຕບັນເລງເພງ “ປາກເຊແດນງາມ”

ເພງ “ພອນວິວາ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ພອນວິວາ”

1) ຂໍຍົກສິບນິ້ວ ກາບໄທ້ເທວາ
ໂປຣດຈົ່ງໄດ້ມາ ອວຍພອນມົງຄົນ
ສົ່ງຄວາມສຸຂີ ມັ່ງມີເລີດລົ້ນ
ສົ່ງບຸນກຸສົນ ແກ່ຄູ່ວິວາ

2) ຂໍໃຫ້ບ່າວສາວ ສົດຊື່ນດວງໃຈ
ຫ່າງຈາກໂພຍພັຍ ເຈັບໄຂ້ນາໆ
ພ້ອມເປັນເມັຽດຽວ ຜົວດຽວຊົ່ວຟ້າ
ຮັກກັນຈົນກວ່າ ແຜ່ນດິນສລາຍ

• ຫາກປຣາຖນາ ຈົ່ງໄດ້ທຸກສິ່ງ
ພ້ອມທັງບຸດຍິງ ບຸດຊາຍ
ລາບຍົດຊື່ສຽງກ້ອງດັງ ຈົ່ງມີພະລັງທັງໃຈກາຍ
ສ້າງຊີວິດ ໃຫ້ກ້າວໜ້າ

3) ຂໍໃຫ້ບ່າວສາວ ຢູ່ຄູ່ຄຽງກັນ
ຕລອດເຖິງວັນ ແກ່ເຖົ້າຊະຣາ
ຜິດໃຈພຽງນ້ອຍ ອະພັຍເຖີດໜາ
ເຖິງຕາຍກໍຢ່າ ປ່ຽນໃຈຈາກກັນ…

ໂນຕເພງ “ພອນວິວາ”
ວິດີໂອໂນຕບັນເລງເພງ “ພອນວິວາ”