ເພງ “ໜຸ່ມອົກຫັກ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (~1973)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ໜຸ່ມອົກຫັກ”

1) ຢາກຜ່າຫົວໃຈ ສາວສີຊຽງໃໝ່ເບິ່ງໜັກ
ອ້າຍໜຸ່ມສີໄຄອົກຫັກ ຫຼົງຮັກສາວສີຊຽງໃໝ່
ເຈົ້າບອກບໍ່ເຄີຍ ບໍ່ເຄີຍຮັກກັບຜູ່ໃດ
ໂອ້ຍຫຼອກລວງກັນໄດ້ ເຈັບອົກເຈັບໃຈຕົວະໄດ້ຕົວະເອົາ

2) ຢາກຜ່າຫົວໃຈ ສາວສີຊຽງໃໝ່ເບິ່ງແທ້
ຢາກເຫັນຂ້າງໃນເຕັມແກ່ ຫົວໃຈນ້ອງຄົງຈະເນົ່າ
ທ່ຽວເອົາຫົວໃຈ ແຈກໃຫ້ຜູ່ຊາຍບໍ່ເຊົາ
ລືມຮັກຈາກໜຸ່ມລາວ ເອົາໃຜມາເປັນຄູ່ໃຈ

• ລືມແລ້ວບໍ່ ວັນທີ່ໄດ້ຮູ້ຈັກກັນ
ເຮົາເຄີຍສຸກສັນ ສົງການທີ່ສີຊຽງໃໝ່
ເຈົ້າໃຫ້ສັນຍາ ວ່າຮັກແທ້ແຕ່ໜຸ່ມສີໄຄ
ດຽວນີ້ຫົວໃຈ ປ່ຽນໄປ ໂລເລ ໂລເລ

3) ຂໍຈາກຂໍໄກ ສາວສີຊຽງໃໝ່ທີ່ຮັກ
ອ້າຍໜຸ່ມສີໄຄອົກຫັກ ຍ້ອນຮັກແມ່ຄົນຮ້ອຍເລ່
ເຈັບອົກໂສກເຫງົາ ນ້ອງສາວຮັກງ່າຍຖ່າຍເທ
ຫຼອກໃຫ້ໃຈອ້າຍເພ ລາແລ້ວຄົນງາມຂີ້ລືມ…

ໂນຕເພງ “ໜຸ່ມອົກຫັກ”
ວິດີໂອໂນຕບັນເລງເພງ “ໜຸ່ມອົກຫັກ”