ເພງ “ຈົດໝາຍນ້ອຍ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ຈົດໝາຍນ້ອຍ”

1) ຈົດໝາຍນ້ອຍ ຂຽນເປັນຮອຍຕົວນ້ອຍແລະໃຫຍ່
ຕົກກະໃຈ ນຶກວ່າຜູ່ໃດຂຽນມາ
ທີ່ແທ້ກໍຄື ຈົດໝາຍຂອງພໍ່ຢູ່ບ້ານນາ
ເປັນຫ່ວງໃນການສຶກສາ ຈຶ່ງຂຽນມາຢາມຖາມຂ່າວ

2) ໄດ້ເຫັນແລ້ວ ເໝຶອນມີແນວພາໃຫ້ມີສຸກ
ສິ້ນຄວາມທຸກ ຫົວໃຈສິ້ນສຸດອັບເສົາ
ໃນເນື້ອມີ ບອກສອນຄວາມດີໃຫ້ແກ່ເຮົາ
ຄືຢ່າໄປມົວທ່ຽວສາວ ເພາະຊີວິດເຮົາມັນຍາກຈົນ

• ລູກຂໍຍໍມື ກົ້ມກາບວັນທາ
ໄຫວ້ວອນເທວາ ຢູ່ບົນຟ້າຈົ່ງຊ່ວຍດົນ
ໃຫ້ພໍ່ສຸກຂີ ລູກນີ້ສັນຍາຈະສູ້ທົນ
ເຖິງແມ່ນຈະຍາກຈະຈົນ ລູກກໍຍອມທົນສຶກສາໄປ

3) ລູກຂໍຮ້ອງ ເພງນີ້ແທນໃຈມາໃຫ້ຂ່າວ
ເຣື່ອງມີສາວ ຂໍພໍ່ຈົ່ງໄດ້ນອນໃຈ
ຈະຂໍຟັງຄຳ ສັ່ງສອນຂອງພໍ່ທີ່ສົງໄປ
ຢູ່ໃນຊອງຈົດໝາຍ ຂໍຈຳຝັງໃຈຕລອດການ…

ໂນຕເພງ “ຈົດໝາຍນ້ອຍ”
ວິດີໂອໂນຕບັນເລງເພງ “ຈົດໝາຍນ້ອຍ”