ເພງ “ວິວານໍ້າຕາ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ວິວານໍ້າຕາ”

1) ນ້ອງຂໍສັ່ງລາ ລາກ່ອນເຖີດໜາຄົນດີ
ເໝືອນເວນກັມນ້ອງມີ ໃຫ້ນ້ອງນີ້ຈຳພາກຈາກໄກ
ນ້ອງຂໍລາກ່ອນ ອ້າຍຢ່າໄດ້ຄິດເສັຽໃຈ
ຫາກຂືນລໍຄອຍອ້າຍໄປ ອີກເມື່ອໃດໜໍອ້າຍຈະໝັ້ນ

2) ນ້ອງນີ້ຕັ້ງຕາ ລໍອ້າຍບໍ່ມາຈັກທີ
ຝືນໃຈລໍຫຼາຍປີ ກໍເຫັນມີພຽງແຕ່ໃນຝັນ
ສຸດເຫຼືອຈະທົນ ອ້າຍຄົງຈະຄິດລືມກັນ
ເຮົາສອງກ່ອນເຄີຍສັມພັນ ອ້າຍຄົງລືມວັນທີ່ເຮົາສັນຍາ

• ອ້າຍຄົງຄິດ ວ່ານ້ອງປ່ຽນໃຈ
ເກີດມີຮັກຄົນໃໝ່ ຈຶ່ງໄດ້ເຂົ້າສູ່ວິວາ
ຫົວໃຈຈິງແທ້ ນ້ອງຍັງຮັກຝັງອຸຣາ
ຈຳໃຈຈຳຕ້ອງວິວາ ທັ້ງໆນໍ້າຕາຂອງນ້ອງຕົກໃນ

3) ນ້ອງຂໍສັ່ງລາ ເພາະວາສນາບໍ່ສົມ
ຫົວໃຈສຸດຣະທົມ ສຸດຂື່ນຂົມເພາະຄວາມນ້ອຍໃຈ
ສິ່ງຫວັງຕ້ອງສູນ ເພາະອ້າຍບໍ່ຄິດສົນໃຈ
ຄວາມຮັກຕ້ອງສິ້ນສລາຍ ນ້ອງຈຶ່ງປ່ຽນໃຈເຂົ້າສູ່ວິວາ…

ໂນຕເພງ “ວິວານໍ້າຕາ”
ວິດີໂອໂນຕບັນເລງເພງ “ວິວານໍ້າຕາ”