ເພງ “ຈຳໃຈຈາກ”

ເນື້ອຮ້ອງ & ທຳນອງ : ເສຣີ ອານັນຕະເສຣີ & ປ. ຕຣີຈັນ (1964)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຈຳໃຈຈາກ”

1) ອ້າຍຈຳຈາກ ນ້ອງໄປ
ນ້ອງຢ່າໄດ້ ເສົ້າໃຈໜັກໜາ
ຂໍນ້ອງ ຈົ່ງຄອຍຖ້າ
ອ້າຍຈະກັບມາ ເຣວໄວ

2) ຍອດຮັກອ້າຍ ນີ້ເອີຍ
ນ້ອງຢ່ານຶກເລີຍ ວ່າຈະປ່ຽນໃຈ
ອ້າຍຂໍ ວອນໄຫວ້
ອົງເທບໄທ້ ຈົ່ງເປັນພະຍານ

• ຈາກກັນ ພຽງກາຍ
ແຕ່ຫົວໃຈ ເຮົາຍັງຢູ່ຮຽງຄຽງສອງ
ໝາຍປອງຮັກດຽວ ອ້າຍມີໃຈດຽວ
ຮັກດຽວ ຮັກດຽວ ຈົນຕາຍ

3) ເມື່ອໃດອ້າຍ ກັບມາ
ຂໍມອບຊີວາ ດວງໃຈແລະກາຍ
ຊົ່ວຟ້າ ດິນສລາຍ
ຈະບໍ່ຫ່າງໄກ ໃຫ້ນ້ອງຕຣົມ…

ໂນຕເພງ “ຈຳໃຈຈາກ”
ວິດີໂອໂນຕບັນເລງເພງ “ຈຳໃຈຈາກ”

ເພງ “ຈອມໃຈຄົນຈົນ”

ເນື້ອຮ້ອງ & ທຳນອງ : ມ. ເມືອງໃຕ້ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ຈອມໃຈຄົນຈົນ”

1) ຈອມ ໃຈ
ນ້ອງຄືຈອມໃຈ ຄົນດຽວຂອງຂ້າ
ເປັນຍອດຮັກ ຍອດບູຊາ
ເໜືອກວ່າ ຜູ່ຍິງໃດໆ

2) ຍາມ ຈົນ
ນ້ອງຍອມສູ້ທົນ ຕໍ່ຄວາມໝອງໄໝ້
ຈະຂັດສົນ ທຸກຢ່າງໄປ
ນ້ອງໃຫ້ ແຕ່ຄວາມຈົງຮັກພັກດີ

• ນ້ອງຄືນໍ້າທິບ ແຫ່ງດວງໃຈ
ນ້ອງຄືແສງໄຟ ສ່ອງທາງຊີວີ
ສົມຄຳທີ່ ເປັນກຸລສັຕຣີ
ໂອ້ຄົນດີ “ນ້ອງຄືຈອມໃຈຄົນຈົນ…”

3) ຈອມ ໃຈ
ນ້ອງມີນໍ້າໃຈ ປຣະເສີດເຫຼືອລົ້ນ
ເພື່ອຍອດຍິງ ຂ້າຈະທົນ
ຄິດຄົ້ນ ສ້າງຕົນໃຫ້ສົມຈອມໃຈ…

ໂນຕເພງ “ຈອມໃຈຄົນຈົນ”
ວິດີໂອໂນຕບັນເລງເພງ “ຈອມໃຈຄົນຈົນ”

ເພງ “ແສບຊວງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ແສບຊວງ”

1) ເຈັບຊໍ້າໃນໃຈ ເໝືອນໄຟສຸມແກບ
ແສບຊວງຈິງໜໍເຂົາລວງເຂົາລໍ້ ໃຫ້ຕາຍໃຈນຳ
ພໍສົມໃຈແລ້ວເລີຍຖິ້ມ ເຂົາຊີມຈົນເສັຽຄວາມງາມ
ກໍ່ກັມທຳເຂັນ ໄວ້ໃຫ້

2) ນີ້ຫຼືສັນຍາ ສາບານຂອງຄົນ
ສຸດທົນທານເຫຼືອປົນເຈືອຢາພິດ ຝັງແໜ້ນພາຍໃນ
ເງິນລ້ານເງິນແສນມອບໃຫ້ ເລົ້າໂລມໂອບອ້ອມເອົາໃຈ
ແລ້ວດ້ວຍເຫດໃດ ຈຶ່ງລືມໄດ້ລົງ

• ຄົງເປັນເພາະນ້ອງ ສິ້ນສາວສິ້ນສວຍເສັຽໂສມ
ສິ້ນຣົດນິຍົມ ຈຶ່ງຫາໃໝ່ຊົມໃສສ່ອງ
ພຣະຍາແຖນເອີຍ ນັ່ງເສີຍເລີຍໜໍພຣະອົງ
ແຫຼກໝົດແລ້ວເຂົາເອົາມາສົ່ງ ເຫຼືອແຕ່ໂຄງຄວາມຮັກໜ້າຊັງ

3) ລູກຂໍອຸທອນ ສານຂອງພຣະພຣົມ
ອີກຍົມມະນາຟ້ອງຖານເຂັ່ນຂ້າ ຫົວໃຈຈົນພັງ
ໃຫ້ສານຕັດສິນລົງໂທດ ຄະດີຫ້ຽມໂຫດເຖິງຊີວັງ
ຫຼືຫວນກັບຫຼັງ ບ່ອນເຄີຍໄດ້ຊື່ນ…

ໂນຕເພງ “ແສບຊວງ”
ວິດີໂອໂນຕບັນເລງເພງ “ແສບຊວງ”

ເພງ “ຈາກວຽງຈັນ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1970)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຈາກວຽງຈັນ”

1) ໂອ້ວຽງຈັນເອີຍ ຂ້າຂໍລາໄປ
ຝາກຄວາມອາລັຍ ຣຶທັຍອາວອນ
ຄິດເຖິງແດນດິນ ເຮືອນທີ່ເຄີຍນອນ
ໄດ້ແຕ່ຖອດຖອນ ດວງໃຈ

2) ເພື່ອນທີ່ຮັກ ຂ້າຈັກຂໍລາ
ຈາກໄປໄກຕາ ແລ້ວຍັງອາລັຍ
ຄິດເຖິງວັນຄືນ ທີ່ເຄີຍຊື່ນໃຈ
ເວນກັມອັນໃດ ມາພາກຈາກກັນ

• ຍາມຄືນວັນເພັນ ເຫັນຈັນເຕັມດວງ
ຂ້າຄິດເປັນຫ່ວງ ໃຝ່ຝັນ
ເພື່ອນເອີຍ ຫາກແມ່ນຄິດເຖິງກັນ
ຂໍໃຫ້ມອງດູຈັນ ເຮົາຄົງພົບກັນໃນດວງຈັນທຣາ

3) ຈາກວຽງຈັນ ແລະເພື່ອນທີ່ຮັກ
ຈາກຍອດຮັກ ໄປດ້ວຍນໍ້າຕາ
ອ້າຍຕ້ອງຣະທົມ ໝົ່ນໝອງອຸຣາ
ຈາກກັນໄປໄກຕາ ວັນໜ້າຄົງໄດ້ພົບກັນ…

ໂນຕເພງ “ຈາກວຽງຈັນ”
ວິດີໂອໂນຕບັນເລງເພງ “ຈາກວຽງຈັນ”

ເພງ “ເຫຼືອພຽງແພມົນ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ເຫຼືອພຽງແພມົນ”

1) ແພມົນຜືນນີ້ ທີ່ເຂົາມອບໃຫ້
ຖັກຮູບຫົວໃຈ ໃຫ້ໄວ້ເປັນອະນຸສອນ
ຈ້ອງມອງ ຄັ້ງໃດຊວນໃຫ້ອາວອນ
ພາບຄວາມຫຼັງກ່ອນ ຫຼອກຫຼອນດວງໃຈ

2) ດັ່ງມີມົນຂັງ ຝັງໃນຜືນຜ້າ
ຈຶ່ງຄຳນຶງຫາ ເຈົ້າຂອງແພຜ້າບໍ່ຫາຍ
ຍິ່ງມອງ ຍິ່ງຊວນໃຫ້ໝອງດວງໃຈ
ເມື່ອເຂົາແໜງໜ່າຍ ປ່ຽນໃຈໄປຈາກເຮົາ

• ດວງໃຈຈຶ່ງຊໍ້າ ຣະກັມທຸກຄືນ
ແພມົນຈຶ່ງຊຶມ ດ້ວຍຢາດນໍ້າຕາອັບເສົາ
ນາງລືມ ສັນຍາສາບານກ່ອນເກົ່າ
ປ່ອຍເຮົາ ເຫງົາໃຈ

3) ພຽງແພຜືນນີ້ ທີ່ຄົງເຫຼືອຢູ່
ແຕ່ຂາດຍອດຊູ້ ຂ້າຈຶ່ງຕ້ອງຢູ່ດຽວດາຍ
ໂອ້ເຮົາ ເຝົ້າຫຼົງຖນອມງົມງາຍ
ເຖິງເຂົາແໜງໜ່າຍ ແຕ່ໃຈເຮົາໝັ້ນຄົງ…

ໂນຕເພງ “ເຫຼືອພຽງແພມົນ”
ວິດີໂອໂນຕບັນເລງເພງ “ເຫຼືອພຽງແພມົນ”

ເພງ “ຝັນດີທີ່ຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ຝັນດີທີ່ຮັກ”

1) ເດິກດື່ນຂ້ອນຄືນ ແລ້ວສຸດທີ່ຮັກ
ອ້າຍຂໍຝັງຝາກ ຮັກກ່ອນອຳລາ
ຝາກສຽງເພງນີ້ພໍ່າວອນ ກ່ອນຈະເຂົ້ານອນຫາຍໜ້າ
ໂປຣດເຖີດຂວັນຕາ ຈົ່ງຢ່າລືມໄລ

2) ເດິກດື່ນຂ້ອນຄືນ ແລ້ວສຸດທີ່ຮັກ
ອ້າຍຝືນຈຳຈາກ ທັ້ງທີ່ອາລັຍ
ຢາກຢູ່ກ່ອມຂວັນແນບນອນ ຢາກຢູ່ຮ່ວມໝອນຄຽງໃກ້
ກໍຈຳຫັກໃຈ ເພາະກາຍຂ້ອນຄືນ

• ຈົ່ງນອນຝັນດີ ຕລອດນິທຣາ
ສຸກຈົນຮຸ່ງຟ້າ ອາຣຸນມື້ອື່ນ
ຝາກສຽງເພງນີ້ລອຍໄປ ໃຫ້ໄວ້ກ່ອມຂວັນເຊີຍຊື່ນ
ມື້ໃໝ່ຄ່ອຍຄືນ ພົບກັນ

3) ເດິກດື່ນຂ້ອນຄືນ ແລ້ວສຸດທີ່ຮັກ
ອ້າຍຂໍສລັກ ສຽງແຜ່ວຣຳພັນ
ປັກດວງໃຈນ້ອງນາຣີ ແນບກາງຣຶດີນ້ອງນັ້ນ
ຢ່າໄດ້ລືມກັນ ນ້ອງຈົ່ງຝັນດີ…

ໂນຕເພງ “ຝັນດີທີ່ຮັກ”
ວິດີໂອໂນຕບັນເລງເພງ “ຝັນດີທີ່ຮັກ”

ເພງ “ອົກຫັກ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ (1969)
ນັກຮ້ອງຕົ້ນສະບັບ : ຈ. ປະຈັກໃຈ

ວິດີໂອດົນຕຣີບັນເລງເພງ “ອົກຫັກ”

1) ໂອ້ຍ… ອົກຫັກ
ຖືກຄົນຮັກ ເຂົາມາລວງລໍ້
ຫົວໃຈຂ້າ ເປັນບ້າເປັນບໍ
ເໝືອນຄົນບໍ່ພໍ ເພາະຜູ່ຍິງເຂົາລວງ

2) ໂອ້ຍ… ອ່ອນຈິດ
ເຝົ້າແຕ່ຄິດ ເມື່ອມາຖືກບ້ວງ
ຫຼົງຄິດວ່າ ຈະບໍ່ຖືກລວງ
ສັນໃດພຸ່ມພວງ ລວງຈົນອົກພັງ

• ນັບຕັ້ງແຕ່ ນີ້ຕໍ່ໄປ
ຈະບໍ່ກ່ຽວຍິງໃດ ບໍ່ສົນໃຈຈັກຄັ້ງ
ຫາກຜູ່ຍິງ ຈະລວງຂ້າໃຫ້ອົກພັງ (ຊໍ້າ)
ຢ່າຫວັງ ຢ່າຫວັງ ບໍ່ເໝືອນດັ່ງທີ່ເຄີຍເປັນມາ

3) ໂອ້ຍ… ອົກຫັກ
ບອກວ່າຮັກ ເປັນຫຍັງລວງຂ້າ
ບໍ່ຮັກແທ້ ຢ່າເອີ່ຍວາຈາ
ຢ່າເປັນໂມຣາ ຂ້າຄົນທັງເປັນ…

ໂນຕເພງ “ອົກຫັກ”
ວິດີໂອໂນຕບັນເລງເພງ “ອົກຫັກ”

ເພງ “ຄຶດຮອດເຈົ້າ”

ເນື້ອຮ້ອງ & ທຳນອງ : ຄຳແພງ ຈຸນລະມະນີ (1970)
ນັກຮ້ອງຕົ້ນສະບັບ : ຈ. ປະຈັກໃຈ

ວິດີໂອດົນຕຣີບັນເລງເພງ “ຄຶດຮອດເຈົ້າ”

(ສອຍ)
ຄຶດຮອດເຈົ້າ ກືນເຂົ້າບໍ່ລົງຄໍ
ໂອ້ລະນໍ ສາວເອີຍຈົ່ງເຫັນໃຈ
ຫຼັບບໍ່ລົງ ພະວົງແຕ່ຫ່ວງໃຍ
ຈວນຈະຕາຍ ຢູ່ແລ້ວສາວເອີຍ

1) ນັບແຕ່ຈາກເຈົ້າໄປ ຄິດເຖິງຂວັນໃຈຢູ່ທຸກແລງທຸກເຊົ້າ
ເມື່ອໄດ້ຈາກເຈົ້າມາ ໃນອຸຣາມີແຕ່ງຽບເຫງົາ
ຄວາມສຸກໃຈ ບໍ່ເຄີຍບັນເທົາ
ບໍ່ເຄີຍແບ່ງເບົາ ເໝືອນຢູ່ໃກ້ນາງ…

(ສອຍ)

2) ຄິດວີ່ໆວອນໆຫວນເຖິງ ບັງອອນກ່ອນຫຼັບນອນທຸກຄັ້ງ
ແກ້ວນົກກາອັ່ນຄອນ ໃຈສະທ້ອນຫວນເຖິງເບື້ອງຫຼັງ
ຄາວພວກເຮົາ ເວົ້າສູ່ກັນຟັງ
ກ່ຽວກັບຄວາມຫວັງ ສອງເຮົາສ້າງມາ…

(ສອຍ)

3) ນອນຫຼັບຢູ່ກໍຝັນ ຝັນເຫັນແຈ່ມຈັນໄດ້ມາຢືນຕໍ່ໜ້າ
ເມື່ອໃດຕື່ນຈາກຝັນ ໃຈສະທ້ານບໍ່ເຫັນແກ້ວຕາ
ຢາກຈະນອນ ຢູ່ທຸກເວລາ
ໃຫ້ຝັນເຫັນໜ້າ ນ້ອງທຸກຍາມ…

ໂນຕເພງ “ຄຶດຮອດເຈົ້າ”
ວິດີໂອໂນຕບັນເລງເພງ “ຄຶດຮອດເຈົ້າ”

ເພງ “ບໍ່ລືມວຽງຈັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1968)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ບໍ່ລືມວຽງຈັນ”

1) ແມ່ນຢູ່ແສນໄກ ສຸດແດນດິນຟ້ານັ້ນ
ເຖິງມີສຸກສັນ ກໍລືມວຽງຈັນບໍ່ໄດ້
ຈາກນານແສນນານ ຍັງຫ່ວງ
ຍາດມິດທັງປວງ ຂ້າສຸດອາລັຍ
ດວງໃຈຄະນຶງ ທຸກວັນ…

2) ເມື່ອຢູ່ຜູ່ດຽວ ຍິ່ງປ່ຽວຍິ່ງຄິດເສົ້າ
ເໝືອນນົກທີ່ເຫງົາ ຢູ່ໃນກົງທອງອັດອັ້ນ
ສຸກກາຍທຸກໃຈ ເມື່ອຈາກ
ເມື່ອຍາມໄດ້ພາກ ແຄວ້ນຖິ່ນວຽງຈັນ
ຖິ່ນຖານນະຄອນ ຂອງລາວ…

• ຈາກໄປສູ່ໃຕ້ຟ້າ ປະເທດອື່ນ
ຫ່າງມິດທີ່ເຄີຍສົດຊື່ນ ຫ່າງລຸງປ້ານ້າອາວ
ເຖິງມີສຸກຢູ່ວັງທອງ ບໍ່ເໝືອນເຫັນໜ້າພີ່ນ້ອງລາວ
ຄິດມາແສນເສົ້າ ຫ່ວງໃຍ…

3) ມິອາດຫຼົງລືມ ພາບແຫ່ງຄວາມຫຼັງນັ້ນ
ເຖິງຟ້າປ່ຽນຜັນ ກໍລືມວຽງຈັນບໍ່ໄດ້
ເມື່ອຍາມຫວນມາ ຢ້ຽມຖິ່ນ
ໃຕ້ຟ້າເໜືອດິນ ລາວນີ້ເມື່ອໃດ
ສຸກໃຈເຫຼືອຄຳ ກ່າວຂານ…

ໂນຕເພງ “ບໍ່ລືມວຽງຈັນ”
ວິດີໂອໂນຕບັນເລງເພງ “ບໍ່ລືມວຽງຈັນ”

ເພງ “ຄຶດເຖິງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຄຶດເຖິງ”

1) ອ້າຍຄົງຈະຕາຍ ຍ້ອນຄວາມຄຶດເຖິງນ້ອງ
ຄຶດຫາແຕ່ນ້ອງ ຄຶດຮອດແຕ່ນ້ອງຜູ່ດຽວ
ຄວາມຮັກຝັງປັກ ຊວງເລິກ
ຫົວຄໍ່າຍາມເດິກ ສຸດແລຫຼຽວ
ຮັກນ້ອງຄົນດຽວ ຄົນດຽວສເມີມາ

2) ເຖິງຕົວຢູ່ໄກ ຫົວໃຈຍັງໂຫຍຫວນ
ເຊົ້າຄໍ່າບ່າຍຄວນ ຫານວນຢູ່ທຸກເວລາ
ຢ້ານຮັກຈະໜ່າຍ ໜ່າຍແໜງ
ຣະແວງໃຈຢູ່ ຢາກກູ່ຫາ
ຄຶດແລ້ວນໍ້າຕາ ອ້າຍຫຼັ່ງໂລມໃຈ

• ເວລານາທີ ທີ່ອ້າຍຫ່າງນ້ອງ ຮື…
ອ້າຍທຸກໝົ່ນໝອງ ຢ້ານນ້ອງປ່ຽນໃຈ
ຫາກສຸດທີ່ຮັກ ຮັກຈິງຈາກໃຈ ຮື…
ອ້າຍຂໍມາຕາຍ ຕໍ່ໜ້າຕັກນາງ

3) ຮັກນາງບໍ່ລືມ ຮັກດຽວບໍ່ລືມຫຼົງ
ຫົວໃຈໝັ້ນຄົງ ຊື່ຕຣົງຕໍ່ນ້ອງບໍ່ຈາງ
ອ້າຍຮັກອ້າຍຫ່ວງ ຫ່ວງຫຼາຍ
ແທບທົນບໍ່ໄດ້ ເກືອບໃຈພັງ
ຫຼົງເພີ້ພະວັງ ຮັກນາງຜູ່ດຽວ…

ໂນຕເພງ “ຄຶດເຖິງ”
ວິດີໂອໂນຕບັນເລງເພງ “ຄຶດເຖິງ”