ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ & ສນອງ ຣັຕຕະນະພັນ (1952~1953)
ນັກຮ້ອງຕົ້ນສະບັບ : ບານເຢັນ ສິນບັນດິດ
1) ຮຸ່ງແຈ້ງຕາເວັນ ລອຍເດັ່ນແສນງາມສຸດຕາ
ສ່ອງແດນເມືອງຟ້າ ວິມານວຽງຈັນ
ຫຼາຍສີສອດແສງ ຂອງດວງຕະວັນ
ງາມດັ່ງສວັນ ສ້າງໄວ້ໃຫ້ຝັນເພື່ອຊົມ
2) ຕື່ນອົກຕື່ນໃຈ ຍາມໄດ້ພົບພຽງເທື່ອດຽວ
ສຸດຫຼ້າຟ້າຂຽວ ງາມແສນນິຍົມ
ນົກນ້ອຍໂຜຜິນ ແລ້ວບິນຕາມລົມ
ເປັນຄູ່ສູ່ສົມ ໄດ້ເຫັນຊື່ນຊົມງາມຕາ
• ເມື່ອໄດ້ ມາເຫັນ
ເປັນບຸນສ້າງໄວ້ ໄດ້ເຫັນເຕັມຕາ
ຂໍຝາກໃຈຝາກຕົວ ຝາກຂວັນອຸຣາ
ຈົນກວ່າ ຊີວາສູນໄປ
3) ໄດ້ຢູ່ວຽງຈັນ ເປັນສຸກທຸກວັນແລະຄືນ
ສຸດຈະສົດຊື່ນ ຣະຣື່ນຫົວໃຈ
ເຖິງແມ່ນຈາກແລ້ວ ແສນຈະໄກ
ຂໍຝາກໃຈໄວ້ ບໍ່ຫຼົງລືມໄລວຽງຈັນ…
