ເພງ “ດົງໂດກດົງໃຈ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ພະນົມສິນ

ວິດີໂອດົນຕຣີບັນເລງເພງ “ດົງໂດກດົງໃຈ”

1) ດົງໂດກແຫ່ງນີ້ ມີມົນຂັງ
ຈາກຈິດຝັງ ໃຫ້ລຳພຶງ
ຍາມຫ່າງໄກ ກໍຫ່ວງເຖິງບໍ່ຈືດຈາງ

2) ເມື່ອຍາມພົບເຫັນ ບໍ່ວາຍເວັ້ນ
ຢາກຈະເປັນ ຄູ່ນ້ອງນາງ
ໂທ້ ຄົນດີ ຂ້າຄອຍຫວັງພຽງແຕ່ນ້ອງ

• ດົງໂດກດົງໃຈ ຂ້າບໍ່ເຄີຍຮັກ
ເຄີຍສັມພັນ ເປັນເຈົ້າຂອງຍິງໃດທັງຜອງ
ເຝົ້າແຕ່ຫຼຽວມອງ ນ້ອງພຽງຜູ່ດຽວຢູ່ໃນໂລກນີ້

3) ນ້ອງຄືມາລາ ປຽບດອກຟ້າ
ຂ້າໃຝ່ຫາ ຄູ່ຊີວີ
ຂໍຕອບຮັກ ຮັກຂ້ານີ້ດ້ວຍເຖີດເອີຍ…

ໂນຕເພງ “ດົງໂດກດົງໃຈ”
ວິດີໂອໂນຕບັນເລງເພງ “ດົງໂດກດົງໃຈ”

ເພງ “ເສັຽດາຍຮັກ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1965)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ເສັຽດາຍຮັກ”

1) ເສັຽດາຍຮັກເອີຍ ຮັກເຄີຍຊື່ນຊູ
ນ້ອງເອງກໍຮູ້ ຍອດຊູ້ດວງໃຈ
ສອງເຮົາເຄີຍ ສັນຍາກັນໄວ້
ຈະບໍ່ພາກຫ່າງໄກ ຫົວໃຈມອບໄວ້ຕໍ່ກັນ

2) ເສັຽດາຍນໍ້າຄຳ ຮັກທຳຊໍ້າໃຈ
ນ້ອງມີຮັກໃໝ່ ຈິດໃຈແປຜັນ
ອ້າຍຕ້ອງເສົ້າ ຢູ່ທຸກຄືນວັນ
ເມື່ອມາພາກຈາກກັນ ຮັກນັ້ນປ່ຽນໄປແລ້ວເອີຍ

• ນ້ອງນາງ ຊ່າງໃຈຮ້າຍ
ມາລືມໄດ້ ນໍ້າໃຈເຈົ້ານີ້ເອີຍ
ຄວາມຫວານຄວາມຊື່ນ ບໍ່ເຫຼືອເລີຍ
ນ້ອງເອີຍລືມໄດ້ ເພາະມີຊາຍໃໝ່ເຊີຍຊົມ

3) ເສັຽດາຍຮັກເຮົາ ທີ່ເຝົ້າລໍຄອຍ
ເພາະບຸນອ້າຍນ້ອຍ ຮັກຈຶ່ງຂາດລອຍຕາມລົມ
ຫົວໃຈອ້າຍ ມີແຕ່ຂື່ນຂົມ
ສຸດຣະທົມໃຝ່ຫາ ຄິດມາເສັຽດາຍຮັກເອີຍ…

111-ໂນຕເພງ “ເສັຽດາຍຮັກ”
ວິດີໂອໂນຕບັນເລງເພງ “ເສັຽດາຍຮັກ”

ເພງ “ຄິດ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1965)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຄິດ”

1) ຄິດວ່າເຂົາ ຮັກເຮົາດ້ວຍໃຈສເນຫາ
ຄິດວ່າເຂົາ ຫວັງປຣາຖນາຮັກຈິງ
ນັ່ງນອນຍັງຄິດ ຄິດວ່າຍອດຍິງ
ຮັກຈິງຫຼືໃດ ສົງສັຍໃຈຢູ່

2) ໄດ້ແຕ່ຄິດ ຄິດຮັກແຕ່ເຂົາສຸກໃຈ
ໄດ້ແຕ່ຄິດ ຮັກແລະບູຊາເຊີດຊູ
ຫາກໄດ້ຈອມຂວັນ ນັ້ນມາຄຽງຄູ່
ຢູ່ຄຽງຮຽງກາຍ ອ້າຍຄົງສຸກໃຈ

• ຈະຮັກຫຼືລໍ້ ກັນຫຼິ້ນສັນໃດ
ໂປຣດໄດ້ເອີ່ຍຄຳ ອັນໝັ້ນຈາກໃຈ
ແມ່ນຮັກອ້າຍຈິງ ຢ່າໄດ້ອຽງອາຍ
ອ້າຍຈະຖນອມ ບໍ່ຍອມໃຫ້ຮັກເຮົາສລາຍ

3) ເຖິງນ້ອງຄິດ ຄິດຊັງອ້າຍນີ້ຢ່າງໃດ
ຫຼືນ້ອງຄິດ ຮັກອ້າຍກໍພໍນໍ້າໃຈ
ສ່ວນຕົວອ້າຍນີ້ ຂໍຄິດແລະຄິດ
ຄິດແຕ່ຮັກນາງ ຮັກຈົນຊົ່ວຟ້າດິນ…

ໂນຕເພງ “ຄິດ”
ວິດີໂອໂນຕບັນເລງເພງ “ຄິດ”

ເພງ “ດວງໃຈຈາກ”

ເນື້ອຮ້ອງ : ສີລາວົງ ແກ້ວ / ທຳນອງ : ສຸສາຄອນ ວໍຣະວົງ (1968)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ດວງໃຈຈາກ”

1) ສຸດທີ່ຮັກ ມາຈາກໄປ
ສູ່ແດນໄກ ສຸດສາຍຕາ
ຢ້ານນາງລືມ ລືມຄຳສັນຍາ
ລືມວາຈາ ທີ່ເຄີຍໄດ້ສາບານ

2) ສຸດທີ່ຮັກ ມາຈາກຈອນ
ສຸດອາວອນ ສຸດໄຫວຫວັ່ນ
ຢ້ານນາງລືມ ໄມຕຣີສັມພັນ
ຍາມໄກກັນ ຢ້ານນາງຄິດນອກໃຈ…

3) ໂອ້ຍອດຮັກ ຍອດຊີວີ
ຢ່າໄປມີ ຄົນຮັກໃໝ່
ນ້ອງຢ່າລືມ ອ້າຍນະດວງໃຈ
ຍາມຫ່າງໄກ ຢ່າລືມຄິດເຖິງກັນ…

ໂນຕເພງ “ດວງໃຈຈາກ”
ວິດີໂອໂນຕບັນເລງເພງ “ດວງໃຈຈາກ”

ເພງ “ສລັກຈິດ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ສລັກຈິດ”

1) ນ້ອງຄືທຸກສິ່ງ ທີ່ອ້າຍໝາຍປຣາຖນາ
ມິ່ງຂວັນຊີວາ ຝັງໃນອຸຣາແນ່ແທ້
ເຫັນຍິງຫຼາຍລ້ານຫຼາຍໂກດ ຫົວໃຈປຣາກົດບໍ່ຢາກແລ
ຫຼົງໃຫຼພຽງແຕ່ ນ້ອງນີ້

2) ນ້ອງຄືປຣະທີບ ສ່ອງແສງແນວທາງຊີວາ
ຫຼົງໃຫຼໄປວ່າ ນ້ອງນາງເມດຕາປຣານີ
ຫວັງໃນຄວາມຮັກສູງສົ່ງ ເທບໄທ້ຂໍຈົ່ງໂປຣດຊ່ວຍທີ
ສິງໃຈຍິງທີ່ ຂ້າຮັກ

• ສລັກຈິດ ສລັກໃຈ
ສລັກຢູ່ໃນ ຣຶທັຍແໜ້ນໜັກ
ນ້ອງຄົງຮັບຮູ້ ນ້ອງຄົງຮູ້ຈັກ
ວ່າອ້າຍເຝົ້າຮັກ ຫຼົງຮັກສລັກຈິດໃຈດຽວ

3) ຫົວໃຈເພີ້ພໍ່າ ຣຳພຶງຣຳພັນໃຝ່ຫາ
ຕັ້ງໃຈໄວ້ວ່າ ຮັກຍືນຊົ່ວຟ້າແໜ້ນໜຽວ
ຮັກເຮົາຄົງຫວານຊື່ນໜັກ ແມ່ນນ້ອງບໍ່ຫັກຮັກແຫ້ງຫ່ຽວ
ຮັກດຽວແຕ່ອ້າຍ ຕລອດການ…

ໂນຕເພງ “ສລັກຈິດ”
ວິດີໂອໂນຕບັນເລງເພງ “ສລັກຈິດ”

ເພງ “ດອກຟ້າປຣະດັບໃຈ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1970)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ດອກຟ້າປຣະດັບໃຈ”

1) ໂອ້ສຸກເຫຼືອ ເມື່ອໄດ້ມາ
ຢ້ຽມເຢືອນ ແດນຟ້າແດນວິມານ
ດັ່ງວິຫົກ ໂບກບິນຜັນຜ່ານ
ເຖິງຖິ່ນຖານ ສຳຣານວິໄລ

2) ພົບດອກຟ້າ ງາມຜ່ອງພັນ
ຍິ້ມຍວນ ຊວນຝັນຊວນອາລັຍ
ງາມນໍ້າຖ້ອຍ ງາມທັງນໍ້າໃຈ
ພາຫຼົງໃຫຼ ຢູ່ທຸກເວລາ

• ຮູ້ດີວ່າຟ້າ ຄູ່ຟ້າສູງສົ່ງ
ຮູ້ດີວ່າຫົງ ຄຽງຫົງໂສພາ
ຮູ້ຕົວວ່າຕໍ່າຕ້ອຍ ນ້ອຍວາສນາ
ຈຶ່ງເຝົ້າມອງຟ້າ ຢ່າງເສັຽດາຍ

3) ແມ່ນປອງຮັກ ຄົງບໍ່ສົມ
ຈຶ່ງຂໍຊື່ນຊົມ ພຽງພາບຖ່າຍ
ຖນອມຢູ່ ຕຣາບຈົນຊີບວາຍ
ປຣະດັບໄວ້ ໃນໃຈເອີຍ…

ໂນຕເພງ “ດອກຟ້າປຣະດັບໃຈ”
ວິດີໂອໂນຕບັນເລງເພງ “ດອກຟ້າປຣະດັບໃຈ”

ເພງ “ອຸກໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ອຸກໃຈ”

1) ອຸກໃຈ… ອຸກໃຈຈົນຫົວຈິແຕກຕາຍ
ໜຸ່ມໆສາວໆ ຂອງລາວສມັຍໃໝ່ຫຼາຍ
ປົກຫຸ້ມຄຸມກາຍ ອັບອາຍບັດສີ

2) ອຸກໃຈ… ເກືອບອົດບໍ່ໄຫວຂ້ອຍຢາກແລ່ນໜີ
ບາງໆເຂີນໆ ກວນໃຈເຫຼືອເຕັມທີ່
ສລັບສັບສີ ເໝືອນໂຕລະຄອນ

• ປາກທາແດງຄີ້ວຂຽນດຳ ປ່ອຍຜົມລ່າມວ່າໂຕງາມງອນ
ນຸ່ງສົ້ງຮັດໆເຫັນແລ້ວອຶດອັດ ມັນໜາວມັນຮ້ອນ
ຈິດວີ່ໃຈວອນຍາມຫຼັບ ຍາມນອນອາວອນຫວຸ້ນວາຍ

3) ອຸກໃຈ… ໜຸ່ມສາວທັງຫຼາຍຂໍເຊີນຈື່ໄວ້
ຢ່າລືມຮີດຄອງ ຂອງລາວເຮົາໝົດຫຼາຍ
ຂໍໂທດຫຼາຍໆ ຢ່າໄດ້ກຽດຊັງ

(ເວົ້າ) ມັນກະໂພດອີ່ຫຼີໃດ໊ ແຕ່ອີ່ພໍ່ອີ່ແມ່ກະຍັງບໍ່ເຫັນຈັກເທື່ອແນວນີ້
ອັນນີ້ກະຍັງໃຄ ອັນອຸກເປັນໜີ້ເພິ່ນ ແຮ່ງຮ້າຍອີກ…

ເນື້ອຮ້ອງເພງ “ອຸກເປັນໜີ້”

1) ອຸກໃຈ… ອຸກໃຈຈົນຫົວຈິແຕກຕາຍ
ເຈົ້າໜີ້ໄປຖາມ ໄປທວງສູ່ມື້ຫຼາຍ
ສູ້ຊົນທົນອາຍ ສຸດອາຍສຸດຝືນ

2) ອຸກໃຈ… ດອກເບັ້ຽຂຶ້ນຫຼາຍໆຈົນຖ້ວມທຶນ
ຫຼັບຕາບໍ່ລົງ ນັ່ງຊົງຢູ່ເໝິດຄືນ
ອົດໃຈສະອື້ນ ຕລອດວັນ

• ໂອ້ເຈົ້ານາຍ… ເຫັນໃຈທີ ຢ່າບີບບີ້ເມື່ອທີຂັບຂັນ
ເຂົ້າຂອງທີ່ມີຂາຍຊຳຣະໜີ້ ບໍ່ເຫຼືອຈັກອັນ
ໂປຣດເຖີດສວັນຢ່າປ່ອຍ ໃຫ້ຫຼານຕ້ອງອຸກໃຈຕາຍ

3) ອຸກໃຈ… ຂໍເລື່ອນເອົາໄວ້ຢ່າເລັ່ງຫຼາຍ
ອີກສອງສາມປີ ໂຊກດີຄົງໃຊ້ໄຫວ
ຖືກຫວຍມື້ໃດ ມອບໃຫ້ໝົດເລີຍ

(ເວົ້າ) ໂອ້ຍ… ອຸກໃຈຫຼາຍ

ໂນຕເພງ “ອຸກໃຈ”
ວິດີໂອໂນຕບັນເລງເພງ “ອຸກໃຈ”

ເພງ “ຖ້າອ້າຍມີປີກ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (1970)
ນັກຮ້ອງຕົ້ນສະບັບ : ບົວ ບັງໃບ

ວິດີໂອດົນຕຣີບັນເລງເພງ “ຖ້າອ້າຍມີປີກ”

1) ຖ້າອ້າຍມີປີກ ບິນໄດ້ຢ່າງນົກ
ຈະໂບກຈະບິນ ໄປຫາແກ້ວຕາໃຫ້ໄດ້
ເຈົ້າຈະຢູ່ໃສ ຈະໃກ້ຈະໄກ
ລຳບາກທຸກຍາກພຽງໃດ ຂໍບິນໄປຢູ່ໃກ້ກັບນ້ອງ

2) ຖ້າອ້າຍນີ້ເກັ່ງ ປານທົສກັນ
ບໍ່ຢ້ານບໍ່ຫວັ່ນ ວ່າໃຜຈະມາຂັດຂ້ອງ
ຫາກມີຜູ່ໃດ ທຳໃຫ້ໝົ່ນໝອງ
ຊຸກຊ້ອນນ້ອງໄວ້ຄອບຄອງ ອ້າຍຕ້ອງແຍ່ງມາຊື່ນຊົມ

• ຖ້າອ້າຍມີຣິດ ຢ່າງເທວະດາ
ຈະເສກຄາຖາ ເມດຕາມະຫານິຍົມ
ຈະເນຣະມິດ ໃຫ້ເຈົ້າແອວກົມ
ມາຢູ່ໃຫ້ເຊີຍໃຫ້ຊົມ ເລືອກຊົມໄດ້ຕາມແຕ່ໃຈ

3) ແຕ່ອ້າຍນີ້ເປັນ ຄົນທັມມະດາ
ຈະບິນຂຶ້ນຟ້າ ດຳດິນບິນບົນບໍ່ໄດ້
ໄດ້ແຕ່ເບິ່ງຫາ ຍອດຊູ້ຢູ່ໃສ
ທຸກມື້ຣະທົມຕຣົມໃຈ ເມື່ອໃດຈະໄດ້ຊື່ນຊົມ…

ໂນຕເພງ “ຖ້າອ້າຍມີປີກ”
ວິດີໂອໂນຕບັນເລງເພງ “ຖ້າອ້າຍມີປີກ”

ເພງ “ຊາຕາອາພັບ”

ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (1970)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ຊາຕາອາພັບ”

1) ອາພັບແທ້ໜໍ ວາສນາຂ້າຊ່າງຕ້ອຍຕໍ່າ
ຄິດໄປສຸດແສນຣະກັມ ໂລກຊ່າງທຳບາບກັມແກ່ຂ້າ
ເກີດມາຮ່ວມໂລກ ຄວາມເສົ້າໂສກສຸດພັລນາ
ເປັນຄົນສິ້ນວາສນາ ສິ້ນຊາຕາອາດູນ

2) ອາພັບແທ້ເດ ຊາດນີ້ໜໍຊ່າງມາດິ້ນຣົນ
ຊ່າງມີແຕ່ຄວາມທຸກຈົນ ໂລກເມືອງຄົນປ່ຽນແປງວຽນຫວຸ້ນ
ເກີດມາຄັ້ງນີ້ ຄວາມສົມໂພດບໍ່ເຄີຍເກື້ອກູນ
ຊໍ້າຍັງຂາດຄົນກາຣຸນ ຂາດຄົນເກື້ອໜຸນອຸ້ມຊູ

• ຂໍ… ອະທິຖານໄວ້ວ່າ
ໃນຊາດຈະມາ ບຸນຈົ່ງນຳພາຊ່ວຍຍູ້
ເຖິງແມ່ນຊາດນີ້ ຊີວິດຂ້າຂາດຄົນອຸ້ມຊູ
ຂໍບຸນທີ່ເຄີຍເສີມຊູ ຈົ່ງນຳຊ່ວຍຍູ້ໃນຊາດໜ້ານີ້

3) ອາພັບແທ້ຈິງ ຂາດຄົນຫຼິງລໍ່າແລລ້ຽງດູ
ໃຜເດ້ຈະມາຊ່ວຍຊູ ຂ້າຢາກຮູ້ຢູ່ທຸກວັນນີ້
ຈະມີໃຜແທ້ ຫວັງຢາກຊ່ວຍໃຫ້ຄວາມພັກດີ
ເຖິງແມ່ນຜູ່ໃດປຣານີ ຂໍມອບຊີວີຈົນຟ້າມະລາຍ…

ໂນຕເພງ “ຊາຕາອາພັບ”
ວິດີໂອໂນຕບັນເລງເພງ “ຈາກ”

ເພງ “ຈາກ”

ເນື້ອຮ້ອງ & ທຳນອງ : ພົງສວັນ ສ. ຜາບມີຊັຍ (1973)
ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງ

ວິດີໂອດົນຕຣີບັນເລງເພງ “ຈາກ”

1) ໂປຣດຢ່າໂສກສັນ ຄິດເຖິງວັນ ນານຜ່ານມາ
ເຄີຍສຸກໜັກໜາ ຕ້ອງມາຈາກ ພາກໄກໜີ
ກ່ອນເຄີຍປຣະຄອງ ຮັກເຄີຍຕ້ອງ ໝອງຣຶດີ
ຍອດຊີວີ ຈົ່ງຢ່າມີ ຈິດໃຈສອງ

2) ຈາກໄປໄກແລ້ວ ໂອ້ແກ້ວຕາ ຢ່າປ່ຽນໃຈ
ຈາກໄປພຽງກາຍ ມອບຣຶທັຍ ໄວ້ນຳນ້ອງ
ຈົ່ງລໍຄອຍວັນ ນານເທົ່າໃດ ກໍຈົ່ງຄອງ
ຢ່າໝົ່ນໝອງ ຈົ່ງຄອງໃຈ ໃຫ້ຫວານຊື່ນ

• ຍາມໃດນ້ອງໂສກ ຫຼືມີທຸກ ໃຈຂື່ນຂົມ
ວອນຝາກສາຍລົມ ຊ່ວຍກ່ອມໃຈ ໃຫ້ເຊີຍຊື່ນ
ຍາມໃດນ້ອງສຸກ ອ້າຍກໍສຸກ ໃຈກໍ້າກືນ
ທຸກວັນຄືນ ຕື່ນຜວາ ຫາດວງໃຈ

3) ຈາກໄປໄກໜີ ຍອດຊີວີ ຢ່າປ່ຽນທາງ
ຢ່າໃຫ້ຄວາມຫວັງ ທີ່ເຄີຍສ້າງ ພັງທະລາຍ
ຢ່າໃຫ້ດວງໃຈ ອ້າຍຕ້ອງແຫຼກ ແຕກສລາຍ
ຈົ່ງຕຽມໃຈ ໄວ້ລໍຄອຍ ວັນອ້າຍມາ…

ໂນຕເພງ “ຈາກ”
ວິດີໂອໂນຕບັນເລງເພງ “ຈາກ”