ເພງ “ເມົາ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (~1980)
ນັກຮ້ອງຕົ້ນສະບັບ : ພົມມາ ສົມສຸທິ

ວິດີໂອດົນຕຣີບັນເລງເພງ “ເມົາ”

1) ເມົາຍົດລືມຕາຍ ເມົາໃນກາຍກໍລືມຄວາມແກ່
ເມົາຊັບສິນໜ້າດຳໜ້າແຫຼ້ ມີຢ້ານແຕ່ຂາດຫົວຈົມຫາງ
ເມົາການພນັນ ນອນກໍຝັນຈິ້ມຫົວຈິ້ມຂ້າງ
ເມັຽລູກຈະກິນຫຍັງກໍຊ່າງ ຂໍພຽງນັ່ງຈິ້ມບັກຫຼັງລາຍ

2) ເມົາເຫຼົ້າເອົາມັນ ເມົາຈົນຄານເຫັນໝາເປັນໝັດ
ເມົາແລ້ວໂສຄຸຍໂວສະບັດ ເມົາແລ້ວຟັດກັບຊ້າງຍັງໄຫວ
ເມົາຄວັນບັ້ງຊາ ນອນໄກວ່ຂາຊ້າໆກໍໄດ້
ເຫັນມວນໝູ່ນາງຟ້າລຽງລາຍ ນັ່ງເປືອຍກາຍໃນບັ້ງກັນຊາ

• ກິເລດຕັນຫາ ມີທັມມະດາໃນປຸຖຸຊົນ
ແຕ່ມີມາກລົ້ນ ຈົນເມົານັ້ນຜິດຕຳຣາ
ເລັກໆນ້ອຍໆ ຈິ້ມຄ່ອຍໆພໍໃຫ້ເປັນຢາ
ບໍ່ແມ່ນສອນຫຼືການຕໍ່ວ່າ ແຕ່ເວົ້າມາເປັນອຸທາຫອນ

3) ເມົາຫຼົງໃນກາມ ຄົນປຣະນາມໄວ້ໃຈກັນຍາກ
ຍາມເຈົ້າຂອງເຂົາມາຮູ້ຈັກ ກັມຂັ້ນໜັກອາດກາຍເປັນຂອນ
ພໍຕາຍທ່ານຍົມ ໂຍນຮູບໂສມສີເປືອຍລ່ອນຈ້ອນ
ໃຫ້ກາສັບຂອງທີ່ມັນບອນ ອີກບາງຕອນໜາມງິ້ວກໍສອຍ…

ໂນຕເພງ “ເມົາ”
ວິດີໂອໂນຕບັນເລງເພງ “ເມົາ”