ເພງ “ຄຶດເຖິງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຄຶດເຖິງ”

1) ອ້າຍຄົງຈະຕາຍ ຍ້ອນຄວາມຄຶດເຖິງນ້ອງ
ຄຶດຫາແຕ່ນ້ອງ ຄຶດຮອດແຕ່ນ້ອງຜູ່ດຽວ
ຄວາມຮັກຝັງປັກ ຊວງເລິກ
ຫົວຄໍ່າຍາມເດິກ ສຸດແລຫຼຽວ
ຮັກນ້ອງຄົນດຽວ ຄົນດຽວສເມີມາ

2) ເຖິງຕົວຢູ່ໄກ ຫົວໃຈຍັງໂຫຍຫວນ
ເຊົ້າຄໍ່າບ່າຍຄວນ ຫານວນຢູ່ທຸກເວລາ
ຢ້ານຮັກຈະໜ່າຍ ໜ່າຍແໜງ
ຣະແວງໃຈຢູ່ ຢາກກູ່ຫາ
ຄຶດແລ້ວນໍ້າຕາ ອ້າຍຫຼັ່ງໂລມໃຈ

• ເວລານາທີ ທີ່ອ້າຍຫ່າງນ້ອງ ຮື…
ອ້າຍທຸກໝົ່ນໝອງ ຢ້ານນ້ອງປ່ຽນໃຈ
ຫາກສຸດທີ່ຮັກ ຮັກຈິງຈາກໃຈ ຮື…
ອ້າຍຂໍມາຕາຍ ຕໍ່ໜ້າຕັກນາງ

3) ຮັກນາງບໍ່ລືມ ຮັກດຽວບໍ່ລືມຫຼົງ
ຫົວໃຈໝັ້ນຄົງ ຊື່ຕຣົງຕໍ່ນ້ອງບໍ່ຈາງ
ອ້າຍຮັກອ້າຍຫ່ວງ ຫ່ວງຫຼາຍ
ແທບທົນບໍ່ໄດ້ ເກືອບໃຈພັງ
ຫຼົງເພີ້ພະວັງ ຮັກນາງຜູ່ດຽວ…

ໂນຕເພງ “ຄຶດເຖິງ”
ວິດີໂອໂນຕບັນເລງເພງ “ຄຶດເຖິງ”