ເພງ “ທັມມະຊາດພູເຂົາຄວາຍ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1963)*
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ທັມມະຊາດພູເຂົາຄວາຍ”

1) ຊ່າງງາມໜັກໜາ ຜາໂຂດຫິນຊັນ
ພູເຂົາລຳເນົາພະນາວັນ ດັ່ງສວັນສ້າງມາ
ຕົ້ນແປກແມກໄມ້ ລົມພັດໂອ້ນໄກວງາມຕາ
ສຽງດັງຄ້າຍກັບວ່າ ດົນຕຣີແຫ່ງແດນສວັນ…

2) ນໍ້າເຊາະແກ່ງຫິນ ລິນຫຼັ່ງໄຫຼນອງ
ນໍ້າໃສໄຫຼເຢັນເປັນຟອງ ເມື່ອແລມອງສຸກສັນ
ເຫັນໝູ່ມັດສາ ລ່ອງລອຍທາຣາງາມນັ້ນ
ນົກນ້ອຍງອຍໂຂດຫິນຊັນ ສົ່ງສຽງອ່ອນຫວານດັ່ງນາຣີ…

• ພູເຂົາຄວາຍ ສວຍງາມສວາດ
ງາມແທ້ໂອ້ທັມມະຊາດ ສວັນວາດໄວ້ຫຼືນີ້
ຫາກແມ່ນຜູ່ໃດ ໄດ້ໄປກໍຄົງສຸກຂີ
ດິນແດນພູເຂົາຄວາຍນີ້ ຊ່າງມີແຕ່ສິ່ງງາມຕາ…

3) ຍິ່ງມອງຍິ່ງງາມ ຍາມເມື່ອເຊົ້າຕຣູ່
ລົມໜາວຍັງໂຊຍພັດຢູ່ ໝູ່ນົກຮ້ອງກູ່ມາ
ແສງແດດກໍສ່ອງ ທົ່ວທ້ອງພະລານວັນນາ
ເຫັນເມກລອຍຕາມຈອມຜາ ຊາບຊຶ້ງອຸຣາຂ້າແທ້ເອີຍ…

(*) ເພງ “ທັມມະຊາດພູເຂົາຄວາຍ” – ບົດປະພັນຂອງ ສ. ແສງສິຣິວັນ
ເລີ່ມແຕ່ງເມື່ອປີ ຄ.ສ. 1958-59 ແຕ່ງຈົບສົມບູນປີ ຄ.ສ. 1960
ຄຳເຕີມ ຊານຸບານ ຂັບຮ້ອງໃນປີ ຄ.ສ. 1963 ໄດ້ອັນດັບທີ່ນຶ່ງໃນງານປະກວດເສັງເພງຢູ່ໂຮງຮູບເງົາ “ແສງລາວ“ ນະຄອນຫຼວງວຽງຈັນ ເສບບັນເລງໂດຍວົງດົນຕຣີ “ປະສານມິຕ”.

ໂນຕເພງ “ທັມມະຊາດພູເຂົາຄວາຍ”
ວິດີໂອໂນຕບັນເລງເພງ “ທັມມະຊາດພູເຂົາຄວາຍ”

ເພງ “ຍິ້ມຫວານ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຍິ້ມຫວານ”

1) ຍິ້ມ… ຮອຍຍິ້ມແມ່ນາງຊ່າງຫວານ
ຫວານ… ຍິ່ງກວ່ານໍ້າຕານຮ້ອຍເທົ່າ

2) ຍິ້ມ… ຮອຍຍິ້ມນັ້ນຊ່ວຍແບ່ງເບົາ
ເຫັນ… ແລ້ວລືມຄວາມເສົ້າໂສກສັນ

• ຍິ້ມນ້ອງ ມີຄວາມໝາຍ
ຫວານຈົນໃຈອ້າຍ ລະເມີເພີ້ຝັນ
ແມ່ນໄດ້ເຊີຍຊິດຊົມ ທຸກວັນ
ຈະແພງຍິ້ມນັ້ນ ຍິ້ມຫວານປຣະດັບຊີວີ

3) ຍິ້ມ… ຂໍໃຫ້ນ້ອງຍິ້ມອີກທີ
ຫວານ… ຫວານໃຈພຽງນີ້ບໍ່ລືມ…

ໂນຕເພງ “ຍິ້ມຫວານ”
ວິດີໂອໂນຕບັນເລງເພງ “ຍິ້ມຫວານ”

ເພງ “ລາ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ລາ”

1) ລາ ໆ ໆ ຂໍເອີ້ນສັ່ງລາ ເພື່ອນຮ່ວມສະຖາບັນ
ຂໍລາດ້ວຍໃຈໂສກສັນ ຂໍລາກັບຄືນຖິ່ນຖານ
ຄືນສູ່ບ້ານ ຄືນສູ່ເຮືອນນອນ

2) ລາ ໆ ໆ ຂໍເອີ້ນສັ່ງລາ ເພື່ອນຮັກໄປກ່ອນ
ຂໍລາດ້ວຍໃຈອາວອນ ບໍ່ນານກໍຄົງຫວນຢ້ອນ
ຂໍຈາກຈອນ ລາກ່ອນສະຫາຍ

• ລາ ໆ ໆ ປີໜ້າ ຄ່ອຍພົບກັນໃໝ່
ຈາກກັນກໍພຽງແຕ່ກາຍ ເຖິງເຮົາຈະຢູ່ຫ່າງໄກ
ແຕ່ຫົວໃຈ ຍັງຄິດເຖິງກັນ

3) ລາ ໆ ໆ ຂໍເອີ້ນສັ່ງລາ ເພື່ອນຮ່ວມສະຖາບັນ
ຂໍລາຄຣູບາອາຈານ ຂໍວອນເທວາສວັນ
ຈົ່ງບັນດານ ໃຫ້ທ່ານສຸກເຖີດເອີຍ

ລາ ໆ ໆ ລາ ໆ ໆ …
ລາ ໆ ໆ ລາ ໆ ໆ …

ໂນຕເພງ “ລາ”
ວິດີໂອໂນຕບັນເລງເພງ “ລາ”

ເພງ “ຫວັ່ນໃຈ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອບັນເລງເພງ “ຫວັ່ນໃຈ”

1) ຫວັ່ນຈິດຫວັ່ນໃຈ ຫວັ່ນອ້າຍມີໃໝ່
ນ້ອງເຝົ້າຣະແວງສົງສັຍ ຫວັ່ນດວງໃຈນ້ອງຈະຜິດຫວັງ
ທຸກໆນາທີ ນ້ອງນີ້ເຝົ້າຄອຍຣະວັງ
ເກງອ້າຍຈະຫ່າງຈະຮ້າງ ເກງອ້າຍຈະຊັງແໜງໜ່າຍ…

2) ຄໍ່າຄືນຂຸ່ນຄິດ ຈິດນ້ອງຈຽນປ່ວງ
ທຸກວັນນ້ອງໄດ້ແຕ່ຫວງ ຫ່ວງວ່າອ້າຍນັ້ນຈະຫຼຸດໄປ
ເພາະເຫັນຍິງອື່ນ ເພື່ອນນ້ອງນັ້ນເຂົາສົນໃຈ
ເກງອ້າຍຈະຫວັ່ນຈະໄຫວ ປ່ຽນໃຈໄປເສັຽຈາກນ້ອງ…

• ຢ່າເລີຍ… ຢ່າມີຫຼາຍໃຈ
ຖ້າອ້າຍຈະຮັກຍິງໃໝ່ ໂປຣດຕັດໃຈໄປເສັຽຈາກນ້ອງ
ນ້ອງເອງຍິນດີ ເສັຽສລະທັ້ງນໍ້າຕານອງ
ເຖິງແມ່ນດວງຈິດຈະໝອງ ໝົ່ນໝອງນ້ອງຈະທົນ…

3) ຫາກຍັງຮັກນ້ອງ ຢ່າຄິດມີໃໝ່
ຮັກດຽວຂໍຢ່າທຳລາຍ ຢ່າທຳໃຈເພື່ອນຍິງໝອງໝົ່ນ
ນ້ອງຂໍວິ່ງວອນ ເທບໄທ້ນັ້ນຈົ່ງຊ່ວຍດົນ
ວອນອ້າຍຈົ່ງຢ່າເປັນໂຈນ ທຽວປົ້ນໃຈລູກຜູ່ຍິງ…

ໂນຕເພງ “ຫວັ່ນໃຈ”
ວິດີໂອບັນເລງເພງ “ຫວັ່ນໃຈ”

ເພງ “ບໍ່ຫວັ່ນ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ບໍ່ຫວັ່ນ”

1) ຫາກເສັ້ນທາງນັ້ນ ທີ່ຊາຍເລືອກເດີນ ເຫັນມັນສວ່າງ
ຈະໃຫ້ຄວາມຫວັງ ໃຫ້ຄວາມພິຣົມ ສຸກສົມຣຶທັຍ
ຈະຊ່ວຍບັນດານ ໃຫ້ຊີວິດອ້າຍ ເຮືອງຮຸ່ງສົດໃສ
ຈົ່ງເດີນກ້າວໄປ ສູ່ສິ່ງວິໄລ ທີ່ໃຈຮຽກຮ້ອງ…

2) ນ້ອງຈະບໍ່ງໍ້ ຂໍຄວາມເຫັນໃຈ ໃຫ້ມັນໄຮ້ຄ່າ
ຈະບໍ່ຍອມເສັຽ ແມ່ນພຽງນໍ້າຕາ ໃຫ້ມັນໄຫຼນອງ
ຈະສິ້ນຊີວີ ດ້ວຍວ່າຂາດອ້າຍ ມາຄູ່ຄຽງຄອງ
ເຈັບຊໍ້າຣຶທັຍ ໃຈເປື່ອຍເປັນໜອງ ບໍ່ຂໍຮ້ອງໄຫ້…

• ຈົ່ງຈາກໄປດີ ແມ່ນມີຮັກໃໝ່ ຂໍໃຫ້ໜຽວໝັ້ນ
ຮ່ວມສຸກຮ່ວມທຸກ ຄູ່ກັນ ຜອງເທົ່າວັນຕາຍ
ຖ້າຫາກເຂົາດີ ເຂົາມີຄວາມຮັກ ຈິງໃຈ
ຈົ່ງຮີບຈາກໄປ ມອບໃຈໃຫ້ເຂົາ ເສັຽທີ…

3) ຫາກສິ້ນຄົນຮັກ ສິ້ນຄົນເມດຕາ ໄຮ້ຍິງຝັນໃຝ່
ໝົດທາງຈະໄປ ຫົວໃຈຣະກຳ ເຈັບຊໍ້າຣຶດີ
ຈົ່ງໄດ້ກັບມາ ກັບມາຫານ້ອງ ເຖີດຍອດຊີວີ
ບາງທີນ້ອງອາດ ອາດໃຫ້ອະພັຍ ຫາກໃຈຫວ່າງພໍ…

ໂນຕເພງ “ບໍ່ຫວັ່ນ”
ວິດີໂອບັນເລງເພງ “ບໍ່ຫວັ່ນ”

ເພງ “ສຸກສັນວັນປີໃໝ່”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1966)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ສຸກສັນວັນປີໃໝ່”

1) ວັນນີ້ ວັນດີປີໃໝ່
ເຮົາມາອວຍຊັຍ ໃຫ້ສຸກສຳຣານ
ຊ່ວຍສ້າງແດນນີ້ ໃຫ້ເປັນແດນສວັນ (ຊໍ້າ)
ມາຟ້ອນລຳກັນ ສລອງວັນປີໃໝ່…

2) ຄວາມທຸກ ທີ່ເຄີຍປຣະສົບ
ຈົ່ງຢ່າໄດ້ພົບ ພານອີກຕໍ່ໄປ
ໝົດສິ້ນໄປເສັຽ ສິ່ງທີ່ເສົ້າໝອງໃຈ (ຊໍ້າ)
ຄວາມສີວິໄລ ຈົ່ງໄດ້ມາແທນທີ່…

• ເຮຮາ ຫົວຍິ້ມ ເພື່ອນເອີຍ
ຢ່າໂສກໄປເລີຍ ຄັ້ງດຽວນຶ່ງປີ
ວັນນີ້ ໂຊກງາມຍາມດີ (ຊໍ້າ)
ເຮົາມາສວັສດີ ສວັສດີປີໃໝ່…

3) ຫາກໃຜ ເຈັບຊໍ້າຂົມຂື່ນ
ກໍຈົ່ງຄາຍຄືນ ຊື່ນສຸກຕໍ່ໄປ
ຫາກໃຜສຸກແລ້ວ ກໍຢ່າແຄ້ວຄາດໄປ (ຊໍ້າ)
ເຮົາຂໍອວຍຊັຍ ໃຫ້ທຸກທ່ານໂຊກດີ…

ໂນຕເພງ “ສຸກສັນວັນປີໃໝ່”
ວິດີໂອບັນເລງເພງ “ສຸກສັນວັນປີໃໝ່”

ເພງ “ຜູ່ຍິງຜູ່ຍິງ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ຜູ່ຍິງຜູ່ຍິງ”

1) ຜູ່ຍິງຜູ່ຍິງ ເກີດມາເຮັດຫຍັງ
ເກີດມາຮົກທາງ ຮົກໂລກແຈ່ມໃສ
ເກີດມາເພື່ອສ້າງ ຄວາມແຄ້ນ
ປະທັບໄວ້ກາງ ແກ່ນໃຈ
ແດ່ພວກຜູ່ຊາຍ ຫຼາຍໜ້າ

2) ຜູ່ຍິງຜູ່ຍິງ ເກີດມາເຮັດຫຍັງ
ເກີດມາຫາທາງ ໃຊ້ເລ່ມານຍາ
ຜູ່ຊາຍຕ້ອງສິ້ນ ລາຍສິງ
ພ່າຍແພ້ຜູ່ຍິງ ຕລອດມາ
ໝອບແທບບາທາ ທຸກລາຍ

• ຜູ່ຍິງຜູ່ຍິງ ຍິງມີທຸກສິ່ງເຍົ້າໃຈ
ແຕ່ສິ່ງເຫຼົ່ານັ້ນ ກໍລ້ວນເພີງໄຟ
ເທພເຈົ້າອົງໃດ ເສກສັນຍິງມາ

3) ຜູ່ຍິງຜູ່ຍິງ ເກີດມາເຮັດຫຍັງ
ເກີດມາຮົກທາງ ຮົກແຜ່ນສຸທາ
ຫາກຍາມໃດສິ້ນ ຜູ່ຍິງ
ສາບສູນແມ່ຍິງ ມານຍາ
ໂລກຄົງສຸຂາ ເສັຽທີ…

ໂນຕເພງ “ຜູ່ຍິງຜູ່ຍິງ”
ວິດີໂອບັນເລງເພງ “ຜູ່ຍິງຜູ່ຍິງ”

ເພງ “ນົກເຂົາລືມຄອນ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫມໄຊຍ໌ (1969)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ນົກເຂົາລືມຄອນ”

1) ນົກເອີຍນົກເຂົາ ຂອງເຮົາເກົ່າກ່ອນ
ເຈົ້າພາກຈາກຄອນ ຫຼົງຄູ່ໄປຢູ່ແຫ່ງໃດ
ເຈົ້າຖືກລໍ້ລວງຕິດບ້ວງພານ ຫຼືຜູກສັມພັນຄອງຄູ່ໃໝ່
ຈຶ່ງຫຼົງລືມໄລ ບ່ອນເຄີຍສຸກສັນ

2) ນ້ອງເອີຍນ້ອງນາງ ເຄີຍຄຽງຂ້າງຢູ່
ກ່ອນເຄີຍຊື່ນຊູ ພົບຄູ່ໃໝ່ປ່ຽນແປຜັນ
ເຈົ້າລືມຣົດຮັກທີ່ດື່ມດໍ່າ ເຈົ້າລືມນໍ້າຄຳເຄີຍຍຶດໝັ້ນ
ຮ່ວມອະທິຖານ ຮັກກັນຈົນຕາຍ

• ຖິ່ນກ່ອນຄອນເກົ່າ ທີ່ເຈົ້າເຄີຍນອນ
ເຫຼືອເປັນອະນຸສອນ ແຫ່ງຄວາມຫຼັງເຕືອນໃຈ
ເຫັນຊາກໝອນຮ້າງທີ່ນາງໜຸນ ຫອມກິ່ນເນື້ອອຸ່ນຍັງຈຳໄດ້
ເຄີຍຈູບລູບໄລ້ ນວນນາງ

3) ນ້ອງເອີຍນ້ອງນ້ອຍ ຂ້າຄອຍເຈົ້າຢູ່
ກັບເຖີດຍອດຊູ້ ຂ້າຢູ່ໂດດດ່ຽວອ້າງຫວ້າງ
ແມ່ນເຈົ້າຫຼົງເດີນທາງຜິດໄປ ຈົ່ງຫັກຫົວໃຈເດີ້ນ້ອງນາງ
ຖິ່ນກ່ອນຄອນຫຼັງ ຍັງຄອງຍັງຄອຍ…

ໂນຕເພງ “ນົກເຂົາລືມຄອນ”
ວິດີໂອບັນເລງເພງ “ນົກເຂົາລືມຄອນ”

ເພງ “ນົກເຂົາຄືນຮັງ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫມໄຊຍ໌ (2017)
ນັກຮ້ອງຕົ້ນສະບັບ : ຈັນຫອມ ປັນຈະພາຣົມຍ໌

ວິດີໂອດົນຕຣີບັນເລງເພງ “ນົກເຂົາຄືນຮັງ”

1) ນົກເອີຍນົກເຂົາ ເຄີຍເນົາຄຽງຄູ່
ແຂ່ງກັນຂັນຄູ ມຸ່ງສູ່ແຜ່ນດິນຖິ່ນໄກ
ຝັນສ້າງວິມານອັນຣື່ນຣົມ ຕາມຄຳນິຍົມສັງຄົມໃໝ່
ແຕ່ຝັນມະລາຍ ກັບກາຍເປັນອື່ນ…

2) ນົກນ້ອຍພາກຮັງ ລຳພັງໂດດດ່ຽວ
ຂາດຄູ່ແລຫຼຽວ ໂນ້ມໜ່ຽວຈິດໃຈອວ່າຍຄືນ
ບິນເວີ່ນເຫີນລອຍເລີຍຫຼົງທາງ ຕົກຫຼົ່ມຂຸມພາງພາຂົມຂື່ນ
ປີກຫັກຈຳຝືນ ສູ້ບືນຟັນຝ່າ…

• ເຣື່ອງເກົ່າຂ່າວລື ໂລກຄືລະຄອນ
ຖືເປັນອຸທາຫອນ ບົດຮຽນສອນມານຍາ
ຮັກໃໝ່ລວງລໍ້ໃຫ້ລຸ່ມຫຼົງ ຮັກເກົ່າໝັ້ນຄົງມີຣາຄາ
ຄວນຄ່າຣະລຶກ ນຶກເຖິງກັນ…

3) ຟ້າຮ້ອງຝົນຮຳ ຍາມເມື່ອເດືອນຫົກ
ອຸ່ນອາຍອ້ອມອົກ ທີ່ກົກກະເດົາຄາວນັ້ນ
ສຽງສັ່ງຍັງຄົງສະກິດເຕືອນ ມິອາດລົບເລືອນລືມຄຳໝັ້ນ
ສື່ເພງກ່ອມຂວັນ ນົກເຂົາຄືນຮັງ…

* ເມກສວ່າງຝົນຊາຟ້າເລີ່ມສາງ ສວາດມິວາງຍັງຈຳໝັ້ນ
ຫັກໃຈກັບຫັນ ຫວນຄືນຮັງເກົ່າ…

ໂນຕເພງ “ນົກເຂົາຄືນຮັງ”
ວິດີໂອບັນເລງເພງ “ນົກເຂົາຄືນຮັງ”

ເພງ “ພອນວັນເກີດ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ພອນວັນເກີດ”

1) ທ່ານເກີດວັນນີ້ ຂໍຈົ່ງມີ ຣາສີໃສສ່ອງ
ຢ່າໝົ່ນໝອງ ໃຫ້ຄອງສຸກ ຕລອດຊີວີ
ອັນໂຣຄາ ໂພຍພັຍ ຢ່າໄດ້ມີ
ຈົ່ງສຸຂີ ສຸຂີ ສົມປຣາຖນາ

• ມະໂນນຶກ ສິ່ງໃດ ໃນໂລກນີ້
ຈົ່ງໄດ້ມີ ສົມພອນ ທີ່ວອນວ່າ
ກຽດຕິຍົດ ຊື່ສຽງ ກ້ອງໂລກາ
ເຮືອງອຳນາດ ວາສນາ ໄຫຼມາກອງ

2) ທ່ານເກີດວັນນີ້ ເປັນວັນດີ ອະມຸດຕະໂຊກ
ຢ່າມີທຸກ ແລະມີໂສກ ເສົ້າໝົ່ນໝອງ
ອັນເງິນຄຳ ມາກມາຍ ຫຼາຍກ່າຍກອງ
ຢ່າມີມາຣ ໄຕ່ຕ້ອງ ຕລອດການ…

ໂນຕເພງ “ພອນວັນເກີດ”
ວິດີໂອບັນເລງເພງ “ພອນວັນເກີດ”